![]() |
ຄະນະຜູ້ແທນໄດ້ຢ້ຽມຊົມບັນດາປູສະນີຍະສະຖານ ທີ່ມີປະຫວັດອັນຍາວນານແລະເປັນທີ່ຮູ້ຈັກກັນດີເຊັ່ນ:ວັດຊຽງທອງຊຶ່ງເປັນໜຶ່ງໃນບັນດາວັດທີ່ເກົ່າແກ່ທີ່ສຸດຂອງຫຼວງພະລາຊະວົງຫຼວງພະບາງ ແລະ ລາຊະວົງລາວ, ສ້າງຂຶ້ນປະມານປີ ຄ.ສ 1560 ໂດຍສົມເດັດພະເຈົ້າໄຊຍະເຊດຖາທິລາດ ກະສັດຜູ້ປົກຄອງລາຊະອານາຈັກລ້ານຊ້າງ,ຕັ້ງຢູ່ໃກ້ແມ່ນໍ້າຂອງ ເປັນວັດທີ່ມີສະຖາປັດຕະຍະກຳແບບລ້ານຊ້າງ ພາກເໜືອທີ່ງົດງາມຫຼາຍ ຈົນຖືກຂະໜານນາມວ່າ "ອັນຍະມະນີຂອງສິລະປະລ້ານຊ້າງ".
![]() |
ໃນວັນທີ 18 ພະຈິກນີ້, ຄະນະຜູ້ແທນຍັງໄດ້ຢ້ຽມຊົມຫໍພິພິທະພັນຫຼວງພະບາງ ຫຼື ພະລາຊະວັງເກົ່າ ແລະ ສະຖານທີ່ທ່ອງທ່ຽວ ທໍາມະຊາດຕາດກວາງຊີ.
![]() |
(ຂ່າວ-ພາບ: ວັນເພັງ)



ຄໍາເຫັນ