ທ່ານ ພົຈວ ກີ້ ຈັນທະວົງສາ ຮອງຫົວໜ້າຫ້ອງວ່າການກະຊວງ ປກສ ໄດ້ສະເໜີໂດຍຫຍໍ້ຮ່າງດຳລັດ ວ່າດ້ວຍຖານຂໍ້ມູນພົນລະເມືອງ ແລະ ບັດປະຈຳຕົວ ຊຶ່ງປະກອບມີ 11 ໝວດ, 45 ມາດຕາ, ດຳລັດສະບັບນີ້ ກຳນົດຫຼັກການ, ລະບຽບການ ແລະ ມາດຕະການກ່ຽວກັບການຄຸ້ມຄອງ ແລະ ຕິດຕາມກວດກາວຽກງານຖານຂໍ້ມູນພົນລະເມືອງ ແລະ ບັດປະຈຳຕົວເພື່ອເຮັດໃຫ້ວຽກງານດັ່ງກ່າວມີປະສິດທິພາບ ແລະ ປະສິດທິຜົນ ແນໃສ່ເຮັດໃຫ້ຖານຂໍ້ມູນພົນລະເມືອງ ແລະ ບັດປະຈຳຕົວຖືກຕ້ອງ, ຊັດເຈນ, ທັນສະໄໝ, ວ່ອງໄວ ແລະ ເປັນເອກະພາບພາຍໃນຂອບເຂດທົ່ວປະເທດ, ຮັບປະກັນຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ ແລະ ປອດໄພຂອງສັງຄົມ ປະກອບສ່ວນເຂົ້າໃນການປົກປັກຮັກສາ ແລະ ພັດທະນາປະເທດຊາດ.
ໃນກອງປະຊຸມໄດ້ມີຄຳຖາມເຈາະຈີ້ມເພື່ອຮັບປະກັນໃຫ້ການປະກອບຄຳຄິດເຫັນຂອງບັນດາຜູ້ເຂົ້າຮ່ວມກອງປະຊຸມ ເປັນຕົ້ນແມ່ນການກຳນົດໂຄງຮ່າງ, ບັນດາໝວດ, ມາດຕາ ເຫັນວ່າຖືກຕ້ອງສອດຄ່ອງ ແລະ ເໝາະສົມແລ້ວບໍ່; ພ້ອມດຽວກັນນີ້ ຕາງໜ້າບັນດາກະຊວງ, ອົງການໄດ້ພ້ອມກັນປະກອບຄຳຄິດເຫັນໃສ່ຮ່າງດຳລັດສະບັບດັ່ງກ່າວ ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດການຄົ້ນຄວ້າສ້າງຮ່າງດໍາລັດວ່າດ້ວຍຖານຂໍ້ມູນພົນລະເມືອງ ແລະ ບັດປະຈຳຕົວມີປະສິດທິພາບ, ປະສິດທິຜົນ ທັນເຂົ້າຜ່ານກອງປະຊຸມສະໄໝສາມັນຂອງລັດຖະບານປະຈໍາປີ 2025 ໃຫ້ສໍາເລັດຕາມຄາດໝາຍທີ່ວາງໄວ້.
ຂ່າວ: ບຸນພະຈັນ
ຄໍາເຫັນ