ທຫລ ພາກໃຕ້ແຂວງຈຳປາສັກ ສືບຕໍ່ຄຸ້ມຄອງມະຫາພາກດ້ານເງິນຕາ

ທຫລ ພາກໃຕ້ແຂວງຈຳປາສັກ ສືບຕໍ່ຄຸ້ມຄອງມະຫາພາກດ້ານເງິນຕາ

ທຫລ ພາກໃຕ້ແຂວງຈຳປາສັກ ສືບຕໍ່ຄຸ້ມຄອງມະຫາພາກດ້ານເງິນຕາ
ສະຫາຍ ໄຊລືຊາ ຜູຍຍະວົງ ເລຂາຄະນະພັກຮາກຖານ ຫົວໜ້າສາຂາ ທະນາຄານແຫ່ງ ສປປ ລາວ ພາກໃຕ້ (ທຫລ.ພຕ) ແຂວງຈຳປາສັກ ໄດ້ລາຍງານ ຕໍ່ຜູ້ສື່ຂ່າວພວກເຮົາ ເມື່ອບໍ່ດົນມານີ້ ວ່າ: ທຫລ.ພຕ ແຂວງຈຳປາສັກ ແມ່ນມີພາລະບົດບາດ ແລະ ໜ້າທີ່ທຽບເທົ່າກົມ ທີ່ເປັນເສນາທິການໃຫ້ຄະນະຜູ້ວ່າການ ທຫລ ໃນການຈັດຕັ້ງປະຕິບັດວຽກງານຄຸ້ມຄອງມະຫາພາກທາງດ້ານເງິນຕາ, ສະຖາບັນການເງິນ ແລະ ລະບົບຊຳລະໃນ 4 ແຂວງພາກໃຕ້ (ຈໍາປາສັກ, ສາລະວັນ, ອັດຕະປື ແລະ ເຊກອງ);
ທຫລ ພາກໃຕແຂວງຈຳປາສກ ສບຕຄມຄອງມະຫາພາກດານເງນຕາ - image 1
 

ສະຫາຍ ໄຊລືຊາ ຜູຍຍະວົງ ໄດ້ຢັ້ງຢືນວ່າ: ຕະຫຼອດ 6 ເດືອນຕົ້ນປີ 2025; ທຫລ.ພຕ ໄດ້ສຸມໃສ່ນຳພາ-ຊີ້ນຳວຽກງານການເມືອງ-ແນວຄິດ, ນຳພາສະມາຊິກພັກ, ພະນັກງານຈັດຕັ້ງປະຕິບັດວຽກງານວິຊາສະເພາະປະກອບສ່ວນເຂົ້າໃນແກ້ໄຂບັນຫາຄວາມຫຍຸ້ງຍາກທາງດ້ານການເງິນ-ເງິນຕາ, ບັນຫາອັດຕາເງິນເຟີ້, ການຄຸ້ມຄອງເງິນຕາຕ່າງປະເທດ ແລະ ການສະໜອງແຫຼ່ງທຶນນະໂຍບາຍສິນເຊື່່ອ ເພື່ອກະຈາຍແຫຼ່ງທຶນສູ່ທ້ອງຖິ່ນ ຕິດພັນກັບການຈັດຕັ້ງຜັນຂະຫຍາຍວາລະແຫ່ງຊາດ, ວາລະຂອງແຂວງ ແລະ ມະຕິ 04 ຂອງກົມການເມືອງສູນກາງພັກ ກ່ຽວກັບການສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງໃນໄລຍະໃໝ່.

ໃນ 6 ເດືອນຕົ້ນປີ 2025 ທຫລ.ພຕ ສາມາດຍາດໄດ້ຜົນສຳເລັດຫຼາຍດ້ານ ເປັນຕົ້ນ ໄດ້ຈັດກອງປະຊຸມ ສະຫຼຸບຜົນການຈັດຕັ້ງປະຕິບັດວຽກງານຄຸ້ມຄອງເງິນຕາຕ່າງປະເທດ ປະຈໍາປີ 2024; ເຜີຍແຜ່ນິຕິກໍາ ທີ່ນໍາໃຊ້ໃນວຽກງານຄຸ້ມຄອງເງິນຕາຕ່າງປະເທດ; ຍົກສູງບົດບາດດ້ານການຄຸ້ມຄອງຂອງ ທຫລ.ພຕ ດ້ວຍການນໍາໃຊ້ ແລະ ປະຕິບັດນິຕິກໍາ ທີ່ຕິດພັນກັບການຄຸ້ມຄອງເງິນຕາຕ່າງປະເທດ ແລະ ການແລກປ່ຽນເງິນຕາທີ່ ທຫລ ວາງອອກ; ສ້າງຈິດສໍານຶກ ແລະ ຄ່ານິຍົມໃນການນໍາໃຊ້ເງິນ ຕາຕ່າງປະເທດໃນສັງຄົມ ໂດຍການຈັດຕັ້ງປະຕິບັດວຽກງານຄຸ້ມຄອງເງິນຕາ ໃຫ້ເປັນລະບົບຄົບຊຸດ, ທັນສະໄໝ ແລະ ສະກັດກັ້ນການແລກປ່ຽນ ທີ່ບໍ່ຖືກຕ້ອງ, ພ້ອມທັງຕອບສະໜອງຄວາມຕ້ອງການເງິນຕາຕ່າງປະເທດໃນສັງຄົມ ເພື່ອເຮັດໃຫ້ວຽກງານຄຸ້ມຄອງເງິນຕາ ໄດ້ຮັບການຈັດຕັ້ງປະຕິບັດມີຜົນສັກສິດຢ່າງແທ້ຈິງ.

ໃນການລະດົມເງິນຝາກຂອງທະນາຄານທຸລະກິດ (ທທກ) ແລະ ສະຖາບັນການເງິນຈຸລະພາກ 4 ແຂວງພາກໃຕ້ ມາຮອດເດືອນ 6/ 2025 ຍອດສະສົມທັງໝົດປະຕິບັດໄດ້ 20,257.55 ຕື້ກີບ ເທົ່າກັບ 81.84% ເພີ່ມຂຶ້ນ 18.52% ທຽບໃສ່ໄລຍະດຽວກັນຂອງປີຜ່ານມາ. ສະເພາະການສະໜອງສິນເຊື່ອ ມີຍອດສະສົມທັງໝົດ ປະຕິບັດໄດ້ 9,353.18 ຕື້ກີບ ເພີ່ມຂຶ້ນ 7.24% ທຽບໃສ່ໄລຍະດຽວກັນຂອງປີຜ່ານມາ. ຂະນະດຽວກັນ ຍັງຕິດຕາມກວດກາທະນາຄານນະໂຍບາຍ ທີ່ຢູ່ໃນແຂວງຂອງຕົນຮັບຜິດຊອບ ເປັນຕົ້ນການເກັບກໍາຂໍ້ມູນຖານະການເງິນ ເພື່ອລາຍງານໃຫ້ອໍານາດການປົກຄອງທ້ອງຖິ່ນ ແລະ ຊຸກຍູ້ການປະຕິບັດພາລະບົດບາດ ໃນການປະກອບສ່ວນແກ້ໄຂຄວາມທຸກຍາກ ຂອງປະຊາຊົນບັນດາເຜົ່າ ໃນເຂດເມືອງທຸກຍາກ, ຈຸດສຸມ, ບ້ານ 3 ສ້າງ ແລະ ຊ່ວຍຕິດຕາມການແກ້ໄຂໜີ້ສິນ ຮ່ວມກັບຄະນະກໍາມະການຂັ້ນແຂວງ ແລະ ເມືອງ. ພ້ອມດຽວກັນນັ້ນ; ທຫລ.ພຕ ຍັງເປັນເຈົ້າການປະສານສົມທົບກັບອໍານາດການປົກຄອງທ້ອງຖິ່ນ ແລະ ທທກ ເພື່ອສືບຕໍ່ຜັນຂະຫຍາຍຈັດຕັ້ງປະຕິບັດນະໂຍບາຍສິນເຊື່ອ ເພື່ອກະຈາຍແຫຼ່ງທຶນສູ່ທ້ອງຖິ່ນ (ສິນເຊື່ອ 765) ໃຫ້ບັນລຸຕາມຈຸດປະສົງ ແລະ ລະດັບຄາດໝາຍທີ່ກໍານົດໄວ້.

ຮອດປະຈຸບັນ, ໄດ້ອະນຸມັດສິນເຊື່ອໄດ້ທັງໝົດ 188 ຫົວໜ່ວຍ ລວມວົງເງິນ 321.76 ຕື້ກີບ ກວມ 31.55% ທຽບໃສ່ແຜນໂຄງການ 3 ປີ. ໃນນີ້, ສະໜອງໃຫ້ຂະແໜງກະສິກໍາ ແລະ ປ່າໄມ້ 84 ຫົວໜ່ວຍ ກວມ 49%, ບໍລິການທ່ອງທ່ຽວ ແລະ ການຄ້າ 86 ຫົວໜ່ວຍ ກວມ 45% ແລະ ຂະແໜງ ອຸດສາຫະກໍາ ແລະ ຫັດຖະກໍາ 18 ຫົວໜ່ວຍ ກວມ 6% ຂອງວົງເງິນອະນຸມັດທັງໝົດ. ສະເພາະ 6 ເດືອນປີ 2025 ໄດ້ອະນຸມັດຈໍານວນ 63 ຫົວໜ່ວຍ ລວມວົງເງິນ 120.15 ຕື້ກີບ ກວມ 35% ຂອງແຜນການປີ.

ສຳລັບສິນເຊື່ອ ແມ່ນແຍກອອກເປັນແຕ່ລະແຂວງ ຄື: ຈໍາປາສັກ ອະນຸມັດ 78 ຫົວໜ່ວຍ ວົງເງິນ 165.11 ຕື້ກີບ, ໃນ 6 ເດືອນ 2025 ໄດ້ອະນຸມັດ ຈໍານວນ 28 ຫົວໜ່ວຍ ວົງເງິນ 56.45 ຕື້ກີບ ເທົ່າກັບ 56.45% ຂອງແຫຼ່ງທຶນຈັດສັນປະຈໍາປີ (100 ຕື້ກີບ); ສາລະວັນ ອະນຸມັດ 68 ຫົວໜ່ວຍ ວົງເງິນ 93.65 ຕື້ກີບ, ໃນ 6 ເດືອນ/2025 ໄດ້ອະນຸມັດ 17 ຫົວໜ່ວຍ ວົງເງິນ 27.90 ຕື້ກີບ ເທົ່າກັບ 34.87% ຂອງແຫຼ່ງທຶນຈັດສັນປະຈໍາປີ (80 ຕື້ກີບ); ເຊກອງອະນຸ ມັດ 29 ຫົວໜ່ວຍ ລວມ ວົງເງິນ 44.20 ຕື້ກີບ, 6 ເດືອນ/2025 ໄດ້ອະນຸມັດຈໍານວນ 13 ຫົວໜ່ວຍ ວົງເງິນ 28.20 ຕື້ກີບ ເທົ່າກັບ 35.25% ຂອງແຫຼ່ງທຶນຈັດສັນປະຈໍາປີ (80 ຕື້ກີບ); ອັດຕະປື ອະນຸ ມັດ 13 ຫົວໜ່ວຍ ວົງເງິນ 18.80 ຕື້ກີບ, ໃນ 6 ເດືອນ/2025 ໄດ້ອະນຸມັດ ຈໍານວນ 5 ຫົວໜ່ວຍ ລວມວົງເງິນ 7.60 ຕື້ກີບ ເທົ່າກັບ 9.50% ຂອງແຫຼ່ງທຶນຈັດສັນປະຈໍາປີ (80 ຕື້ກີບ);

ທຫລ ພາກໃຕແຂວງຈຳປາສກ ສບຕຄມຄອງມະຫາພາກດານເງນຕາ - image 2
 

ສະຫາຍ ໄຊລືຊາ ຜູຍຍະວົງ ໄດ້ແຈ້ງຕື່ມວ່າ: ແຜນການ 6 ເດືອນທ້າຍປີ 2025 ຍັງສືບຕໍ່ຕິດຕາມການປະຕິບັດກົນໄກການລະດົມແຫຼ່ງທຶນ ແລະ ນະໂຍບາຍສິນເຊື່ອ ໃນຂັ້ນມະຫາພາກ ໂດຍສະເພາະນະໂຍບາຍສິນເຊື່ອ 765, ພ້ອມທັງຊຸກຍູ້ໃຫ້ບັນດາ ທທກ ແລະ ສະຖາບັນການເງິນຈຸລະພາກ ປະກອບສ່ວນສ້າງຄວາມເຂັ້ມແຂງດ້ານແຫຼ່ງທຶນ ແລະ ແກ້ໄຂບັນຫາໜີ້ສິນ ທີ່ບໍ່ເກີດດອກອອກຜົນ, ພ້ອມທັງຕິດຕາມ ແລະ ຊຸກຍູ້ວຽກງານການສ້າງຄວາມເຂັ້ມແຂງ ໃຫ້ແກ່ສະຖາບັນການເງິນ ທີ່ຢູ່ພາຍໃຕ້ການຄຸ້ມຄອງຂອງ ທຫລ.ພຕ; ລົງຕິດຕາມ ຊຸກຍູ້ການສ້າງເສດຖະກິດຕາມແນວທາງ ສອຈ ຂອງປະຊາຊົນພາຍໃນເມືອງຕ່າງໆ ຂອງແຂວງຈໍາປາສັກ ຜ່ານບັນດາກອງທຶນ, ສະຫະກອນສິນເຊື່ອ ໂດຍການຊຸກຍູ້ ໃຫ້ກອງທຶນ ແລະ ສະຫະກອນສິນເຊື່ອເງິນ ແລະ ຝາກປະຢັດເປັນໃຈກາງ ທາງດ້ານການເງິນ ຕອບສະໜອງໃຫ້ການຜະລິດໃນທ້ອງຖິ່ນ, ຊຸມຊົນ ຊຸກດັນໃຫ້ສະຫາກອນສິນເຊື່ອ ແລະ ເງິນຝາກປະຢັດ ຫາທາງຂະຫຍາຍກິດຈະການຂອງຕົນໄປໃນຂະແໜງການຜະລິດ, ການຄ້າ ແລະ ບໍລິການ ທີ່ເໝາະສົມ, ສອດຄ່ອງກັບລະບຽບການກ່ຽວຂ້ອງ, ສືບຕໍ່ຊຸກຍູ້ສົ່ງເສີມວຽກງານການປົກປ້ອງຜູ້ບໍລິໂພກທາງດ້ານການເງິນ ໄປຄຽງຄູ່ກັບການພັດທະນາການບໍລິການຂອງລະບົບສະຖາບັນການເງິນ, ສົ່ງເສີມການເຂົ້າເຖິງການບໍລິການທາງດ້ານການເງິນ ເພື່ອສ້າງຮັບຮູ້ ແລະ ເຂົ້າໃຈກ່ຽວກັບວຽກງານທະນາຄານ-ລະບົບການບໍລິການດ້ານການເງິນຂອງສັງຄົມໃຫ້ທົ່ວເຖິງ. ໃນນີ້, ທຫລ.ພຕ ຈະເດີນສຳຫຼວດການເຂົ້າເຖິງການບໍລິການທາງດ້ານການເງິນຢູ່ 16 ບ້ານຢູ່ຈຳປາສັກ ແລະ ອັດຕະປື.

ສືບຕໍ່ຈັດຕັ້ງປະຕິບັດ, ຜັນຂະຫຍາຍ, ເຜີຍແຜ່ບັນດາກົດໝາຍ ແລະ ນິຕິກຳໃຕ້ກົດໝາຍ ທີ່ ທຫລ ວາງອອກ; ສືບຕໍ່ຕິດຕາມບັນດາຮ້ານແລກປ່ຽນເງິນຕາ ແລະ ຮ້ານໂອນເງິນທີ່ບໍ່ໄດ້ຮັບອະນຸຍາດ ຮ່ວມກັບເຈົ້າໜ້າທີ່ຕໍາຫຼວດເສດຖະກິດ ປກສ ແຂວງ ເພື່ອຕິດຕາມການເຄື່ອນໄຫວ ແລະ ປະຕິບັດມາດ ຕະການຕໍ່ຜູ້ລະເມີດ; ຊຸກຍູ້ສົ່ງເສີມການນຳໃຊ້ເງິນກີບ ຕາມເປົ້າໝາຍສະຖາບັນການສຶກສາ ເພື່ອປູກຈິດສຳນຶກ ແລະ ຄ່ານິຍົມໃນການນຳໃຊ້ເງິນກີບຕາມແຜນການ; ເອົາໃຈໃສ່ຕິດຕາມ ແລະ ຊ່ວຍໃນການຄຸ້ມຄອງກະແສເງິນຕາຕ່າງປະເທດ ຕິດພັນກັບການນໍາເຂົ້າ-ສົ່ງອອກສິນຄ້າ ແລະ ບໍລິການຜ່ານລະບົບການບໍລິຫານເງິນຕາຕ່າງປະເທດ ຕາມສັດສ່ວນການໂອນ ແລະ ການຂາຍເງິນໃຫ້ແກ່ລະບົບທະນາຄານ ຕາມທີ່ໄດ້ກຳນົດລະບຽບການ; ສືບຕໍ່ຊຸກຍູ້ບໍລິສັດ ແລະ ປະສານກັບພາກສ່ວນກ່ຽວຂ້ອງ ເພື່ອຈັດຕັ້ງປະຕິບັດວຽກງານຄຸ້ມຄອງເງິນຕາຕ່າງປະເທດ ທີ່ຕິດພັນກັບກະແສເງິນລົງທຶນຈາກຕ່າງປະເທດ ຂອງບັນດາບໍລິ ສັດ ທີ່ມີການລົງທຶນໃນກິດຈະການສໍາປະທານ ແລະ ທົ່ວໄປ ທີ່ມີຮູ້ນເກີນ 10% ໃຫ້ເຂົ້າມາຢັ້ງຢືນການນໍາເຂົ້າທຶນນໍາ ທຫລ.ພຕ ເພື່ອຕິດຕາມບໍລິມາດທຶນ ທີ່ເປັນເງິນຕາຕ່າງປະເທດຕົວຈິງ ທີ່ໄດ້ນໍາເຂົ້າມາ ສປປ ລາວ; ເຄື່ອນໄຫວຊຸກຍູ້ການຊໍາລະສະສາງ ເປັນເງິນກີບກັບບັນດາຫ້າງຮ້ານ, ບໍລິສັດ, ຕະຫຼາດ, ດ່ານປະເພນີ-ດ່ານສາກົນ ແລະ ບັນດາທຸລະກິດຕ່າງໆ ທີ່ຕິດພັນກັບການຮັບຊໍາລະ ແລະ ໂຄສະນາລາຄາສິນຄ້າເປັນເງິນຕາຕ່າງປະເທດ ເພື່ອໃຫ້ເຂົ້າມາຂໍອະນຸຍາດຈາກ ທຫລ (ສໍາລັບຫົວໜ່ວຍ ທີ່ເປັນເປົ້າໝາຍນໍາໃຊ້ເງິນຕາຕ່າງປະເທດ).

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູ ຈຳກັດ ຮ່ວມມກັບ ຫໍສະໝຸດ ແຂວງຫຼວງພະບາງ,ໄດ້ນຳເອົາອຸປະ ກອນສົ່ງເສີມການອ່ານ,ເຄື່ອງສຸຂະອະນາໄມ,ປຶ້ມຂຽນ ແລະ ອື່ນໆ,ລວມມີມູນຄ່າທັງໝົດ 14 ລ້ານກີບ ມາມອບໃຫ້ແກ່ ນ້ອງນັກຮຽນໂຮງຮຽນປະຖົມສົມບູນບ້ານຫາດຄີບ,ເມືອງງອຍ,ແຂວງຫຼວງພະບາງ.
ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ວັນທີ 17 ທັນວາຜ່ານມາ ຢູ່ທີ່ສະໂມສອນເມືອງຫຼວງນ້າທາ ແຂວງຫຼວງນໍ້າທາ ໄດ້ຈັດພິທີເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ ເປັນສິ້ນຄ້າຢູ່ເມືອງຫຼວງນ້ຳທາ ໂດຍການເຂົ້າຮ່ວມຂອງ ທ່ານ ສີຈັນ ລໍທອງໂຫຼຍ ຮັກສາການຮອງເຈົ້າເມືອງຫຼວງນໍ້າທາ ຜູ້ຊີ້ນໍາວຽກງານເສດຖະກິດຂັ້ນເມືອງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ອີງຕາມການປະກາດຄໍາສັ່ງຂອງ ທ່ານ ໂດນັນ ທຣໍາ, ປະທານາທິບໍດີ ແຫ່ງ ສະຫະລັດ ອາເມຣິກາ ໃນວັນທີ 16 ທັນວາ 2025 ກ່ຽວກັບ ການຈັດຕັ້ງປະຕິບັດມາດຕະການຈໍາກັດ ແລະ ເພີ່ມຄວາມເຂັ້ມງວດຕໍ່ການອອກວີຊາ ເຂົ້າ-ອອກ ສະຫະລັດ ອາເມຣິກາ ສຳລັບພົນລະເມືອງຈາກບາງປະເທດ.
ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ເມື່ອບໍ່ດົນຜ່ານມານີ້, ທີ່ ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໃນຖານະຈຸດປະສານງານ ກໍຄື ກອງເລຂາຄະນະຊີ້ນໍາລະດັບຊາດ ເພື່ອການຈັດຕັ້ງປະຕິບັດແຜນດໍາເນີນງານ ສປຊ ສໍາລັບປະເທດດ້ອຍພັດທະນາໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບພາກສ່ວນເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມ, ໂດຍການເປັນປະທານຂອງ ທ່ານ ນ. ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ຊຶ່ງມີຜູ້ເຂົ້າຮ່ວມຈາກສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ບັນດາບໍລິສັດເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມລວມທັງໝົດປະມານ 100 ທ່ານ.
ສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ IV ສຳເລັດກອງປະຊຸມທ້າຍສະໄໝ

ສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ IV ສຳເລັດກອງປະຊຸມທ້າຍສະໄໝ

ກອງປະຊຸມທ້າຍສະໄໝ ຂອງສະພາປະຊາຊົນແຂວງ ຊຸດທີ IV ໄດ້ສຳເລັດໃນຕອນບ່າຍຂອງວັນທີ 17 ທັນວາ 2025 ພາຍຫຼັງໄດ້ດໍາເນີນມາເປັນເວລາ 2 ວັນເຕັມ. ເຊີ່ງໄດ້ຄົ້ນຄວ້າ, ພິຈາລະນາ ແລະ ຮັບຮອງ ເອົາບັນດາວຽກງານສຳຄັນພື້ນຖານຂອງແຂວງ ຫຼາຍບັນຫາ.
ນະຄອນຫຼວງວຽງຈັນ ສົ່ງເສີມກຸ່ມການຜະລິດຫຼຸດຜ່ອນການນໍາເຂົ້າ

ນະຄອນຫຼວງວຽງຈັນ ສົ່ງເສີມກຸ່ມການຜະລິດຫຼຸດຜ່ອນການນໍາເຂົ້າ

ວຽກງານກະສິກໍາແມ່ນວຽກງານໜຶ່ງທີ່ມີຄວາມສໍາຄັນຍິ່ງ ເພື່ອຮັບປະກັນຊີວິດການເປັນຢູ່ຂອງຄົນໃນສັງຄົມ ໃຫ້ມີອາຫານພຽງພໍ, ຄຽງຄູ່ກັນນັ້ນ ພັກ, ລັດ ຍັງຊຸກຍູ້ສົ່ງເສີມປວງຊົນ ອອກແຮງຜະລິດໃຫ້ຫຼາຍ ແລະ ສົ່ງອອກ ສ້າງລາຍຮັບເຂົ້າຄອບຄົວ ກໍຄືປະເທດຊາດ.
ປິດຊຸດອົບຮົມວິຊາຊີບຕັດຫຍິບ ສໍາລັບໄວໜຸ່ມຍິງ ພິການ ແລະ ດ້ອຍໂອກາດ

ປິດຊຸດອົບຮົມວິຊາຊີບຕັດຫຍິບ ສໍາລັບໄວໜຸ່ມຍິງ ພິການ ແລະ ດ້ອຍໂອກາດ

ວັນທີ 18 ທັນວາ 2025ນີ້, ສູນພັດທະນາແມ່ຍິງບັນດາເຜົ່າ ແຂວງເຊກອງ ໄດ້ຈັດພິທີປິດຊຸດອົບຮົມວິຊາຊີບຕັດຫຍິບ ພາກປົກກະຕິ ຊຸດທີ XIX ສໍາລັບໄວໜຸ່ມເພດຍິງ ທີ່ມີຄວາມພິການ ແລະ ດ້ອຍໂອກາດ ໂດຍທ່ານ ນາງ ເພັດດາແກ້ວ ພົນສາລາດ ຮອງປະທານສະຫະພັນແມ່ຍິງແຂວງເຊກອງ, ມີທ່ານ ນາງ ສຸກອຸລາ ວັນນະວົງ ຜູ້ບໍລິຫານໂຄງການສ້າງຄວາມເຂັ້ມແຂງດ້ານຮັກສາສຸຂະພາບ ແລະ ພັດທະນາຊຸມຊົນແບບມີສ່ວນຮ່ວມ (SFE), ມີຄະນະຮັບຜິດຊອບຊຸດອົບຮົມ ແລະ ຄູຝຶກ ເຂົ້າຮ່ວມ.
ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງວຽງຈັນ

ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງວຽງຈັນ

ເມືອງວຽງຄຳ ແຂວງວຽງຈັນ ໄດ້ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງ ສະໄໝທີ VII ຂຶ້ນໃນວັນທີ 18 ທັນວານີ້ ທີ່ຫ້ອງປະຊຸມເມືອງ, ໂດຍການເປັນປະທານຂອງ ສະຫາຍ ພູທະນູເພັດ ໄຊສົມບັດ ເລຂາຄະນະບໍລິຫານງານພັກແຂວງວຽງຈັນ.
ເພີ່ມເຕີມ