ສະຫາຍ ບຸນຫຼາຍ ບຸດທິ ຂຶ້ນເປັນຮັກສາການເລຂາພັກແຂວງ-ເຈົ້າແຂວງເຊກອງ

ສະຫາຍ ບຸນຫຼາຍ ບຸດທິ ຂຶ້ນເປັນຮັກສາການເລຂາພັກແຂວງ-ເຈົ້າແຂວງເຊກອງ

ສະຫາຍ ບຸນຫຼາຍ ບຸດທິ ຂຶ້ນເປັນຮັກສາການເລຂາພັກແຂວງ-ເຈົ້າແຂວງເຊກອງ
ພິທີມອບ-ຮັບໜ້າທີ່ລະຫວ່າງສະຫາຍ ເຫຼັກໄຫຼ ສີວິໄລ ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງເຊກອງ (ຜູ້ເກົ່າ) ແລະ ສະຫາຍ ບຸນຫຼາຍ ບຸດທິ ຮັກສາການເລຂາພັກແຂວງ-ເຈົ້າແຂວງເຊກອງ ໄດ້ຈັດຂຶ້ນໃນຕອນເຊົ້າວັນທີ 1 ກໍລະກົດນີ້ ທີ່ສະໂມສອນໃຫຍ່ຂອງແຂວງ ໂດຍການເຂົ້າຮ່ວມ ຂອງສະຫາຍ ສອນໄຊ ສີພັນດອນ ກໍາມະການກົມການເມືອງສູນກາງພັກ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ມີບັນດາສະຫາຍຄະນະພັກຄະນະນໍາແຂວງ, ເມືອງ, ພະນັກງານຫັກແຫຼ່ງເຂົ້າຮ່ວມ.

 

ສະຫາຍ ບນຫາຍ ບດທ ຂນເປນຮກສາການເລຂາພກແຂວງ-ເຈາແຂວງເຊກອງ - image 1
 

ໃນພິທີສະຫາຍ ເຫຼັກໄຫຼ ສີວິໄລ ໄດ້ຂຶ້ນຜ່ານບົດສະຫຼຸບການນໍາພາ-ຊີ້ນໍາຕະຫຼອດໄລຍະຜ່ານມາ ຊຶ່ງໄດ້ຍົກໃຫ້ເຫັນຜົນສໍາເລັດຫຼາຍດ້ານໃນການປະຕິບັດໜ້າທີ່ການເມືອງອັນໜັກໜ່ວງ ແລະ ມີກຽດສະຫງ່າທີ່ພັກ - ລັດ ແລະປະຊາຊົນຊາວແຂວງເຊກອງມອບໝາຍໃຫ້ນັບແຕ່ໄດ້ຮັບໜ້າທີ່ເປັນເລຂາພັກແຂວງ, ເຈົ້າແຂວງເຊກອງເປັນຕົ້ນມາ. ຈາກນັ້ນ, ສະຫາຍ ດອນ ໄພວົງ ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ ໄດ້ຂຶ້ນອ່ານມະຕິຄໍາສັ່ງຂອງກົມການເມືອງສູນກາງພັກວ່າດ້ວຍການຍົກຍ້າຍແຕ່ງຕັ້ງພະນັກງານຂັ້ນສູງໄປຮັບໜ້າທີ່ໃໝ່, ມະຕິຕົກລົງ ວ່າດ້ວຍການແຕ່ງຕັ້ງຮັກສາການແທນເລຂາຄະນະບໍລິຫານງານພັກແຂວງ, ດໍາລັດວ່າດ້ວຍການແຕ່ງຕັ້ງຮັກສາການແທນເຈົ້າແຂວງເຊກອງ ຊຶ່ງເນື້ອໃນສຳຄັນແມ່ນໄດ້ຕົກລົງຍົກຍ້າຍ ສະຫາຍ ເຫຼັກໄຫຼ ສີວິໄລ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງເຈົ້າແຂວງເຊກອງ ໄປຮັບໜ້າທີ່ໃໝ່ຢູ່ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ຕົກລົງແຕ່ງຕັ້ງ ສະຫາຍ ບຸນຫຼາຍ ບຸດທິ ເປັນຮັກສາການແທນເລຂາພັກແຂວງ, ຮັກສາການແທນເຈົ້າແຂວງເຊກອງ.

ໂອກາດນີ້, ສະຫາຍ ສອນໄຊ ສີພັນດອນ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານອັນພົ້ນເດັ່ນໃນການນຳພາ-ຊີ້ນໍາວຽກງານຂອງສະຫາຍຄະນະບໍລິຫານງານພັກແຂວງ ກໍຄືສະຫາຍເລຂາພັກແຂວງ ເຈົ້າແຂວງເຊກອງ ໃນຕະຫຼອດໄລຍະຜ່ານມາ; ພ້ອມນີ້, ກໍໃຫ້ຮູ້ວ່າການປັບປຸງສັບຊ້ອນໜ້າທີ່ຂອງບັນດາການນໍາຂັ້ນຕ່າງໆນັ້ນ, ກໍເພື່ອແນໃສ່ປັບປຸງການຈັດຕັ້ງ ແລະ ບຸກຄະລາກອນ ໃນແຕ່ລະໄລຍະໃຫ້ເຂັ້ມແຂງ, ໜັກແໜ້ນ, ຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງຂອງພັກ ໂດຍສະເພາະພະນັກງານນໍາພາ-ຄຸ້ມຄອງແຕ່ລະຂັ້ນຢູ່ແຕ່ລະບ່ອນ ເພື່ອເຮັດໃຫ້ການພັດທະນາເສດຖະກິດ-ສັງຄົມຂອງປະເທດເຮົາຂະຫຍາຍຕົວດີຂຶ້ນກວ່າເກົ່າ. ການຍົກຍ້າຍ ແລະ ແຕ່ງຕັ້ງຮັກສາການແທນການນໍາແຂວງເຊກອງ, ກໍເນື່ອງດ້ວຍຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນໄລຍະໃໝ່; ສະນັ້ນ, ຈຶ່ງຮຽກຮ້ອງມາຍັງສະຫາຍຜູ້ຖືກແຕ່ງຕັ້ງຮັກສາການແທນຈົ່ງສືບຕໍ່ເປັນຫຼັກແຫຼ່ງ, ເປັນຄັນທຸງ ແລະ ເປັນແກນນໍາໃນການນໍາພາເຕົ້າໂຮມຄວາມສາມັກຄີໃນຖັນແຖວພະນັກງານ-ສະມາຊິກພັກ ແລະ ປະຊາຊົນບັນດາເຜົ່າ; ສືບຕໍ່ເພີ່ມທະວີສ້າງຄວາມເຂັ້ມແຂງໃນລະບົບການເມືອງແຕ່ຂັ້ນແຂວງລົງຮອດຮາກຖານ ໂດຍຖືເອົາການປັບປຸງ-ກໍ່ສ້າງພັກເປັນໃຈກາງ; ສ້າງພັກໃຫ້ປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນໃຫ້ມີຄຸນນະພາບ; ສ້າງການຫັນປ່ຽນໃໝ່ຢ່າງແຂງແຮງເລິກເຊິ່ງເພີ່ມກໍາລັງແຮງນໍາພາເຮັດຕົວຈິງຢູ່ຂັ້ນຮາກຖານ; ປັບປຸງກົນໄກ, ລະບອບ-ລະບຽບ, ແບບແຜນນໍາພາວິທີເຮັດວຽກ; ສືບຕໍ່ຊີ້ນໍາການກະກຽມ ແລະ ດຳເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກໃຫ້ເລິກເຊິ່ງ ນັບທັງການຕີລາການນໍາພາລວມຂອງຄະນະພັກ ແລະ ສຳຫຼວດຕີລາຄາຄວາມຮັບຜິດຊອບຂອງແຕ່ລະສະຫາຍໃນຄະນະພັກແຂວງ; ຄົ້ນຄວ້າກຳແໜ້ນ, ຍູ້ແຮງການພັດທະນາເສດຖະກິດ-ສັງຄົມຂອງແຂວງໃຫ້ແຂງແຮງ ແລະ ດ້ານອື່ນໆ.

ທ່ານນາຍົກລັດຖະມົນຕີ ຍັງໄດ້ສະແດງຄວາມເຊື່ອໝັ້ນວ່າ: ດ້ວຍຄວາມຮູ້ຄວາມສາມາດ, ປະສົບປະການ ແລະ ບົດຮຽນຂອງ ສະຫາຍ ບຸນຫຼາຍ ບຸດທິ ຈະສາມາດນໍາພາ-ຊີ້ນໍາວຽກງານມີການເຕີບໃຫຍ່ຂະຫຍາຍຕົວດີຂຶ້ນໄປເລື້ອຍໆ, ທັງນີ້ບັນດາສະຫາຍການນໍາ, ສະມາຊິກພັກ ແລະ ພະນັກງານຂໍໃຫ້ມີຄວາມເປັນເອກະພາບ, ມີຄວາມສາມັກຄີເປັນປຶກແຜ່ນພ້ອມກັນປະຕິບັດຕາມແນວທາງຂອງພັກ-ລັດວາງອອກໃນແຕ່ລະໄລຍະໃຫ້ມີຜົນສໍາເລັດຕາມລະດັບຄາດໝາຍ.

(ຂ່າວ-ພາບ: ອັດສະວິນ)

ຄໍາເຫັນ

ຂ່າວການເມືອງ

ສະຫາຍ ຄຳປ່ຽນ ແສງສະຫວັດ ໄດ້ຮັບການແຕ່ງຕັ້ງເປັນເລຂາຄະນະບໍລິຫານງານພັກເມືອງວັງວຽງ ຜູ້ໃໝ່

ສະຫາຍ ຄຳປ່ຽນ ແສງສະຫວັດ ໄດ້ຮັບການແຕ່ງຕັ້ງເປັນເລຂາຄະນະບໍລິຫານງານພັກເມືອງວັງວຽງ ຜູ້ໃໝ່

ພິທີມອບ-ຮັບ ໜ້າທີ່ເລຂາຄະນະບໍລິຫານງານພັກເມືອງວັງວຽງ ຜູ້ເກົ່າ ແລະ ຜູ້ໃໝ່ ໄດ້ຈັດຂຶ້ນໃນວັນທີ 22 ທັນວານີ້ ຢູ່ຫ້ອງປະຊຸມຂອງເມືອງດັ່ງກ່າວ, ​ໂດຍ​ການເປັນ​ກຽດເຂົ້າຮ່ວມຂອງ ສະຫາຍ ພູທະນູເພັດ ໄຊສົມບັດ ເລຂາຄະນະບໍລິຫານງານພັກແຂວງວຽງຈັນ.
ຜູ້ແທນແນວລາວສ້າງຊາດແຂວງຄຳມ່ວນ ດຳເນີນກອງປະຊຸມໃຫຍ່ ຄັ້ງທີ IX

ຜູ້ແທນແນວລາວສ້າງຊາດແຂວງຄຳມ່ວນ ດຳເນີນກອງປະຊຸມໃຫຍ່ ຄັ້ງທີ IX

ກອງປະຊຸມໃຫຍ່ ຄັ້ງທີ IX ຂອງຜູ້ແທນແນວລາວສ້າງຊາດ ແຂວງຄຳມ່ວນ ໄດ້ໄຂຂຶ້ນໃນວັນທີ 23 ທັນວານີ້, ໂດຍການເປັນປະທານຂອງທ່ານ ພິດສະໄໝ ກອງຊາເດດ ກຳມະການສູນກາງແນວລາວສ້າງຊາດ, ປະທານແນວລາວສ້າງຊາດແຂວງຄຳມ່ວນ, ເປັນກຽດເຂົ້າຮ່ວມມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງຄໍາມ່ວນ, ມີບັນດາການນຳແຂວງ, ຄະນະກຳມະການແນວລາວສ້າງຊາດແຂວງ, ອົງການຈັດຕັ້ງມະຫາຊົນ ແລະ ແຂກຖືກເຊີນເຂົ້າຮ່ວມ.
ຫາລືເພື່ອກະກຽມໃຫ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V

ຫາລືເພື່ອກະກຽມໃຫ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V

ວັນທີ 22 ທັນວານີ້, ເມືອງໄຊຍະບູລີ ແຂວງໄຊຍະບູລີ ໄດ້ຈັດກອງປະຊຸມປືກສາຫາລືເພື່ອກະກຽມໃຫ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V ທີ່ຫ້ອງປະຊຸມຫ້ອງວ່າການເມືອງ ໂດຍການເປັນປະທານຂອງ ທ່ານ ຄໍາຫຼ້າ ຜີວວັນນາ ຄະນະປະຈໍາພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ, ມີຄະນະປະຈໍາພັກເມືອງ, ກຳມະການພັກເມືອງ, ຫົວໜ້າ, ຮອງຫົວໜ້າຫ້ອງການເຂົ້າຮ່ວມ.
ກອງປະຊຸມສະໄໝສາມັນເທື່ອທີ 10

ກອງປະຊຸມສະໄໝສາມັນເທື່ອທີ 10

ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນແຂວງສາລະວັນ ຊຸດທີ IV ໄດ້ໄຂຂຶ້ນ ໃນວັນທີ 18 ທັນວານີ້ ທີ່ສະໂມສອນແຂວງສາລະວັນ, ໂດຍການເປັນປະທານຂອງທ່ານ ສີເຮັງ ຫອມສົມບັດ ປະທານສະພາປະຊາຊົນແຂວງສາລະວັນ, ເຂົ້າຮ່ວມມີທ່ານ ດາວວົງ ພອນແກ້ວ ກໍາມະການສູນກາງພັກ ເລຂາຄະນະບໍລິຫານພັກແຂວງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ຄໍາມ່ວນ ດຳເນີນກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງ ສພຂ ຊຸດທີ IV

ຄໍາມ່ວນ ດຳເນີນກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງ ສພຂ ຊຸດທີ IV

ກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງສະພາປະຊາຊົນແຂວງຄໍາມ່ວນ (ສພຂ) ຊຸດທີ IV ໄດ້ຈັດຂຶ້ນໃນວັນທີ 17 ທັນວານີ້, ໂດຍການເປັນປະທານຂອງທ່ານ ບຸນມີ ພິມມະສອນ ປະທານສະພາປະຊາຊົນແຂວງ, ມີທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄໍາມ່ວນ, ພ້ອມດ້ວຍຄະນະປະຈຳສະພາປະຊາຊົນແຂວງ, ຫົວໜ້າພະແນກການ, ກອງບັນຊາການ ປກຊ-ປກສ, ອົງການທຽບເທົ່າຂັ້ນແຂວງເຂົ້າຮ່ວມ.
ດຳເນີນກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນແຂວງສະຫວັນນະເຂດ ຊຸດທີ IV

ດຳເນີນກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນແຂວງສະຫວັນນະເຂດ ຊຸດທີ IV

ກອງປະຊຸມສະໄໝສາມັນເທື່ອທີ 10 ທີ່ເປັນກອງປະຊຸມທ້າຍສະໄໝຂອງສະພາປະຊາຊົນແຂວງສະຫວັນນະເຂດ ຊຸດທີ IV ໄດ້ໄຂຂຶ້ນຢ່າງເປັນທາງການໃນຕອນເຊົ້າວັນທີ 16 ທັນວານີ້ ທີ່ຫໍວັດທະນະທຳໄກສອນພົມວິຫານ ໂດຍການເປັນປະທານຂອງທ່ານ ກົງແກ້ວ ມີວໍລະຈັກ ປະທານສະພາປະຊາຊົນແຂວງ, ໃຫ້ກຽດເຂົ້າຮ່ວມໃນກອງປະຊຸມມີທ່ານ ນາງ ສູນທອນ ໄຊຍະຈັກ ຄະນະເລຂາທິການສູນກາງພັກ ຮອງປະທານສະພາແຫ່ງຊາດ ສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງທີ 13, ທ່ານ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງສະຫວັນນະເຂດ ພ້ອມດ້ວຍການນຳຂັ້ນສູງຂອງແຂວງ, ເມືອງ, ນະຄອນ ເຂົ້າຮ່ວມ.
ສະພາປະຊາຊົນແຂວງຫຼວງພະບາງ ດຳເນີນກອງປະຊຸມສະໄໝ ສາມັນເທື່ອທີ່ 10

ສະພາປະຊາຊົນແຂວງຫຼວງພະບາງ ດຳເນີນກອງປະຊຸມສະໄໝ ສາມັນເທື່ອທີ່ 10

ກອງປະຊຸມສະໄໝ ສາມັນເທື່ອທີ່ 10 ຂອງສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ IV, ໄດ້ໄຂຂຶ້ນ ໃນວັນທີ່ 16 ທັນວານີ້ ທີ່ສະໂມສອນໃຫຍ່ຫ້ອງວ່າການແຂວງ, ໂດຍເປັນປະທານຂອງ ທ່ານ ວົງສະຫວັນ ເທບພະຈັນ ປະທານສະພາປະຊາຊົນແຂວງ, ມີການນຳຂອງແຂວງ, ອະດິດສະມາຊິກ ສະພາແຫ່ງຊາດປະຈຳເຂດເລືອກຕັ້ງ, ສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງ ແລະ ສະມາຊິກສະພາປະຊາຊົນແຂວງ ເຂົ້າຮ່ວມ.
ກອງປະຊຸມໃຫຍ່ຄັ້ງທີ IX ໜ່ວຍພັກກົມໂຄສະນາ

ກອງປະຊຸມໃຫຍ່ຄັ້ງທີ IX ໜ່ວຍພັກກົມໂຄສະນາ

ກອງປະຊຸມໃຫຍ່ຄັ້ງທີ IX ໜ່ວຍພັກກົມໂຄສະນາຄະນະໂຄສະນາອົບຮົມສູນກາງພັກ ໄດ້ຈັດຂຶ້ນໃນວັນທີ 16 ທັນວາ 2025 ທີ ຄະນະໂຄສະນາອົບຮົມສູນກາງພັກ(ຄອສພ) ,ພາຍໃຕ້ການເປັນປະທານກ່າວເປີດກອງປະຊຸມໂດຍ ສະຫາຍ ບົວໄລ ພານຸວົງ ເລຂາໜ່ວຍພັກ ,ໂດຍໃຫ້ກ່ຽດເຂົ້າຮ່ວມຂອງ ສະຫາຍ ລາວປາວຊົ່ງ ນະວົງໄຊ ກຳມະການສູນກາງພັກ ຮອງເລຂາຄະນະບໍລິຫານງານພັກ ຮອງ ຄອສພ ພ້ອມດ້ວຍສະມາຊິກພັກສົມບູນ ສຳຮອງ ແລນະ ແຂກຖືກເຊີນເຂົ້າຮ່ວມ.
ໜ່ວຍພັກ ຂປລ ດຳເນີນກອງປະຊຸມໃຫຍ່ ຄັ້ງທີ XVI

ໜ່ວຍພັກ ຂປລ ດຳເນີນກອງປະຊຸມໃຫຍ່ ຄັ້ງທີ XVI

ກອງປະຊຸມໃຫຍ່ ຄັ້ງທີ XVI ຂອງໜ່ວຍພັກສຳນັກຂ່າວສານປະເທດລາວ (ຂປລ) ໄດ້ຈັດຂຶ້ນໃນວັນທີ 15 ທັນວາ 2025 ໂດຍການເປັນປະທານຂອງ ສະຫາຍ ວັນນະສິນ ສິມມະວົງ ເລຂາໜ່ວຍພັກ, ຜູ້ອໍານວຍການໃຫຍ່ ສໍານັກຂ່າວສານປະເທດລາວ, ໃຫ້ກຽດເຂົ້າຮ່ວມໂດຍ ສະຫາຍ ລາວປາວຊົ່ງ ນະວົງໄຊ ກຳມະການສູນກາງພັກ, ຮອງເລຂາຄະນະພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ມີສະຫາຍເລຂາ, ຮອງເລຂາ ແລະ ຄະນະໜ່ວຍພັກ ອ້ອມຂ້າງຄະນະໂຄສະນາອົບຮົມສູນກາງພັກ ເຂົ້າຮ່ວມ.
ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນ ນວ ຊຸດທີ IV ເປີດຂຶ້ນຢ່າງເປັນທາງການ

ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນ ນວ ຊຸດທີ IV ເປີດຂຶ້ນຢ່າງເປັນທາງການ

ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນ ນະຄອນຫຼວງວຽງຈັນ (ນວ) ຊຸດທີ IV ເປີດຂຶ້ນຢ່າງເປັນທາງການ ໃນວັນທີ 15 ທັນວານີ້ ທີ່ອົງການປົກຄອງນະຄອນຫຼວງວຽງຈັນ (ນວ), ໂດຍການເປັນປະທານຂອງ ສະຫາຍ ອານຸພາບ ຕຸນາລົມ ປະທານສະພາປະຊາຊົນ ນະຄອນຫຼວງວຽງຈັນ, ເຂົ້າຮ່ວມ ມີສະຫາຍ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ ຮອງເຈົ້າຄອງ, ບັນດາສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ 1 ນະຄອນຫຼວງວຽງຈັນ, ບັນດາສະມາຊິກສະພາປະຊາຊົນນະຄອນຫຼວງ ແລະ ພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເພີ່ມເຕີມ