ເພື່ອເຮັດໃຫ້ສະຖານທີ່ທ່ອງທ່ຽວ ພູສີ ມີສີສັນສວຍງາມ ໂດຍສະເພາະກໍແມ່ນທາງຂຶ້ນ ພູສີ ແລະບໍລິເວນຕ່າງໆ ຢູ່ພູສີ.ໃນວັນທີ 7 ມີນາຜ່ານມາ, ພະນັກງານ ພະແນກ ຖະແຫຼງຂ່າວ,ວັດທະນະທໍາ ແລະທ່ອງທ່ຽວ (ຖວທ) ແຂວງຫຼວງພະບາງ ແລະທຸລະກິດທ່ອງທ່ຽວ ໄດ້ສ້າງຂະບວນການອະນາໄມ ທຳຄວາມສະອາດ,ທາສີ ແລະຈັດສັນຄວາມເປັນລະບຽບຮຽບຮ້ອຍ ຕາມທາງຂຶ້ນເບື້ອງພະລາຊະວັງ ລວມທັງກັນເຈື່ອນດ້ານໜ້າທາງຂຶ້ນ ແລະທາງຂຶ້ນເບື້ອງນໍ້າຄານ ບໍລິເວນວັດຖໍ້າຈົນຮອດພະທາດພູສີ.ນອກນີ້ ຍັງໄດ້ອະນາໄມ ແລະທາສີກໍາແພງຮົ້ວອ້ອມ ຫໍພິພທະພັນ ແຫ່ງຊາດຫຼວງພະບາງຕື່ມອີກ.
ການຮ່ວມກັນອອກແຮງງານຄັ້ງນີ້, ເພື່ອເປັນການຕ້ອນຮັບວັນສ້າງຕັ້ງແມ່ຍິງ ສາກົນ ຄົບຮອບ 114 ປີ (8/3/1910-8/3/2024) ທັງເປັນການກະກຽມຕ້ອນຮັບງານເປີດປີທ່ອງທ່ຽວລາວ 2024 ແລະວັນປີໃຫມ່ລາວ ທີ່ຈະມາເຖິງ ໃຫ້ມີຂະບວນການຟົດຟື້ນ ແລະເຕັມໄປດ້ວຍຄວາມໝາຍສຳຄັນຢ່າງເລິກເຊິ່ງ.
(ຂ່າວ: ເພັດສາຄອນ ສິມມະວົງ)
ມວນຊົນຊາວຫຼວງພະບາງ ຮ່ວມງານໂລະລາດໃນງານບຸນຫໍ່ເຂົ້າປະດັບດິນ ຢູ່ນະຄອນ ຫຼວງພະບາງ ຢ່າງຫຼວງຫຼາຍ
ຕອນເຊົ້າວັນທີ່ 22 ສີງຫານີ້, ອົງການປົກຄອງນະຄອນ ຫຼວງພະບາງ ແຂວງຫຼວງພະບາງ ໄດ້ຈັດງານໂລະລາດ ຫຼື ລົງຕະຫຼາດນັດແບບມວນຊົນ ໃນໂອກາດບຸນຫໍ່ເຂົ້າປະດັບດິນ ຊ່ວງເຮືອເດືອນເກົ້າ ປະຈຳປີ ພສ 2568 ຄສ 2025, ມີທ່ານ ສົມສະຫວາດ ເລັ່ງສະຫັວດ ອະດິດຮອງນາຍົກລັດຖະມົນຕີ, ພ້ອມດ້ວຍການນຳຂັ້ນແຂວງ, ນະຄອນ-ເມືອງ, ຕະຫຼອດຮອດມວນຊົນທັງພາຍໃນ ແລະ ຕ່າງປະເທດ ເຂົ້າຮ່ວມ ເປັນຈຳນວນຫຼວງຫຼາຍ ເຕັມໄປດ້ວຍບັນຍາກາດຟົດຟື້ນມ່ວນຊື່ນ.
ຄໍາເຫັນ