ຂ່າວລະບຸວ່າ: ໂຕເລກຂໍ້ມູນໃຫຍ່ດ້ານການຄ້າສະແດງໃຫ້ເຫັນວ່າ, ໃນໄລຍະພັກ 2 ມື້ຜ່ານມາ ປະລິມານການຈຳໜ່າຍຂອງວິສາຫະກິດຂາຍຍ່ອຍ ແລະ ຮ້ານອາຫານສຳຄັນໃນທົ່ວປະເທດຈີນໄດ້ເພີ່ມຂຶ້ນ 10.6% ເມື່ອທຽບໃສ່ 2 ມື້ທຳອິດໃນໄລຍະພັກບຸນກຸດຈີນປີ 2025. ໃນວັນທີ 15 ກຸມພາ ຜ່ານມາ, ຈຳນວນລູກຄ້າ ແລະ ປະລິມານການຈຳໜ່າຍຂອງ 78 ຖະໜົນຄົນຍ່າງ ຫຼື ວົງການຄ້າທີ່ກະຊວງການຄ້າຕິດຕາມເປັນຈຸດສຸມໄດ້ເພີ່ມຂຶ້ນ 23.2% ແລະ 33.2% ເມື່ອທຽບໃສ່ມື້ພັກທຳອິດຂອງບຸນກຸດຈີນປີກາຍ.
ໃນດ້ານການບໍລິໂພກການບໍລິການ, ໃນວັນທີ 15 ກຸມພາ ຜ່ານມາ ຈຳນວນສັ່ງຈອງພາເຂົ້າສົ່ງທ້າຍປີເກົ່າໃນເວັບໄຊທີ່ສຳຄັນໄດ້ເພີ່ມຂຶ້ນ 80.7%, ຄ່າໂຮງແຮມ ແລະ ຣີສອດ ເພີ່ມຂຶ້ນ 32.7%, ໃບສັ່ງຈອງເຊົ່າລົດເພີ່ມຂຶ້ນ 54%,ການທ່ອງທ່ຽວຫິມະ ແລະ ນ້ຳກ້ອນ ເພີ່ມຂຶ້ນ 1.2 ເທົ່າ.
ຄໍາເຫັນ