ທ່າພະບາດມີຄວາມສະຫງົບ-ຄວາມເປັນລະບຽບຮຽບຮ້ອຍໂດຍພື້ນຖານ

ທ່າພະບາດມີຄວາມສະຫງົບ-ຄວາມເປັນລະບຽບຮຽບຮ້ອຍໂດຍພື້ນຖານ
ທ່ານ ສົມສົດ ແສງອາພອນ ກໍາມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງທ່າພະບາດ ແຂວງບໍລິຄໍາໄຊ ກ່າວວ່າ: ໃນປີ 2023 ການນໍາຂອງເມືອງໄດ້ສືບຕໍ່ນໍາພາກໍາລັງປ້ອງກັນຊາດ(ປກຊ)-ປ້ອງກັນຄວາມສະຫງົບ(ປກສ) ເຄື່ອນໄຫວຢ່າງຕັ້ງໜ້າໃນການປະຕິບັດວຽກງານວິຊາສະເພາະຂອງຕົນ ເຮັດໃຫ້ທົ່ວເມືອງມີຄວາມສະຫງົບ,ຄວາມເປັນລະບຽບຮຽບຮ້ອຍໂດຍພື້ນຖານ.
    ກອງບັນຊາການທະຫານເມືອງ ໄດ້ຕັ້ງໜ້າສູ້ຊົນຕາມແຜນງານ, ໂຄງການຂອງຕົນໃນການສ້າງບ້ານປ້ອງກັນຊາດໃນປີ 2023 ນີ້, ລົງປະເມີນການສ້າງຄອບຄົວ ແລະ ບ້ານປ້ອງກັນຊາດເຂັ້ມແຂງໄດ້ 14 ບ້ານ, ມາຮອດປັດຈຸບັນທົ່ວເມືອງມີບ້ານປ້ອງກັນຊາດທັງໝົດ 22 ບ້ານ ກວມເອົາ 84,61% ຂອງບ້ານທັງໝົດ. ຈັດກໍາລັງຕິດ ຕາມປ້ອງກັນການນໍາລົງເຄື່ອນໄຫວວຽກງານຢູ່ພາຍໃນເມືອງປ້ອງກັນຂົວ ແລະ ເສັ້ນທາງຫຼວງເລກທີ 13 ໃຕ້ໄດ້ 12 ຄັ້ງ, ອອກເຄື່ອນໄຫວສາລະເວຂອບເຂດຈຸດຫຼໍ່ແຫຼມໄດ້ 11 ຄັ້ງສາມາດຢຶດຂອງກາງໄດ້: ລົດຊີ້ງ 2 ຄັນ, ຈັກສະຕີນ 3 ຫົວ, ຈັກວີນ 2 ຫົວ, ໄມ້ 22 ຕັບ, ປືນແກັບ 7 ກະບອກ, ເປີດຊຸດອົບຮົມຫັດແອບການເມືອງ, ການທະຫານໃຫ້ກໍາລັງກອງຫຼອນເຂດພະບາດໄດ້ 1 ຄັ້ງ, ປັບປຸງກໍາລັງກອງຫຼອນບ້ານໄດ້ 3 ບ້ານຄື: ບ້ານຫາດໄຄ້,ບ້ານເລົ່າຄາ ແລະ ບ້ານນາແຄນ, ເປີດຊຸດອົບຮົມ-ຫັດແອບການສ້າງບ້ານປ້ອມໝັ້ນສູ້ຮົບໄດ້ 1 ບ້ານຄື: ບ້ານຫາດໄຄ້. 
    ກອງບັນຊາການ ປກສ ເມືອງໄດ້ປະກາດສ້າງຄອບຄົວ ແລະ ບ້ານປ້ອງກັນຄວາມສະຫງົບດີໄດ້ 24 ບ້ານເທົ່າກັບ 92,30%; ມີຄະດີເກີດຂຶ້ນ 118 ເລື່ອງ, ກັກຜູ້ຖືກຫາໄດ້ 98 ຄົນ, ມ້າງຄະດີຢາເສບຕິດໄດ້ທັງໝົດ 39 ລາຍ, ກັກຜູ້ຖືກຫາ 57 ຄົນ, ຢຶດຂອງກາງ: ຢາເສບຕິດ (ຢາບ້າ) ຈໍານວນ 5.294 ເມັດ, ປືນປະດິດ 1 ກະບອກໃບກະທ້ອມ 12,9 ກິໂລ, ຢາແກ້ໄອຈໍານວນ 29 ຂວດ; ອຸບັດເຫດເກີດຂຶ້ນທັງໝົດ 58 ລາຍ, ໄດ້ຮັບບາດເຈັບທັງໝົດ 106 ຄົນ, ເສຍຊີວິດ 14 ຄົນ; ອັກຄີໄພເກີດຂຶ້ນ 6 ເລື່ອງ, ຜົນເສຍຫາຍເຮືອນ 1 ຫຼັງ, ສວນຢາງພາລາ 2 ສວນ. 
    ສໍາລັບປີ 2024 ຈະມາເຖິງນີ້, ເມືອງຈະສືບຕໍ່ມອບໃບຢັ້ງຢືນຄອບຄົວ ແລະ ບ້ານປ້ອງກັນຊາດເຂັ້ມແຂງທີ່ຍັງເຫຼືອ 4 ບ້ານໃຫ້ສໍາເລັດ, ສ້າງແຜນອອກເຄື່ອນໄຫວຕາມຂອບເຂດຮັບຜິດຊອບ ແລະ ຂອບເຂດຊາຍແດນເຊື່ອມຕໍ່ບັນດາຈຸດຫຼໍ່ແຫຼມເມືອງຕໍ່ເມືອງ, ກຽມພ້ອມປ້ອງກັນ ແລະ ຊ່ວຍເຫຼືອການເກີດໄພພິບັດທີ່ອາດຈະເກີດຂຶ້ນ,ຈັດຕັ້ງອົບຮົມ-ຫັດແອບການເມືອງ, ການທະຫານໃຫ້ກອງຫຼອນໃຫ້ໄດ້ 2 ຊຸດ, ລົງປັບປຸງກໍາລັງກອງຫຼອນບ້ານໃຫ້ໜັກແໜ້ນເຂັ້ມແຂງ, ສືບຕໍ່ສ້າງແຜນອົບຮົມ-ຫັດແອບວຽກງານປ້ອງກັນຊາດ, ການສ້າງບ້ານປ້ອມໝັ້ນ, ກຸ່ມບ້ານສູ້ຮົບຕິດລຽນຂອບເຂດທົ່ວເມືອງໃຫ້ໄດ້ຢ່າງຕໍ່ເນື່ອງ. ສ່ວນວຽກງານປ້ອງກັນຄວາມສະຫງົບຈະສຸມໃສ່ຈັດຕັ້ງປະຕິບັດ 5 ຄາດໝາຍ, 4 ບຸກທະລຸ, 6 ແຜນການ ແລະ 19 ໂຄງການທີ່ຄະນະພັກ-ຄະນະບັນຊາໄດ້ກໍານົດໄວ້ຕິດພັນກັບການແກ້ໄຂບັນຫາປະກົດການຫຍໍ້ທໍ້ຕ່າງໆ ເປັນຕົ້ນແມ່ນການແກ້ໄຂບັນຫາ 4 ເຖື່ອນ, ລົງກໍ່ສ້າງຮາກຖານເຂດຈຸດສຸມຂອງເມືອງ.
ຂ່າວ:  ຕະວິນຍານ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາມີທ່າແຮງຫຼາຍດ້ານ ໂດຍສະເພາະວຽກງານວັດທະນະທໍາ ພົ້ນເດັ່ນໃນການອະນຸລັກຮັກສາ, ຟື້ນຟູ ແລະ ສົ່ງເສີມຄຸນຄ່າທາງວັດທະນະທໍາຂອງທ້ອງຖິ່ນໃຫ້ຍືນຍົງ ຄຽງຄູ່ກັບການພັດທະນາ.
ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ພິທີເປີດນຳໃຊ້ ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ ຢູ່ເມືອງຫົງສາ ແຂວງໄຊຍະບູລີ ໄດ້ຈັດຂຶ້ນໃນວັນທີ 22 ທັນວາຜ່ານມານີ້, ໂດຍການເຂົ້າຮ່ວມຂອງທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດແຫ່ງ ສປປ ລາວ, ມີທ່ານ ຈັນທະບູນ ສຸກອາລຸນ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ເພັງນິລັນ ຄຳພັນເພັງ ປະທານສະພາປະຊາຊົນແຂວງ, ການນຳຂອງແຂວງ, ເມືອງຫົງສາ, ເມືອງເງິນ, ບໍລິສັດໄຟຟ້າຫົງສາ ຈຳກັດ, ບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ, ແຂກຖືກເຊີນ ແລະ ພະນັກງານບໍລິສັດດັ່ງກ່າວເຂົ້າຮ່ວມ.
ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ໃນວັນທີ 20 ທັນວາຜ່ານມານີ້, ທີ່ໂຮງແຮມ ລາວພລາຊາ ນະຄອນຫຼວງວຽງຈັນ ໄດ້ມີ ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ. ພິທີດັ່ງກ່າວຈັດຂຶ້ນໂດຍ ທ່ານນາງ ໂພສີ ພົມກອງ ພ້ອມດ້ວຍລູກຫຼານ ເພື່ອແນະນຳປຶ້ມ “ປະຫວັດສາດ ສັງຄົມ ແລະ ວັດທະນະທຳ” ຢ່າງເປັນທາງການ ພ້ອມທັງຈັດພິທີລະນຶກເຖິງຊີວິດ ແລະ ຜົນງານອັນຍືນຍົງຂອງທ່ານ ຄຳມາ ພົມກອງ ຊຶ່ງແມ່ນນັກປະພັນ, ນັກກະວີ, ນັກວັດທະນະທຳ-ສັງຄົມ, ນັກເຄື່ອນໄຫວປະຕິວັດ ແລະ ລູກຊາຍຜູ້ອຸທິດຕົນໃຫ້ແກ່ຊາດລາວ.
ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ວັນທີ 25 ທັນວານີ້ ຢູ່ທີ່ໂຮງຮຽນສາທາລະນະສຸກວຽງຈັນ ແຂວງວຽງຈັນ ໄດ້ສະຫຼຸບການເຄື່ອນໄຫວວຽກງານ ໃນສົກປີ 2024-2025 ແລະ ວາງທິດທາງແຜນການສົກປີ 2025-2026 ໂດຍການເຂົ້າຮ່ວມຂອງ ທ່ານ ບຸນເສີດ ແກ້ວປະສິດ ຫົວໜ້າກົມຈັດຕັ້ງ ກະຊວງສາທາລະນະສຸກ, ທ່ານ ສີໂຫ ແສງສະຫວ່າງ ຮອງຫົວໜ້າພະແນກສາທາລະນະສຸກແຂວງວຽງຈັນ, ມີແຂກຖືກເຊີນຈາກພາກສ່ວນກ່ຽວຂ້ອງ ແລະ ນັກສຶກສາເຂົ້າຮວມ.
ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ເພີ່ມເຕີມ