![]() |
ສະຫາຍ ພັນໂທ ທອງພັນ ແກ້ວປະເສີດ ຮອງຫົວໜ້າຫ້ອງທະຫານຊາຍແດນ ກອງບັນຊາການທະ ຫານແຂວງ ໄດ້ຜ່ານບົດສະຫຼຸບການອົບຮົມ-ຫັດແອບ ວຽກງານຄຸ້ມຄອງຊາຍແດນ ແລະ ວຽກງານວິຊາສະ ເພາະພື້ນຖານສືບຂ່າວທະຫານຊາຍແດນ ໃຫ້ບັນດາພະແນກການ ແລະ ກອງຮ້ອຍທະຫານຊາຍແດນ. ການອົບຮົມ-ຫັດແອບ ໄດ້ເລີ່ມແຕ່ວັນທີ 17-25 ກັນຍາ 2026 ເປັນເວລາ 9 ວັນ, ຜ່ານການອົບຮົມ-ຫັດແອບ ສາມາດຕີລາຄາ ແລະ ປະເມີນຜົນໄດ້ຮັບທັງ 2 ພາກຄື: ພາກທິດສະດີໄດ້ 90%, ພາກປະຕິບັດຕົວຈິງໄດ້ 86%, ບັນລຸຂັ້ນເກັ່ງ 16 ສະຫາຍ, ຂັ້ນກາງ 20 ສະຫາຍ, ຄາດໝາຍ 10 ສະຫາຍ, ປະເມີນຜົນໄດ້ຮັບຕົວຈິງ 89%. ຈຸດປະສົງໃນການອົບຮົມ-ຫັດແອບ ເພື່ອຍົກສູງຄວາມຮູ້ ຄວາມສາມາດໃຫ້ພະນັກງານ-ນັກຮົບວິຊາສະເພາະທີ່ກ່ຽວຂ້ອງ ທີ່ເຮັດໜ້າທີ່ປ້ອງກັນຊາດ-ປ້ອງກັນຄວາມສະຫງົບຢູ່ລຽບຕາມຊາຍແດນໃຫ້ມີຄວາມສະ ຫງົບໂດຍພື້ນຖານ, ຮູ້ໄດ້ບັນດາບາດກ້າວການສ້າງແຜນການ, ການນຳໃຊ້ແຜນທີ່ ເພື່ອໄປນຳໃຊ້ຢູ່ກົມກອງຂອງຕົນ. ການອົບຮົມໃນຄັ້ງນີ້ມີຜູ້ເຂົ້າຮ່ວມທັງໝົດ 41 ສະຫາຍ.
![]() |
ໂອກາດນີ້, ປະທານກອງປະຊຸມ ໄດ້ຮຽກຮ້ອງໃຫ້ນັກຝຶກອົບຮົມ ຈົ່ງພ້ອມກັນນໍາເອົາບົດຮຽນໃນຄັ້ງນີ້ໄປໝູນໃຊ້ເຂົ້າໃນວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບໃຫ້ເປັນລະບຽບຮຽບຮ້ອຍ ແລະ ມີສະຕິກຽມພ້ອມສູ້ຮົບໃນທຸກສະຖານະການທີ່ຈະເກີດຂຶ້ນໃນຕໍ່ໜ້າໃຫ້ທັນເວລາ. ໂດຍ: ວັນ ນ້ອຍວິໄລ


ຄໍາເຫັນ