![]() |
ທ່ານ ໄຊຊະນະ ພົມມະສີ ກ່າວວ່າ: ການມອບເຄື່ອງຊ່ວຍເຫຼືອ 2 ໂຮງຮຽນໃນຄັ້ງນີ້ ກໍເພື່ອເປັນການສ້າງກິດຈະກຳສະເຫຼີມສະຫຼອງວັນຫັນເປັນທຸລະກິດຂອງ ທຄຕລ ຄົບຮອບ 36 ປີ (1 ພະຈິກ 1989-1 ພະຈິກ 2025) ແລະ ຕົນເອງ ກໍຮູ້ສຶກເປັນກຽດ ແລະ ດີໃຈ ທີ່ໄດ້ຕາງໜ້າໃຫ້ຄະນະພັກ-ຄະນະນໍາ ທຄຕລ ໄດ້ມາຢ້ຽມຢາມ ແລະ ນຳເອົາອຸປະກອນການຮຽນ-ອຸປະກອນກິລາ ມາມອບໃຫ້ 2 ໂຮງຮຽນ ຊຶ່ງສະແດງໃຫ້ເຖິງຄວາມເປັນຫ່ວງເປັນໄຍ ຈາກຄະນະພັກ-ຄະນະນໍາ ທຄຕລ,
![]() |
ໃນໂອກາດນີ້, ທ່ານ ສົມພົງ ແກ້ວມະນີເພັດ ອຳນວຍການໂຮງຮຽນ ມຕ ຕອກອົງແກ້ວ ແລະ ທ່ານ ບຸນມິກ ດວງສະຫວັນ ອຳນວຍການໂຮງຮຽນ ມສ ບໍ່ເຫຼັກຕະນຶງ ໄດ້ກ່າວສະແດງຄວາມຂອບໃຈມາຍັງທ່ານ ໄຊຊະນະ ພົມມະສີ ພ້ອມຄະນະ ກໍຄື ຄະນະພັກ-ຄະນະນໍາ ແລະ ພະນັກງານ ທຄຕລ ທຸກໆຄົນ ທີ່ໃຫ້ການຊ່ອຍເຫຼືອໃນຄັ້ງນີ້ ແລະ ຫວັງວ່າໃນຕໍ່ໜ້າຈະໄດ້ຮັບການສະໜັບສະໜູນຈາກ ທຄຕລ ຕື່ມອີກ.
![]() |
(ຂ່າວ: ສັນຍາ)



ຄໍາເຫັນ