ຖະແຫຼງການຈາກສະຖາບັນ RMIT ລະບຸວ່າ: ລະບົບໃໝ່ນີ້ເຮັດໃຫ້ການຣີໄຊເຄີນກາກບອນງ່າຍຂຶ້ນໂດຍລວມເອົາການກໍາຈັດ ແລະ ການປ່ຽນກາກບອນເຂົ້າໃນຂະບວນການດຽວກັນ, ຫຼຸດຜ່ອນການໃຊ້ພະລັງງານ ແລະ ຄວາມສັບສົນທີ່ເປັນອຸປະສັກຂອງວິທີການກ່ອນໜ້ານີ້ ແລະ ສະເໜີເຄື່ອງມືທີ່ມີທ່າແຮງສໍາລັບການຫຼຸດຜ່ອນການປ່ອຍອາຍພິດກາກບອນໃນອຸດສາຫະກໍາໜັກ ແລະ ການບິນ.
ທ່ານ ໝ່າ ທຽນຢີ້ ຜູ້ຊ່ຽວຊານຈາກຄະນະວິທະຍາສາດຂອງສະຖາບັນ RMIT ກ່າວວ່າ: ຂະບວນການປ່ຽນແປງກາກບອນແບບດັ້ງເດີມທີ່ຕ້ອງແຍກການດຳເນີນການເປັນຫຼາຍຂັ້ນຕອນ ເຮັດໃຫ້ມີຄ່າໃຊ້ຈ່າຍສູງຂຶ້ນ ແລະ ມີຄວາມຄືບໜ້າຊ້າເນື່ອງຈາກໃຊ້ວິທີການທີ່ບໍ່ມີປະສິດທິພາບ ແລະ ສິ້ນເປືອງພະລັງງານ. ທີມງານໄດ້ເຮັດໃຫ້ຂະບວນການດັ່ງກ່າວງ່າຍຂຶ້ນ ແລະ ຫຼຸດການສູນເສຍພະລັງງານທີ່ບໍ່ຈໍາເປັນລົງ ໂດຍການລວມເອົາຂັ້ນຕອນການປ່ຽນແປງເຂົ້າກັນ.
ການສຶກສານີ້ໄດ້ຖືກຕີພິມໃນວາລະສານ Nature Energy ຊຶ່ງລະບຸວ່າ: ເຕັກໂນໂລຊີດັ່ງກ່າວປ່ຽນກາກບອນໄດອອກໄຊຈາກອາຍພິດອຸດສາຫະກໍາໃຫ້ເປັນສານຕັ້ງຕົ້ນທາງເຄມີທີ່ສາມາດຖືກນໍາໃຊ້ໃນການຜະລິດນໍ້າເຊື້ອໄຟເຮືອບິນ ແລະ ຜະລິດຕະພັນອື່ນໆທີ່ປັດຈຸບັນສ່ວນໃຫຍ່ແມ່ນມາຈາກຊັບພະຍາ ກອນຟອດຊິວ.
ອຸດສາຫະກໍາການບິນແມ່ນໜຶ່ງໃນພາກສ່ວນທີ່ທ້າທາຍທີ່ສຸດໃນການຫຼຸດຜ່ອນການປ່ອຍອາຍພິດກາກບອນ ຍ້ອນນໍ້າມັນເຊື້ອໄຟທີ່ຍືນຍົງມີຈໍາກັດ. ທີມງານຄົ້ນຄວ້າຂອງສະຖາບັນ RMIT ໄດ້ສ້າງຕົ້ນແບບ 3 ກິໂລວັດ ແລະ ວາງແຜນທີ່ດຳເນີນການທົດລອງໃນລະດັບ 20 ກິໂລວັດກັບຄູ່ຮ່ວມງານອຸດສາຫະກຳ, ໂດຍມີເປົ້າໝາຍເພື່ອນຳໃຊ້ໃນຮູບແບບການຄ້າໃນອີກປະມານ 6 ປີ.
ຄໍາເຫັນ