ທ່ານນາຍົກລັດຖະມົນຕີເນັ້ນ 9 ບັນຫາຕໍ່ການແກ້ໄຂບັນຫາຢາເສບຕິດແຕ່ນີ້ຮອດ 2025

ທ່ານນາຍົກລັດຖະມົນຕີເນັ້ນ 9 ບັນຫາຕໍ່ການແກ້ໄຂບັນຫາຢາເສບຕິດແຕ່ນີ້ຮອດ 2025
ໃນໂອກາດທີ່ທ່ານ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ ນາຍົກລັດຖະມົນຕີແຫ່ງ ສປປລາວ ໄດ້ເຂົ້າຮ່ວມພິທີປິດກອງປະຊຸມສະຫຼຸບຜົນການຈັດຕັ້ງປະຕິບັດວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຢາເສບຕິດໃນໄລຍະ 3 ປີ (2021-2023) ແລະ ທິດທາງແຜນການຮອດປີ 2025 ຈັດຂຶ້ນໃນວັນທີ 13 ທັນວານີ້ທີ່ສະໂມສອນກະຊວງປ້ອງກັນຄວາມສະຫງົບ(ປກສ) ພາຍໃຕ້ການເປັນປະທານຂອງທ່ານ ພົອ ວິໄລ ຫຼ້າຄໍາຟອງ ກໍາມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງ ປກສ, ໂດຍມີເຈົ້າແຂວງ, ຮອງເຈົ້າແຂວງ, ບັນດາການນໍາຂັ້ນສູງຈາກກະຊວງຕ່າງໆທີ່ກ່ຽວຂ້ອງ, ການນຳຂັ້ນສູງກະຊວງ ປກສ, ຫົວໜ້າກົມ-ຮອງກົມ, ກອງບັນຊາການປກສ ແຂວງທົ່ວປະເທດເຂົ້າຮ່ວມ.
    ທ່ານ ສອນໄຊ ສີພັນດອນ ໄດ້ເນັ້ນ 9 ບັນຫາເພື່ອສືບຕໍ່ຈັດຕັ້ງຜັນຂະຫຍາຍວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດແຕ່ນີ້ຮອດປີ 2025 ໃຫ້ປະສົບຜົນສໍາເລັດຕາມຄາດໝາຍທີ່ວາງໄວ້ນັ້ນ. ບັນດາສະຫາຍຈະຕ້ອງໄດ້ເອົາໃຈໃສ່ຫັນເອົາວາລະແຫ່ງຊາດດັ່ງກ່າວເຂົ້າເປັນທິດທາງແຜນການ, ແຜນງານ, ໂຄງການໃຫ້ເປັນອັນລະອຽດຂອງກະຊວງ, ຂອງແຂວງ, ຂອງຂະແໜງການທີ່ກ່ຽວຂ້ອງ ເພື່ອນໍາມາເປັນທິດທາງແຜນການໃນຊຸມປີຕໍ່ໜ້າຄື: 1) ໃຫ້ກວດກາຄືນຜົນການຈັດຕັ້ງປະຕິບັດວາລະແຫ່ງຊາດໃນໄລຍະຜ່ານມາ ເພື່ອຊອກໃຫ້ເຫັນດ້ານອ່ອນ-ຂໍ້ຄົງຄ້າງ, ສິ່ງທ້າທາຍ, ສາເຫດ, ບົດຮຽນທີ່ຖອດຖອນໄດ້ ເພື່ອເປັນບົດຮຽນໃຫ້ແກ່ການວາງທິດທາງ, ແຜນການ, ວິທີການ, ມາດຕະການແກ້ໄຂບັນຫາຢາເສບຕິດໃຫ້ມີປະສິດທິພາບ, ປະສິດທິຜົນຫຼາຍຂຶ້ນກວ່າເກົ່າ; 2) ໃຫ້ທົບທວນຄືນ 6 ແຜນວຽກຈຸດສຸມ ເພື່ອປັບປຸງໃຫ້ສອດຄ່ອງກັບສະພາບການຕົວຈິງໃນປັດຈຸບັນ ແລະ ຕໍ່ໜ້າໂດຍຫັນເປັນໂຄງການ, ແຕ່ລະໂຄງການຕ້ອງມີແຜນການ, ແຜນງົບປະມານ, ແຜນບຸກຄະລາກອນ ແລະ ມີຄາດໝາຍສູ້ຊົນຢ່າງລະອຽດ, ຈະແຈ້ງ ພ້ອມທັງມອບໝາຍໃຫ້ພາກສ່ວນຮັບຜິດຊອບນໍາໄປຈັດຕັ້ງປະຕິບັດແຕ່ຫົວທີ; 3) ໃຫ້ສືບຕໍ່ກໍານົດສິດ, ໜ້າທີ່ ແລະ ຄວາມຮັບຜິດຊອບຂອງຄະນະກໍາມະການແກ້ໄຂຢາເສບຕິດລະດັບຊາດໃຫ້ລະອຽດ, ຈະແຈ້ງ ແລະ ສືບຕໍ່ແຕ່ງຕັ້ງຄະນະກໍາມະການແກ້ໄຂຢາເສບຕິດລະດັບທ້ອງຖິ່ນໃຫ້ຄົບຊຸດໂດຍມີທຸກຂະແໜງການທີ່ກ່ຽວຂ້ອງຂອງທ້ອງຖິ່ນເຂົ້າຮ່ວມນໍາ ເພື່ອຮັບປະກັນການຈັດຕັ້ງປະຕິບັດວາລະແຫ່ງຊາດແຕ່ນີ້ຮອດປີ 2025 ໃຫ້ມີຄວາມເປັນເອກະພາບ, ຕໍ່ເນື່ອງ, ມີປະສິດທິພາບ, ປະສິດທິຜົນສູງ;4) ເອົາໃຈໃສ່ເພີ່ມທະວີຄວາມຮັບຜິດຊອບ ແລະ ຄວາມສາມາດໃນການນໍາພາ-ຊີ້ນຳຂອງຄະນະພັກ-ຄະນະນໍາແຕ່ລະກະຊວງ, ອໍານາດການປົກຄອງທ້ອງຖິ່ນແຕ່ລະຂັ້ນໃຫ້ສູງຂຶ້ນກວ່າເກົ່າ, ຖືເອົາວາລະແຫ່ງຊາດ ເປັນມາດຕະຖານເງື່ອນໄຂໜຶ່ງເຂົ້າໃນການສ້າງຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ, ກໍ່ສ້າງໜ່ວຍພັກປອດໃສເຂັ້ມແຂງໜັກແໜ້ນຕິດພັນກັບການສ້າງບ້ານ, ສ້າງໂຮງຮຽນ ແລະ ສະຖານທີ່ປອດຢາເສບຕິດ ໂດຍສູ້ຊົນສ້າງບ້ານປອດຢາເສບຕິດໃຫ້ໄດ້ 80% ຂອງບ້ານທົ່ວປະເທດ; ສ້າງເປັນສໍານັກງານອົງການປອດຢາເສບຕິດໃຫ້ໄດ້ 100%; ສ້າງໂຮງຮຽນ, ສະຖາບັນການສຶກສາປອດຢາເສບຕິດໃຫ້ໄດ້ 95% ຂຶ້ນໄປ.ພ້ອມນີ້, ໃຫ້ເອົາໃຈໃສ່ສ້າງຂະບວນແຂ່ງຂັນໃຫ້ມີບັນຍາກາດຟົດຟື້ນຢ່າງຕໍ່ເນື່ອງ, ມີການເຂົ້າຮ່ວມຂອງທຸກອົງການຈັດຕັ້ງພັກ-ລັດ, ທຸກພາກສ່ວນໃນສັງຄົມຢ່າງກວ້າງຂວາງ, ມີນະໂຍບາຍທີ່ເໝາະສົມຕໍ່ຜູ້ເຮັດໄດ້ດີ ແລະ ປະຕິບັດວິໄນຕໍ່ຜູ້ລ່ວງລະເມີດ; 5) ເພີ່ມທະວີການໂຄສະນາ-ເຜີຍແຜ່ຜົນຮ້າຍຂອງຢາເສບຕິດ ແລະ ຈັດພິມສື່ໂຄສະນາຕ່າງໆທີ່ຕິດພັນກັບວາລະແຫ່ງຊາດໃຫ້ໄດ້ 80% ຂຶ້ນໄປຕາມແຜນການທີ່ວາງໄວ້; 6) ປະສານສົມທົບກັບທ້ອງຖິ່ນຢ່າງໃກ້ຊິດເພື່ອຕິດຕາມ, ເຝົ້າລະວັງ, ສະກັດກັ້ນ ແລະ ແກ້ໄຂການລັກລອບປູກພືດທີ່ມີສານເສບຕິດຢູ່ບັນດາແຂວງພາກເໜືອ, ພາກກາງໃຫ້ຫຼຸດລົງໃນແຕ່ລະປີ, ໃຫ້ກວດກາຄືນບັນດາໂຄງການພັດທະນາທາງເລືອກທົດແທນ ການປູກພືດທີ່ມີສານເສບຕິດເຊັ່ນ: ໂຄງການຮ່ວມມືລາວ-ຈີນ, ໂຄງການຮ່ວມມືລາວ-ສະຫະປະຊາຊາດ(ສປຊ)ແລະ ໂຄງການອື່ນໆໃຫ້ມີຜົນສໍາເລັດສູງ ປະຊາຊົນໄດ້ຮັບຜົນປະໂຫຍດ;7) ຕິດຕາມ, ກວດກາ, ຄຸ້ມຄອງການບໍລິການຂອງສູນປິ່ນປົວ, ຝຶກວິຊາຊີບຜູ້ຕິດຢາເສບຕິດ ແລະ ການບໍາບັດຂັ້ນຊຸມຊົນຢູ່ໂຮງໝໍເມືອງໃຫ້ມີປະສິດທິພາບສູງຂຶ້ນກວ່າເກົ່າ; 8) ເອົາໃຈໃສ່ຕິດຕາມ, ກວດກາ, ຄຸ້ມຄອງການນໍາເຂົ້າ, ສົ່ງອອກ, ນໍາຜ່ານສານເຄມີຕົ້ນທີ່ເອົາເຂົ້າມາພັດທະນາດ້ານອຸດສາຫະກໍາ, ບໍ່ແຮ່, ການແພດ ແລະ ອື່ນໆຮ່ວມກັບພາກສ່ວນກ່ຽວຂ້ອງໃຫ້ຖືກຕ້ອງຕາມລະບຽບກົດໝາຍ;9) ເອົາໃຈໃສ່ປະສານງານຮ່ວມມືກັບບັນດາປະເທດເພື່ອນມິດອ້ອມຂ້າງສປປ ລາວ ເພື່ອຮ່ວມກັນສະກັດກັ້ນ ແລະ ຕ້ານຢາເສບຕິດ ແລະ ສານເຄມີຕົ້ນຕາມບໍລິເວນຊາຍແດນລະຫວ່າງປະເທດ. ພ້ອມທັງສືບຕໍ່ຈັດຕັ້ງປະຕິບັດຕາມສັນຍາໂຄງການແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ, ໂຄງການແມ່ນໍ້າຂອງປອດໄພ,ຫ້ອງການປະສານງານຕາມຊາຍແດນ BLO ແລະ ໂຄງການອື່ນໆ ທີ່ ສປປ ລາວເຂົ້າຮ່ວມເປັນພາຄີ.
    ທ່ານຍັງໄດ້ຕີລາຄາ ແລະ ເນັ້ນໜັກຕື່ມບາງບັນຫາເພື່ອໃຫ້ທຸກພາສ່ວນທີ່ກ່ຽວຂ້ອງນຳໄປປັບປຸງແກ້ໄຂ ເປັນຕົ້ນແມ່ນຄະນະພັກ-ຄະນະນໍາແຕ່ລະຂັ້ນຫຼາຍຂະແໜງການທັງຢູ່ສູນກາງ ແລະ ທ້ອງຖິ່ນຍັງບໍ່ກໍາແໜ້ນເນື້ອໃນຈິດໃຈຂອງວາລະແຫ່ງຊາດຈຶ່ງເຮັດໃຫ້ການຈັດຕັ້ງປະຕິບັດວາລະແຫ່ງຊາດບໍ່ທັນໄດ້ຮັບການນຳພາ-ຊີ້ນຳໃຫ້ມີຄວາມເປັນເອກະພາບດ້ານທັດສະນະ, ຄວາມຮັບຮູ້, ເຂົ້າໃຈ ແລະ ການກະທໍາຕົວຈິງໃນທົ່ວລະບົບການເມືອງ ແລະ ທົ່ວສັງຄົມ;ການສ້າງຄວາມເຂັ້ມແຂງໃຫ້ສະຖາບັນຄອບຄົວ, ຊຸມຊົນບໍ່ທັນແຂງແຮງ ແລະ ບໍ່ທັນກວ້າງຂວາງ, ຂະບວນການບໍ່ຟົດຟື້ນ, ບໍ່ທັນຖືເປັນໜ້າທີ່ລວມຂອງທົ່ວປວງຊົນເຮັດໃຫ້ການແກ້ໄຂບັນຫາຢາເສບຕິດຢູ່ຂັ້ນຮາກຖານບໍ່ມີປະສິດທິພາບ, ປະສິດທິຜົນດີເທົ່າທີ່ຄວນ;ກົດໝາຍ ແລະ ນິຕິກໍາທີ່ໄດ້ຮັບການປັບປຸງແກ້ໄຂແຕ່ການໂຄສະນາເຜີຍແຜ່ບໍ່ທັນກວ້າງຂວາງ, ບໍ່ທັນເລິກເຊິ່ງ, ສະຕິຕໍ່ກົດໝາຍ ແລະ ນິຕິກໍາບໍ່ທັນເຂັ້ມງວດ;ສູນບໍາບັດປິ່ນປົວຜູ້ຕິດຢາເສບຕິດຍັງຄັບແຄບແອອັດ, ຍັງຂາດງົບປະມານ, ຂາດຢາປິ່ນປົວພະຍາດ, ຂາດການຝຶກວິຊາຊີບ, ອັດຕາກິນຍັງຈໍາກັດບໍ່ພຽງພໍ.
ຂ່າວ: ກົມສື່ມວນຊົນ ປກສ, ພາບ: ວັນເພັງ.

ຄໍາເຫັນ

ຂ່າວເດັ່ນ

ກອງປະຊຸມໃຫຍ່ຜູ້ແທນພະສົງທົ່ວປະເທດ ສະໄໝທີ IX

ກອງປະຊຸມໃຫຍ່ຜູ້ແທນພະສົງທົ່ວປະເທດ ສະໄໝທີ IX

ກອງປະຊຸມໃຫຍ່ຜູ້ແທນພະສົງທົ່ວປະເທດສະໄໝທີ IX ອົງການພຸດທະສາສະໜາສໍາພັນ ແຫ່ງ ສປປ ລາວ ໄດ້ຈັດຂຶ້ນໃນວັນທີ 23 ທັນວານີ້ ທີ່ ຫໍປະຊຸມແຫ່ງຊາດ. ໂດຍການເປັນປະທານຂອງ ພະອາຈານໃຫຍ່ ມະຫາເວດ ມະເສໄນ ປະທານ ສູນກາງອົງການພຸດທະສາສະໜາສຳພັນ ແຫ່ງ ສປປ ລາວ (ອພສ), ໂດຍເປັນກຽດເຂົ້າຮ່ວມ ຂອງທ່ານ ສິນລະວົງ ຄຸດໄພທູນ ກຳມະການກົມການເມືອງສູນກາງພັກ ປະທານສູນກາງແນວລາວສ້າງຊາດ, ມີບັນດາການນໍາພັກ-ລັດ, ອົງການຈັດຕັ້ງທີ່ຢູ່ອ້ອມຂ້າງ ພັກ-ລັດ, ຜູ້ແທນພະສົງ, ແນວລາວສ້າງຊາດແຂວງ, ນະຄອນຫຼວງ, ເມືອງ, ທ່ານຜູ້ຊົງຄຸນວຸດທິ ແລະ ແຂກທີ່ຖືກເຊີນເຂົ້າຮ່ວມ.
ສະຫາຍ ສອນໄຊ ສີພັນດອນ ຕ້ອນຮັບຄະນະຜູ້ແທນຫວຽດນາມ

ສະຫາຍ ສອນໄຊ ສີພັນດອນ ຕ້ອນຮັບຄະນະຜູ້ແທນຫວຽດນາມ

ສະຫາຍ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງສະຫາຍ ຫງວຽນ ຮຸຍ ຕຽນ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ແຫ່ງ ສສຫວຽດນາມ ພ້ອມດ້ວຍຄະນະ ໃນວັນທີ 19 ທັນວານີ້, ທີ່ສໍານັກງານນາຍົກລັດຖະມົນຕີ.
ທ່ານ ສອນໄຊ ສີພັນດອນ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງຄະນະຜູ້ແທນ ສ.ເກົາຫຼີ

ທ່ານ ສອນໄຊ ສີພັນດອນ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງຄະນະຜູ້ແທນ ສ.ເກົາຫຼີ

ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງຄະນະຜູ້ແທນ ສ.ເກົາຫຼີ ຊຶ່ງນໍາໂດຍ ທ່ານ ກິມ ເທ ຮຶມ(Kim Tae Heum) ເຈົ້າແຂວງ ຊຸງຊອງນໍາໂດ ພ້ອມຄະນະ ທີ່ໄດ້ເດີນທາງມາຢ້ຽມຢາມ, ເຮັດວຽກ ແລະ ພົບປະກັບ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ໃນວັນທີ 18 ທັນວານີ້ ທີ່ສໍານັກງານນາຍົກລັດຖະມົນຕີ.
ປະທານປະເທດໂອ້ລົມເນັ້ນຫຼາຍບັນຫາຕໍ່ກອງປະຊຸມສະຫຼຸບວຽກງານຄະນະປະຕິຮູບລັດວິສາຫະກິດປະຈໍາປີ 2025

ປະທານປະເທດໂອ້ລົມເນັ້ນຫຼາຍບັນຫາຕໍ່ກອງປະຊຸມສະຫຼຸບວຽກງານຄະນະປະຕິຮູບລັດວິສາຫະກິດປະຈໍາປີ 2025

ກອງປະຊຸມສະຫຼຸບການປະຕິບັດວຽກງານວຽກຄະນະປະຕິຮູບລັດວິສາຫະກິດປະຈຳປີ 2025 ແລະ ທິດທາງແຜນວຽກຈຸດສຸມປີ 2026 ຈັດຂຶ້ນໃນວັນທີ 17 ທັນວານີ້ ທີ່ຫ້ອງປະຊຸມ ICTC, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ຫົວໜ້າຄະນະປະຕິຮູບລັດວິສາຫະກິດ, ເປັນກຽດເຂົ້າຮ່ວມ ແລະ ໂອ້ລົມ ຂອງທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ປະທານປະເທດ, ມີ ບັນດາທ່ານ ຄະນະປະຕິຮູບລັດວິສາຫະກິດຂັ້ນສູນກາງ ກະຊວງ-ອົງການ ແລະ ຂັ້ນແຂວງ, ບັນດາທ່ານຜູ້ອໍານວຍການ ຕາງໜ້າສະພາບໍລິຫານ ລັດວິສາຫະກິດໃນຂອບເຂດທົ່ວ ປະເທດ, ຜູ້ຕາງໜ້າຈາກທະນາຄານໂລກປະຈຳລາວ ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມ.
ນາຍົກລັດຖະມົນຕີ ພົບປະໂອ້ລົມ ຄະນະພັກ ແລະ ພະນັກງານຫຼັກແຫຼ່ງ ຫສນຍ

ນາຍົກລັດຖະມົນຕີ ພົບປະໂອ້ລົມ ຄະນະພັກ ແລະ ພະນັກງານຫຼັກແຫຼ່ງ ຫສນຍ

ໃນຕອນເຊົ້າ ວັນທີ 16 ທັນວານີ້, ທີ່ສໍານັກງານນາຍົກລັດຖະມົນຕີ, ສະຫາຍ ສອນໄຊ ສີພັນດອນ, ກໍາມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ໄດ້ໃຫ້ກຽດພົບປະໂອ້ລົມຕໍ່ ຄະນະບໍລິ ຫານງານພັກ ແລະ ຄະນະກົມ ພາຍໃນອົງຄະນະພັກ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ (ຫສນຍ) ໂດຍມີ ສະຫາຍ ບົວຄົງ ນາມມະວົງ, ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີ, ຫົວໜ້າ ຫສນຍ, ພ້ອມດ້ວຍບັນດາສະຫາຍ ຄະນະບໍລິຫານງານພັກ ແລະ ຄະນະກົມ ທົ່ວ ຫສນຍ ເຂົ້າຮ່ວມ.
ງານມະຫາກຳການເງິນລາວ

ງານມະຫາກຳການເງິນລາວ

ເພື່ອເປັນການຮ່ວມສະເຫຼີມສະຫຼອງສາມວັນປະຫວັດສາດຂອງ ສປປ ລາວ, ໃນວັນທີ 15 ທັນວາ 2025 ທີ່ສູນ ການຄ້າລາວໄອເຕັກນະຄອນຫຼວງວຽງຈັນ, ທະນາຄານແຫ່ງ ສປປ ລາວ (ທຫລ) ຮ່ວມກັບບໍລິສັດແຮັບປີ້ອີເວັ້ນ ໄດ້ຈັດພິທີ ເປີດງານມະຫາກຳການເງິນລາວ 2025 (Lao Money Expo 2025) ຂຶ້ນຢ່າງເປັນທາງການ ພາຍໃຕ້ຄໍາຂວັນ: “ການ ເງິນ ເພື່ອການເຕີບໂຕ” ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານສອນໄຊສີພັນດອນ, ນາຍົກລັດຖະ
ປະທານປະເທດລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ

ປະທານປະເທດລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ພະນະທ່ານ ລີ ແຈ ມຽງ (H.E. Mr. LEE Jae Myung), ປະທານາທິບໍດີ ແຫ່ງ ສາທາລະນະລັດ ເກົາຫຼີ, ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມດ້ວຍພັນລະຍາ ໄດ້ນໍາພາຄະນະຜູ້ແທນຂອງ ສປປ ລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ ໃນລະຫວ່າງວັນທີ 14-15 ທັນວາ 2025 ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສປປ ລາວ ແລະ ສ.ເກົາຫຼີ ໃຫ້ນັບມື້ນັບແໜ້ນແຟ້ນ ແລະ ຂະຫຍາຍຕົວຍິ່ງໆຂຶ້ນ, ຊຶ່ງການຢ້ຽມຢາມດັ່ງກ່າວ ໄດ້ມີຂຶ້ນໃນທ່າມກາງບັນຍາກາດທີ່ສອງປະເທດ ສປປ ລາວ ແລະ ສ.ເກົາຫຼີ ພວມສະເຫຼີມສະຫຼອງສາຍພົວພັນທາງການທູດ ຄົບຮອບ 30 ປີໃນປີ 2025 ນີ້ (ວັນທີ 25 ຕຸລາ 1995 - 25 ຕຸລາ 2025) ແລະ ເປັນການຢ້ຽມຢາມ ສ. ເກົາຫຼີ ໃນຮອບ 12 ປີ ໃນລະດັບການນຳສູງສຸດແຫ່ງ ສປປ ລາວ.
ປະທານປະເທດລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ

ປະທານປະເທດລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ພະນະທ່ານ ລີ ແຈ ມຽງ (H.E. Mr. LEE Jae Myung), ປະທານາທິບໍດີ ແຫ່ງ ສາທາລະນະລັດ ເກົາຫຼີ, ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມດ້ວຍພັນລະຍາ ໄດ້ນໍາພາຄະນະຜູ້ແທນຂອງ ສປປ ລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ ໃນລະຫວ່າງວັນທີ 14-15 ທັນວາ 2025 ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສປປ ລາວ ແລະ ສ.ເກົາຫຼີ ໃຫ້ນັບມື້ນັບແໜ້ນແຟ້ນ ແລະ ຂະຫຍາຍຕົວຍິ່ງໆຂຶ້ນ, ຊຶ່ງການຢ້ຽມຢາມດັ່ງກ່າວ ໄດ້ມີຂຶ້ນໃນທ່າມກາງບັນຍາກາດທີ່ສອງປະເທດ ສປປ ລາວ ແລະ ສ.ເກົາຫຼີ ພວມສະເຫຼີມສະຫຼອງສາຍພົວພັນທາງການທູດ ຄົບຮອບ 30 ປີ ໃນປີ 2025 ນີ້ (ວັນທີ 25 ຕຸລາ 1995 - 25 ຕຸລາ 2025) ແລະ ເປັນການຢ້ຽມຢາມ ສ. ເກົາຫຼີ ໃນຮອບ 12 ປີ ໃນລະດັບການນຳສູງສຸດແຫ່ງ ສປປລາວ.
ປະທານປະເທດ ຕ້ອນຮັບ ເລຂາທິການສະພາຄວາມໝັ້ນຄົງ ສ. ຣັດເຊຍ

ປະທານປະເທດ ຕ້ອນຮັບ ເລຂາທິການສະພາຄວາມໝັ້ນຄົງ ສ. ຣັດເຊຍ

ໃນວັນທີ 12 ທັນວາ ນີ້, ທ່ານ ທອງລຸນ ສີສຸລິດ ປະທານປະເທດແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ພົນເອກ ເຊີເກ ໂຊຍກູ ເລຂາທິການສະພາຄວາມໝັ້ນຄົງ ແຫ່ງ ສ. ຣັດເຊຍ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຄື່ອນເຮັດວຽກຢູ່ ສປປ ລາວ ໃນລະຫວ່າງວັນທີ 10-12 ທັນວານີ້.
ວາງກະຕ່າດອກໄມ້ໃນໂອກາດວັນເກີດປະທານໄກສອນ ພົມວິຫານ ຄົບຮອບ 105 ປີ

ວາງກະຕ່າດອກໄມ້ໃນໂອກາດວັນເກີດປະທານໄກສອນ ພົມວິຫານ ຄົບຮອບ 105 ປີ

ການນໍາຂັ້ນສູງພັກ-ລັດ ນໍາໂດຍສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະທານປະເທດແຫ່ງ ສປປ ລາວ ວາງກະຕ່າດອກໄມ້ຕໍ່ໜ້າຮູບປັ້ນຫຼໍ່ປະທານ ໄກສອນ ພົມວິຫານ ໃນວັນທີ 12 ທັນວາ 2025 ເນື່ອງໃນໂອກາດວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ (13 ທັນວາ 1920-13 ທັນວາ 2025).
ເພີ່ມເຕີມ