ທົບທວນການຈັດຕັ້ງປະຕິບັດໂຄງການ ແກ້ໄຂລະເບີດບໍ່ທັນແຕກ ໄລຍະເຄິ່ງໂຄງການ

ທົບທວນການຈັດຕັ້ງປະຕິບັດໂຄງການ ແກ້ໄຂລະເບີດບໍ່ທັນແຕກ ໄລຍະເຄິ່ງໂຄງການ
ກອງປະຊຸມທົບທວນການຈັດຕັ້ງປະຕິບັດໂຄງການສະໜັບສະໜູນດ້ານປະສິດທິພາບ ແລະ ປະສິດທິຜົນ ໃນການແກ້ໄຂລະເບີດບໍ່ທັນແຕກ ໄລຍະເຄິ່ງໂຄງການໄດ້ຈັດຂຶ້ນໃນວັນທີ 12 ມີນາຜ່ານມາ ທີ່ໂຮງແຮມ ຣີເວີເຣ່ຍ ເມືອງທ່າແຂກ ແຂວງຄຳມ່ວນ ໂດຍມີທ່ານ ນາງ ກຽນຕາ ວັນມະນາ ຫົວໜ້າພະແນກການຕ່າງປະເທດແຂວງຄຳມ່ວນ, ມີຜູ້ຕາງໜ້າຈາກສະຖານທູດ ລຸກຊຳບວກ ປະຈຳລາວ, ອົງການສະຫະປະຊາຊາດເພື່ອການພັດທະນາ ປະຈຳ ລາວ, ຕາງໜ້າຈາກພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
    ໂຄງການສະໜັບສະໜູນດ້ານປະສິດທິພາບ ແລະ ປະສິດທິຜົນ ໃນຂະແໜງການແກ້ໄຂບັນຫາ ລະເບີດບໍ່ທັນແຕກ ເພື່ອປະກອບສ່ວນເຂົ້າໃນຜົນສໍາເລັດຂອງເປົ້າໝາຍການພັດທະນາແບບຍືນຍົງທີ 18, ແຜນຍຸດທະສາດ ວ່າດ້ວຍເສັ້ນທາງກ້າວສູ່ຄວາມປອດໄພ ໄລຍະທີ III ໂດຍການສະໜັບສະໜູນຈາກ ລັດຖະບານ ລຸກຊໍາບວກ ຜ່ານອົງການສະຫະປະຊາຊາດ ເພື່ອການພັດທະນາ ປະຈຳລາວ ໃນການສະໜັບສະໜູນການປະຕິບັດງານຂອງ ຄກລ ເຂົ້າໃນພື້ນທີ່ການພັດທະນາຂອງທ້ອງຖິ່ນ ປະກອບສ່ວນເຂົ້າໃນວຽກງານແກ້ໄຂຄວາມທຸກຍາກ, ມີໄລຍະການຈັດຕັ້ງປະຕິບັດ 24 ເດືອນ (1 ທັນວາ 2022 ຫາ 30 ພະຈິກ 2024) ລວມມູນຄ່າ 1.004.016 ໂດລາສະຫະລັດ ຊຶ່ງມີ 4 ເມືອງ ເປົ້າໝາຍຄື: ບົວລະພາ, ມະຫາໄຊ, ໄຊບົວທອງ ແລະ ເຊບັ້ງໄຟ ລວມມີ 59 ບ້ານເປົ້າໝາຍ. ສໍາລັບຜົນການຈັດຕັ້ງປະຕິບັດໃນໄລຍະເຄິ່ງໂຄງການ (ປີ 2023) ໃນຈຳນວນ 3 ໜ້າວຽກຫຼັກຄື: ວຽກງານໂຄສະນາສຶກສາຄວາມສ່ຽງ ປະຕະບັດໄດ້ 30 ບ້ານ ເທົ່າກັບ 100%, ວຽກງານສຳຫຼວດດ້ານວິຊາການ ປະຕິບັດໄດ້ 317 ເຮັກຕາ ເທົ່າກັບ 127% ແລະ ວຽກງານເກັບກູ້ ປະຕິບັດໄດ້ 28 ເຮັກຕາ ເທົ່າກັບ 48%, ສາມາດກວດພົບລະເບີດ ແລະ ສຳພາວຸດອື່ນໆ ລວມມີ 763 ອັນ/ລູກ. ໃນນັ້ນ ລະເບີດລູກຫວ່ານ (ບົມບີ) ຈໍານວນ 641 ລູກ, ສຳພະວຸດອື່ນໆ 122 ອັນ.
    ກອງປະຊຸມ ບັນດາຜູ້ເຂົ້າຮ່ວມຍັງໄດ້ປຶກສາຫາລືປະກອບຄຳຄິດຄຳເຫັນເຖິງບັນຫາສິ່ງທ້າທາຍ, ວິທີການແກ້ໄຂ ລວມເຖິງທິດທາງແຜນການໃນຕໍ່ໜ້າ ເພື່ອສ້າງຄວາມເປັນເອກະພາບໃນການຮັບຮອງ ແລະ ຈັດຕັ້ງປະຕິບັດໃນຕໍ່ໜ້າ ທັງເປັນບ່ອນອີງໃນການປັບປຸງວຽກງານດັ່ງກ່າວໃຫ້ດີຂຶ້ນ ພ້ອມທັງລົງຕິດຕາມເບິ່ງສະໜາມເກັບກູ້ ເພື່ອຮັບຟັງການລາຍງານສະພາບການຈັດຕັ້ງປະຕິບັດວຽກງານພາກສະໜາມ ແລະ ຮັບຊົມການທຳລາຍ ລະເບີດບໍ່ທັນແຕກ ຢູ່ສະໜາມເກັບກູ້ຕົວຈິງ ຢູ່ເມືອງມະຫາໄຊ.
(ຂ່າວ: ກອງຄໍາ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ເມືອງພຽງ ອົບຮົມວຽກງານປ້ອງກັນ ແລະ ຊ່ວຍເຫຼືອກຸ່ມສ່ຽງຜູ້ຖືກເຄາະຮ້າຍຈາກການຄ້າມະນຸດ

ເມືອງພຽງ ອົບຮົມວຽກງານປ້ອງກັນ ແລະ ຊ່ວຍເຫຼືອກຸ່ມສ່ຽງຜູ້ຖືກເຄາະຮ້າຍຈາກການຄ້າມະນຸດ

ເມືອງພຽງ ແຂວງໄຊຍະບູລີ ຈັດຝືກອົບຮົມວຽກງານປ້ອງກັນ ແລະ ຊ່ວຍເຫຼືອກຸ່ມສ່ຽງຜູ້ຖືກເຄາະຮ້າຍຈາກການຄ້າມະນຸດ ໃຫ້ກັບຄະນະກຳມະການປົກປ້ອງສິດ ແລະ ຜົນປະໂຫຍດຂອງເດັກຂັ້ນເມືອງ ແລະ ຕາໜ່າງປ້ອງກັນສິດ ແລະ ຜົນປະໂຫຍດຂອງເດັກຂັ້ນບ້ານ ໃນຄັ້ງວັນທີ 10-12 ທັນວາ 2025 ທີ່ຫ້ອງປະຊຸມຂອງເມືອງ ໂດຍການເຂົ້າຮ່ວມຂອງທ່ານ ບຸນທະວີ ຊົງເຮີ ຮອງປະທານຄະນະກຳມະການປົກຄອງເມືອງພຽງ, ມີທ່ານ ຈັດ ຊະນະເລີດ ຮອງຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ.
ທະນາຄານຄຳລາວ ສະຫຼອງຄົບຮອບ 1 ປີ

ທະນາຄານຄຳລາວ ສະຫຼອງຄົບຮອບ 1 ປີ

ພິທີສະເຫຼີມສະຫຼອງວັນສ້າງຕັ້ງທະນາຄານຄຳລາວ ຄົບ​ຮອບ 1 ປີຈັດຂຶ້ນເມື່ອບໍ່ດົນມານີ້, ໂດຍມີທ່ານ ສຸລິສັກ ທໍານຸວົງ ຮອງຜູ້ວ່າການທະນາຄານແຫ່ງສປປ ລາວ, ທ່ານ ຈັນສະແຫວງ ບຸນຍົງ ຮອງລັດຖະມົນຕີກະ​ຊວງອຸດສາຫະກໍາ ແລະ ການຄ້າ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າ​ຮ່ວມ.
ຍທຂ ຖືເອົາວຽກງານ 3 ສ້າງເປັນບຸລິມະສິດ ເຮັດໃຫ້ວຽກຂົວທາງມີຜົນສໍາເລັດເປັນຢ່າງດີ

ຍທຂ ຖືເອົາວຽກງານ 3 ສ້າງເປັນບຸລິມະສິດ ເຮັດໃຫ້ວຽກຂົວທາງມີຜົນສໍາເລັດເປັນຢ່າງດີ

ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ໄດ້ຖືເອົາວຽກງານ 3 ສ້າງເປັນວຽກປົກກະຕິ ແລະ ບຸລິມະສິດໃນການປະຕິບັດພາລະບົດບາດ ແລະ ໜ້າທີ່ການເມືອງຂອງຕົນ ໂດຍສະເພາະໃນໄລຍະ 5 ປີ (2019-2024) ຜ່ານມາ, ການຈັດຕັ້ງຜັນຂະຫຍາຍວຽກຂົວທາງ (ຂັ້ນສູນກາງ) ມີຜົນສໍາເລັດເປັນຢ່າງດີ.
ການນໍາ ສະຫະພັນກຳມະບານແຂວງ ຊຸກຍູ້ວຽກງານຮອບດ້ານຢູ່ເມືອງໂຂງ

ການນໍາ ສະຫະພັນກຳມະບານແຂວງ ຊຸກຍູ້ວຽກງານຮອບດ້ານຢູ່ເມືອງໂຂງ

ວັນທີ 9 ທັນວານີ້, ຄະນະນໍາສະຫະພັນກຳມະບານແຂວງຈຳປາສັກ ນໍາໂດຍສະຫາຍ ນາງ ສາຍສະໝອນ ຄຳພາປັດ ຮອງປະທານຄະນະບໍລິຫານງານສະຫະພັນກຳມະບານແຂວງໄດ້ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ເມືອງໂຂງ ເພື່ອຊຸກຍູ້ວຽກງານຮອບດ້ານຂອງວຽກງານກຳມະບານ; ເຂົ້າຮ່ວມມີ ສະຫາຍ ບຸນສີ ໃບພະຈັນ ປະທານຄະນະບໍລິຫານງານສະຫະພັນກຳມະບານເມືອງ, ມີຄະນະບໍລິຫານງານສະຫະພັນກຳມະບານອ້ອມຂ້າງເມືອງ.
ຈະຕັ້ງກອງບຸນ 13 ກອງ ອຸທິດສ່ວນບຸນກຸສົນເຖິງປະທານ ໄກສອນ ພົມວິຫານ  ສະຫາຍ ໄຊຍະລາດ ພົງຍາລັກ ຄະນະບໍລິຫານງານພັກ ຫ້ອງວ່າການສູນກາງພັກ ຫົວໜ້າກົມ ພິພິທະພັນ

ຈະຕັ້ງກອງບຸນ 13 ກອງ ອຸທິດສ່ວນບຸນກຸສົນເຖິງປະທານ ໄກສອນ ພົມວິຫານ ສະຫາຍ ໄຊຍະລາດ ພົງຍາລັກ ຄະນະບໍລິຫານງານພັກ ຫ້ອງວ່າການສູນກາງພັກ ຫົວໜ້າກົມ ພິພິທະພັນ

ໄກສອນ ພົມວິຫານ ແລະ ອະນຸສອນສະຖານຜູ້ນໍາປະຕິວັດ ໄດ້ສຳພາດຜ່ານສື່ມວນຊົນ ວ່າ:ຂ້າພະເຈົ້າຄວາມປິຕິຍິນດີເປັນຢ່າງຍິ່ງທີ່ໃດ້ປະກອບສ່ວນກະກຽມວັນຄ້າຍວັນເກີດຂອງປະທານ ໄກສອນ ພົມວິຫານໃນຄັ້ງນີ້. ດັ່ງທີ່ເຮົາຮູ້ນໍາກັນແລ້ວວ່າໃນທ່າມກາງບັນຍາກາດທີ່ທົ່ວພັກ, ທົ່ວລັດ ແລະ ທົ່ວປວງຊົນລາວທັງຊາດພວມເບີກບານມ່ວນຊື່ນສະເຫຼີມສະຫຼອງ ສາມວັນປະຫວັດສາດຂອງພັກ ຂອງຊາດໃນປີ 2025ນີ້ຖືວ່າສອງວັນປະຫວັດສາດນັ້ນ ພວກເຮົາສະເຫຼີມສະຫຼອງເປັນທີ່ຮຽບຮ້ອຍແລ້ວກໍ່ຄືວັນສ້າງຕັ້ງພັກປະຊາຊົນປະຕິວັດລາວຄົບຮອບ 70 ປີ ແລະ ວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ
ງານວາງສະແດງຢາພື້ນເມືອງລາວ ຄັ້ງທີ II ຈະຈັດຂຶ້ນໃນໄວໆນີ້

ງານວາງສະແດງຢາພື້ນເມືອງລາວ ຄັ້ງທີ II ຈະຈັດຂຶ້ນໃນໄວໆນີ້

ງານວາງສະແດງຢາພື້ນເມືອງລາວ ຄັ້ງທີ II ຈະຈັດຂຶ້ນໃນລະຫວ່າງວັນທີ 12-13 ທັນວານີ້ ທີ່ຫໍພິພິທະພັນໄກສອນ ພົມວິຫານ ນະຄອນຫຼວງວຽງຈັນເພື່ອສະເຫຼີມສະຫຼອງວັນສຳຄັນຂອງພັກ-ຂອງຊາດ ໂດຍມີຜູ້ປະ ກອບການຜະລິດຕະພັນຢາພື້ນເມືອງລາວເຂົ້າຮ່ວມຫຼາຍກວ່າ 30 ຫົວໜ່ວຍທຸລະກິດ.
ງານບຸນການສະແດງລະຄອນ ໄວໜຸ່ມ

ງານບຸນການສະແດງລະຄອນ ໄວໜຸ່ມ

ງານບຸນການສະແດງລະຄອນ ໄວໜຸ່ມນະຄອນຫຼວງວຽງຈັນ 2025 ໄດ້ຈັດຂຶ້ນໃນວັນທີ 8 ທັນວານີ້ ທີ່ວິທະຍາໄລ ສິນລະປະແຫ່ງຊາດ,​ໂດຍມີຂອງ ທ່ານ ລັດຕະນະກອນ ອິນສິຊຽງໃໝ່ ອໍານວຍການບໍລິສັດ ເຂົ້າໜຽວການສະແດງ ມີບັນດາແຂກຖືກເຊີນ ແລະ ນັກສະແດງເຂົ້າຮ່ວມ.
Vietjetຮັບເຮືອບິນ 22 ລຳ ພາຍໃນໜຶ່ງເດືອນ

Vietjetຮັບເຮືອບິນ 22 ລຳ ພາຍໃນໜຶ່ງເດືອນ

ສາຍການບິນ Vietjetໄດ້ຮັບເຮືອບິນ A321neo ACF ລຳໃໝ່, ທະບຽນ VN-A580, ຊຶ່ງເຮັດໃຫ້ສາຍການບິນນີ້ເຂົ້າໃກ້ສະຖິຕິການຮັບເຮືອບິນ 22 ລຳ ພາຍໃນໜຶ່ງເດືອນ. ນັ້ນສະແດງໃຫ້ເຫັນເຖິງຄວາມມຸ່ງໝັ້ນຂອງ Vietjetໃນການເພີ່ມທະວີການຂະຫຍາຍຕົວໃນຕະຫຼາດເອເຊຍ ແລະ ຕະຫຼາດໂລກຢ່າງຕໍ່ເນື່ອງ, ລວມທັງ ສປປ ລາວ ທີ່ສາຍການບິນໄດ້ມີບົດບາດເພີ່ມຂຶ້ນໃນການປັບປຸງການເຊື່ອມຕໍ່ລະດັບພາກພື້ນ ແລະ ການຟື້ນຟູການທ່ອງທ່ຽວ.
ເມືອງບໍ່ແຕນ ປາຖະກະຖາວັນສາກົນຢຸດຕິການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກນ້ອຍ

ເມືອງບໍ່ແຕນ ປາຖະກະຖາວັນສາກົນຢຸດຕິການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກນ້ອຍ

ໃນວັນທີ 8 ທັນວານີ້, ເມືອງບໍ່ແຕນ ແຂວງໄຊຍະບູລີ ໄດ້ຈັດພິທີປາຖະກະຖາວັນສາກົນຢຸດຕິການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກນ້ອຍ ຂຶ້ນທີ່ສະໂມສອນຂອງເມືອງ, ເປັນກຽດເຂົ້າຮ່ວມປາຖະກະຖາຂອງທ່ານ ຄຳພັນ ພັນທະວົງ ຮອງເລຂາຄະນະບໍລິຫານງານພັກເມືອງ ປະທານກວດກາພັກ ຫົວໜ້າອົງການກວດກາລັດ.
5 ປີຕໍ່ໜ້າແຂວງເຊກອງ ຈະສ້າງສີມືແຮງງານໃຫ້ໄດ້ 1,500 ຄົນ

5 ປີຕໍ່ໜ້າແຂວງເຊກອງ ຈະສ້າງສີມືແຮງງານໃຫ້ໄດ້ 1,500 ຄົນ

ໃນ 5 ປີຕໍ່ໜ້າ (2026-2030) ແຂວງເຊກອງ ຈະສຸມໃສ່ສ້າງສີມືແຮງງານໃຫ້ໄດ້ 1,500 ຄົນ. ໃນນີ້, ຊ່າງດ້ານກໍ່ສ້າງໃຫ້ໄດ້ 400 ຄົນ, ສ້ອມແປງກົນຈັກ 400 ຄົນ, ເອເລັກໂຕຼນິກ 200 ຄົນ, ປູກຝັງ-ລ້ຽງສັດ 300 ຄົນ, ປຸງແຕ່ງ 100 ຄົນ ແລະ ຕັດຫຍິບໃຫ້ໄດ້ 100 ຄົນ.
ເພີ່ມເຕີມ