ທູດອາເມຣິກາ ມອບລົດຕູ້ໃຫ້ອົງການໄອຍະການປະຊາຊົນສູງສຸດ

ທູດອາເມຣິກາ ມອບລົດຕູ້ໃຫ້ອົງການໄອຍະການປະຊາຊົນສູງສຸດ

ທູດອາເມຣິກາ ມອບລົດຕູ້ໃຫ້ອົງການໄອຍະການປະຊາຊົນສູງສຸດ
ພີທີ ມອບ-ຮັບ ພາຫະນະ ລະຫ່ວາງ ອົງການໄອຍະການປະຊາຊົນສູງສຸດ ແລະ ເອກອັກຄະລັດຖະທູດ ສະຫະລັດ ອາເມຣິກາ ປະຈຳ ສປປ ລາວ ໃນວັນທີ 1 ກໍລະກົດ ນີ້ ທີ່ ອົງການໄອຍະການປະຊາຊົນສູງສຸດ (ອອປສ) ໄດ້ຈັດພິທີມອບ-ຮັບ ລົດຕູ້ຍີ່ຫໍ້ TOYOTS HIACE ປີ 2025 ຈຳນວນໜຶ່ງຄັນ ມູນຄ່າ 40,000 ໂດລາ ໃຫ້ແກ່ອົງການໄອຍະການປະຊາຊົນສູງສຸດ, ໃຫ້ກຽດມອບໂດຍ ທ່ານ ນາງ ແຮັດເຕີ ວາເຣຍອາວາ ເອກອັກຄະລັດຖະທູດ ສະຫະລັດ ອາເມຣິກາ ປະຈຳ ສປປ ລາວ ແລະ ໃຫ້ກຽດຮັບໂດຍທ່ານ ໄຊຊະນະ ໂຄດພູທອນ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ, ມີພະນັກງານທັງສອງຝ່າຍເຂົ້າຮ່ວມເປັນສັກຂີພິຍານ.

 

ທດອາເມຣກາ ມອບລດຕໃຫອງການໄອຍະການປະຊາຊນສງສດ - image 1
 

ຈຸດປະສົງໃນການມອບລົດໃນຄັ້ງນີ້ ເພື່ອເປັນການຕອບສະໜອງຄວາມຮຽກຮ້ອງຕ້ອງການອັນຈໍາເປັນຂອງວຽກງານອົງການໄອຍະການປະຊາຊົນ ແລະ ຄວາມຂາດເຂີນທາງດ້ານພາຫະນະຮັບໃຊ້ ຍັງບໍ່ພຽງພໍ, ທ່ານ ນາງ ແຮັດເຕີ ວາເຣຍອາວາ ກໍໄດ້ເຫັນຄວາມສຳຄັນຕໍ່ກັບວຽກງານອົງການໄອຍະການປະຊາຊົນ ຈຶ່ງໄດ້ຕົກລົງໃຫ້ການຊ່ວຍເຫຼືອລົດ 1 ຄັນ ເພື່ອເປັນການປະກອບສ່ວນເຂົ້າໃນການພັດທະນາ ແລະ ຮັບໃຊ້ວຽກງານລວມ ຂອງອົງການໄອຍະການປະຊາຊົນ.

ໃນໂອກາດດັ່ງກ່າວ, ທ່ານ ໄຊຊະນະ ໂຄດພູທອນ ໄດ້ສະແດງຄວາມຂອບໃຈເປັນຢ່າງສູງ ຕໍ່ ທ່ານ ນາງ ແຮັດເຕີ ວາເຣຍອາວາ ທີ່ເຫັນໄດ້ຄວາມສຳຄັນໃນການເຄື່ອນໄຫວວຽກງານຂອງອົງການໄອຍະການປະຊາຊົນ ແລະ ຈະນໍາໃຊ້ລົດຄັນດັ່ງກ່າວໃຫ້ເກີດຜົນປະໂຫຍດສູງສຸດ.

(ຂ່າວ-ພາບ: ຕຸໄລເພັດ )

ຄໍາເຫັນ

ຂ່າວການຮ່ວມມື

ກອງປະຊຸມສົ່ງເສີມການສຶກສາຂັ້ນຕົ້ນ ໃນເຂດພາກໃຕ້ລາວ ແລະ ຫວຽດນາມ.

ກອງປະຊຸມສົ່ງເສີມການສຶກສາຂັ້ນຕົ້ນ ໃນເຂດພາກໃຕ້ລາວ ແລະ ຫວຽດນາມ.

ວັນທີ 20 ສິງຫາ 2025, ທີ່ຫ້ອງປະຊຸມສະຖານກົງສູນຫວຽດນາມ ປະຈໍານະຄອນປາກເຊ ແຂວງຈໍາປາສັກ, ທ່ານ ອາລຸນໄຊ ສູນນະລາດ ເຈົ້າແຂວງຈໍາປາສັກ ໄດ້ໃຫ້ກຽດເຂົ້າຮ່ວມກອງປະຊຸມທາງໄກ ເພື່ອສົ່ງເສີມການສຶກສາຂັ້ນຕົ້ນ ໃນເຂດພາກໃຕ້ລາວ ແລະ ຫວຽດນາມ ໂດຍມີທ່ານ ນາງ ຕ້າ ເຟືອງ ຢຸງ ກົງສູນໃຫຍ່ຫວຽດນາມ ປະຈໍາພາກໃຕ້ລາວ ທີ່ນະຄອນປາກເຊ ພ້ອມດ້ວຍຄະນະ, ທ່ານ ນາງ ຫງວຽນ ງ໋ອກ ທື ຫົວໜ້າພະແນກສຶກສາ ແລະ ກໍ່ສ້າງແຂວງກາວບັ່ງ ສສ ຫວຽດນາມ, ບັນດາຄະນະພະແນກສຶກສາທິການ ແລະ ກິລາ ຈາກ 4 ແຂວງພາກໃຕ້ລາວ, ຄະນະສະມາຄົມຫວຽດນາມ ແຂວງຈໍາປາສັກ, ສະມາຄົມນັກທຸລະກິດຫວຽດນາມ ປະຈໍາພາກໃຕ້ລາວ, ຄະນະອໍານວຍການ, ຄູ-ອາຈານ ແລະ ນັກຮຽນ-ນັກສຶກສາ ຈາກມະຫາວິທະຍາໄລຈໍາປາສັກ, ໂຮງຮຽນພອນສະຫວັນ ເລີມດົ່ງ-ຈໍາປາສັກ, ໂຮງຮຽນມິດຕະພາບ ລາວ-ຫວຽດນາມ ແລະ ໂຮງຮຽນນາໆຊາດ ເຂົ້າຮ່ວມ.
ຮອງປະທານປະເທດ ສສ ຫວຽດນາມ ວາງພວງມາລາທີ່ອະນຸສາວະລີນັກຮົບນິລະນາມລາວ

ຮອງປະທານປະເທດ ສສ ຫວຽດນາມ ວາງພວງມາລາທີ່ອະນຸສາວະລີນັກຮົບນິລະນາມລາວ

ສະຫາຍນາງ ຫວໍທິແອັງຊວນ ຮອງປະທານປະເທດແຫ່ງ ສາທາລະນະລັດ ສັງຄົມນິຍົມຫວຽດນາມ (ສສຫວຽດນາມ) ພ້ອມດ້ວຍຄະນະໄດ້ເຂົ້າວາງພວງມາລາ ທີ່ອະນຸສາວະລີນັກຮົບນິລະນາມ ທີ່ນະຄອນຫຼວງວຽງຈັນ ໃນວັນທີ 22 ສິງຫານີ້ ເນື່ອງໃນໂອກາດທີ່ເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການແຕ່ວັນທີ 21-22 ສິງຫາ 2025 ເພື່ອເພີ່ມທະວີ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງປະເທດລາວ ແລະ ຫວຽດນາມ.
ລາວ-ຫວຽດນາມ ສືບຕໍ່ຮັດແໜ້ນສາຍພົວພັນພິເສດ ແລະ ການຮ່ວມມືຮອບດ້ານ

ລາວ-ຫວຽດນາມ ສືບຕໍ່ຮັດແໜ້ນສາຍພົວພັນພິເສດ ແລະ ການຮ່ວມມືຮອບດ້ານ

ໂດຍຕອບ​ສະ​ໜອງ​ຕາມ​ຄຳເຊື້ອ​ເຊີນ​ຂອງ ສະ​ຫາຍ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດ ແຫ່ງສາ​ທາ​ລະ​ນະ​ລັດ ປະ​ຊາ​ທິ​ປະ​ໄຕ ປະ​ຊາ​ຊົນ​ລາວ, ສະ​ຫາຍ ນາງ ຫວໍ ທິ ແອັງ ຊວນ ​ຮອງປະທານປະເທດ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ພ້ອມດ້ວຍ​​ຄະ​ນະຜູ້​ແທນ​ຂັ້ນ​ສູງໄດ້ເດີນ​ທາງ​ມາ​ຢ້ຽມ​ຢາມສາ​ທາ​ລະ​ນະ​ລັດ ປະ​ຊາ​ທິ​ປະ​ໄຕ ປະ​ຊາ​ຊົນ​ລາວ​ຢ່າ​ງເປັນ​ທາງ​ການ​ ແຕ່​ວັນ​ທີ 21-22 ສິງຫາ 2025 ເພື່ອສືບຕໍ່ເພີ່ມທະວີ ແລະ ເສີມ​ຂະ​ຫຍາຍ​ສາຍ​ພົວ​ພັນ​ມິດ​ຕະ​ພາບອັນຍິ່ງໃຫຍ່, ຄວາມ​ສາ​ມັກ​ຄີ​ພິ​ເສດ ແລະ ການ​ຮ່ວມ​ມື​ຮອບ​ດ້ານ ​ລະ​ຫວ່າງ​ສອງ​ປະ​ເທດ ລາວ ແລະ ຫວຽດ​ນາມ ໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ.
ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກຢ້ຽມຂໍ່ານັບການນໍາຂັ້ນສູງພັກກອມມູນິດຈີນ

ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກຢ້ຽມຂໍ່ານັບການນໍາຂັ້ນສູງພັກກອມມູນິດຈີນ

ວັນທີ 19 ສິງຫາ ຜ່ານມານີ້, ສະຫາຍ ບຸນເຫຼືອ ພັນດານຸວົງ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ປປ ລາວ ໄດ້ເຂົ້າຢ້ຽມຂໍ່ານັບ ສະຫາຍ ຫຼີ ຊູເຫຼີຍ ກໍາມະການກົມການເມືອງ ເລຂາທິການສູນກາງພັກ ຫົວໜ້າຄະນະໂຄສະນາສູນກາງພັກກອມມູນິດຈີນ ຢູ່ ຫໍສະພາປະຊາຊົນທົ່ວປະເທດຈີນ ໃນໂອກາດທີ່ນໍາພາຄະນະ ເດີນທາງໄປຢ້ຽມຢາມ ແລະ ເຮັດວຽກ ຢູ່ສປ ຈີນ ແຕ່ວັນທີ 18-21 ສິງຫາ 2025.
Vietjet ເນັ້ນໜັກເຖິງຄວາມສໍາເລັດໃນຄວາມຍືນຍົງ ແລະ ຄວາມດີເລີດຂອງສະຖານທີ່ເຮັດວຽກທົ່ວທະວີບອາຊີ

Vietjet ເນັ້ນໜັກເຖິງຄວາມສໍາເລັດໃນຄວາມຍືນຍົງ ແລະ ຄວາມດີເລີດຂອງສະຖານທີ່ເຮັດວຽກທົ່ວທະວີບອາຊີ

ວັນທີ 20 ສິງຫາ ນີ້, Vietjet ສະເຫຼີມສະຫຼອງ 2 ຄວາມສໍາເລັດອັນສໍາຄັນໃນເດືອນສິງຫາ, ເພື່ອເສີມສ້າງສະຖານະພາບຂອງສາຍການບິນໃນຖານະຜູ້ນໍາໃນທະວີບອາຊີຂອງສາຍການບິນ ແລະ ເປັນທີ່ໄວ້ວາງໃຈໄດ້ສໍາລັບນັກເດີນທາງຈາກປະເທດລາວ.
ລາວ-ມົງໂກລີ ປຶກສາຫາລືເສີມຂະຫຍາຍການພົວພັນຮ່ວມມືສອງຝ່າຍ

ລາວ-ມົງໂກລີ ປຶກສາຫາລືເສີມຂະຫຍາຍການພົວພັນຮ່ວມມືສອງຝ່າຍ

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ພະນະທ່ານ ນາງ ບັດເຊເຊັກ ບັດເມິງ (H.E. Mrs. BATTSETSEG BATMUNKH) ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ມົງໂກລີ ພະນະທ່ານ ທອງສະຫວັນ ພົມວິຫານລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ແລະ ຄະນະ ໄດ້ເດີນທາງຢ້ຽມຢາມ ມົງໂກລີ ຢ່າງເປັນທາງການ ເພື່ອສືບຕໍ່ຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີ ລະຫວ່າງ ສປປ ລາວ ແລະ ມົງໂກລີ ແລະ ສືບຕໍ່ນໍາພາຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດເວທີປຶກສາຫາລືຂອບການຮ່ວມມືອາຊີຕາເວັນອອກ-ອາເມຣິ ກາລາຕິນ (FEALAC) ຄັ້ງທີ 10 ໃນລະຫວ່າງວັນທີ 19-23 ສິງຫາ 2025.
ປະທານ ສນຊ ຕ້ອນຮັບທູດໄທ ເຂົ້າຢ້ຽມພົບປະອຳລາ

ປະທານ ສນຊ ຕ້ອນຮັບທູດໄທ ເຂົ້າຢ້ຽມພົບປະອຳລາ

​ ທ່ານ ສິນລະວົງ ຄຸດໄພທູນ ກໍາມະການກົມການເມືອງສູນກາງພັກ ປະທານສູນກາງແນວລາວສ້າງຊາດ ໄດ້​ຕ້ອນ​ຮັບ​ທ່ານ ນາງ ມໍລະກົດ ສີສະຫວັດດີ ເອກອັກຄະຣາຊະທູດ ແຫ່ງຣາຊະອານາຈັກໄທ ປະຈໍາ ສປປ ລາວ ເຂົ້າຢ້ຽມພົບປະອຳລາ ໃນວັນທີ 21 ສິງຫາ ນີ້ ທີ່ສໍານັກງານສູນກາງແນວລາວສ້າງຊາດ (ສນຊ) ເນື່ອງໃນ​ໂອ​ກາດ​ທີ່ທ່ານ​ທູດ ຈະສຳ​ເລັດການປະຕິບັດ​ໜ້າ​ທີ່​ການ​ທູດ​ຢູ່ ສ​ປ​ປ ລາວ.
ພິທີແນະນຳປຶ້ມເລື່ອງຂອງ SCO ໃນຍຸກໃໝ່

ພິທີແນະນຳປຶ້ມເລື່ອງຂອງ SCO ໃນຍຸກໃໝ່

ພິທີແນະນຳປຶ້ມເລື່ອງລາວຂອງ ອົງການຮ່ວມມືຊາງໄຮ (shanghai cooperation organization: SCO) ໃນຍຸກ ໃໝ່ ໄດ້ຈັດຂຶ້ນໃນວັນທີ 20 ສິງຫາ ນີ້ ທີ່ ໂຮງແຮມ St.Regis ປັກກິ່ງ ສປ ຈີນ, ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານນາງ ເຊິນໂປ ເລຂາທິການສູນສຶກສາແນວຄິດຂອງປະທານ ສີຈິ້ນຜິງ ດ້ານການທູດ ແລະ ປະທານສະຖາບັນການສຶກສາສາກົນແຫ່ງປະເທດຈີນ. ພ້ອມດ້ວຍແຂກຖືກເຊີນຈາກກະຊວງການຕ່າງປະເທດ ສປ ຈີນ ແລະ ສື່ມວນຊົນຈຳນວນໜຶ່ງເຂົ້າຮ່ວມ.
ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ຢ້ຽມຢາມ-ເຮັດວຽກຢູ່ ສປ ຈີນ

ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ຢ້ຽມຢາມ-ເຮັດວຽກຢູ່ ສປ ຈີນ

ໂດຍປະຕິບັດຕາມແຜນການຮ່ວມມືປະຈໍາປີ ລະຫວ່າງ ຄະນະພົວພັນຕ່າງປະເທດສູນກາງພັກ ປປ ລາວ ແລະ ຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຈີນ, ສະຫາຍ ບຸນເຫຼືອ ພັນດານຸວົງ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ປປ ລາວ ໄດ້ນໍາພາຄະນະເດີນທາງໄປຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປ ຈີນ ແຕ່ວັນທີ 18-21 ສິງຫາ 2025 ເພື່ອຮ່ວມກັນກັບຝ່າຍຈີນ ປຶກສາຫາລື-ແລກປ່ຽນຄໍາຄິດເຫັນ ກ່ຽວກັບ ທິດທາງການພົວພັນຮ່ວມມື ລະຫວ່າງ ສອງພັກ, ສອງລັດ ແລະ ສອງ ຄະນະພົວພັນຕ່າງປະເທດສູນກາງພັກ ລາວ-ຈີນ ໃນຕໍ່ໜ້າ.
ຮອງປະທານປະເທດ ແຫ່ງ ສສ ຫວຽດນາມ ເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ

ຮອງປະທານປະເທດ ແຫ່ງ ສສ ຫວຽດນາມ ເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ

ໃນຕອນເຊົ້າຂອງວັນທີ 21 ສິງຫາ 2025, ສະ​ຫາຍ ນາງ ຫວໍ ທິ ແອັງ ຊວນ ​ຮອງປະທານປະເທດ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ (ສສ ຫວຽດນາມ) ພ້ອມດ້ວຍ​​ຄະ​ນະໄດ້ເດີນທາງມາເຖິງສະໜາມບິນສາກົນວັດໄຕ ນະຄອນຫຼວງວຽງວຽງຈັນ ສປປ ລາວ, ໂດຍມີ ສະຫາຍ ອິນທະປັນຍາ ຂຽວວົງພະຈັນ ຮອງຫົວໜ້າຫ້ອງວ່າການສໍານັກງານປະທານປະເທດ ພ້ອມດ້ວຍ ສະຫາຍ ນາງ ຟອງສະໝຸດ ອັ່ນລາວັນ ຮອງລັດຖະມົນຕີກະຊວງການຕ່າງປະເທດ ແລະ ສະຫາຍ ພູວົງ ວົງຄໍາຊາວ ຮອງປະທານຄະນະກໍາມະການປົກຄອງນະຄອນຫຼວງວຽງຈັນ ພ້ອມດ້ວຍຄະນະຜູ້ແທນຂອງ ສປປ ລາວ ແລະ ພາກສ່ວນກ່ຽວຂ້ອງ ໃຫ້ການຕ້ອນຮັບຢ່າງອົບອຸ່ນ.
ເພີ່ມເຕີມ