ຖອດຖອນບົດຮຽນຜົນສຳເລັດການຕ້ອນຮັບພີ່ນ້ອງຄົນເຊື້ອຊາດລາວຢູ່ຕ່າງປະເທດ ມາສະຫຼອງວັນຊາດ ຄົບຮອບ 50 ປີ

ຖອດຖອນບົດຮຽນຜົນສຳເລັດການຕ້ອນຮັບພີ່ນ້ອງຄົນເຊື້ອຊາດລາວຢູ່ຕ່າງປະເທດ ມາສະຫຼອງວັນຊາດ ຄົບຮອບ 50 ປີ

ຖອດຖອນບົດຮຽນຜົນສຳເລັດການຕ້ອນຮັບພີ່ນ້ອງຄົນເຊື້ອຊາດລາວຢູ່ຕ່າງປະເທດ  ມາສະຫຼອງວັນຊາດ ຄົບຮອບ 50 ປີ
ວັນທີ 12 ມັງກອນ ຜ່ານມາ, ສູນກາງແນວລາວສ້າງຊາດ (ສນຊ) ໄດ້ຈັດກອງປະຊຸມຖອດຖອນບົດຮຽນ ຜົນ ສຳເລັດການຕ້ອນຮັບພີ່ນ້ອງຄົນເຊື້ອຊາດລາວຢູ່ຕ່າງປະເທດ ທີ່ມາເຂົ້າຮ່ວມສະເຫຼີມສະຫຼອງວັນຊາດທີ 2 ທັນວາ ຄົບຮອບ 50 ປີໃນລະຫວ່າງວັນທີ 29 ພະຈິກ ຫາ 5 ທັນວາ 2025 ຜ່ານມາ ໂດຍການເປັນປະທານຂອງທ່ານ ມອນໄຊ ລາວມົວຊົ່ງ ກຳມະການສູນກາງພັກ ຮອງປະທານ ສນຊ, ມີທ່ານ ຫຽມ ພົມມະຈັນ ຮອງປະທານ ສນຊ ຜູ້ບໍ່ປະຈໍາການ ຫົວໜ້າຄະນະທີ່ປຶກສາວຽກງານຄົນເຊື້ອຊາດລາວຢູ່ຕ່າງປະເທດ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

 

ຖອດຖອນບດຮຽນຜນສຳເລດການຕອນຮບພນອງຄນເຊອຊາດລາວຢຕາງປະເທດ ມາສະຫອງວນຊາດ ຄບຮອບ 50 ປ - image 1
 
 

ກອງປະຊຸມຄັ້ງນີ້, ໄດ້ຮັບຟັງບົດສະຫຼຸບຕີລາຄາຜົນສຳເລັດການຕ້ອນຮັບພີ່ນ້ອງຄົນເຊື້ອຊາດລາວຢູ່ຕ່າງ ປະເທດ ທີ່ມາເຂົ້າຮ່ວມສະເຫຼີມສະຫຼອງວັນຊາດ ຄົບຮອບ 50 ປີ (2 ທັນວາ 1975-2 ທັນວາ 2025) ຍົກໃຫ້ເຫັນສະພາບລວມ ຈຸດປະສົງ ແຜນການເຄື່ອນໄຫວ (ກ່ອນມື້ງານໂຮມຊຸມນຸມໃຫຍ່, ມື້ງານໂຮມຊຸມນຸມໃຫຍ່ ແລະ ຫຼັງມື້ງານໂຮມຊຸມນຸມໃຫຍ່) ໃນນີ້, ໄດ້ຍົກໃຫ້ເຫັນຜົນໄດ້ຮັບ, ຂໍ້ຄົງຄ້າງ, ບົດຮຽນທີ່ຖອດຖອນໄດ້ຈຳນວນໜຶ່ງ ແລະ ຂໍ້ສະ ເໜີເພື່ອຜັນຂະຫຍາຍໃນຕໍ່ໜ້າ. ການມາຮ່ວມງານຄັ້ງນີ້ມີທັງໝົດ 486 ທ່ານ ທີ່ມາຈາກ 11 ປະເທດ, ຝຣັ່ງ 180 ທ່ານ, ອັງກິດ 6 ທ່ານ, ສະຫະລັດ ອາເມຣິກາ ແລະ ການາດາ 97 ທ່ານ, ອົສຕຣາລີ ແລະ ນິວຊີແລນ 48 ທ່ານ ແບນຊິກ 30 ທ່ານ, ຍີ່ປຸ່ນ 9 ທ່ານ, ເຢຍລະມັນ 10 ທ່ານ, ສະວິດ 5 ທ່ານ, ສະວີເດັນ 4 ທ່ານ. ໃນນີ້, ມີພີ່ນ້ອງເຊື້ອຊາດລາວທີ່ມາດໍາລົງຊີວິດຢູ່ ສປປ ລາວ ຢ່າງຖາວອນ 19 ທ່ານ ແລະ ອີກຈຳນວນ 78 ທ່ານມາລົງທະບຽນເຂົ້າຮ່ວມງານ ແຕ່ບໍ່ໄດ້ຜ່ານສະຖານທູດ ແລະ ມີພະສົງລາວຈາກຕ່າງປະເທດຈໍານວນ 5 ອົງ.

ຖອດຖອນບດຮຽນຜນສຳເລດການຕອນຮບພນອງຄນເຊອຊາດລາວຢຕາງປະເທດ ມາສະຫອງວນຊາດ ຄບຮອບ 50 ປ - image 2
 

ການມາຮ່ວມສະເຫຼີມສະຫຼອງວັນຊາດທີ 2 ທັນວາ ຄົບຮອບ 50 ປີຄັ້ງນີ້, ມີຄວາມໝາຍສຳຄັນ ແຕກຕ່າງກັບການມາຮ່ວມກອງປະຊຸມພົບປະຄັ້ງທີ 1 ກໍຄືການມາຢ້ຽມຢາມຂອງພີ່ນ້ອງເຊື້ອຊາດລາວທີ່ຜ່ານມາ ເພາະເປັນການກັບມາຮ່ວມສະຫຼອງວັນສໍາຄັນຂອງຊາດ ເປັນເຫດການ ການເມືອງທາງປະຫວັດສາດ ແລະ ເປັນວັນໜຶ່ງທີ່ໃນເມື່ອກ່ອນພີ່ນ້ອງເຊື້ອຊາດລາວເຫຼົ່ານັ້ນໄດ້ອອກຈາກປະເທດໄປ ໃນເວລາສ້າງຕັ້ງລະບອບໃໝ່. ດັ່ງນັ້ນ, ການຕ້ອນຮັບຄັ້ງນີ້ໄດ້ສ້າງບັນຍາກາດໃຫ້ເຂົາເຈົ້າມີຄວາມສະບາຍໃຈ ມີຄວາມພາກພູມໃຈຕໍ່ຜົນສໍາເລັດຂອງການສ້າງສາພັດທະນາປະເທດຊາດຕະຫຼອດໄລຍະ 50 ປີຜ່ານມາ ແລະ ໃຫ້ເຂົາເຈົ້າມີຄວາມສະໝັກໃຈຢາກປະກອບສ່ວນເຂົ້າໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃນຕໍ່ໜ້າ.

ຂ່າວ-ພາບ: ສນຊ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ພີພີເອັສທີ ກໍ່ສ້າງຂົວ-ທາງ ມອບເຄື່ອງຊ່ວຍເຫຼືອໃຫ້ຜູ້ປະສົບໄພນ້ຳຖ້ວມ ເມືອງຍົມມະລາດ

ພີພີເອັສທີ ກໍ່ສ້າງຂົວ-ທາງ ມອບເຄື່ອງຊ່ວຍເຫຼືອໃຫ້ຜູ້ປະສົບໄພນ້ຳຖ້ວມ ເມືອງຍົມມະລາດ

ໃນວັນທີ 11 ສິງຫາ 2026 ຢູ່ທີ່ເມືອງຍົມມະລາດແຂວງຄຳມ່ວນໄດ້ມີພິທີມອບ-ຮັບເຄື່ອງຊ່ວຍເຫຼືອເພື່ອບັນເທົາທຸກໃຫ້ແກ່ປະຊາຊົນຜູ້ປະສົບໄພນ້ຳຖ້ວມຢູ່ເມືອງຍົມມະລາດ. ເປັນກຽດມອບໂດຍທ່ານ ພອນປະເສີດ ປະທານ ບໍລິສັດ ພີພີເອັສທີ ກໍ່ສ້າງຂົວ-ທາງ ຈຳກັດຜູ້ດຽວ ແລະ ເປັນກຽດຮັບໂດຍ ທ່ານ ເຫຼັງຄຳ ໄຊຄໍາຜັນ ເລຂາຄະນະບໍລິຫານງານພັກເມືອງຍົມມະລາດ, ໂດຍການເຂົ້າຮ່ວມເປັນສັກຂີພະຍານຂອງບັນດາທ່ານການນຳຈາກແຂວງ ,ເມືອງ ແລະ ພາກສ່ວນທີ່ກ່ຽວຂ້ອງ .
ກອງບັນຊາການທະຫານແຂວງບໍ່ແກ້ວ ສໍາເລັດການອົບຮົມ-ຫັດແອບ ຍິງເປົ້າໝາຍດ້ວຍລູກປືນແທ້

ກອງບັນຊາການທະຫານແຂວງບໍ່ແກ້ວ ສໍາເລັດການອົບຮົມ-ຫັດແອບ ຍິງເປົ້າໝາຍດ້ວຍລູກປືນແທ້

ວັນທີ 10 ສິງຫາ 2026 ນີ້, ກອງບັນຊາການທະຫານແຂວງບໍ່ແກ້ວ ໄດ້ສໍາເລັດການອົບຮົມ-ຫັດແອບ ຍິງເປົ້າໝາຍດ້ວຍລູກປືນແທ້ ໃຫ້ແກ່ຄູອາສາເຂົ້າເປັນລັດຖະກອນປ້ອງກັນຊາດ ຊຸດທີ I ປະຈຳປີ 2026, ໂດຍມີ ສະຫາຍ ພັນໂທ ຈອມມະນີ ແພງຄຳມີ ຮອງຫົວໜ້າຫ້ອງເສນາທິການ ກອງບັນຊາການທະຫານແຂວງບໍ່ແກ້ວ, ມີຄະນະພັກ-ຄະນະບັນຊາ, ພະແນກການທີ່ກ່ຽວຂ້ອງ, ຄະນະອໍານວຍການໂຮງຮຽນການທະຫານທ້ອງຖິ່ນແຂວງ, ຄູ-ອາຈານ ແລະ ນັກເຝິກອົບຮົມ ເຂົ້າຮ່ວມ.
ການ​ນຳແຂວງຫຼວງນ້ຳທາ ລົງຕິດ​ຕາມ ນ້ຳຖ້ວມ ບ້ານ​ນ້ຳ​ດີ-ປ່າ​ປົວະ

ການ​ນຳແຂວງຫຼວງນ້ຳທາ ລົງຕິດ​ຕາມ ນ້ຳຖ້ວມ ບ້ານ​ນ້ຳ​ດີ-ປ່າ​ປົວະ

ຄະນະນຳຂັ້ນແຂວງ ແລະ ຂັ້ນເມືອງຫຼວງນ້ຳທາ ນຳໂດຍ ທ່ານ ອ່ອນຈັນ ຄຳພາວົງ ຮອງເລຂາພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງຫຼວງນ້ຳທາ, ທ່ານ ວົງມະນີ ເພື່ອປະຊາ ກຳມະການປະຈຳພັກແຂວງ ຮອງປະທານຄະນະກຳມະການປົກຄອງແຂວງ, ທ່ານ ບຸນຄົງ ພິມມະສອນ ກຳມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ ພ້ອມດ້ວຍຄະນະ ໄດ້ລົງພື້ນທີ່ຕິດຕາມສະພາບໄພນ້ຳຖ້ວມກະທັນຫັນ ຢູ່ທີ່ບ້ານນ້ຳດີ ແລະ ບ້ານປ່າປົວະ ຕາແສງທົ່ງອົ້ມ ເມືອງຫຼວງນ້ຳທາ ໃນວັນທີ 11 ສິງຫານີ້.
6 ເດືອນຕົ້ນປີ ລັດວິສາຫະກິດນໍ້າປະປາ ແຂວງສາລະວັນ ສາມາດສ້າງຜົນກໍາໄລຈາກການດໍາເນີນທຸລະກິດ ໄດ້ 600 ລ້ານກວ່າກີບ

6 ເດືອນຕົ້ນປີ ລັດວິສາຫະກິດນໍ້າປະປາ ແຂວງສາລະວັນ ສາມາດສ້າງຜົນກໍາໄລຈາກການດໍາເນີນທຸລະກິດ ໄດ້ 600 ລ້ານກວ່າກີບ

ທ່ານ ສົມສັກ ສິດທິສານ ຮອງຜູ້ອໍານວຍການລັດວິສາຫະກິດນໍ້າປະປາ ແຂວງສາລະວັນ ໄດ້ລາຍງານສະພາບການເຄື່ອນໄຫວທຸລະກິດ 6 ເດືອນຕົ້ນປີ 2026 ແລະ ທິດທາງແຜນການ 6 ເດືອນທ້າຍປີ 2026 ນີ້ວ່າ:
ພະແນກ ກ​ສ - ມຸນລະປາໂມກ ລົງຊຸກຍູ້ການປັກດຳເຂົ້ານາປີ

ພະແນກ ກ​ສ - ມຸນລະປາໂມກ ລົງຊຸກຍູ້ການປັກດຳເຂົ້ານາປີ

ໃນ​ວັນ​ທີ 10 ສິງ​ຫາ​ຜ່ານ​ມາ, ຄະນະນຳພະແນກກະສິກຳ ແລະ ສິ່ງແວດລ້ອມ ແຂວງຈຳປາສັກ ຮ່ວມກັບ ຫ້ອງການກະສິກຳ ແລະ ສິ່ງແວດລ້ອມ ເມືອງມຸນລະປາໂມກ ໄດ້ລົງພື້ນທີ່ຕິດຕາມ, ຊຸກຍູ້ຂະບວນການຜະລິດລະດູຝົນ ໂດຍສະເພາະແມ່ນການປັກດຳເຂົ້ານາປີ ປະຈຳປີ 2026 ພ້ອມທັງເຂົ້າກວດກາຈຸດຫຼໍ່ແຫຼມທີ່ມີຄວາມສ່ຽງຕໍ່ໄພນ້ຳຖ້ວມ ເພື່ອວາງແຜນເຝົ້າລະວັງ ແລະ ປ້ອງກັນຄວາມເສຍຫາຍທີ່ອາດຈະເກີດຂຶ້ນກັບຜົນຜະລິດຂອງຊາວກະສິກອນ.
ປະທຸມພອນ ຍົກລະດັບການນຳ​ໃຊ້ເຕັກໂນໂລຊີດີ​ຈີຕອນ ເຂົ້າ​ໃນ​ການ​ບໍ​ລິ​ຫານ

ປະທຸມພອນ ຍົກລະດັບການນຳ​ໃຊ້ເຕັກໂນໂລຊີດີ​ຈີຕອນ ເຂົ້າ​ໃນ​ການ​ບໍ​ລິ​ຫານ

ເພື່ອສ້າງບາດກ້າວຫັນປ່ຽນໃໝ່ໃນການບໍລິຫານ-ຄຸ້ມຄອງວຽກງານໃຫ້ມີຄວາມວ່ອງໄວ, ສະດວກ, ຖືກຕ້ອງ ແລະ ທັນສະໄໝ, ເມືອງປະທຸມພອນ ​ແຂວງ​ຈຳ​ປາ​ສັກ ໄດ້ຈັດຊຸດອົບຮົມ “ການນຳໃຊ້ເຕັກໂນໂລຊີ​ດີ​ຈີຕອນ ເພື່ອເພີ່ມປະສິດທິພາບວຽກງານຂອງການນຳ” ໃນ​ວັນ​ທີ 10 ສິງ​ຫາ​ຜ່ານ​ມາ ໂດຍ​ການເປັນປະທານຂອງ ທ່ານ ສົມຈິດ ແພງສະຫວັດ ກຳມະການພັກແຂວງ, ເລຂາພັກເມືອງ, ມີຮອງເລຂາພັກເມືອງ, ຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ຫົວໜ້າຫ້ອງການອ້ອມຂ້າງ ແລະ ຄະນະກຳມະການປົກຄອງຕາແສງ ເຂົ້າຮ່ວມ.
ເລຂາພັກແຂວງສາລະວັນ ເນັ້ນການໂຄສະນາ​ຕ້ອງ​ມີຫຼາຍຮູບ-ຫຼາຍສີ

ເລຂາພັກແຂວງສາລະວັນ ເນັ້ນການໂຄສະນາ​ຕ້ອງ​ມີຫຼາຍຮູບ-ຫຼາຍສີ

ສະ​ຫາຍ ດາວວົງ ພອນແກ້ວ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນ ແຂວງສາລະວັນ ໄດ້ພົບ​ປະ​ໂອ້​ລົມ ພະ​ນັກ​ງານ-ລັດ​ຖະ​ກອນຄະນະໂຄສະນາອົບຮົມແຂວງສາ​ລະ​ວັນ ເມື່ອ​ບໍ່​ດົນ​ມາ​ນີ້ ໂດຍມີ ສະ​ຫາຍ ມະໄລວອນ ສີປະເສີດ ກຳມະການພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງ, ​ມີພະ​ນັກ​ງານ-ລັດ​ຖະ​ກອນ ເຂົ້າຮ່ວມຮັບ​ຟັງ.
ອຸ​ດົມ​ໄຊ ຝຶກອົບຮົມ ວິຊາຊີບ 4 ສາຂາ ແນໃສ່ສົ່ງເສີມການປະກອບອາຊີບອິດສະຫຼະ ໃຫ້ປະຊາຊົນ

ອຸ​ດົມ​ໄຊ ຝຶກອົບຮົມ ວິຊາຊີບ 4 ສາຂາ ແນໃສ່ສົ່ງເສີມການປະກອບອາຊີບອິດສະຫຼະ ໃຫ້ປະຊາຊົນ

ເປີດຊຸດຝຶກອົບຮົມວິຊາຊີບ ໃນຂະແໜງການລ້ຽງໄກ່, ປູກພືດຜັກ, ຕັດຜົມຊາຍ ແລະ ເສີມສວຍ ໃຫ້ປະ​ຊາ​ຊົນ ກຸ່ມເປົ້າໝາຍຮອບວຽນທີ 2 ຈາກ ເມືອງແບງ ແລະ ເມືອງຮຸນ ເພື່ອແນໃສ່ສົ່ງເສີມການປະກອບອາຊີບອິດສະຫຼະ ແລະ ສ້າງລາຍຮັບທີ່ໝັ້ນຄົງ ໃຫ້ແກ່ ປະຊາຊົນ ໃນທ້ອງຖິ່ນ.
ມອບ-ຮັບ ໃບຢັ້ງຢືນໃຫ້ພະນັກງານສຳເລັດຝຶກອົບຮົມວຽກງານຈ່າສານ ຊຸດທີ VIII

ມອບ-ຮັບ ໃບຢັ້ງຢືນໃຫ້ພະນັກງານສຳເລັດຝຶກອົບຮົມວຽກງານຈ່າສານ ຊຸດທີ VIII

ສານປະຊາຊົນສູງສຸດ (ສປສສ) ໄດ້ຈັດພິທີ ມອບ-ຮັບ ໃບຢັ້ງຢືນ ໃຫ້ພະນັກງານສຳເລັດຝຶກອົບຮົມວຽກງານຈ່າສານ ຊຸດທີ VIII ຈຳນວນ 52 ທ່ານ, ຫຼັງຈາກໄດ້ດໍາເນີນການຝຶກອົບຮົມມາແຕ່ວັນທີ 13 ກໍລະກົດ ຫາ ວັນທີ 7 ສິງຫາ 2026 ຊຶ່ງໄດ້ຈັດຂຶ້ນໃນວັນທີ 7 ສິງຫາ ຜ່ານມາ ທີ່ສະຖາບັນຄົ້ນຄວ້າ ແລະ ຝຶກອົບຮົມສານປະຊາຊົນສູງສຸດ ນະຄອນຫຼວງວຽງຈັນ, ໃຫ້ກຽດມອບໃບຢັ້ງຢືນ ໂດຍທ່ານ ໄພວີ ສີບົວລິພາ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກ ປະທານສານປະຊາຊົນສູງສຸດ.
ສື່ມວນຊົນ ມີບົດບາດສໍາຄັນໃນການສຶກສາອົບຮົມການເມືອງ-ແນວຄິດ

ສື່ມວນຊົນ ມີບົດບາດສໍາຄັນໃນການສຶກສາອົບຮົມການເມືອງ-ແນວຄິດ

ເນື່ອງໃນໂອກາດວັນສື່ມວນຊົນ ແລະ ການພິມຈໍາໜ່າຍ, ວັນສ້າງຕັ້ງໜັງສືພິມປະຊາຊົນ ສຽງຂອງສູນກາງພັກ ຄົບຮອບ 76 ປີ (13/8/1950-13/8/2026) ໃກ້ຈະມາເຖິງນີ້. ທ່ານ ສີວັນ ຫອມໄຊຍະເດດ ຮັກສາການຫົວໜ້າບັນນາທິການໃຫຍ່ໜັງສືພິມປະຊາຊົນ ສຽງຂອງສູນກາງພັກ ໄດ້ໃຫ້ສໍາພາດຕໍ່ສື່ມວນຊົນໃນວັນທີ 10 ສິງຫານີ້ ທີ່ສໍານັກງານໜັງສືພິມປະຊາຊົນວ່າ:
ເພີ່ມເຕີມ