ທຫລ ວາງ 12 ແຜນວຽກຄຸ້ມ​ຄອງ​ເງິນ​ຕາ​ຕ່າງ​ປະ​ເທດ

ທຫລ ວາງ 12 ແຜນວຽກຄຸ້ມ​ຄອງ​ເງິນ​ຕາ​ຕ່າງ​ປະ​ເທດ
ທ່ານ ເພັດສະຖາພອນ ແກ້ວວົງວິຈິດ ຫົວໜ້າກົມຄຸ້ມຄອງເງິນຕາຕ່າງປະເທດ, ທະນາຄານແຫ່ງ ສປປລາວ (ທຫລ) ໄດ້ໃຫ້ຮູ້ກ່ຽວກັບທິດທາງໃນຕໍ່ໜ້າ, ເຖິງ​ວ່າ​ການ​ຄຸ້ມ​ຄອງ​ເງິນ​ຕາ​ຕ່າງ​ປະ​ເທດ​ໄດ້​ມີ​ການ​ປັບ​ປຸງດີ​ຂຶ້ນ, ແຕ່ ທ​ຫລ ຍັງ​ຈະ​ຕ້ອງ​ໄດ້​ສືບ​ຕໍ່​ປັບ​ປຸງແກ້​ໄຂ. ສະ​ນັ້ນ, ທິດ​ທາງ​ການ​ຄຸ້ມ​ຄອງ​ເງິນ​ຕາ​ຕ້ອງ​ຮັບ​ປະ​ກັນສະ​ພາບ​ທາງ​ດ້ານ​ເງິນ​ຕາ​ໂດຍ​ລວມ​ມີ​ຄວາມ​ສະຫ​ງົບ, ໝັ້ນ​ທ່ຽງ. ທ​ຫລ ​ຈະ​ສືບ​ຕໍ່​​​ຄຸ້ມ​ຄອງ​ແຫຼ່ງ​ເງິນ​ຕາ​ຕ່າງ​ປະ​ເທດ​ໃຫ້​ເຂົ້າ​ສູ່​ລະ​ບົບ​ທະ​ນາ​ຄານ​ເພີ່ມ​ຂື້ນ, ສ້າງ​ຄວາມ​ສົມ​ດຸນ​ລະ​ຫວ່າງ​ກະ​ແສ​ເງິນ​ຕາ​ເຂົ້າ​-​​ອອກ​ໄປເພື່ອ​ຊຳ​ລະ​ກັບ​ຕ່າງ​ປະ​ເທດ,​ ສ້າງ​ຄວາມ​ເຂັ້ມ​ແຂງ​ຄັງ​ສຳ​ຮອງ​ເງິນ​ຕາ​ຕ່າງ​ປະ​ເທດ​​ສາ​ມາດ​ກຸ້ມ​ການ​ນຳ​ເຂົ້າ​ຫຼາຍກວ່າ 5 ເດືອນ ແລະ ​ບັນ​ລຸ​ຄາດ​ໝາຍ​ມະ​ຕິສະ​ພາ​ແຫ່ງ​ຊາດ​ກຳ​ນົດ, ນຳລາຍ​ຮັບ​ເງິນ​ຕາ​ຕ່າງປະເທດຈາກ​ການ​ສົ່ງ​ອອກ ​ເຂົ້າ​ລະ​ບົບ​ທະ​ນາ​ຄານໃນ ສ​ປ​ປ​ ລາວ ​ໃຫ້​ໄດ້​ຢ່າງ​ໜ້ອຍ 70%, ສະ​ນັ້ນ ທ​ຫລ ຈະສຸມ​ໃສ່​ໜ້າ​ວຽກ​ຕົ້ນ​ຕໍ​ດັ່ງ​ນີ້: ຈະສ້າງ ແລະ ປັບປຸງນິຕິກຳລຸ່ມ​ກົດ​ໝາຍເປັນ​ຕົ້ນ: ຂໍ້​ກຳ​ນົດ​ກ່ຽວ​ກັບການ​ຄຸ້ມ​ຄອງ​ລາຍ​ຮັບເງິນ​ຕາຫົວ​ໜ່ວຍ​ຜູ້​ສົ່ງ​ອອກເພື່ອແລກ​ເງິນ​ຕາ​ກັບ​ລະ​ບົບ​ທະ​ນາ​ຄານຕາມ​ສັດ​ສ່ວນ​ຂັ້ນ​ຕ່ຳ, ກຳ​ນົດ​ເປົ້າ​ໝາຍການ​ນຳ​ໃຊ້​ເງິນ​ຕາ​ໃນ ສ​ປ​ປ​ລາວ, ການ​ຄຸ້ມ​ຄອງ​ເງິນ​ຕາ​ຈາກ​ລາຍ​ຮັບ​ແຮງ​ງານ, ການ​ທ່ອງ​ທ່ຽວ, ການ​ເປີດ​ບັນ​ຊີ​ເງິນ​ຕາ​ຕ່າງ​ປະ​ເທດ​ຢູ່​ພາຍ​ໃນ​ ແລະ​ຕ່າງ​ປະ​ເທດ; ຄຸ້ມ​ຄອງ​ກະ​ແສ​ເງິນ​ຕາຕ່າງ​ປະ​ເທດ​ດ້ານ​ການ​ຄ້າ​ລະ​ຫວ່າງ​ປະ​ເທດ ​ໂດຍໃຫ້​ສຳ​ເລັດ​ການເປີດ/ຫັນບັນຊີເງິນຝາກສະເພາະບໍລິສັດນຳ​ເຂົ້​າ-ສົ່ງອອກ​ໃນ​ໄຕ​ມາດ 1 ປິ 2024; ເລັ່ງພັດທະນາລະບົບ​ການຄຸ້ມ​ຄອງ​ກະ​ແສ​ເງິນ​ຕາຕ່າງ​ປະ​ເທດໃຫ້ທົດລອງ​ນຳໃຊ້ໃນ​ໄຕ​ມາດ 1 ປີ2024 ແລະ ​ມີ​ການ​ຄຸ້ມ​ຄອງ​ຕິດ​ຕາມ​ແບບ​ອອນ​ລາຍໂດຍ​ເຊື່ອມ​ໂຍງ​ກັບ​ຂະ​ແໜງ​ການ (ການ​ເງິນ, ການ​ຄ້າແລະທະ​ນາ​ຄານ); ຕິດຕາມຫົວ​ໜ່ວຍ​ຜູ້ສົ່ງອອກ ນໍາລາຍຮັບເງິນ​ຕາເຂົ້າມາ ສປປ ລາວ ຜ່ານລະບົບທະນາຄານ ​ຕາມໄລຍະເວລາ ແລະ ອັດຕາສ່ວນນຳລາຍຮັບເຂົ້າມາ ພ້ອມທັງຂາຍອັດຕາສ່ວນ​ຂັ້ນ​ຕ່ຳໃຫ້ແກ່ລະບົບທະນາຄານ​; ລົງ​ຕິດ​ຕາມ​ຊຸກ​ຍູ້​ວຽກ​ງານ​ຄຸ້ມ​ຄອງ​ເງິນ​ຕາ​ຕ່າງ​ປະ​ເທດ​ນຳຫົວ​ໜ່ວຍ​ສົ່ງ​ອອກ ​ແຕ່​ລະ​ຂະ​ແໜງ​ການຢູ່​ທ້ອງ​ຖິ່ນໃນ​ດ່ານ​ທີ່​ມີ​ການ​ສົ່ງ​ອອກເພື່ອນຳ​ລາຍ​ຮັບເງິນ​ຕາ​ເຂົ້າ​ມາ​ຕາມ​ລະ​ບຽບ​ການ; ຄຸ້ມ​ຄອງ​​​ການ​ອະ​ນຸ​ຍາດ​ໂອນ​ເງິນ​ເພື່ອ​ຊຳ​ລະ​ກັບ​ຕ່າງ​ປະ​ເທດໂດຍ​ສະ​ເພາະ​​ຊຳ​ລະ​ສິນ​ຄ້າ ​ແລະ ການ​ບໍ​ລິ​ການ​ທີ່​ມີ​ລັກ​ສະ​ນະ​ຟຸມ​ເຟືອຍຂອງ​ບຸກ​ຄົນ ແລະ​ ນິ​ຕິ​ບຸກ​ຄົນຜ່ານ​ທະ​ນາ​ຄານ​ທຸ​ລະ​ກິດ (ເປັນ​ຕົ້ນການ​ໂອນ​ເງິນ​ຊື້ອະ​ສັງ​ຫາ​ລິ​ມະ​ຊັບ, ພາ​ຫະ​ນະ​ ແລະ​ ອື່ນໆ); ເອົາ​ໃຈ​ໃສ່​​ຄຸ້ມ​ຄອງ​ກະ​ແສ​ການ​ລົງ​ທຶນ​ໂດຍ​ກົງຕ່າງ​ປະ​ເທດ​ທັງ​ສູນ​ກາງ​ ແລະ ​ທ້ອງ​ຖິ່ນໃຫ້​ມາຢັ້ງ​ຢືນ​ທຶນ​ໃຫ້​ທັນ​ເວ​ລາ, ເມື່ອ​ນຳ​ທຶນ​ເຂົ້າ​ມາ​ຜ່ານ​ທະ​ນາ​ຄານ​​ຢູ່ ສ​ປ​ປ​ ລາວ ເພື່ອ​ສະ​ດວກ​ໃນ​ການ​ໂອນ​ທຶນ​ກັບ​ຄືນປະ​ເທດ​ໃນ​ອາ​ນາ​ຄົດ; ປະ​ຕິ​ບັດ ​ຜູ້​ລົງ​ທຶນ​ຕ່າງ​ປະ​ເທດ​ເປີດ​ບັນ​ຊີກະ​ກຽມ​ການ​ລົງ​ທຶນກັບ​ທະ​ນາ​ຄານ​ທຸ​ລະ​ກິດ ​ກ່ອນ​ໄດ້​ຮັບ​ອະ​ນຸຍາດ​ລົງ​ທຶນ ​ຫຼື ທະ​ບຽນ​ວິສາ​ຫະ​ກິດແລະ/ຫຼື ​ຫັນ​ບັນ​ຊີເງິນ​ຝາກສະ​ເພາະ​ກ່ຽວ​ກັບ​ການ​ລົງ​ທຶນ; ຊຸກ​ຍູ້ຫົວ​ໜ່ວຍ FDI ​​ແລກ​ປ່ຽນ​ເງິນ​ນຳ​ທະ​ນາ​ຄານຜ່ານ​ບັນ​ຊີ​ດັ່ງ​ກ່າວ​ເມື່ອ​ມີ​ການ​ໃຊ້​ຈ່າຍ​ຢູ່​ພາຍ​ໃນ​ ສ​ປ​ປ​ ລາວ ເປັນ​ເງິນ​ກີບເປັນ​ຕົ້ນຄ່າ​ສິນ​ຄ້າ, ຄ່າ​ບໍ​ລິ​ການ, ເບີກ​ຈ່າຍ​ເງິນ​ເດືອນ ຫຼື ຄ່າ​ແຮງ​ງານ ແລະ ​ອື່ນໆ; ສ້າງຍຸດທະສາດຄຸ້ມຄອງໜີ້ສິນຕ່າງປະເທດໃນລະດັບຄວບຄຸມໄດ້ ແລະ ກຳ​ນົດ​​ຂ​ອບ​ເຂດເພ​ດານອະ​ນຸ​ຍາດ​ກູ້​ຢືມຕ່າງ​ປະ​ເທດ​ຂອງ​ຂະ​ແໜງ​ການ (ພາກ​ລັດ, ເອ​ກະ​ຊົນ, ສະ​ຖາ​ບັນ​ການ​ເງິນ​ ແລະ​​ ສະ​ຖາ​ບັນການ​ເງິນ​ທີບໍ່​ແມ່ນ​ທະ​ນາ​ຄານ) ໃຫ້​ຢູ່​ລະ​ດັບລວມ​ສະ​ເ​ລ່ຍ 60-70% ຂອງ GDP ໃນ 5 ປີຕໍ່​ໜ້າ; ສົ່ງເສີມການນໍາໃຊ້ເງິນກີບໃນການຊໍາລະ ແລະ ການຕິດປະກາດລາຄາສິນຄ້າ ແລະ ບໍລິການພາຍໃນປະເທດໃຫ້ເປັນເງິນກີບ ແລະ ຜ່ານ​ລະ​ບົບ​ທະ​ນາ​ຄານໂດຍ​ສະ​ເພາະການ​ຊຳ​ລະ​ຄ່າ​ທີ​ດິນ ​ແລະ ​ພາ​ຫະ​ນະ, ສົ່ງເສີມການນຳໃຊ້ສະກຸນທ້ອງຖິ່ນໃນການຊຳລະກັບປະເທດອ້ອມຂ້າງ​ຂອງ​ພາ​ກ​ທຸ​ລະ​ກິດໂດຍ​ສະ​ເພາະ​ກີບ-ດົງ, ​ກີບ-ຢວນ​ ແລະ​ ກີບ-​ບາດ; ຕິດຕາມກວດກາການ​ເຄື່ອນ​ໄຫວທຸລະກໍາການເງິນ​ຕ່າງ​ປະ​ເທດ ທີ່ເຄື່ອນໄຫວບໍ່ຖືກຕ້ອງຕາມກົດໝາຍ ເປັນ​ຕົ້ນການ​ແລກ​ປ່ຽນ​ບໍ່​ຖືກ​ຕ້ອງ​ໃຫ້ຫຼຸດ​ລົງ, ການ​ໂອນ​ເງິນ​​ດ່ວ​ນຜ່ານ​ບັນ​ຊີ, ໂດຍ​ສະ​ເພາະການ​ເປີດ​ບັນ​ຊີການ​ສົ່ງ​ອອກ-ນຳ​ເຂົ້າ ແລະ ການ​ເປີດ​ບັນ​ຊີ​ການ​ລົງ​ທຶນ.
ສັງ​ລວມ​ແລ້ວ, ການ​ປັບ​ປຸງ​ການ​ຄຸ້ມ​ຄອງ​ເງິນ​ຕາ​ຕ່າງ​ປະ​ເທດ​ທີ່​ດໍາ​ເນີນ​ແມ່ນ​ມາ​ຖືກ​ທິດທາງ​ແລ້ວ, ຂໍ​ໃຫ້​ສັງ​ຄົມ​ມີ​ຄວາມ​ເຊື່ອ​ໝັ້ນ ແລະ​ ສະ​ໜັບ​ສະ​ໜູນເປັນ​ກຳ​ລັງ​ແຮງຊຸກ​ຍູ້ທິດ​ທາງ​ນະ​ໂຍ​ບາຍ ແລະ ມາດຕະການຕ່າງໆ​ຂອງ​ລັດ​ໃຫ້​ເປັນ​ຈິງ ແລະ​ຕ້ອງ​ເຮັດ​ໃຫ້​ເຖິງ​ຖອງ​ໂດຍ​ການ​ມີ​ສ່ວນ​ຮ່ວມ​ຂອງ​ຫຼາຍ​ຂະ​ແໜງ​ການ, ພ້ອມ​ກັນ​ປະ​ຕິ​ບັດ​​ເປັນ​ເອ​ກະ​ພາບທຸກ​ຂັ້ນທາງ​ສູນ​ກາງ ​ແລະ ​ທ້ອງ​ຖິ່ນ ຊຶ່ງ​ຈະ​ເຮັດ​ໃຫ້​ການ​ຄຸ້ມຄອງ​ເງິນ​ຕາ​ຕ່າງ​ປະ​ເທດ​ໄດ້​ຮັບ​ການ​ປັບ​ປຸງ​​ເປັນ​ລະ​ບົບ​ຄົບ​ຊຸດ ​ແລະ ມີ​ບາດ​ກ້າວ​ຫັນ​ປ່ຽນ​ຢ່າງ​ແທ້ຈິງ ແລະ ​ນຳ​ສະ​ຖຽນ​ລະ​ພາບ​ທາງ​ດ້ານ​ເສດ​ຖະ​ກິດ-ການ​ເງິນ​ກັບ​ຄືນ​ສູ່​ສະ​ພາບ​ປົກ​ກະ​ຕິ​ໂດຍ​ໄວ.
(ຣັດສະໝີ ດວງສັດຈະ)

ຄໍາເຫັນ

ຂ່າວເສດຖະກິດ

ການພັດທະນາ ເສດຖະກິດ ເມືອງໄຊທານີ ຂະຫຍາຍຕົວຢ່າງຕໍ່ເນື່ອງ

ການພັດທະນາ ເສດຖະກິດ ເມືອງໄຊທານີ ຂະຫຍາຍຕົວຢ່າງຕໍ່ເນື່ອງ

ໄລຍະ 6 ເດືອນຕົ້ນປີນີ້, ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຂອງເມືອງໄຊທານີ ນະຄອນ ຫຼວງວຽງຈັນໂດຍລວມດ້ານເສດຖະກິດ ຍັງສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ, ສາມາດຄໍ້າປະກັນດ້ານສະບຽງອາຫານ, ການຜະລິດເຄື່ອງອຸປະໂພກ ບໍລິໂພກພາຍໃນເມືອງໄດ້ມີບາດກ້າວໃໝ່.
ເສດຖະກິດແຂວງຄໍາມ່ວນ ຂະຫຍາຍຕົວຢ່າງຕໍ່ເນື່ອງ ໄລຍະທ້າຍປີແມ່ນລື່ນແຜນການ

ເສດຖະກິດແຂວງຄໍາມ່ວນ ຂະຫຍາຍຕົວຢ່າງຕໍ່ເນື່ອງ ໄລຍະທ້າຍປີແມ່ນລື່ນແຜນການ

ແຂວງຄໍາມ່ວນ ໄດ້ສຸມໃສ່ທຸກຄວາມພະຍາຍາມ ໃນການປຸກລະດົມທຸກກຳລັງແຮງ ທຸກພາກສ່ວນເສດຖະກິດ-ສັງຄົມ ຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ IX (2021-2025) ຂອງແຂວງ ໄປຕາມຍຸດທະສາດການພັດທະນາ ທີ່ກຳນົດໄວ້ “ເປັນແຫຼ່ງຜະລິດສະບຽງອາຫານ, ເປັນຖານພັດທະນາອຸດສາຫະກຳ, ການບໍລິການ ແລະ ການທ່ອງທ່ຽວ” ເພື່ອບັນລຸບັນດາຄາດໝາຍຕ່າງໆ; ໃນນີ້, ສະເພາະດ້ານເສດຖະກິດ ແມ່ນໄດ້ມີການເຕີບໂຕຢ່າງຕໍ່ເນື່ອງ, ມີຄຸນນະພາບ ແລະ ຍືນຍົງ.
5 ປີ ເສດຖະກິດແຂວງຄໍາມ່ວນ ຂະຫຍາຍຕົວຕໍ່ເນື່ອງ ແລະ ຍືນຍົງ

5 ປີ ເສດຖະກິດແຂວງຄໍາມ່ວນ ຂະຫຍາຍຕົວຕໍ່ເນື່ອງ ແລະ ຍືນຍົງ

ໄລຍະ 5 ປີຜ່ານມາເສດຖະກິດ ແຂວງຄໍາມ່ວນ ໄດ້ສືບຕໍ່ຂະຫຍາຍຕົວຕໍ່ເນື່ອງໃນລະດັບ 6.2%, ລວມຍອດຜະລິດຕະພັນພາຍໃນປີ 2025 ບັນລຸໄດ້ 26,772 ຕື້ກີບ, ລາຍຮັບສະເລ່ຍຕໍ່ຫົວຄົນບັນລຸໄດ້ 58.1 ລ້ານກີບ ຫຼື 2,701 ໂດລາສະຫະລັດ/ຄົນ/ປີ; ການລະດົມທຶນທົ່ວສັງຄົມເຂົ້າໃສ່ການພັດທະນາໄດ້ 1,245 ໂຄງການ, ມູນຄ່າ 19,026 ຕື້ກີບ, ລື່ນແຜນການ 13% (ພົ້ນເດັ່ນແມ່ນການດຶງດູດລົງທຶນຈາກ ສປ ຈີນ ມາລົງທຶນ ໃນຂະແໜງອຸດສາຫະກຳຕ່ອງໂສ້ ເກືອໂປຕາສ ມີ 24 ບໍລິສັດ ມູນຄ່າການລົງທຶນ 1,205 ລ້ານໂດລາສະຫະລັດ), ແຂວງສາມາດແກ້ໄຂໜີ້ສິນໄດ້ທັງໝົດ 1,079 ຕື້ກີບ, ສາມາດປິດບັນຊີໜີ້ສິນໄດ້ 159 ໂຄງ.
ດັກຈຶງ ສຸມໃສ່ຜັນຂະຫຍາຍມະຕິຄຳສັ່ງຂອງພັກ ເຮັດໃຫ້ເສດຖະກິດທົ່ວເມືອງ ຂະຫຍາຍຕົວ

ດັກຈຶງ ສຸມໃສ່ຜັນຂະຫຍາຍມະຕິຄຳສັ່ງຂອງພັກ ເຮັດໃຫ້ເສດຖະກິດທົ່ວເມືອງ ຂະຫຍາຍຕົວ

ຕະຫຼອດໄລຍະຜ່ານມາ ອົງຄະນະພັກເມືອງດັກຈຶງ ແຂວງເຊກອງ ໄດ້ຖືສໍາຄັນການຈັດຕັ້ງຜັນຂະຫຍາຍມະຕິຂອງພັກ ບັນດານິຕິກຳ ແລະ ມູນເຊື້ອວັນສຳຄັນຂອງຊາດ ແລະ ສາກົນ ເຮັດໃຫ້ພະນັກງານມີຄວາມໜັກແໜ້ນທາງດ້ານການເມືອງ ມີຄຸນສົມບັດສິນທຳປະຕິວັດ ມີຄວາມເປັນເອກະພາບ ເຊື່ອໝັນຕໍ່ການຊີນຳໆພາຂອງພັກ ເປັນເຈົ້າການປະຕິບັດໜ້າທີ່ ແລະ ເຮັດສຳເລັດການມອບໝາຍ ຊຶ່ງເຮັດໃຫ້ເສດຖະກິດຂອງເມືອງມີການຂະຫຍາຍຕົວດີ.
ເສດຖະກິດ-ເງິນຕາ ຂອງລາວ ມີທ່າອ່ຽງດີຂຶ້ນ.

ເສດຖະກິດ-ເງິນຕາ ຂອງລາວ ມີທ່າອ່ຽງດີຂຶ້ນ.

ຕາມແຫຼ່ງຂ່າວຈາກເພຈ໌ທາງການ ຂອງທະນາຄານແຫ່ງ ສປປ ລາວໃຫ້ຮູ້ວ່າ: ໃນກາງເດືອນສິງຫາຜ່ານມານີ້, ໄດ້ມີກອງປະຊຸມຄະນະກຳມະການນະໂຍບາຍເງິນຕາ ຄັ້ງທີ III ປະຈຳ ປີ 2025 ໂດຍກອງປະຊຸມຄັ້ງນີ້ ໄດ້ຊີ້ໃຫ້ເຫັນຫຼາຍບັນຫາທີ່ມີຜົນຄືບໜ້າດີ ເປັນຕົ້ນ: ສະພາບອັດຕາເງິນເຟີ້ ມີຈັງຫວະຫຼຸດລົງຢ່າງຈະແຈ້ງ ໂດຍສະເພາະເດືອນກໍລະກົດ 2025 ເງິນເຟີ້ຢູ່ໃນລະດັບ 5.30% ຫຼຸດລົງຈາກ 8.3% ໃນເດືອນພຶດສະພາ ແລະ ພາຍໃນເດືອນສິງຫານີ້ ໄດ້ຫຼຸດລົງມາຢູ່ທີ່ 5.0%. ບັນຫານີ້, ໄດ້ບົ່ງບອກໃຫ້ຮູ້ເຖິງສະ ພາບເສດຖະກິດ-ການເງິນ, ເງິນຕາ ຂອງ ສປປ ລາວ ເລີ່ມມີສັນຍານບວກ.
ແຜນພັດທະນາເສດຖະກິດ - ສັງຄົມ 5 ປີ ຄັ້ງທີ VI ຂອງແຂວງບໍລິຄຳໄຊ (2026-2030)

ແຜນພັດທະນາເສດຖະກິດ - ສັງຄົມ 5 ປີ ຄັ້ງທີ VI ຂອງແຂວງບໍລິຄຳໄຊ (2026-2030)

ທ່ານ ຄຳແຫວນ ປັນຍານຸວົງ ຄະນະປະຈຳພັກແຂວງ ຮອງເຈົ້າແຂວງບໍລິຄຳໄຊ ໄດ້ຂຶ້ນຜ່ານແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຕໍ່ກອງປະຊຸມໃຫຍ່ອົງຄະນະພັກແຂວງບໍລິຄຳໄຊ ຄັ້ງທີ VIII ໃນວັນທີ 25 ສິງຫານີ້ວ່າ: ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5 ປີຄັ້ງທີ V (2021-2025). ໃນຕະຫຼອດໄລຍະເວລາ 5 ປີທີ່ຜ່ານມາ ແຂວງພວກເຮົາແມ່ນມີຜົນສໍາເລັດ ແລະ ພົ້ນເດັ່ນຫຼາຍດ້ານ ຊຶ່ງສະແດງອອກໃນການຈັດຕັ້ງປະຕິບັດ 6 ເປົ້າໝາຍ ແລະ 21 ວຽກຈຸດ ດັ່ງນີ້:
7 ເດືອນຕົ້ນປີ ຫຼວງພະບາງສຸມໃສ່ການແກ້ໄຂບັນຫາເຄັ່ງຮ້ອນທາງດ້ານເສດຖະກິດ

7 ເດືອນຕົ້ນປີ ຫຼວງພະບາງສຸມໃສ່ການແກ້ໄຂບັນຫາເຄັ່ງຮ້ອນທາງດ້ານເສດຖະກິດ

ໃນວັນທີ 15 ສິງຫານີ້ ທີ່ຫ້ອງປະຊຸມ ຫ້ອງວ່າການແຂວງຫຼວງພະບາງ ໄດ້ຈັດປະຊຸມສະຫຼຸບ ການຈັດຕັ້ງປະຕິບັດວຽກງານ ຂອງຄະນະສະເພາະກິດການແກ້ໄຂບັນຫາເຄັ່ງຮ້ອນທາງດ້ານເສດຖະກິດຂັ້ນແຂວງ ໃນໄລຍະ 7 ເດືອນຕົ້ນ ແລະ ກຳນົດທິດທາງ ແຜນການໃນ 5 ເດືອນທ້າຍປີ 2025 ໂດຍເປັນປະທານຂອງ ທ່ານ ບຸນເຫຼືອ ສິນໄຊວໍຣະວົງ ຮອງເຈົ້າແຂວງຫຼວງພະບາງ ຫົວໜ້າຄະນະສະເພາະກິດຂັ້ນແຂວງ.
6 ເດືອນຕົ້ນປີ ເສດຖະກິດເມືອງລະມາມ ຂະຫຍາຍຕົວໃນລະດັບ 5.95%

6 ເດືອນຕົ້ນປີ ເສດຖະກິດເມືອງລະມາມ ຂະຫຍາຍຕົວໃນລະດັບ 5.95%

ໄລຍະ 6 ເດືອນຕົ້ນປີ 2025 ນີ້, ເມືອງລະມາມ ແຂວງເຊກອງ ໄດ້ເອົາໃຈໃສ່ຂຸດຄົ້ນທ່າແຮງບົ່ມຊ້ອນພາຍໃນເມືອງ ເຂົ້າໃນການພັດທະນາພື້ນຖານໂຄງລ່າງ, ສ້າງສິ່ງອໍານວຍຄວາມສະດວກ, ຊຸກຍູ້ສົ່ງເສີມການບໍລິການ ແລະ ການຜະລິດກະສິກໍາທີ່ເປັນທ່າແຮງ, ເຮັດໃຫ້ເສດຖະກິດ ຂອງເມືອງຂະຫຍາຍຕົວໃນລະດັບ 5.59% ລວມຍອດຜະລິດຕະພັນພາຍໃນ ຫຼື (GDP) ບັນລຸໄດ້ 1,029.64 ຕື້ກີບ, ສະເລ່ຍໃສ່ພົນລະເມືອງ 23.28 ລ້ານກີບ/ຄົນ.
ປີ 2025 ເສດຖະກິດ ນວ ຂະຫຍາຍຕົວໃນລະດັບ 6.6%

ປີ 2025 ເສດຖະກິດ ນວ ຂະຫຍາຍຕົວໃນລະດັບ 6.6%

ຄາດຄະເນວ່າ ໃນປີ 2025 ເສດຖະກິດ ນະຄອນຫຼວງວຽງຈັນ (ນວ) ຈະຂະຫຍາຍຕົວໃນລະດັບ 6.6% (ລື່ນມະຕິສະພາ 0.1%), ໂດຍປັດໄຈຕົ້ນຕໍທີ່ຈະເຮັດໃຫ້ GDP ຂະຫຍາຍຕົວລື່ນແຜນການ ແມ່ນມາຈາກຂະແໜງອຸດສາຫະກໍາຂະຫຍາຍຕົວ 8.1%, ກວມເອົາ 49%
ສຳເລັດຊຸດອົບຮົມວຽກງານແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ

ສຳເລັດຊຸດອົບຮົມວຽກງານແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ

ກະຊວງ ຍຸຕິທຳ ໄດ້ຊຸດອົບຮົມ ວຽກງານແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດໄດ້ດຳເນີນໃນລະຫວ່າງວັນທີ23-27 ມິຖຸນາ 2025 ຢູ່ໂມສອນຂອງແຂວງ ບໍລິຄຳໄຊ, ມີສຳມະນາກອນຈາກສະພາທະນາຍຄວາມນະຄອນຫຼວງວຽງຈັນ,ແຂວງ ບໍລິຄຳໄຊ,ຕາງໜ້າພະແນກການຈາກຂົງເຂດເສດຖະກິດ,ສະພາອຸດສາຫະກຳການຄ້າແຂວງເຂົ້າຮ່ວມ. ມາໃນຕອນເຊົ້າຂອງວັນທີ 27 ມີຖຸນາໄດ້ ສຳເລັດລົງຢ່າງຈົບງາມ, ເປັນກຽດເຂົ້າຮ່ວມ ແລະ ກ່າວມອບໃບຢັ້ງຢືນ ຂອງທ່ານ ນາງ ວັນນາ ປະເສີດກຸນ ຫົວໜ້າພະແນກ ຍຸຕິທຳແຂວງ ບໍລິຄຳໄຊ.
ເພີ່ມເຕີມ