ໂທລະພາບອິນເຕີເນັດLaoTV "ເຊື່ອມຕໍ່ອະນາຄົດ" ໃນການປະຕິວັດ 4.0

ໂທລະພາບອິນເຕີເນັດLaoTV "ເຊື່ອມຕໍ່ອະນາຄົດ" ໃນການປະຕິວັດ 4.0
ໂທລະພາບຜ່ານອິນເຕີເນັດເປັນປະເພດໂທລະພາບທີ່ກຳລັງເປັນທີ່ນິຍົມໃນປັດຈຸບັນ ເນື່ອງຈາກມີຄ່າໃຊ້ຈ່າຍຕໍ່າ ແລະ ສະດວກສະບາຍ. ແລ້ວແມ່ນຫຍັງທີ່ເຮັດໃຫ້ຫຼາຍໆຄົນຫັນໄປໃຊ້ໂທລະພາບອິນເຕີເນັດນີ້? ທ່ານສາມາດຫາຄຳຕອບໃນບົດຄວາມຂອງ Unitelດັ່ງລຸ່ມນີ້:
1. ໂທລະພາບອິນເນີເນັດແມ່ນຫຍັງ?
1.1 ນິຍາມກ່ຽວກັບໂທລະພາບອິນເຕີເນັດ
ຕາມຂໍ້ມູນຈາກກະຊວງຖະແຫຼງຂ່າວ ແລະ ສື່ສານ ສສ ຫວຽດນາມ ໄດ້ນິຍາມໄວ້ວ່າ, “ໂທລະພາບອິນເຕີເນັດ - ອິນເຕີເນັດໂທລະພາບ ແມ່ນຄຳເວົ້າທີ່ໃຊ້ສື່ສານໃນການນຳໃຊ້ເພື່ອສະໜອງລາຍການວິທະຍຸ ແລະ ໂທລະພາບ (ຂ່າວ, ສິລະປະ, ກິລາ, ຮູບເງົາ, ແລະ ອື່ນໆ) ຜ່ານທາງອິນເຕີເນັດ”.ດັ່ງນັ້ນ, ແທນທີ່ຈະອອກອາກາດຜ່ານວິທະຍຸ ຫຼື ໂທລະພາບເຄເບີນ, ໂທລະພາບປະເພດນີ້ແມ່ນຈະອອກອາກາດຜ່ານອິນເຕີເນັດ.
ຕົວຢ່າງ: ການບໍລິການໂທລະພາບອິນເຕີເນັດຂອງໂລກເຊັ່ນ CNN, Hulu, Revision3ໃນສະຫະລັດ; ABC iview (ອົດສະຕາລີ); SeeSaw, BBC iPlayer, 4oD, ITV Playerແລະ Demand Fiveໃນອັງກິດ, ... ທັງໝົດນີ້ແມ່ນອອກອາກາດຜ່ານທາງອິນເຕີເນັດ.
1.2 ວິທີການເບິ່ງໂທລະພາບອິນເຕີເນັດ
ຜູ້ໃຊ້ສາມາດເບິ່ງໂທລະພາບອິນເຕີເນັດໄດ້ສອງວິທີ: ເບິ່ງຖ່າຍທອດສົດຕາມເວລາຕົວຈິງ Real-timeແລະ ດາວໂຫຼດໄຟລ໌ມາໄວ້ໃນຄອມພິວເຕີສ່ວນຕົວ. ແຕ່ລະວິທີມີທັງຂໍ້ດີ ແລະ ຂໍ້ເສຍດັ່ງນີ້:
ດາວໂຫຼດໄຟລ໌ມາໄວ້ໃນຄອມພິວເຕີສ່ວນຕົວ
-ຂໍ້ດີ:ພາບແຈ້ງຄຸນນະພາບດີ.
- ຂໍ້ເສຍ:ຈຳເປັນຕ້ອງມີພື້ນທີ່ເກັບຂໍ້ມູນ ແລະ ບໍ່ສາມາດເບິ່ງໂທລະພາບສົດໄດ້.
ເບິ່ງຖ່າຍທອດສົດຕາມເວລາຕົວຈິງ Real-time
- ຂໍ້ດີ:ສາມາດເບິ່ງໄດ້ທັນທີ, ບໍ່ຈຳເປັນຕ້ອງລໍຖ້າ, ບໍ່ຈຳເປັນຕ້ອງດາວໂຫຼດໄຟລ໌ລົງໃນຄອມພີວເຕີ, ບໍ່ເສຍເວລາ ຫຼື ສິ້ນເປືອງພື້ນທີ່ຈັດເກັບຂໍ້ມູນ.
1.3 ຂັ້ນຕອນການໃຊ້ບໍລິການໂທລະພາບອິນເຕີເນັດ
ຂະບວນການນໍາໃຊ້ບໍລິການໂທລະພາບອິນເຕີເນັດປະກອບມີ 4 ຂັ້ນຕອນ:
-ຂັ້ນຕອນທີ 1:ຜູ້ໃຊ້ເຂົ້າໄປທີ່ເວັບໄຊ ຂອງຜູ້ໃຫ້ບໍລິການ ແລະ ເລືອກເອົາສິ່ງທີ່ຕ້ອງການເບິ່ງ.
- ຂັ້ນຕອນທີ2:ເບື້ອງລະບົບເຊີບເວີຂອງເວັບໄຊຈະສົ່ງຂໍ້ຄວາມໄປຍັງເຊີບເວີການຮັບສົ່ງຂໍ້ມູນ, ການຮ້ອງຂໍໄຟລ໌ / ລາຍການທີ່ຜູ້ໃຊ້ຕ້ອງການເບິ່ງ.
- ຂັ້ນຕອນທີ 3:ລະບົບເຊີບເວີການສົ່ງຈະຖ່າຍໂອນໄຟລ໌ / ລາຍການທີ່ຕ້ອງການເບິ່ງໄປຍັງກັບຄອມພິວເຕີຂອງຜູ້ໃຊ້ໂດຍບໍ່ຕ້ອງຜ່ານເຊີບເວີຂອງເວັບໄຊ.
- ຂັ້ນຕອນທີ 4:ລາຍການໃນຄອມພິວເຕີຂອງຜູ້ໃຊ້ຈະຖອດລະຫັດ ແລະ ເອີ້ນໃຊ້ໄຟລ໌ / ລາຍການທີ່ສົ່ງມາຈາກເຄື່ອງຕົ້ນທາງ.
2. ໂທລະພາບອິນເຕີເນັດ - ລູກຄ້າສາມາດເບິ່ງໄດ້ທຸກເວລາຕາມທີ່ຕ້ອງການ
ສາມາດເວົ້າໄດ້ວ່າ: ໂທລະພາບອິນເຕີເນັດແມ່ນໂທລະພາບລຸ້ນໃໝ່ ເຮັດໃຫ້ຜູ້ເບິ່ງມີປະສົບການໃໝ່ທີ່ດີກວ່າ. ຂໍ້ໄດ້ປຽບທີ່ບໍ່ມີໂທລະພາບແບບອື່ນສາມາດທຽບໄດ້ເຊັ່ນ:
•    ທ່ານສາມາດຮັບຊົມລາຍການໃດໜຶ່ງໃນທຸກທີ່ທຸກເວລາທີ່ກຳລັງອອນໄລນ໌ຢູ່ໄດ້.
•    ສາມາດຮັບຊົມຄືນຍ້ອນຫຼັງໄດ້ທຸກຊ່ອງ.
•    ຮັບຊົມຍ້ອນຫຼັງ ແລະ ເບິ່ງຄືນໄດ້ທຸກເວລາຕາມຄວາມສະດວກ.
•    ພຽງແຕ່ເຊື່ອມຕໍ່ກັບກັບອິນເຕີເນັດ ບໍ່ວ່າຈະເປັນ TV, Laptop,ໂທລະສັບ ກໍສາມາດເບິ່ງໂທລະພາບອິນເຕີເນັດໄດ້
ສໍາພັດປະສົບການ ລາຍການໂທລະພາບທີ່ໜ້າຕື່ນເຕັ້ນກັບໂທລະພາບອິນເຕີເນັດ
3.Unitelນຳປະເທດລາວສູ່ “ການເຊື່ອມຕໍ່ອະນາຄົດ” ໃນການປະຕິບັດ 4.0
ທ່ານ ລິວ ແມັງ ຮາ ອໍານວຍການໃຫຍ່ ບໍລິສັດ ສະຕາ ໂທລະຄົມ ເຄີຍໄດ້ກ່າວປາໄສວ່າ:ໃນໄລຍະ 10 ປີຜ່ານມາ, ສຳລັບ Unitelຍາມໃດກໍຖືເປັນ “ບໍລິສັດໂທລະຄົມມະນາຄົມອັນດັບ 1” ໃນທ້ອງຕະຫຼາດລາວ, ດ້ວຍພື້ນຖານໂຄງລ່າງເຄືອຂ່າຍທີ່ໃຫຍ່ທີ່ສຸດ ມີຖານລູກຄ້າຫຼາຍກວ່າ 3 ລ້ານຄົນ, ປະກອບສ່ວນເຮັດໃຫ້ການບໍລິການໂທລະຄົມມະນາຄົມໄດ້ຮັບຄວາມນິຍົມໃນ​ທຸກ​ພາກ​ພື້ນ​ຂອງ​ປະ​ເທດ ​ແລະ​ ເຮັດໃຫ້ຄວາມ​ໜາ​ແໜ້ນ​ໃນການນຳໃຊ້​ໂທລະ​ສັບ​ມື​ຖື​ຈາກ 18​% ຂຶ້ນເປັນ 100​%​. ​ໃນໄລຍະ 10 ປີ​ຜ່ານມາ​ນີ້, ບໍ່​ພຽງ​ແຕ່​ໄດ້​ປະກອບສ່ວນໃຫ້ແກ່​ງົບປະມານ​​ແຫ່ງ​ລັດ​ຂອງ​ລາວ​ເກືອບ 650 ລ້ານໂດລາ(USD), ແຕ່ Unitelຍັງ​ໄດ້​ສ້າງ​ວຽກ​ເຮັດ​ງານ​ທຳ ​ແລະ ສ້າງລາຍຮັບໃຫ້ແກ່ຜູ້ອອກແຮງງານຫຼາຍກວ່າ 20.000 ຄົນ.
ເຄືອຂ່າຍໂທລະສັບຂອງ Unitelແມ່ນບໍລິສັດຮ່ວມທຶນລະຫວ່າງ Viettelແລະ Lao Asia Telecomນັບແຕ່ເດືອນເມສາ 2008 ເປັນຕົ້ນມາ. ໃນ​ເວ​ລາ​ເປີດ​ຕົວ, Unitelໄດ້​ຢືນ​ຢັນຈຸດເດັ່ນ 3 ຢ່າງຄື: ເຂດ​ພື້ນ​ທີ່​ການ​ຄວມຄຸມທີ່​ດີ​ທີ່​ສຸດ, ຄຸນ​ນະ​ພາບ​ທີ່​ດີ​ທີ່​ສຸດ ​ແລະ​ ລາ​ຄາ​ທີ່​ດີ​ທີ່​ສຸດ.
ປັດຈຸບັນ, ເຄືອຂ່າຍ 3G ຂອງ Unitelແມ່ນກຳລັງນຳໜ້າໃນປະເທດລາວ ມີສະຖານີ 3G ກະຈາຍສັນຍານຈຳນວນ 500 ແຫ່ງ (ຄາດວ່າຈະມີ 1.000 ສະຖານີ 3G ໃນທ້າຍປີ 2010) ແລະ ສາຍໃຍແກ້ວນໍາແສງ 13.000 ກິໂລແມັດ ຮັບປະກັນ 3G ກວມເອົາຕົວເມືອງ, ທາງຫຼວງຫຼັກ ແລະ ໃຈກາງເມືອງຂອງ 17 ແຂວງທົ່ວປະເທດ.
ບໍລິການ 3G ຂອງ Unitelມີການເຊື່ອມຕໍ່ທີ່ສະຖຽນ ແລະ ຄວາມໄວສູງ, ສູງເຖິງ 7.2 Mbps (ເທົ່າກັບເຄືອຂ່າຍ 3.5G). ນອກຈາກນີ້, Unitelຍັງໃຫ້ບໍລິການ 3G ດ້ວຍແພັກເກັດທີ່ຫຼາກຫຼາຍ, ປະຫຍັດຕົ້ນທຶນເຖິງ 6 ເທົ່າ ທຽບກັບລາຄາໃນທ້ອງຕະຫຼາດທົ່ວໄປ ເພື່ອໃຫ້ຄົນລາວທຸກຄົນ ລວມເຖິງຜູ້ທີ່ມີລາຍຮັບຕ່ຳ ໄດ້ມີໂອກາດຊົມໃຊ້ການບໍລິການ.
ໃນປັດຈຸບັນ,Unitelສະໜອງການບໍລິການພື້ນຖານ 2 ປະເພດຄື: ບໍລິການເຂົ້າເຖິງອິນເຕີເນັດຄວາມໄວສູງ MobiNet (ສໍາລັບໂທລະສັບມືຖື) ແລະ Unitel 3G (ສໍາລັບຄອມພິວເຕີຕັ້ງໂຕະ ແລະ laptop).
ນອກຈາກການດຳເນີນທຸລະກິດແລ້ວ, Unitelຍັງໄດ້ປະກອບສ່ວນເຂົ້າໃນສັງຄົມຢ່າງກ້ວາງຂວາງ ເພື່ອຊ່ວຍປັບປຸງຄຸນນະພາບຊີວິດຂອງປະຊາຊົນລາວຫຼາຍໆໂຄງການ ເຊັ່ນ: ສະໜອງອິນເຕີເນັດໃຫ້ໂຮງຮຽນໂດຍບໍ່ເສຍຄ່າ; ສະໜັບສະໜູນຊ່ວຍເຫຼືອປະຊາຊົນທີ່ໄດ້ຮັບຜົນກະທົບຈາກໄພທຳມະຊາດ, ໂຄງການສົ່ງເສີມນັກຮຽນຜູ້ດ້ອຍໂອກາດ, ບຳລຸງສ້າງບຸກຄະລາກອນດ້ານໄອທີ-ໂທລະຄົມມະນາຄົມໃນລາວ ໃຫ້ມີຄຸນນະພາບ ໄດ້ຫຼາຍຮ້ອຍກວ່າຄົນ.... ກ່ຽວກັບເປົ້າໝາຍໃນໄລຍະຈະມາເຖິງນີ້, ຜູ້ອຳນວຍການໃຫຍ່ Unitelໃຫ້ຄຳໝັ້ນສັນຍາຈະສືບຕໍ່ປັບປຸງ Unitelໃຫ້ກາຍເປັນບໍລິສັດທີ່ທັນສະໄໝດ້ວຍເຕັກໂນໂລຢີທີ່ກ້າວໜ້າທີ່ສຸດ, ໂດຍເລີ່ມຕົ້ນ ຈາກການທົດລອງນຳໃຊ້ເຕັກໂນໂລຢີ 5G, ຫຼັງຈາກນັ້ນແມ່ນ Intelligence (ປັນຍາປະດິດ). artificial reality VR (ພາບສະເໝືອນ), Big Data...
Unitelນຳປະເທດລາວສູ່ “ການເຊື່ອມຕໍ່ອະນາຄົດ” ໃນການປະຕິບັດ 4.0

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາມີທ່າແຮງຫຼາຍດ້ານ ໂດຍສະເພາະວຽກງານວັດທະນະທໍາ ພົ້ນເດັ່ນໃນການອະນຸລັກຮັກສາ, ຟື້ນຟູ ແລະ ສົ່ງເສີມຄຸນຄ່າທາງວັດທະນະທໍາຂອງທ້ອງຖິ່ນໃຫ້ຍືນຍົງ ຄຽງຄູ່ກັບການພັດທະນາ.
ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ພິທີເປີດນຳໃຊ້ ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ ຢູ່ເມືອງຫົງສາ ແຂວງໄຊຍະບູລີ ໄດ້ຈັດຂຶ້ນໃນວັນທີ 22 ທັນວາຜ່ານມານີ້, ໂດຍການເຂົ້າຮ່ວມຂອງທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດແຫ່ງ ສປປ ລາວ, ມີທ່ານ ຈັນທະບູນ ສຸກອາລຸນ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ເພັງນິລັນ ຄຳພັນເພັງ ປະທານສະພາປະຊາຊົນແຂວງ, ການນຳຂອງແຂວງ, ເມືອງຫົງສາ, ເມືອງເງິນ, ບໍລິສັດໄຟຟ້າຫົງສາ ຈຳກັດ, ບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ, ແຂກຖືກເຊີນ ແລະ ພະນັກງານບໍລິສັດດັ່ງກ່າວເຂົ້າຮ່ວມ.
ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ໃນວັນທີ 20 ທັນວາຜ່ານມານີ້, ທີ່ໂຮງແຮມ ລາວພລາຊາ ນະຄອນຫຼວງວຽງຈັນ ໄດ້ມີ ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ. ພິທີດັ່ງກ່າວຈັດຂຶ້ນໂດຍ ທ່ານນາງ ໂພສີ ພົມກອງ ພ້ອມດ້ວຍລູກຫຼານ ເພື່ອແນະນຳປຶ້ມ “ປະຫວັດສາດ ສັງຄົມ ແລະ ວັດທະນະທຳ” ຢ່າງເປັນທາງການ ພ້ອມທັງຈັດພິທີລະນຶກເຖິງຊີວິດ ແລະ ຜົນງານອັນຍືນຍົງຂອງທ່ານ ຄຳມາ ພົມກອງ ຊຶ່ງແມ່ນນັກປະພັນ, ນັກກະວີ, ນັກວັດທະນະທຳ-ສັງຄົມ, ນັກເຄື່ອນໄຫວປະຕິວັດ ແລະ ລູກຊາຍຜູ້ອຸທິດຕົນໃຫ້ແກ່ຊາດລາວ.
ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ວັນທີ 25 ທັນວານີ້ ຢູ່ທີ່ໂຮງຮຽນສາທາລະນະສຸກວຽງຈັນ ແຂວງວຽງຈັນ ໄດ້ສະຫຼຸບການເຄື່ອນໄຫວວຽກງານ ໃນສົກປີ 2024-2025 ແລະ ວາງທິດທາງແຜນການສົກປີ 2025-2026 ໂດຍການເຂົ້າຮ່ວມຂອງ ທ່ານ ບຸນເສີດ ແກ້ວປະສິດ ຫົວໜ້າກົມຈັດຕັ້ງ ກະຊວງສາທາລະນະສຸກ, ທ່ານ ສີໂຫ ແສງສະຫວ່າງ ຮອງຫົວໜ້າພະແນກສາທາລະນະສຸກແຂວງວຽງຈັນ, ມີແຂກຖືກເຊີນຈາກພາກສ່ວນກ່ຽວຂ້ອງ ແລະ ນັກສຶກສາເຂົ້າຮວມ.
ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ເພີ່ມເຕີມ