ຂ່າວລະບຸວ່າ: ທ່ານ ຊົ້ງຢ້ຽນເຫຼີຍ ຮອງຜູ້ອຳນວຍການສູນການຄວບຄຸມທາງທະເລຂອງບໍລິສັດສາຂາການຕິດຕັ້ງໂຄງການນ້ຳມັນເຊື້ອໄຟທາງທະເລຈີນຢືນຢັນວ່າ: ຄຽງຄູ່ກັບການເລີ່ມໃຊ້ທໍ່ສົ່ງຢູ່ພາກໃຕ້ທະເລໂປໄຫຊຸດນີ້, ຢູ່ເຂດທະເລໂປໄຫແຕ່ລະ 100 ກິໂລຕາແມັດມີທໍ່ສົ່ງຫຼາຍກວ່າ 4 ກິໂລແມັດ. ສະເພາະປີນີ້, ນັບມາຮອດປັດຈຸບັນ, ຈີນໄດ້ສ້າງທໍ່ສົ່ງນ້ຳມັນເຊື້ອໄຟ ແລະ ອາຍແກັສທຳມະຊາດທັງໝົດເກືອບ 200 ກິໂລແມັດ.
ອີງຕາມແຜນການ, ເມື່ອຮອດປີ 2030, ທໍ່ສົ່ງດັ່ງກ່າວຢູ່ພື້ນທະເລຈະມີຄວາມຍາວຫຼາຍກວ່າ 13.000 ກິໂລແມັດ ແລະ ຈະເພີ່ມທະວີການສ້າງເຄືອຂ່າຍທໍ່ສົ່ງພະລັງງານທາງທະເລໃຫ້ໜາແໜ້ນຕື່ມອີກ.
ຄໍາເຫັນ