ທ່ານສະເຫຼີມໄຊກົມມະສິດຕ້ອນຮັບຄະນະຜູ້ແທນ ເຂດປົກຄອງພິເສດຮົງກົງສປ ຈີນ

ທ່ານສະເຫຼີມໄຊກົມມະສິດຕ້ອນຮັບຄະນະຜູ້ແທນ ເຂດປົກຄອງພິເສດຮົງກົງສປ ຈີນ
ຫວ່າງບໍ່ດົນມານີ້ທີ່ ກະຊວງການຕ່າງປະເທດ, ສະຫາຍ ສະເຫຼີມໄຊ ກົມມະສິດລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າພົບປະຂອງ ສະຫາຍ Algernon YAU ລັດຖະມົນຕີ ເສດຖະກິດ-ການຄ້າ ແລະ ສະຫາຍ Christopher HUI ລັດຖະມົນຕີການເງິນ ຂອງເຂດປົກຄອງພິເສດຮົງກົງສປ ຈີນ ພ້ອມດ້ວຍຄະນະໃນໂອກາດທີ່ເດີນທາງມາຢ້ຽມຢາມເຮັດວຽກຢູ່ ສປປ ລາວ.
         ໃນໂອກາດນີ້, ສະຫາຍ ສະເຫຼີມໄຊ ກົມມະສິດ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງຕໍ່ການຢ້ຽມຢາມ ສປປ ລາວ ໃນຄັ້ງນີ້ ຊຶ່ງເປັນການປະກອບສ່ວນອັນສໍາຄັນເຂົ້າໃນການເສີມຂະຫຍາຍສາຍພົວພັນ ແລະ ການຮ່ວມມື ລະຫວ່າງ ສປປ ລາວ ແລະ ຮົງກົງ, ພ້ອມທັງຕີລາຄາສູງຕໍ່ສາຍພົວພັນມິດຕະພາບອັນເປັນມູນເຊື້ອ, ການເປັນຄູ່ຮ່ວມຍຸດທະສາດຮອບດ້ານໝັ້ນຄົງຍາວນານຕາມທິດ 4 ດີແລະການເປັນຄູ່ຮ່ວມຊາຕາກໍາລາວ-ຈີນ, ຈີນ-ລາວລະຫວ່າງສອງພັກ, ສອງລັດແລະປະຊາຊົນສອງຊາດລາວ-ຈີນ ຊຶ່ງການພົວພັນຮ່ວມມືລາວ-ຈີນສືບຕໍ່ໄດ້ຮັບການເສີມຂະຫຍາຍຂຶ້ນຢ່າງຕໍ່ເນື່ອງແລະມີຜົນສຳເລັດຕົວຈິງ. ໃນຂະນະດຽວກັນ, ສະຫາຍ Algernon YAU ກໍໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ໄດ້ແຈ້ງໃຫ້ຊາບເຖິງຈຸດປະສົງຂອງການຢ້ຽມຢາມ ສປປ ລາວ ໃນຄັ້ງນີ້.
          ສອງຝ່າຍໄດ້ຕີລາຄາສູງຕໍ່ການພົວພັນຮ່ວມມືທາງດ້ານເສດຖະກິດ-ການຄ້າ ລະຫວ່າງ ສປປ ລາວ ແລະ ຮົງກົງ, ໂດຍສະເພາະແມ່ນການພົວພັນຮ່ວມມື ໃນຂອບ “ໜຶ່ງແລວໜຶ່ງເສັ້ນທາງ”, ຂອບການຄ້າເສລີອາຊຽນ-ຮົງກົງ ແລະ ຂອບການຮ່ວມມືເສດຖະກິດແບບຮອບດ້ານລະດັບພາກພື້ນ (RCEP) ຊຶ່ງໃນໄລຍະຫຼາຍປີທີ່ຜ່ານມາ, ການພົວພັນຮ່ວມມືສອງຝ່າຍໃນຂົງເຂດດັ່ງກ່າວ ແມ່ນມີທ່າທີ່ກ້າວຂະຫຍາຍຕົວຢ່າງຕໍ່ເນື່ອງ, ພ້ອມຍັງໄດ້ຍາດແຍ່ງເອົາໝາກຜົນອັນໂດດເດັ່ນ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ແລະ ຮົງກົງ. 
          ທັງສອງຝ່າຍຍັງໄດ້ສືບຕໍ່ແລກປ່ຽນຄໍາຄິດເຫັນ ຕໍ່ກັບການຜັນຂະຫຍາຍການພົວພັນຮ່ວມມືໃນຂະແໜງການຕ່າງໆທີ່ທັງສອງຝ່າຍມີທ່າແຮງຮ່ວມກັນ ເປັນຕົ້ນແມ່ນດ້ານການພັດທະນາພະລັງງານໝູນວຽນ ແລະ ພະລັງງານສະອາດ, ການເຊື່ອມໂຍງ ແລະ ເຊື່ອມຈອດທາງດ້ານຄົມມະນາຄົມຂົນສົ່ງ, ການພັດທະນາຊັບພະຍາກອນມະນຸດ ແລະ ການທ່ອງທ່ຽວ.  ພ້ອມນີ້, ຝ່າຍລາວ ໄດ້ແຈ້ງໃຫ້ຊາບ ກ່ຽວກັບ ການກະກຽມຄວາມພ້ອມໃນການເປັນປະທານອາຊຽນ ແລະ ການເປີດປີທ່ອງທ່ຽວ ຂອງ ສປປ ລາວ ໃນປີ 2024 ນີ້ ແລະ ຖືໂອກາດນີ້ ເຊື້ອເຊີນບັນດານັກທຸລະກິດ ແລະ ນັກທ່ອງທ່ຽວຮົງກົງໃຫ້ເຂົ້າມາ ສປປ ລາວ ຫຼາຍຂຶ້ນ. 
          ໃນໂອກາດດຽວກັນນີ້, ສະຫາຍ Algernon YAU ໄດ້ຕາງໜ້າໃຫ້ຄະນະ ສະແດງຄວາມຂອບໃຈອີກຄັ້ງ, ພ້ອມທັງສະແດງຄວາມຍິນດີຈະສືບຕໍ່ຊຸກຍູ້ເພີ່ມທະວີການຮ່ວມມືໃນຂະແໜງການຕ່າງໆທີ່ສອງຝ່າຍມີທ່າແຮງຮ່ວມກັນ, ຈະຊ່ວຍຊຸກຍູ້ໃຫ້ການສະໜັບສະໜູນ ສປປ ລາວ ໃນການເປັນປະທານອາຊຽນ ໃນປີ 2024 ທີ່ຈະມາເຖິງ, ຈະສືບຕໍ່ຊຸກຍູ້ເພີ່ມທະວີການຮ່ວມມືດ້ານທ່ອງທ່ຽວ, ການຄ້າ-ການລົງທຶນ ແລະ ການຂົນສົ່ງທາງອາກາດ ລະຫວ່າງ ຮົງກົງ ກັບ ອາຊຽນ ລວມທັງ ສປປ ລາວ.
ຂ່າວ-ພາບ: ກະຊວງການຕ່າງປະເທດ

ຄໍາເຫັນ

ຂ່າວການຮ່ວມມື

ງານວາງສະແດງສິນຄ້ານຳເຂົ້າສາກົນ

ງານວາງສະແດງສິນຄ້ານຳເຂົ້າສາກົນ

ງານວາງສະແດງສິນຄ້ານຳເຂົ້າ ຫຼື CIIE ຄັ້ງທີ8 ໄດ້ຈັດຂຶ້ນໃນວັນທີ 5 ພະຈິກນີ້ທີ່ສູນວາງສະແດງ ຫໍປະຊຸມແຫ່ງຊາດທີ່ເມືອງສິ່ງຜູ່ ນະຄອນຊຽງໄຮ້ ສປຈີນ ຈັດໂດຍກະຊວງການຄ້າຂອງຈີນ, ຊຶ່ງງານສະແດງດັ່ງກ່າວຈະດຳເນີນໄປຈົນເຖິງວັນທີ10 ພະຈິກນີ້
ແຜນການ 5 ປີ ຄັ້ງທີ 15​ຂອງ​ຈີນໄດ້​ວາດ​ພາບ​ມຸ່ງ​ໄປ​ຂ້າງ​ໜ້າ​ທີ່​ງົດ​ງາມ

ແຜນການ 5 ປີ ຄັ້ງທີ 15​ຂອງ​ຈີນໄດ້​ວາດ​ພາບ​ມຸ່ງ​ໄປ​ຂ້າງ​ໜ້າ​ທີ່​ງົດ​ງາມ

ກອງປະຊຸມຄົບຄະນະຄັ້ງທີ 4 ຂອງຄະນະກຳມະການສູນກາງພັກກອມມູນິດຈີນສະໄໝທີ XX ໄດ້ປິດ​ລົງ​ດ້ວຍ​ຜົນ​ສຳ​ເລັດ​ຢ່າງ​ຈົບ​ງາມເມື່ອ​ບໍ່​ດົນ​ມາ​ນີ້ ທີ່ນະຄອນຫຼວງປັກກິ່ງ. ກອງປະຊຸມຄັ້ງ​ນີ້ ໄດ້ພິຈາລະນາ ແລະ ຮັບຮອງເອົາຂໍ້ສະເໜີຂອງສູນກາງພັກກອມມູນິດຈີນກ່ຽວກັັບແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ 15, ອັນໄດ້ເປັນການ​ວາງ​ຄາດ​ໝາຍ​ຢ່າງຖີ່​ຖ້ວນ ແລະ ວາງແຜນຍຸດທະສາດ ສຳລັບການພັດທະນາເສດຖະກິດ-ສັງຄົມຂອງຈີນໃນ 5 ປີຂ້າງໜ້າ.
ງານລ້ຽງສະຫຼອງວັນຊາດສາທາລະນະລັດຕວັກກີ ຄົບຮອບ 102 ປີ

ງານລ້ຽງສະຫຼອງວັນຊາດສາທາລະນະລັດຕວັກກີ ຄົບຮອບ 102 ປີ

ສະຖານເອກອັກຄະລັດຖະທູດ ແຫ່ງ ສາທາລະນະລັດ ຕວັກກີ ປະຈໍາລາວ ໄດ້ຈັດງານ ສະ ເຫຼີມສະຫຼອງ (ວັນຊາດ) ວັນປະກາດເອກະລາດສາທາລະນະລັດຕວັກກີ ຄົບຮອບ 102 ປີ ຂຶ້ນໃນວັນທີ 29 ຕຸລາ ຜ່ານມາ ທີ່ໂຮງແຮມຄຣາວພລາຊາ ນະຄອນຫຼວງວຽງຈັນ. ເປັນກຽດເຂົ້າຮ່ວມໃນພິທີ ໂດຍ ທ່ານ ໂພໄຊ ໄຊຍະສອນ ລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ທ່ານ ໄມທອງ ທຳມະວົງສາ ຮອງລັດຖະມົນຕີ ກະຊວງການຕ່າງ ປະເທດ, ບັນດາທ່ານຮອງລັດຖະມົນຕີ ພ້ອມດ້ວຍແຂກຖືກເຊີນ.
ວິດີໂອສາລະຄະດີ ມືແຫ່ງຄວາມຫວັງ ສະແດງໃຫ້ເຫັນມິດຕະພາບ ລາວ-ຈີນ

ວິດີໂອສາລະຄະດີ ມືແຫ່ງຄວາມຫວັງ ສະແດງໃຫ້ເຫັນມິດຕະພາບ ລາວ-ຈີນ

ວິດີໂອສາລະຄະດີ “ມືແຫ່ງຄວາມຫວັງ” ທີ່ເນັ້ນໃສ່ມິດຕະພາບອັນຍາວນານລະຫວ່າງ ລາວ-ຈີນ ພ້ອມດ້ວຍກິດຈະກຳວັນເປີດບ້ານຮັບແຂກ ໂດຍມີຄຳຂວັນວ່າ “ແສງສະຫວ່າງໄປສູ່ການສຶກສາ, ສ້າງພັນທະມິດແມ່ນ້ຳຂອງ”. ກິດຈະກຳດັ່ງກ່າວ ໄດ້ຈັດຂຶ້ນ ໃນວັນທີ 30 ຕຸລາ ນີ້ ທີ່ນະຄອນຫຼວງວຽງຈັນ ໂດຍ ບໍລິສັດ ຕາຂ່າຍໄຟຟ້າພາກໃຕ້ຈີນ (CSG); ໃນໂອກາດດັ່ງກ່າວ, ທ່ານ ວັນໄຊ ຕະວິຍານ ອະດີດຮອງຫົວໜ້າໂຄສະນາອົບຮົມສູນກາງພັກ ໄດ້ກ່າວວ່າ: CSG ມີບົດບາດສຳຄັນໃນການສ້າງເສດຖະກິດລາວ ໃຫ້ຂະຫຍາຍຕົວ ແລະ ສົ່ງເສີມການຮ່ວມມືດ້ານພະລັງງານພາກພື້ນ. ກິດຈະກຳຄັ້ງນີ້ ບໍ່ພຽງແຕ່ຊ່ວຍເສີມສ້າງເສັ້ນທາງຄວາມຮ່ວມມືເທົ່ານັ້ນ, ຍັງຊ່ວຍເລິກເຊິ່ງຄວາມເຂົ້າໃຈ ແລະ ພັນທະມິດລະຫວ່າງປະຊາຊົນ ຈີນ-ລາວ ຜ່ານການບອກເລື່ອງ ແລະ ການແລກປ່ຽນວັດທະນະທຳ. ພ້ອມດຽວກັນນັ້ນ ຜົນງານນີ້ໄດ້ນຳໃຊ້ວິດີໂອສາລະຄະດີ “ມືແຫ່ງຄວາມຫວັງ” ເປັນສື່ກາງຊຶ່ງໄດ້ປະກອບສ່ວນໃນການສະທ້ອນຊີວິດການເປັນຢູ່ຂອງປະຊາຊົນ, ເຜີຍແຜ່ແນວທາງນະໂຍບາຍ ແລະ ເຕົ້າໂຮມຄວາມເປັນເອກະພາບ.
ອິນໂດເນເຊຍ ມີຄວາມຕ້ອງການຫຼາຍທີ່ຈະຊື້ສິນຄ້າຈາກລາວ

ອິນໂດເນເຊຍ ມີຄວາມຕ້ອງການຫຼາຍທີ່ຈະຊື້ສິນຄ້າຈາກລາວ

ການຮ່ວມມືດ້ານການຄ້າລະຫວ່າງ ສປປ ລາວ ແລະ ສາທາລະນະລັດ ອິນໂດເນເຊຍ ກຳລັງກ້າວເຂົ້າສູ່ໂອກາດໃໝ່ທີ່ໜ້າເພິ່ງພໍໃຈ, ພ້ອມດ້ວຍທ່າແຮງທາງການຄ້າທີ່ມີທ່າອ່ຽງເຕີບໂຕສູງ ໂດຍສະເພາະການເປີດຕະຫຼາດສຳລັບສິນຄ້າກະສິກຳ ແລະ ຜະລິດຕະພັນອາຫານແປຮູບຂອງລາວ.
ອົງການກວດສອບແຫ່ງລັດເຂົ້າຮ່ວມກອງປະຊຸມໃຫຍ່ສະຫະພັນສະຖາບັນກວດສອບສູງສຸດສາກົນ (ອິນໂຕຊາຍ)

ອົງການກວດສອບແຫ່ງລັດເຂົ້າຮ່ວມກອງປະຊຸມໃຫຍ່ສະຫະພັນສະຖາບັນກວດສອບສູງສຸດສາກົນ (ອິນໂຕຊາຍ)

ໃນລະຫວ່າງວັນທີ 27-31 ຕຸລານີ້, ຄະນະຜູ້ແທນຂອງອົງການກວດສອບແຫ່ງລັດ ສປປ ລາວ (ອກສລ) ຊຶ່ງນໍາໂດຍ ທ່ານ ວຽງທະວີສອນ ເທບພະຈັນ ກໍາມະການສໍາຮອງສູນກາງພັກ ປະທານອົງການກວດສອບແຫ່ງລັດ ພ້ອມດ້ວຍຄະນະ ໄດ້ເດີນທາງເຂົ້າຮ່ວມກອງປະຊຸມໃຫຍ່ ສະຫະພັນສະຖາບັນກວດສອບສູງສຸດສາກົນ (ອິນໂຕຊາຍ) ທີ່ຊາມ ເອວ ແຊັກ ປະເທດ ເອຢິບ. ກອງປະຊຸມຄັ້ງນີ້, ຜູ້ແທນທີ່ມາຈາກບັນດາສະຖາບັນກວດສອບສູງສຸດທົ່ວໂລກຫຼາຍກວ່າ 150 ປະເທດ, ມີຜູ້ແທນຫຼາຍກວ່າ 800 ຄົນເຂົ້າຮ່ວມ ແລະ ໃນພິທີເປີດກອງປະຊຸມອັນມີຄວາມໝາຍຄວາມສໍາຄັນ ໃຫ້ກຽດເຂົ້າຮ່ວມ ແລະ ມີຄຳເຫັນໃນພິທີເປີດກອງປະຊຸມ ໂດຍ ທ່ານ ມູສຕາຟາ ມາດບູລີ (Dr. Mostafa Madbouly) ນາຍົກລັດຖະມົນຕີ ແຫ່ງສາທາລະນະລັດເອຢິບ. ກ່າວຕ້ອນຮັບ ໂດຍທ່ານ ໂມຮາເມດ ເອ ເຟຊໍ ຢູດເຊບ(Mohamed El Faisal Youssef) ປະທານອົງການກວດສອບແຫ່ງລັດ ເອຢິບ ໃນນາມເຈົ້າພາບຈັດກອງປະຊຸມ ແລະ ປະທານອິນໂຕຊາຍຜູ້ຕໍ່ໄປ; ພ້ອມດຽວກັນນັ້ນ, ທ່ານ ນາງ ມາກິດ ກຮາກເກີ (Dr. Margit Kraker) ປະທານສານ (ກວດສອບ ໂອຕຣິດ, ໃນນາມເລຂາທິການ ອິນໂຕຊາຍ ແລະ ທ່ານ ວິຕານ ໂດ ເຣໂກ ຟີໂຮ (Vital do Rego Fiho) ປະທານສານກວດສອບບັນຊີ ເບຣຊິນ ໃນຖານະປະທານ ອິນໂຕຊາຍທີ່ໃກ້ຈະໝົດວາລະກໍມີຄຳເຫັນຕໍ່ກອງປະຊຸມ.
ຄະນະຜູ້ແທນນະຄອນດາໜັງ ຢ້ຽມຢາມແລະເຮັດວຽກຢູ່ແຂວງສາລະວັນ

ຄະນະຜູ້ແທນນະຄອນດາໜັງ ຢ້ຽມຢາມແລະເຮັດວຽກຢູ່ແຂວງສາລະວັນ

ວັນທີ29ຕຸລານີ້,ສະຫາຍຫງວຽນດິ່ງຫວີ໊ງຮອງເລຂາຜູ້ປະຈຳການພັກນະຄອນດາໜັງສສຫວຽດນາມໄດ້ເຄື່ອນໄຫວພົບປະ, ຢ້ຽມຢາມແລະເຮັດວຽກຢູ່ແຂວງສາລະວັນ, ໂດຍການຕ້ອນຮັບຂອງສະຫາຍດາວວົງພອນແກ້ວ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງພ້ອມຄະນະ ແລະຄະນະນໍາທັງສອງຝ່າຍເຂົ້າຮ່ວມ.
ລມຕ ຕ່າງປະເທດ ສປປ ລາວ ແລະ ສ ເກົາຫຼີ ພົບປະປຶກສາຫາລືການພົວພັນຮ່ວມມືສອງຝ່າຍ

ລມຕ ຕ່າງປະເທດ ສປປ ລາວ ແລະ ສ ເກົາຫຼີ ພົບປະປຶກສາຫາລືການພົວພັນຮ່ວມມືສອງຝ່າຍ

ໃນວັນທີ 27 ຕຸລາ ຜ່ານມາ, ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍກັບ ທ່ານ ໂຈ ຮຸນ (Cho Hyun) ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ເກົາຫຼີ, ໃນໂອກາດຕິດຕາມ ພະນະທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເດີນທາງເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ທີ່ ກົວລາລໍາເປີ ປະເທດມາເລເຊຍ.
ນາຍົກເຂົ້າຮ່ວມກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ແລະ ປິດກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47

ນາຍົກເຂົ້າຮ່ວມກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ແລະ ປິດກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47

ໃນວັນທີ 28 ຕຸລາ ນີ້ ທີ່ ກົວລາລໍາເປີ ປະເທດມາເລເຊຍ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ສືບຕໍ່ນໍາພາຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ-ຈີນ ຄັ້ງທີ 28, ກອງປະຊຸມສຸດຍອດສະເຫຼີມສະຫຼອງການພົວພັນຮ່ວມມືອາຊຽນ-ນິວຊີແລນ ແລະ ກອງປະຊຸມສຸດຍອດອາຊຽນ-ອົດສະຕຣາລີ ຄັ້ງທີ 5.
ລມຕ ກະຊວງການຕ່າງປະເທດ ລາວ ແລະ ຫວຽດນາມ ພົບປະປຶກສາຫາລືເພື່ອເສີມຂະຫຍາຍການພົວພັນຮ່ວມມື

ລມຕ ກະຊວງການຕ່າງປະເທດ ລາວ ແລະ ຫວຽດນາມ ພົບປະປຶກສາຫາລືເພື່ອເສີມຂະຫຍາຍການພົວພັນຮ່ວມມື

ໃນວັນທີ 27 ຕຸລາ ຜ່ານມາ, ສະຫາຍ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍກັບ ສະຫາຍ ເລ ຮວາຍ ຈູງ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສສ ຫວຽດນາມ, ໃນໂອກາດຕິດຕາມ ສະຫາຍ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເດີນທາງເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ທີ່ ກົວລາລໍາເປີ ປະເທດມາເລເຊຍ.
ເພີ່ມເຕີມ