![]() |
ສະຫາຍ ພັນເອກ ອຳພອນ ສຸກວິໄຊ ຫົວໜ້າຫ້ອງການເມືອງ ກົມໃຫຍ່ການເມືອງກອງທັບ ໄດ້ຜ່ານຂໍ້ຕົກລົງ ຂອງກະຊວງປ້ອງກັນປະເທດ ວ່າດ້ວຍການເລື່ອນຊັ້ນ, ເລື່ອນທຽບຊັ້ນໃຫ້ນາຍທະຫານ ແລະ ຂໍ້ຕົກລົງຂອງກົມໃຫຍ່ການເມືອງກອງທັບ ວ່າດ້ວຍການປະດັບທຽບຊັ້ນໃຫ້ນັກຮຽນທີ່ຮຽນຈົບຈາກສາຍລັດຈໍານວນ 192 ສະຫາຍ. ໃນນັ້ນ, ເລື່ອນຊັ້ນ-ເລື່ອນທຽບຊັ້ນຮ້ອຍເອກຂຶ້ນຊັ້ນພັນຕີຈໍານວນ 64 ສະຫາຍ, ເລື່ອນຊັ້ນ-ເລື່ອນທຽບຊັ້ນຮ້ອຍໂທຂຶ້ນຊັ້ນຮ້ອຍເອກ ຈໍານວນ 29 ສະຫາຍ, ເລື່ອນຊັ້ນ-ເລື່ອນທຽບຊັ້ນຮ້ອຍຕີຂຶ້ນຊັ້ນຮ້ອຍໂທຈໍານວນ 6 ສະຫາຍ, ເລື່ອນຊັ້ນ-ເລື່ອນທຽບຊັ້ນວາທີຂຶ້ນຊັ້ນຮ້ອຍຕີ 5 ສະຫາຍ, ປະດັບທຽບຊັ້ນໃຫ້ນັກຮຽນທີ່ຮຽນຈົບຈາກສາຍລັດຮ້ອຍໂທຈໍານວນ 85 ສະ ຫາຍ ແລະ ຮ້ອຍຕີຈໍານວນ 3 ສະຫາຍ.
![]() |
ໂອກາດດັ່ງກ່າວ, ສະຫາຍ ພົນຕີ ວົງສອນ ອິນປານພິມ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ແລະ ມີຄຳເຫັນຫຼາຍບັນຫາສໍາຄັນຕໍ່ນາຍທະຫານທີ່ໄດ້ຮັບການເລື່ອນຊັ້ນໃໝ່ໃນຄັ້ງນີ້, ພ້ອມທັງເນັ້ນໜັກໃຫ້ບັນດາສະຫາຍ ຕ້ອງຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ວິຊາສະເພາະຂອງຕົນ, ເປັນແບບຢ່າງທີ່ດີໃນການປະຕິບັດໜ້າທີ່ວຽກງານ, ສືບຕໍ່ຝຶກຝົນຫຼໍ່ຫຼອມຕົນເອງໃຫ້ມີຄຸນທາດການເມືອງໜັກແໜ້ນ, ມີຄຸນສົມບັດສິນທຳປະຕິວັດ, ປັບປຸງແບບແຜນວິທີເຮັດວຽກ ປະກອບ ສ່ວນຢ່າງຕັ້ງໜ້າໃນການປັບປຸງກໍ່ສ້າງກົມກອງ ແລະ ເຮັດສຳເລັດໜ້າທີ່ການເມືອງທີ່ໄດ້ຮັບມອບໝາຍ.
ຂ່າວ: ອານຸສອນ ສິມວົງສາ
ຄໍາເຫັນ