6ເດືອນທ້າຍປີ ແຂວງໄຊສົມບູນຈະສູ້ຊົນໃຫ້ລວມຍອດຜະລິດຕະພັນພາຍໃນ (GDP)

ທ້າຍປີນີ້, ໄຊສົມບູນຈະສູ້ຊົນລວມຍອດຜະລິດຕະພັນພາຍໃນບັນລຸ 2.542 ຕື້ກວ່າກີບ

ທ້າຍປີນີ້, ໄຊສົມບູນຈະສູ້ຊົນລວມຍອດຜະລິດຕະພັນພາຍໃນບັນລຸ 2.542 ຕື້ກວ່າກີບ
ໂດຍ:ສຳນານ ພົມພັກດີ 6ເດືອນທ້າຍປີ ແຂວງໄຊສົມບູນຈະສູ້ຊົນໃຫ້ລວມຍອດຜະລິດຕະພັນພາຍໃນ (GDP) ໃຫ້ບັນລຸ 2.542,84ຕື້ກີບ,ສະເລ່ຍຕໍ່ຫົວຄົນໃຫ້ບັນລຸ 24,90 ລ້ານກີບຫຼື ເທົ່າກັບ 1.206 ໂດລາ,ໃນຂະນະດຽວກັນຈະສູ້ຊົນຄົ້ນຄວ້າແຫຼ່ງທຶນ

ເຂົ້າໃນການພັດທະນາ ແຂວງໄຊສົມບູນ (ຄາດໜາຍປີ 2024) ໃຫ້ໄດ້ປະມານເທົ່າກັບ 749,28 ຕື້ກີບຫຼື 29,46% ຂອງ GDP.

ໃນບົດສະຫຼຸບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 6 ເດືອນຕົ້ນປີ 2024 ແລະ ທິດທາງແຜນ 6 ເດືອນ ທ້າຍປີ 2024 ຂອງແຂວງໄຊສົມບູນຊີ້ໃຫ້ເຫັນວ່າ: ໃນເປົ້າໝາຍທີ 1 ວຽກງານຈຸດສຸມແຜນພັດທະນາເສດຖະກິດ-ສັງຄົມ 6 ເດືອນທ້າຍ ປີ 2024ແຂວງໄຊສົມບູນຈະເຮັດໃຫ້ເສດຖະກິດເຕີບໂຕຢ່າງຕໍ່ເນື່ອງ, ມີຄຸນນະພາບ ແລະ ໝັ້ນທ່ຽງ ໂດຍຈະສຸມໃສ່ປະຕິບັດ 4 ແຜນງານຈຸດສຸມ ຊຶ່ງໃນແຜນງານທີ 1 ເຮັດໃຫ້ເສດຖະກິດມະຫາພາກມີຄວາມເຂັ້ມແຂງແລະໝັ້ນທ່ຽງ.ໂດຍຈະສູ້ຊົນໃຫ້ເສດຖະກິດຂະຫຍາຍຕົວຢ່າງຕໍ່ເນື່ອງ ແລະ ມີຄຸນນະພາບ, ອັດຕາການຂະຫຍາຍຕົວຂອງເສດຖະກິດບໍ່ໃຫ້ຫຼຸດ 7% ຕໍ່ປີ; ຮອດປີ 2024 ລວມຍອດຜະລິດຕະພັນພາຍໃນ (GDP) ໃຫ້ບັນລຸ 2.542,84ຕື້ກີບ,ສະເລ່ຍຕໍ່ຫົວຄົນໃຫ້ບັນລຸ 24,90 ລ້ານກີບຫຼື ເທົ່າກັບ 1.206 ໂດລາ.ສ້າງພື້ນຖານດ້ານການເງິນໃຫ້ມີຄວາມເຂັ້ມແຂງ, ໂປ່ງໃສ, ທັນສະໄໝແລະຍຸຕິທຳ, ສູ້ຊົນປະຕິບັດລາຍຮັບງົບປະມານໃຫ້ໄດ້118,49ຕື້ກີບ ແລະ ຄາດຄະເນໜົດປີ 2024 ໃຫ້ໄດ້: 1,005.79 ຕື້ກີບ, ເທົ່າກັບ 159,70% ຂອງແຜນການ 6 ເດືອນຕົ້ນປີ ແລະ ເທົ່າກັບ 79,89% ຂອງແຜນການປີ, ໃນນັ້ນ: ລາຍຮັບສ່ວຍສາອາກອນ ໃຫ້ໄດ້ 81,00 ຕື້ກີບ ແລະ ຄາດຄະເນປະຕິບັດ 6 ເດືອນຕົ້ນປີ ໃຫ້ໄດ້: 269,40 ຕື້ກີບ, ເທົ່າກັບ 83,14% ຂອງແຜນການປີ ແລະ ລາຍຮັບຄຸ້ມຄອງຊັບສິນແຫ່ງລັດ ໃຫ້ໄດ້ 114,10 ຕື້ກີບ ແລະ ຄາດຄະເນປະຕິບັດ 6 ເດືອນຕົ້ນປີ ໃຫ້ໄດ້ 293,08 ຕື້ກີບ, ເທົ່າກັບ 77,13% ຂອງແຜນການປີ.

ໃນຂະນະດຽວກັນແຜນງານທີ2 ຍົກສູງປະສິດທິພາບການລົງທຶນໃຫ້ມີຄຸນນະພາບແລະມີປະສິດທິຜົນສູງໂດຍຈະສູ້ຊົນຄົ້ນຄວ້າແຫຼ່ງທຶນເຂົ້າໃນການພັດທະນາ ແຂວງໄຊສົມບູນ (ຄາດໜາຍປີ 2024) ໃຫ້ໄດ້ປະມານ749,28 ຕື້ກີບຫຼື 29,46% ຂອງ GDPໃນນັ້ນ:ການລົງທຶນຈາກງົບປະມານລັດ ໃຫ້ໄດ້ 150 ຕື້ກີບ ກວມເອົາ 20,02% ຂອງການລົງທຶນ,ທຶນເອກະຊົນພາຍໃນ ແລະ ຕ່າງປະເທດ ໃຫ້ໄດ້ 463,84 ຕື້ກີບ ກວມເອົາ 61,90% ຂອງການລົງທຶນ,ທຶນຊ່ວຍເຫຼືອທາງການເພື່ອການພັດທະນາ ໃຫ້ໄດ້ 28 ຕື້ກີບ ກວມເອົາ 3,74% ຂອງການລົງທຶນ.ການລົງທຶນຈາກລະບົບການເງິນ-ເງິນຕາ (ສິນເຊື່ອທະນາຄານ) ໃຫ້ໄດ້ 37,44 ຕື້ກີບ ກວມເອົາ 5% ຂອງການລົງທຶນ.ກອງທຶນພັດທະນາແຂວງໄຊສົມບູນ ໃຫ້ໄດ້ 70 ຕື້ກີບ ກວມເອົາ 9,34% ຂອງການລົງທຶນ.

ໃນນັ້ນການລົງທຶນຂອງເອກະຊົນພາຍໃນແລະຕ່າງປະເທດ,ສ້າງສິ່ງແວດລ້ອມທີ່ເອື້ອອໍານວຍໃນການສ້າງແລະດໍາເນີນທຸລະກິດໃຫ້ມີຄວາມໂປ່ງໃສແລະ ວ່ອງໄວ, ສຸມໃສ່ປັບປຸງລະບົບບໍລິການການລົງທຶນປະຕູດຽວແລະການດໍາເນີນທຸລະກິດໃຫ້ມີຄວາມວ່ອງໄວ,ໂປ່ງໃສແລະເປັນເອກະພາບກັນໃນການສົ່ງເສີມ,ການຄຸ້ມຄອງການລົງທຶນແລະການອໍານວຍຄວາມສະດວກໃນການດໍາເນີນທຸລະກິດຂອງເອກະຊົນພາຍໃນ, ຕ່າງປະເທດແລະສ້າງໜ່ວຍປະສານງານການບໍລິການການລົງທຶນປະຕູດຽວ,ການອະນຸມັດການລົງທຶນໃນກໍລະນີທີ່ເປັນໂຄງການຍຸດທະສາດແມ່ນຕ້ອງຂໍຄໍາເຫັນຈາກລັດຖະບານ, ຈາກຜູ້ຊີ້ນໍາແຂວງໄຊສົມບູນສໍາລັບການຄົ້ນຄວ້າການລົງທຶນກິດຈະການໄຟຟ້າ, ບໍ່ແຮ່ແລະທີ່ດິນທີ່ມີເນື້ອທີ່ເປັນວົງກວ້າງຄະນະຄຸ້ມຄອງແລະສົ່ງເສີມການລົງທຶນຂັ້ນແຂວງຄົ້ນຄວ້າມີຄໍາເຫັນໃນການຄົ້ນຄວ້າເຊັນບົດບັນທຶກຄວາມເຂົ້າໃຈໃນການສຶກສາສໍາຫຼວດແຈ້ງຕອບໃຫ້ພາກທຸລະກິດພາຍໃນ21ວັນລັດຖະການ ຕາມລະບຽບການ,ສຸມໃສ່ຊຸກຍູ້ສົ່ງເສີມການລົງທຶນ 4ຂະແໜງທີ່ເປັນທ່າແຮງ,ເປັນຍຸດທະສາດທີ່ຈະຕ້ອງສູ້ຊົນໃຫ້ບັນລຸຢ່າງເປັນລະບົບຕໍ່ເນື່ອງ,ໂດຍອີງໃສ່ຕະຫຼາດ,ທຶນຮອນ,ເຕັກນິກ,ເຕັກໂນໂລຊີຂອງປະເທດເພື່ອນມິດຍຸດທະສາບົນເສັ້ນທາງການສ້າງຄູ່ຮ່ວມຊາຕາກໍາສັງຄົມນິຍົມ,ສືບຕໍ່ອະນຸມັດການລົງທຶນຕາມທ່າແຮງຂອງແຂວງ (ແຜນປີ 2024) ໃຫ້ໄດ້ 13 ໂຄງການ ແລະ ສືບຕໍ່ຄຸ້ມຄອງ, ກວດກາໂຄງການລົງທຶນທົ່ວແຂວງໃຫ້ໄດ້ 108 ໂຄງການ ຂັ້ນສູນກາງຄຸ້ມຄອງ ແລະ ຂັ້ນແຂວງຄຸ້ມຄອງ.

ຄໍາເຫັນ

ຂ່າວເສດຖະກິດ

ສຳມະນາການຈັດຕັ້ງປະຕິບັດ ແຜນພັດທະນາ ເສດຖະກິດ-ສັງຄົມ

ສຳມະນາການຈັດຕັ້ງປະຕິບັດ ແຜນພັດທະນາ ເສດຖະກິດ-ສັງຄົມ

ສຳມະນາກ່ຽວກັບການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX (2021-2025) ຕິດພັນກັບວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກ ດ້ານເສດຖະກິດ-ການເງິນ ແລະ ຮ່າງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X (2026-2030) ໄດ້ຈັດຂຶ້ນໃນລະຫວ່າງວັນທີ 4-5 ພະຈິກ 2025 ທີ່ຫໍປະຊຸມແຫ່ງຊາດ ໂດຍການເປັນປະທານຂອງທ່ານ ສົມມາດ ພົນເສນາ ຮອງປະທານສະພາແຫ່ງຊາດ, ມີບັນດາກໍາມະການຄະນະປະຈໍາ ແລະ ຮອງປະທານກໍາມາທິການສະພາແຫ່ງຊາດ, ລັດຖະມົນຕີ-ຮອງລັດຖະມົນຕີ ແລະ ຮອງຜູ້ວ່າການທະນາຄານແຫ່ງ ສປປ ລາວ, ສະມາຊິກສະພາແຫ່ງຊາດຈາກ 18 ເຂດເລືອກຕັ້ງທົ່ວປະເທດ, ຜູ້ຕາງໜ້າຄູ່ຮ່ວມພັດທະນາ, ນັກຄົ້ນຄວ້າຈາກສະຖາບັນຄົ້ນຄວ້າ ແລະ ມະຫາວິທະຍາໄລແຫ່ງຊາດ, ອົງການຈັດຕັ້ງສາກົນ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ຄຳພັນ ພົມມະທັດ ໃຫ້ທິດຊີ້ນຳໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຮອບດ້ານຂອງແຂວງສະຫວັນນະເຂດ

ທ່ານ ຄຳພັນ ພົມມະທັດ ໃຫ້ທິດຊີ້ນຳໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຮອບດ້ານຂອງແຂວງສະຫວັນນະເຂດ

ໃນໂອກາດທີ່ມາເຄື່ອນໄຫວວຽກງານຢູ່ແຂວງສະຫວັນນະເຂດ ໃນວັນທີ 28 ຕຸລານີ້, ທ່ານ ຄຳພັນ ພົມມະທັດ ກຳມະການກົມການເມືອງສູນກາງພັກ ເລຂາທິການສູນກາງພັກ ປະທານຄະນະກວດກາສູນກາງພັກ ປະທານອົງການກວດກາລັດ ໄດ້ໃຫ້ກຽດໂອ້ລົມຄະນະການນຳຂັ້ນສູງຂອງແຂວງສະຫວັນນະເຂດ ຊຶ່ງການໂອ້ລົມຄັ້ງນີ້ໄດ້ຈັດຂຶ້ນທີ່ຫ້ອງປະຊຸມຂອງຫ້ອງວ່າການແຂວງສະຫວັນນະເຂດ ໂດຍມີທ່ານ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງສະຫວັນນະເຂດ ພ້ອມຄະນະນຳຂອງແຂວງ ເຂົ້າຮ່ວມຮັບຟັງດ້ວຍ.
ການພັດທະນາ ເສດຖະກິດ ເມືອງໄຊທານີ ຂະຫຍາຍຕົວຢ່າງຕໍ່ເນື່ອງ

ການພັດທະນາ ເສດຖະກິດ ເມືອງໄຊທານີ ຂະຫຍາຍຕົວຢ່າງຕໍ່ເນື່ອງ

ໄລຍະ 6 ເດືອນຕົ້ນປີນີ້, ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຂອງເມືອງໄຊທານີ ນະຄອນ ຫຼວງວຽງຈັນໂດຍລວມດ້ານເສດຖະກິດ ຍັງສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ, ສາມາດຄໍ້າປະກັນດ້ານສະບຽງອາຫານ, ການຜະລິດເຄື່ອງອຸປະໂພກ ບໍລິໂພກພາຍໃນເມືອງໄດ້ມີບາດກ້າວໃໝ່.
ເສດຖະກິດແຂວງຄໍາມ່ວນ ຂະຫຍາຍຕົວຢ່າງຕໍ່ເນື່ອງ ໄລຍະທ້າຍປີແມ່ນລື່ນແຜນການ

ເສດຖະກິດແຂວງຄໍາມ່ວນ ຂະຫຍາຍຕົວຢ່າງຕໍ່ເນື່ອງ ໄລຍະທ້າຍປີແມ່ນລື່ນແຜນການ

ແຂວງຄໍາມ່ວນ ໄດ້ສຸມໃສ່ທຸກຄວາມພະຍາຍາມ ໃນການປຸກລະດົມທຸກກຳລັງແຮງ ທຸກພາກສ່ວນເສດຖະກິດ-ສັງຄົມ ຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ IX (2021-2025) ຂອງແຂວງ ໄປຕາມຍຸດທະສາດການພັດທະນາ ທີ່ກຳນົດໄວ້ “ເປັນແຫຼ່ງຜະລິດສະບຽງອາຫານ, ເປັນຖານພັດທະນາອຸດສາຫະກຳ, ການບໍລິການ ແລະ ການທ່ອງທ່ຽວ” ເພື່ອບັນລຸບັນດາຄາດໝາຍຕ່າງໆ; ໃນນີ້, ສະເພາະດ້ານເສດຖະກິດ ແມ່ນໄດ້ມີການເຕີບໂຕຢ່າງຕໍ່ເນື່ອງ, ມີຄຸນນະພາບ ແລະ ຍືນຍົງ.
5 ປີ ເສດຖະກິດແຂວງຄໍາມ່ວນ ຂະຫຍາຍຕົວຕໍ່ເນື່ອງ ແລະ ຍືນຍົງ

5 ປີ ເສດຖະກິດແຂວງຄໍາມ່ວນ ຂະຫຍາຍຕົວຕໍ່ເນື່ອງ ແລະ ຍືນຍົງ

ໄລຍະ 5 ປີຜ່ານມາເສດຖະກິດ ແຂວງຄໍາມ່ວນ ໄດ້ສືບຕໍ່ຂະຫຍາຍຕົວຕໍ່ເນື່ອງໃນລະດັບ 6.2%, ລວມຍອດຜະລິດຕະພັນພາຍໃນປີ 2025 ບັນລຸໄດ້ 26,772 ຕື້ກີບ, ລາຍຮັບສະເລ່ຍຕໍ່ຫົວຄົນບັນລຸໄດ້ 58.1 ລ້ານກີບ ຫຼື 2,701 ໂດລາສະຫະລັດ/ຄົນ/ປີ; ການລະດົມທຶນທົ່ວສັງຄົມເຂົ້າໃສ່ການພັດທະນາໄດ້ 1,245 ໂຄງການ, ມູນຄ່າ 19,026 ຕື້ກີບ, ລື່ນແຜນການ 13% (ພົ້ນເດັ່ນແມ່ນການດຶງດູດລົງທຶນຈາກ ສປ ຈີນ ມາລົງທຶນ ໃນຂະແໜງອຸດສາຫະກຳຕ່ອງໂສ້ ເກືອໂປຕາສ ມີ 24 ບໍລິສັດ ມູນຄ່າການລົງທຶນ 1,205 ລ້ານໂດລາສະຫະລັດ), ແຂວງສາມາດແກ້ໄຂໜີ້ສິນໄດ້ທັງໝົດ 1,079 ຕື້ກີບ, ສາມາດປິດບັນຊີໜີ້ສິນໄດ້ 159 ໂຄງ.
ດັກຈຶງ ສຸມໃສ່ຜັນຂະຫຍາຍມະຕິຄຳສັ່ງຂອງພັກ ເຮັດໃຫ້ເສດຖະກິດທົ່ວເມືອງ ຂະຫຍາຍຕົວ

ດັກຈຶງ ສຸມໃສ່ຜັນຂະຫຍາຍມະຕິຄຳສັ່ງຂອງພັກ ເຮັດໃຫ້ເສດຖະກິດທົ່ວເມືອງ ຂະຫຍາຍຕົວ

ຕະຫຼອດໄລຍະຜ່ານມາ ອົງຄະນະພັກເມືອງດັກຈຶງ ແຂວງເຊກອງ ໄດ້ຖືສໍາຄັນການຈັດຕັ້ງຜັນຂະຫຍາຍມະຕິຂອງພັກ ບັນດານິຕິກຳ ແລະ ມູນເຊື້ອວັນສຳຄັນຂອງຊາດ ແລະ ສາກົນ ເຮັດໃຫ້ພະນັກງານມີຄວາມໜັກແໜ້ນທາງດ້ານການເມືອງ ມີຄຸນສົມບັດສິນທຳປະຕິວັດ ມີຄວາມເປັນເອກະພາບ ເຊື່ອໝັນຕໍ່ການຊີນຳໆພາຂອງພັກ ເປັນເຈົ້າການປະຕິບັດໜ້າທີ່ ແລະ ເຮັດສຳເລັດການມອບໝາຍ ຊຶ່ງເຮັດໃຫ້ເສດຖະກິດຂອງເມືອງມີການຂະຫຍາຍຕົວດີ.
ເສດຖະກິດ-ເງິນຕາ ຂອງລາວ ມີທ່າອ່ຽງດີຂຶ້ນ.

ເສດຖະກິດ-ເງິນຕາ ຂອງລາວ ມີທ່າອ່ຽງດີຂຶ້ນ.

ຕາມແຫຼ່ງຂ່າວຈາກເພຈ໌ທາງການ ຂອງທະນາຄານແຫ່ງ ສປປ ລາວໃຫ້ຮູ້ວ່າ: ໃນກາງເດືອນສິງຫາຜ່ານມານີ້, ໄດ້ມີກອງປະຊຸມຄະນະກຳມະການນະໂຍບາຍເງິນຕາ ຄັ້ງທີ III ປະຈຳ ປີ 2025 ໂດຍກອງປະຊຸມຄັ້ງນີ້ ໄດ້ຊີ້ໃຫ້ເຫັນຫຼາຍບັນຫາທີ່ມີຜົນຄືບໜ້າດີ ເປັນຕົ້ນ: ສະພາບອັດຕາເງິນເຟີ້ ມີຈັງຫວະຫຼຸດລົງຢ່າງຈະແຈ້ງ ໂດຍສະເພາະເດືອນກໍລະກົດ 2025 ເງິນເຟີ້ຢູ່ໃນລະດັບ 5.30% ຫຼຸດລົງຈາກ 8.3% ໃນເດືອນພຶດສະພາ ແລະ ພາຍໃນເດືອນສິງຫານີ້ ໄດ້ຫຼຸດລົງມາຢູ່ທີ່ 5.0%. ບັນຫານີ້, ໄດ້ບົ່ງບອກໃຫ້ຮູ້ເຖິງສະ ພາບເສດຖະກິດ-ການເງິນ, ເງິນຕາ ຂອງ ສປປ ລາວ ເລີ່ມມີສັນຍານບວກ.
ແຜນພັດທະນາເສດຖະກິດ - ສັງຄົມ 5 ປີ ຄັ້ງທີ VI ຂອງແຂວງບໍລິຄຳໄຊ (2026-2030)

ແຜນພັດທະນາເສດຖະກິດ - ສັງຄົມ 5 ປີ ຄັ້ງທີ VI ຂອງແຂວງບໍລິຄຳໄຊ (2026-2030)

ທ່ານ ຄຳແຫວນ ປັນຍານຸວົງ ຄະນະປະຈຳພັກແຂວງ ຮອງເຈົ້າແຂວງບໍລິຄຳໄຊ ໄດ້ຂຶ້ນຜ່ານແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຕໍ່ກອງປະຊຸມໃຫຍ່ອົງຄະນະພັກແຂວງບໍລິຄຳໄຊ ຄັ້ງທີ VIII ໃນວັນທີ 25 ສິງຫານີ້ວ່າ: ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5 ປີຄັ້ງທີ V (2021-2025). ໃນຕະຫຼອດໄລຍະເວລາ 5 ປີທີ່ຜ່ານມາ ແຂວງພວກເຮົາແມ່ນມີຜົນສໍາເລັດ ແລະ ພົ້ນເດັ່ນຫຼາຍດ້ານ ຊຶ່ງສະແດງອອກໃນການຈັດຕັ້ງປະຕິບັດ 6 ເປົ້າໝາຍ ແລະ 21 ວຽກຈຸດ ດັ່ງນີ້:
7 ເດືອນຕົ້ນປີ ຫຼວງພະບາງສຸມໃສ່ການແກ້ໄຂບັນຫາເຄັ່ງຮ້ອນທາງດ້ານເສດຖະກິດ

7 ເດືອນຕົ້ນປີ ຫຼວງພະບາງສຸມໃສ່ການແກ້ໄຂບັນຫາເຄັ່ງຮ້ອນທາງດ້ານເສດຖະກິດ

ໃນວັນທີ 15 ສິງຫານີ້ ທີ່ຫ້ອງປະຊຸມ ຫ້ອງວ່າການແຂວງຫຼວງພະບາງ ໄດ້ຈັດປະຊຸມສະຫຼຸບ ການຈັດຕັ້ງປະຕິບັດວຽກງານ ຂອງຄະນະສະເພາະກິດການແກ້ໄຂບັນຫາເຄັ່ງຮ້ອນທາງດ້ານເສດຖະກິດຂັ້ນແຂວງ ໃນໄລຍະ 7 ເດືອນຕົ້ນ ແລະ ກຳນົດທິດທາງ ແຜນການໃນ 5 ເດືອນທ້າຍປີ 2025 ໂດຍເປັນປະທານຂອງ ທ່ານ ບຸນເຫຼືອ ສິນໄຊວໍຣະວົງ ຮອງເຈົ້າແຂວງຫຼວງພະບາງ ຫົວໜ້າຄະນະສະເພາະກິດຂັ້ນແຂວງ.
6 ເດືອນຕົ້ນປີ ເສດຖະກິດເມືອງລະມາມ ຂະຫຍາຍຕົວໃນລະດັບ 5.95%

6 ເດືອນຕົ້ນປີ ເສດຖະກິດເມືອງລະມາມ ຂະຫຍາຍຕົວໃນລະດັບ 5.95%

ໄລຍະ 6 ເດືອນຕົ້ນປີ 2025 ນີ້, ເມືອງລະມາມ ແຂວງເຊກອງ ໄດ້ເອົາໃຈໃສ່ຂຸດຄົ້ນທ່າແຮງບົ່ມຊ້ອນພາຍໃນເມືອງ ເຂົ້າໃນການພັດທະນາພື້ນຖານໂຄງລ່າງ, ສ້າງສິ່ງອໍານວຍຄວາມສະດວກ, ຊຸກຍູ້ສົ່ງເສີມການບໍລິການ ແລະ ການຜະລິດກະສິກໍາທີ່ເປັນທ່າແຮງ, ເຮັດໃຫ້ເສດຖະກິດ ຂອງເມືອງຂະຫຍາຍຕົວໃນລະດັບ 5.59% ລວມຍອດຜະລິດຕະພັນພາຍໃນ ຫຼື (GDP) ບັນລຸໄດ້ 1,029.64 ຕື້ກີບ, ສະເລ່ຍໃສ່ພົນລະເມືອງ 23.28 ລ້ານກີບ/ຄົນ.
ເພີ່ມເຕີມ