ມູນເຊື້ອປະຕິວັດຂອງສະຫະພັນກໍາມະບານລາວ

ທາດແທ້ມູນເຊື້ອປະຕິວັດຂອງສະຫະພັນກໍາມະບານລາວ

ທາດແທ້ມູນເຊື້ອປະຕິວັດຂອງສະຫະພັນກໍາມະບານລາວ
ໂດຍ: ພູວັນ ພາຍໃຕ້ການນຳພາຂອງພັກປະຊາຊົນ ປະຕິວັດລາວ ພັກໄດ້ມອບໝາຍພາລະກິດອັນໃຫຍ່ຫຼວງໃຫ້ແກ່ອົງການຈັດຕັ້ງກໍາມະບານລາວ

 

 ທີ່ເປັນອົງການຕົວແທນແຫ່ງການປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທໍາຂອງກໍາມະກອນ ແລະ ຊາວຜູ້ອອກແຮງງານລາວບັນດາເຜົ່າໃນຂອບເຂດທົ່ວປະເທດ.

ຊຶ່ງທາດແທ້ມູນເຊື້ອປະຕິວັດຂອງສະຫະພັນກໍາມະບານລາວ ໄດ້ສະແດງອອກພົ້ນເດັ່ນຜ່ານແຕ່ລະໄລຍະໂດຍສັງເຂບຄື: ໃນປີ 1893 ປະເທດລາວຕົກຢູ່ໃຕ້ແອກປົກຄອງຂອງພວກລ່າເມືອງຂຶ້ນຝຣັ່ງ, ພວກເຂົາໄດ້ເຂັ່ນຂ້າປະຊາຊົນຜູ້ອອກແຮງງານລາວບັນດາເຜົ່າຢ່າງໂຫດຮ້າຍທາລຸນ; ໂດຍສະເພາະພາຍຫຼັງສົງຄາມໂລກຄັ້ງທີ I ພວກເຂົາໄດ້ເພີ່ມທະວີການລົງທຶນເຂົ້າໃສ່ການຂຸດຄົ້ນວັດຖຸດິບ ແລະ ນໍາເອົາສິນຄ້າເຂົ້າມາຂາຍຢູ່ປະເທດຂອງພວກເຮົາ ແລະ ຊາວຕ່າງດ້າວຈໍານວນໜຶ່ງກໍໄດ້ລົງທຶນເຂົ້າໃນການດໍາເນີນການທຸລະກິດຕາມແບບນາຍທຶນ ຊຶ່ງໃນເວລານັ້ນ, ພວກເຂົາໄດ້ທຸ້ມເທກໍາລັງແຮງເຂົ້າໃນການຂຸດຄົ້ນແຮ່ກົ່ວຢູ່ບໍ່ໂພນຕິ້ວ ແລະ ບໍ່ແໜ່ງແຂວງຄຳມ່ວນທາງພາກກາງຂອງລາວໂດຍບັງຄັບເກັບເກນເອົາຊາວໄຮ່ນາໄປເປັນກໍາມະກອນຮັບຈ້າງເປັນກຸລີຮັບໃຊ້ເຂົາເຈົ້າຕາມລະດູການ ຫຼືເອີ້ນວ່າກໍາມະກອນລະດູການເພື່ອສະໜອງໃຫ້ແກ່ການຂຸດຄົ້ນບໍ່ແຮ່ຂອງພວກເຂົາຈຶ່ງໄດ້ສ້າງໂຮງຈັກໄຟຟ້າຢູ່ບາງຕົວເມືອງ ແລະ ຕັ້ງບໍລິສັດຂົນສົ່ງທາງນໍ້າ, ສ້າງໂຮງເລື່ອຍໄມ້, ໂຮງສີເຂົ້າ.... ຈາກນັ້ນຈຶ່ງເກີດມີກໍາມະກອນປະຈໍາ ຫຼືເອີ້ນວ່າກຳມະກອນອາຊີບ. ເຫດການທີ່ກ່າວມານັ້ນ, ຊົນຊັ້ນກໍາມະກອນລາວໄດ້ກໍາເນີດ ແລະ ປະກົດຕົວຂຶ້ນໃນເງື່ອນໄຂປະຫວັດສາດທີ່ລະອິດລະອ້ຽວ, ແຕ່ນັ້ນມາຊົນຊັ້ນກໍາມະກອນລາວກໍນັບມື້ມີການຂະຫຍາຍຕົວຂຶ້ນຢ່າງຕໍ່ເນື່ອງ.

ພາຍໃຕ້ການປົກຄອງຂອງພວກລ່າເມືອງຂຶ້ນຝຣັ່ງ, ກຳມະກອນລາວໄດ້ຖືກກົດຂີ່ຂູດຮີດແຮງງານຢ່າງໜັກໜ່ວງທາງດ້ານເສດຖະກິດ, ວັດທະນະທຳ-ສັງຄົມ, ພວກເຂົາບັງຄັບກຳມະກອນອອກແຮງງານ14-16 ຊົ່ວໂມງຕໍ່ວັນ, ອອກແຮງງານຫຼາຍຄ່າຕອບແທນໜ້ອຍ, ຖືກຕັດເງິນເດືອນ, ໄລ່ອອກການໂດຍບໍ່ມີເຫດຜົນພຽງພໍ, ຖືກທຸບຕີທໍລະມານຢ່າງແສນສາຫັດຈາກພວກນາຍທຶນ, ມີຄວາມສ່ຽງອັນຕະລາຍຕໍ່ການອອກແຮງງານ. ຊີວິດການເປັນຢູ່ຂອງກຳມະກອນ, ຜູ້ອອກແຮງງານ ແລະ ປະຊາຊົນລາວບັນດາເຜົ່າອຶດຢາກຍາກແຄ້ນ, ບໍ່ໄດ້ຮັບຄວາມເປັນທຳ, ຂາດສິດເສລີພາບທາງດ້ານການເມືອງ ແລະ ກົດໝາຍ, ບໍ່ໄດ້ຮັບການດູແລດ້ານສະຫວັດດີການສັງຄົມ, ບໍ່ໄດ້ຮັບການສຶກສາຮໍ່າຮຽນ ແລະ ອື່ນໆ; ໂທດກຳອັນໂຫດຮ້າຍປ່າເຖື່ອນຂອງລັດທິລ່າເມືອງຂຶ້ນທີ່ໄດ້ກະທຳຕໍ່ຊົນຊັ້ນກຳມະກອນ ແລະ ຊາວຜູ້ອອກແຮງງານລາວບັນດາເຜົ່າໄດ້ສ້າງຄວາມເຈັບແສບ ແລະ ຄຽດແຄ້ນທີ່ສຸດສຳລັບຄົນລາວທຸກຄົນ.

ໂດຍສືບທອດມູນເຊື້ອຮັກຊາດອັນແຮງກ້າ, ເດັດຂາດບໍ່ອ່ອນຍອມຂອງບັນພະບູລຸດລາວ, ຍ້ອນທົນຕໍ່ການກົດຂີ່ຂູດຮີດຂອງພວກລ່າເມືອງຂຶ້ນ ແລະ ພວກສັກດີນາປະຕິການບໍ່ໄດ້, ກຳມະກອນ, ຜູ້ອອກແຮງງານ ແລະ ປະຊາຊົນລາວບັນດາເຜົ່າຈຶ່ງໄດ້ລຸກຂຶ້ນຕໍ່ສູ້ຢ່າງອົງອາດກ້າຫານຫຼາຍໆຄັ້ງ ເປັນຕົ້ນການຕໍ່ສູ້ຂອງກໍາມະກອນຢູ່ບໍ່ກົ່ວໂພນຕີ້ວ; ກໍາມະກອນໄຟຟ້າວຽງຈັນ; ກໍາມະກອນແລ່ນເຮືອຈັກຈໍາປາສັກ; ຫຼວງພະບາງ; ກໍາມະກອນສ້າງທາງເລກ 9 ແລະ ພາກສ່ວນອື່ນໆ, ເພື່ອຕ້ານຕໍ່ການເກັບສ່ວຍອາກອນ, ການບັງຄັບເກັບເກນໄປເປັນກຸລີ, ການທຸບຕີທໍລະມານ, ການຈັບກຸມຄຸມຂັງອັນປ່າເຖື່ອນຂອງພວກເຂົາ, ກໍາມະກອນຈຶ່ງໄດ້ລຸກຂຶ້ນຕໍ່ສູ້ໂດຍເລີ່ມຈາກການ

ຕໍ່ສູ້ທີ່ມີລັກສະນະເກີດຂຶ້ນເອງໄດ້ກາຍເປັນຂະບວນແຜ່ລາມອອກຢ່າງກວ້າງຂວາງໃນທົ່ວປະເທດ, ໄດ້ນຳພາໂດຍບັນພະບູລຸດຜູ້ຮັກຊາດແຕ່ເໜືອຮອດໃຕ້ຕໍ່ສູ້ຕ້ານພວກລ່າເມືອງຂຶ້ນຢ່າງດຸເດືອດແຕ່ຂະບວນການຕໍ່ສູ້ໄລຍະນັ້ນບໍ່ໄດ້ຮັບໄຊຊະນະຍ້ອນບໍ່ມີພັກນຳພາ.

ມາຮອດວັນທີ 3 ກຸມພາ 1930 ພັກກອມມູນິດອິນດູຈີນໄດ້ຮັບການສ້າງຕັ້ງຂຶ້ນ, ພາຍໃຕ້ແສງສະຫວ່າງຂອງລັດທິມາກ-ເລນິນ ຊຶ່ງແມ່ນສະຫາຍ ໂຮ່ຈິມິນ ນັກຮົບຜູ້ລໍ້າເລີດ ເປັນຜູ້ຊີ້ນໍາໂດຍກົງ, ພັກໄດ້ວາງແນວທາງຍຸດທະສາດ, ຍຸດໂທບາຍຂອງການປະຕິວັດອິນດູຈີນອອກຢ່າງລະອຽດ; ຊີ້ໃຫ້ເຫັນຊາຕາກໍາຂອງປະຊາຊົນ 3 ປະເທດທີ່ຕົກເປັນຫົວເມືອງຂຶ້ນຂອງຈັກກະພັດລ່າເມືອງຂຶ້ນຝຣັ່ງ, ຍົກໃຫ້ເຫັນຂໍ້ຂັດແຍ່ງພື້ນຖານໃນອິນດູຈີນແມ່ນຂໍ້ຂັດແຍ່ງລະຫວ່າງກໍາມະກອນ-ຊາວນາ ແລະ ປະຊາຊົນຜູ້ອອກແຮງງານກັບຈັກກະພັດລ່າເມືອງຂຶ້ນຝຣັ່ງ, ສັກດີນາ, ເຈົ້າທີ່ດິນ ແລະ ນາຍທຶນ. ບົນພື້ນຖານຂອງຂະບວນການກໍາມະກອນໃນ 3 ປະເທດອິນດູຈີນ, ພັກໄດ້ສ້າງຕັ້ງ ແລະ ນໍາພາໜ່ວຍກໍາມະບານຢູ່ບໍ່ກົ່ວ, ໂຮງໄຟຟ້າ ແລະທ່າເຮືອຢູ່ໃນລາວໂດຍແມ່ນໜ່ວຍກໍາມະບານໄດ້ເຄື່ອນໄຫວເຕົ້າໂຮມຄວາມສາມັກຄີຊົນຊັ້ນກຳມະກອນ ແລະ ຊາວຜູ້ອອກແຮງງານລາວບັນດາເຜົ່າ, ປຸກລະດົມຂົນຂວາຍກໍາມະກອນດໍາເນີນການຕໍ່ສູ້ ຊຶ່ງໄດ້ລະເບີດຂຶ້ນເປັນເທື່ອທໍາອິດຢູ່ບໍ່ກົ່ວໂພນຕີ້ວໃນລະຫວ່າງປີ 1932-1933 ອັນເປັນຂີດໝາຍແຫ່ງບາດລ້ຽວໃໝ່ຂອງຂະບວນການຕໍ່ສູ້ຊົນຊັ້ນກໍາມະກອນລາວສະແດງໃຫ້ເຫັນວ່າໜ່ວຍກໍາມະບານໄດ້ເກີດມີໜໍ່ແໜງເຄື່ອນໄຫວປະຕິວັດໂດຍແມ່ນພັກກອມມູນິດອິນດູຈີນເປັນຜູ້ຂົນຂວາຍສ້າງຕັ້ງ ແລະຊີ້ນໍາ-ນໍາພາໃນເວລານັ້ນ.ຕໍ່ຈາກນັ້ນມາການປະຕິວັດຂອງປະເທດເຮົາກໍໄດ້ເຕີບໃຫຍ່ຂຶ້ນເລື້ອຍໆ.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ບໍລິສັດ ໄບຣຊອຍສ ມອບເຄື່ອງຊ່ວຍເຫຼືອໃຫ້ນັກຮຽນເຂດຫ່າງໄກສອກຫຼີກ

ບໍລິສັດ ໄບຣຊອຍສ ມອບເຄື່ອງຊ່ວຍເຫຼືອໃຫ້ນັກຮຽນເຂດຫ່າງໄກສອກຫຼີກ

ບໍລິສັດ ໄບຣຊອຍສ ຈໍາກັດຜູ້ດຽວ ໄດ້ນໍາເຄື່ອງຊ່ວຍເຫຼືອປະເພດເກີບແພຈໍານວນ 100 ກວ່າຄູ່ ມາມອບໃຫ້ໜັງສືພິມປະຊາຊົນ ເພື່ອນໍາໄປມອບຕໍ່ໃຫ້ນັກຮຽນຢູ່ເຂດຫ່າງໄກສອກຫຼີກ ໃນວັນທີ 1 ກໍລະກົດນີ້ ທີ່ສໍານັກງານໜັງສືພິມປະຊາຊົນ ກ່າວມອບໂດຍທ່ານນາງ ລັດຕະນະໄຊ ແສນກີດຈະນຸລັກ ຜູ້ອໍານວຍການບໍລິສັດ ໄບຣຊອຍສ ຈໍາກັດຜູ້ດຽວ (BRIGHT CHOICE) ພ້ອມດ້ວຍຄອບຄົວ ໂດຍການກ່າວຮັບຂອງທ່ານ ວັນໄຊ ຕະວິນຍານ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ຫົວໜ້າບັນນາທິການໃຫຍ່ໜັງສືພິມປະຊາຊົນ.
ປະກາດເລື່ອນຊັ້ນ-ເລື່ອນທຽບຊັ້ນໃຫ້ນາຍທະຫານ

ປະກາດເລື່ອນຊັ້ນ-ເລື່ອນທຽບຊັ້ນໃຫ້ນາຍທະຫານ

ກົມໃຫຍ່ການເມືອງກອງທັບ ປະກາດເລື່ອນຊັ້ນ-ເລື່ອນທຽບຊັ້ນໃຫ້ນາຍທະຫານ ແລະ ປະດັບທຽບຊັ້ນໃຫ້ນັກ ຮຽນທີ່ຈົບຈາກສາຍລັດຢູ່ບັນດາກົມກອງທີ່ຂຶ້ນກັບກົມໃຫຍ່ການເມືອງກອງທັບ ຂຶ້ນໃນວັນທີ 30 ມິຖຸນາຜ່ານມາ ໂດຍການເປັນປະທານຂອງ ສະຫາຍ ພົນຕີ ວົງສອນ ອິນປານພິມ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ມີຫົວໜ້າກົມໃຫຍ່ການເມືອງກອງທັບ, ຄະນະພັກ-ຄະນະບັນຊາກົມ, ຫ້ອງການ, ກອງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ເມືອງໂຂງ ປາຖະກະຖາວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 70 ປີ,

ເມືອງໂຂງ ປາຖະກະຖາວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 70 ປີ,

ພິທີປາຖະກະຖາວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 70 ປີ (20 ກໍລະກົດ 1955-20 ກໍລະກົດ 2025) ຕິດພັນກັບການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຜູ້ແທນແມ່ຍິງແຂວງຈຳປາສັກ ຄັ້ງທີ VIII, ມະຕິກອງປະຊຸມວິສາມັນຄົບຄະນະບໍລິຫານງານແມ່ຍິງແຂວງສະໄໝທີ 8 ທີ່ເມືອງ ໂຂງ ແຂວງຈຳປາສັກ ຂຶ້ນໃນວັນທີ 1 ກໍລະກົດນີ້ ທີ່ສະໂມສອນຂອງເມືອງ ໂດຍການເຂົ້າຮ່ວມຂອງທ່ານ ນາງ ເຕດາວັນ ແກ້ວພິລາວັນ ກຳມະການພັກແຂວງ ປະທານສະຫະພັນແມ່ຍິງແຂວງ, ມີບັນດາທ່ານໃນຄະນະບໍລິຫານງານພັກເມືອງ, ກຳມະການພັກເມືອງ, ປະທານສະຫະພັນແມ່ຍິງເມືອງ, ຄະນະບໍລິຫານງານສະຫະພັນແມ່ຍິງເມືອງ, ພະນັກງານອາວຸໂສບຳນານເຂົ້າຮ່ວມຢ່າງພ້ອມພຽງ.
ປາກກະດິງ ປະດັບຫຼຽນກາລະນຶກ 70 ປີ ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ

ປາກກະດິງ ປະດັບຫຼຽນກາລະນຶກ 70 ປີ ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ

ພິທີປະດັບຫຼຽນກາລະນຶກ 70 ປີ, ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ແລະ ມອບໃບຍ້ອງຍໍຜົນງານການກະກຽມກອງປະຊຸມໃຫຍ່ຄັງທີ VIII ຂອງອົງຄະນະພັກເມືອງປາກກະດິງ ພ້ອມທັງອະນຸມັດພະນັກງານເຂົ້າຮັບອຸດໜູນບຳນານ ໄດ້ຈັດຂຶ້ນເມື່ອບໍ່ດົນຜ່ານມານີ້ ຢູ່ທີ່ຫ້ອງປະຊຸມ ກຸ່ມເສດຖະກິດຂອງເມືອງ. ພາຍໄຕ້ການເປັນປະທານຂອງທ່ານ ບຸນຄົບ ຈັນທະວົງ ເລຂາຄະນະບໍລິຫານງານພັກເມືອງປາກກະດິງ.
ໄຊພູທອງ ປັກດໍາເຂົ້ານາປີໄດ້ແລ້ວ 3,450 ເຮັກຕາ

ໄຊພູທອງ ປັກດໍາເຂົ້ານາປີໄດ້ແລ້ວ 3,450 ເຮັກຕາ

ຕາມການລາຍງານຂອງ ທ່ານ ສຸວັນ ໄຊຍະມັງດາລາ ຫົວໜ້າຫ້ອງການກະສິກໍາ ແລະ ປ່າໄມ້ເມືອງໄຊພູທອງ ແຂວງສະຫວັນນະເຂດ ໃນຄັ້ງວັນທີ 1 ກໍລະກົດນີ້ວ່າ: ສໍາລັບແຜນການຜະລິດເຂົ້ານາປີນີ້ ມີເນື້ອທີ່ 14,351.35 ເຮັກຕາ ຄາດຂະເນສະມັດຕະພາບ 5 ໂຕນ/ເຮັກຕາ, ຄາດຄະເນຜົນຜະລິດ 71,756.75 ໂຕນ, ແຜ່ນການຈັດຕັ້ງປະຕິບັດ 1,590.4 ເຮັກຕາ, ໃນລະບົບຊົນລະປະທານ 200 ເຮັກຕາ. ການປູກເຂົ້າລະດູຝົນແຜນ 14,351.35 ເຮັກຕາ, ແນວປູກ 861.06 ໂຕນ, ປະຕິບັດໄດ້ແລ້ວ 819.54 ໂຕນ ເທົ່າກັບ 94.82%, ໄຖຮຸດສໍາເລັດ 94.82% ເທົ່າກັບ 13,607.95 ເຮັກຕາ, ຕົກກ້າແລ້ວ 450 ໂຕນ ເທົ່າກັບ 52.26% ຂອງແນວປູກທັງໝົດ, ນາວ່ານໄດ້ 5,760 ເຮັກຕາ, ແນວປູກ 345.6 ໂຕນ ເທົ່າກັບ 40.13% ຂອງແນວປູກທັງໝົດ, ນາຢອດໄດ້ 349 ເຮັກຕາ, ແນວປູກ 20.94 ໂຕນ ເທົ່າກັບ 2.43% ຂອງແນວປູກທັງໝົດ, ປັກດຳໄດ້ແລ້ວ 3,450 ເຮັກຕາ ເທົ່າກັບ 40%, ລວມປະຕິບັດໄດ້ທັງໝົດ 11,848.44 ເັກຮຕາ ເທົ່າກັບ 82.56%
ສື່ມວນຊົນສໍາເລັດຊຸດອົບຮົມການລາຍງານຂ່າວສີຂຽວ

ສື່ມວນຊົນສໍາເລັດຊຸດອົບຮົມການລາຍງານຂ່າວສີຂຽວ

ບັນດາສື່ມວນຊົນຈາກແຂວງພາກກາງ ສຳເລັດການເຂົ້າຮ່ວມຝຶກອົບຮົມການລາຍງານຂ່າວສີຂຽວຢູ່ນະຄອນຫຼວງວຽງຈັນ ໃນລະຫວ່າງວັນທີ 23-27 ມິຖຸນາ ຜ່ານມາ ເພື່ອສົ່ງເສີມການພັດທະນາແບບຍືນຍົງໃນ ສປປ ລາວ ໂດຍການສະໜັບສະໜູນຈາກໂຄງການສ້າງຄວາມເຂັ້ມແຂງໃຫ້ແກ່ສື່ມວນຊົນ (ແກມຊິວ).
ຫັດຖະກໍາຕໍ່າຫູກຕິດພັນກັບແມ່ຍິງຈາກອາຊີບສໍາຮອງກາຍເປັນອາຊີບຫຼັກ

ຫັດຖະກໍາຕໍ່າຫູກຕິດພັນກັບແມ່ຍິງຈາກອາຊີບສໍາຮອງກາຍເປັນອາຊີບຫຼັກ

ໂດຍ: ແສງຈັນ ແມ່ຍິງລາວ ແມ່ນຜູ້ທີ່ມີຄວາມອົດທົນ, ດຸໝັ່ນໃນໜ້າທີ່ວຽກງານ ເປັນຕົ້ນແມ່ນຫັດຖະກໍາ, ຕໍ່າຫູກ-ທໍໄໝ ແມ່ນວຽກງານທີ່ມີຄວາມສໍາຄັນ ຕິດພັນກັບແມ່ຍິງລາວ ທັງເປັນການສ້າງລາຍຮັບໃຫ້ກັບຄອບຄົວສະເໝີມາ.
ສາລະວັນ ຮັບຮອງເອົາການປັບປຸງກົງຈັກການຈັດຕັ້ງຂອງອົງການປົກຄອງແຂວງ

ສາລະວັນ ຮັບຮອງເອົາການປັບປຸງກົງຈັກການຈັດຕັ້ງຂອງອົງການປົກຄອງແຂວງ

ໃນຕອນເຊົ້າຂອງວັນທີ 30 ມິຖຸນານີ້ ທີ່ຫ້ອງປະຊຸມສະພາປະຊາຊົນແຂວງສາລະວັນ, ຄະນະປະຈໍາສະພາປະຊາຊົນແຂວງສາລະວັນ ໄດ້ຮັບຮອງເອົາມະຕິວ່າດ້ວຍການຮັບຮອງເອົາການປັບປຸງກົງຈັກການຈັດຕັ້ງຂອງອົງການປົກຄອງແຂວງໃນກອງປະຊຸມຄະນະປະຈໍາສະພາປະຊາຊົນແຂວງປະຈໍາເດືອນ ມິຖຸນາ 2025, ໂດຍການເປັນປະທານກອງປະຊຸມຂອງທ່ານ ສີເຮັງ ຫອມສົມບັດ ຮອງເລຂາພັກແຂວງ ປະທານຄະນະປະຈໍາ ສະພາປະຊາຊົນແຂວງ, ມີທ່ານ ນາງ ບຸນທະວີ ດວງລາສີ ຮອງເລຂາພັກແຂວງ ຜູ້ຊີ້ນໍາວຽກງານພັກ-ພະນັກງານ ທັງເປັນຮອງຫົວໜ້າຄະນະຮັບຜິດຊອບປັບປຸງກົງຈັກການຈັດຕັ້ງຂັ້ນແຂວງ.
ກອງ​ປະຊຸມວິສາມັນຄົບ​ຄະນະ​ບໍລິຫານ​ງານ ສຊປລ ສະ​ໄໝທີ VIII

ກອງ​ປະຊຸມວິສາມັນຄົບ​ຄະນະ​ບໍລິຫານ​ງານ ສຊປລ ສະ​ໄໝທີ VIII

ສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ (ສຊປລ) ໄດ້ຈັດກອງ​ປະຊຸມວິສາມັນຄົບ​ຄະນະ​ບໍລິຫານ​ງານ ສຊປລ ສະ​ໄໝທີ VIII ຂຶ້ນໃນລະຫວ່າງ30 ມິຖຸນາ - 1 ກໍລະກົດ 2025 ທີ່ສູນກິດຈະກໍາຄົບວົງຈອນຊາວໜຸ່ມ ສຊປລ ພາຍໃຕ້ການເປັນປະທານຂອງ ທ່ານ ມອນໄຊ ລາວມົວຊົ່ງ ກຳມະການສໍາຮອງສູນກາງພັກ ເລຂາຄະນະບໍລິຫານງານ ສຊປລ, ມີບັນດາສະຫາຍ​ຄະນະ​ເລຂາທິການ, ຄະ​ນະ​ບໍລິຫານ​ງານ, ຫົວໜ້າກົມ, ຮອງ​ຫົວໜ້າກົມ, ເລຂາ ຄຊປປລ ກະຊວງ​-ອົງການ, ນະຄອນຫຼວງວຽງຈັນ, ບັນດາແຂວງເຂົ້າຮ່ວມ.
ມອບໂຄງການກໍ່ສ້າງເຮືອນເຜົ່າກຣີ້

ມອບໂຄງການກໍ່ສ້າງເຮືອນເຜົ່າກຣີ້

ພິທີມອບ-ຮັບໂຄງການກໍ່ສ້າງເຮືອນເຜົ່າກຣີ ຫຼື ເຜົ່າຕອງເຫຼືອງ ເມືອງພຽງ ແຂວງໄຊຍະບູລີ ໄດ້ຈັດຂຶ້ນເມື່ອບໍ່ດົນມານີ້ ທີ່ປ່າຊົມໃຊ້ບ້ານໂພນທອງ ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ນາງ ບົວຈັນ ພັນທະວົງ ຫົວໜ້າພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວແຂວງໄຊຍະບູລີ, ມີທ່ານ ກອງໄຊ ໄຊຍະລາດ ຮອງເຈົ້າເມືອງໆພຽງ, ມີແຂກຖືກເຊີນ ພ້ອມດ້ວຍເຜົ່າກຣີເຂົ້າຮ່ວມ.
ເພີ່ມເຕີມ