ຖວທ ສະຫຼຸບການປະຕິບັດວຽກງານ ແລະ ເຜີຍແຜ່ແຈ້ງການກ່ຽວກັບການປັບປຸງກົງຈັກ - ບຸກຄະລາກອນ

ຖວທ ສະຫຼຸບການປະຕິບັດວຽກງານ ແລະ ເຜີຍແຜ່ແຈ້ງການກ່ຽວກັບການປັບປຸງກົງຈັກ - ບຸກຄະລາກອນ

ຖວທ ສະຫຼຸບການປະຕິບັດວຽກງານ ແລະ ເຜີຍແຜ່ແຈ້ງການກ່ຽວກັບການປັບປຸງກົງຈັກ - ບຸກຄະລາກອນ
ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ຈັດກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານໃນໄລຍະຜ່ານມາ, ພ້ອມທັງເຜີຍແຜ່ແຈ້ງການກ່ຽວກັບການປັບປຸງກົງຈັກ ແລະ ບຸກຄະລາກອນ ໃນວັນທີ 16 ມິຖຸນາ ນີ້ ທີ່ ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ມີຄະນະພັກ, ຄະນະນຳບັນດາກົມ, ຫົວໜ້າພະແນກ-ຮອງພະແນກ ແລະ ພະນັກງານ-ລັດຖະກອນຂົງເຂດຖະແຫຼງຂ່າວ ເຂົ້າຮ່ວມ.

 

ຖວທ ສະຫບການປະຕບດວຽກງານ ແລະ ເຜຍແຜແຈງການກຽວກບການປບປງກງຈກ - ບກຄະລາກອນ - image 1
 

ໃນໂອກາດນີ້, ທ່ານ ວັນສີ ກົວມົວ ຮອງລັດຖະມົນຕີກະຊວງ ຖວທ ໄດ້ສະຫຼຸບຕີລາຄາການຈັດຕັ້ງປະຕິບັດ ວຽກງານຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໃນໄລຍະຜ່ານມາ, ສາມາດຍາດໄດ້ຜົນສຳເລັດຫຼາຍດ້ານ ເປັນຕົ້ນວຽກງານຖະແຫຼງຂ່າວ-ສື່ມວນຊົນ ໄດ້ຮັບການປັບປຸງ ແລະ ຂະຫຍາຍຕົວຢ່າງຕໍ່ເນື່ອງ, ເນັ້ນໃສ່ການພັດທະນາຊັບພະຍາກອນມະນຸດ ດ້ານສື່ມວນຊົນ ແລະ ຫັນສູ່ລະບົບດີຈີຕອນ, ປັດຈຸບັນສາມາດຂະຫຍາຍຕາໜ່າງຂ່າວສານ ຜ່ານລະບົບອິນເຕີເນັດໄດ້ຢ່າງທັນສະໄໝ, ພ້ອມທັງໄດ້ເອົາໃຈໃສ່ຕ້ານປະກົດການຫຍໍ້ທໍ້ ໃນສັງຄົມໄດ້ດີສົມຄວນ, ເອົາໃຈໃສ່ຕໍ່ການໂຄສະນາການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ, ວຽກດີຄົນເດັ່ນ, ຄອບຄົວຕົວແບບການປູກຝັງ-ລ້ຽງສັດ ຊຶ່ງສາມາດສ້າງຄວາມເຂົ້າໃຈ ແລະ ຄວາມເຊື່ອໝັ້ນໃຫ້ແກ່ປະຊາຊົນລາວບັນດາເຜົ່າ ລວມທັງຄົນເຊື້ອຊາດລາວທີ່ອາໄສຢູ່ຕ່າງປະເທດຕໍ່ການນຳພາຂອງພັກ ແລະລັດ. ສຳລັບວຽກງານວັດທະນະທຳ ກາຍເປັນກຳລັງແຮງສຳຄັນ ໃນການຍູ້ດັນການເຕີບໂຕ ແລະ ສ້າງສາພັດທະນາເສດຖະກິດ-ສັງຄົມ, ມູນເຊື້ອອັນດີງາມຂອງຊາດ ແລະ ຄຸນຄ່າມໍລະດົກວັດທະນະທຳອັນລ້ຳຄ່າໄດ້ຮັບການອະນຸລັກ, ສືບທອດ ແລະ ຂະຫຍາຍຕົວຢ່າງຕໍ່ເນື່ອງ, ສຸມໃສ່ການສົ່ງເສີມ, ປົກປັກຮັກສາ, ບູລະນະຮັກສາບັນດາປູສະນີຍະສະຖານ, ພິພິທະພັນ, ອະນຸສອນສະຖານ ແລະ ວັດຖຸບູຮານທີ່ເປັນມໍລະດົກວັດທະນະທຳ ແລະ ປະຫວັດສາດຂອງຊາດ, ມໍລະດົກວັດທະນະທຳຂອງຊາດຫຼາຍແຫ່ງໄດ້ຮັບການຮັບຮອງ ແລະ ຂຶ້ນທະບຽນເປັນມໍລະດົກໂລກຈາກອົງການ UNESCO. ສ່ວນວຽກງານທ່ອງທ່ຽວ ໄດ້ກ້າວຂຶ້ນເປັນຂະແໜງເສດຖະກິດປາຍແຫຼມ ຫຼື ທີ່ເອີ້ນວ່າ: ອຸດສາຫະກຳການທ່ອງທ່ຽວ, ສະຖານທີ່ທ່ອງທ່ຽວຫຼາຍບ່ອນໄດ້ຮັບການປັບປຸງ ແລະ ອຳນວຍຄວາມສະດວກຫຼາຍຂຶ້ນ, ທຸລະກິດການທ່ອງທ່ຽວໄດ້ຮັບການປັບປຸງໃຫ້ສອດຄ່ອງ ກັບມາດຕະຖານການທ່ອງທ່ຽວຂອງອາຊຽນ ແລະ ສາກົນ, ໄດ້ສຳເລັດໃນການຈັດຕັ້ງປະຕິບັດ ປີທ່ອງທ່ຽວລາວປີ 2024 ຢ່າງຈົບງາມ.

ໃນໂອກາດດຽວກັນນີ້, ທ່ານ ຄຳເຜີຍ ພິລາພາ ຫົວໜ້າກົມຈັກຕັ້ງ-ພະນັກງານ ກະຊວງ ຖວທ ໄດ້ເຜີຍແຜ່ແຈ້ງການກ່ຽວກັບ ການໂອນວຽກສື່ມວນຊົນ (ວຽກຖະແຫຼງຂ່າວ) ພ້ອມທັງຍົກຍ້າຍບຸກຄະລາກອນໄປຂຶ້ນກັບ ຄະນະໂຄສະນາອົບຮົມສູນກາງພັກ ໂດຍມີເນື້ອວ່າ: ກອງປະຊຸມຄະນະເລຂາທິການສູນກາງພັກ ໄດ້ຮັບຮອງການຍົກຍ້າຍບຸກຄະລາກອນ ແລະ ການໂອນວຽກສື່ມວນຊົນ ຈຳນວນ 5 ກົມ ແລະ ທຽບເທົ່າ ພ້ອມດ້ວຍບຸກຄະລາກອນທີ່ສັງກັດໃນກົງຈັກການຈັດຕັ້ງດັ່ງກ່າວ ໄປຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກຄື: ກົມສື່ມວນຊົນ, ສຳນັກຂ່າວສານປະເທດລາວ, ໂທລະພາບແຫ່ງຊາດລາວ, ວິທະຍຸກະຈາຍສຽງແຫ່ງຊາດລາວ ແລະ ໜັງສືພິມ ພາສາຕ່າງປະເທດ.

ໂອກາດດຽວກັນ, ກໍໄດ້ມີພິທີໄດ້ປະກາດພະນັກງານອອກພັກການ-ຮັບອຸດໜູນບຳນານ ໂດຍປະຕິບັດຕາມແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ ເມື່ອເຖິງອາຍຸກະສຽນອອກພັກຜ່ອນ-ຮັບອຸດໜູນບໍານານ ຄະນະບໍລິຫານງານພັກ, ຄະນະພັກ - ຄະນະນໍາຂອງກະຊວງ ຖວທ ໄດ້ຄົ້ນຄວ້າພິຈາລະນາຕົກລົງອະນຸມັດໃຫ້ ທ່ານ ໂພສີ ແກ້ວມະນີວົງ ຮອງລັດຖະມົນຕີ ກະຊວງ ຖວທ, ທ່ານ ນາງ ມະນີພັນ ຫຼວງສີສົງຄາມ ຮອງຫົວໜ້າກົມແຜນການ ແລະ ການຮ່ວມມືສາກົນ, ທ່ານ ວໍລະສັກ ປຣະວົງວຽງຄໍາ ຮອງຜູ້ອໍານວຍການໃຫຍ່ ວິທະຍຸກະຈາຍສຽງແຫ່ງຊາດ, ທ່ານ ພູປະສົງ ພຸດທະວົງ ຮອງຜູ້ອຳນວຍການໃຫຍ່ ໂທລະພາບແຫ່ງຊາດລາວ ອອກພັກການ-ຮັບອຸດໜູນບຳນານ.

ໃນໂອກາດນີ້, ທ່ານ ນາງ ສວນສະຫວັນ ວິຍະເກດ ໄດ້ກ່າວວ່າ: ເຖິງວຽກຖະແຫຼງຂ່າວ ຖືກໂອນໄປຂຶ້ນກັບ ຄະນະໂຄສະນາອົບຮົມສູນກາງພັກກໍຕາມ ຮຽກຮ້ອງໃຫ້ 5 ພາກສ່ວນສື່ມວນຊົນ ຈົ່ງສືບຕໍ່ມູນເຊື້ອ, ສືບຕໍ່ເສີມຂະຫຍາຍຜົນງານທີ່ຍາດມາໄດ້ໃນໄລຍຜ່ານມາ, ອັນສຳຄັນແມ່ນເຕົ້າໂຮມຄວາມສາມັກຄີ, ຄວາມເປັນເອກະພາບ, ເຮັດພາລະບົດບາດໜ້າທີ່ຂອງຕົນໃຫ້ດີທີ່ສຸດ, ມີຄວາມຮັບຜິດຊອບການເມືອງທີ່ພັກ, ລັດຖະບານ, ປະຊາຊົນມອບໝາຍໃຫ້ໄດ້ຮັບຜົນສຳເລັດ. ນອກຈາກນີ້, ຍັງໄດ້ສະແດງຊົມເຊີຍຕໍ່ກັບບັນດາທ່ານ ທີ່ໄດ້ຮັບນະໂຍບາຍ ພັກຜ່ອນ-ຮັບອຸດໜູນບຳນານ ທີ່ເຮັດສຳເລັດໜ້າທີ່ອັນມີກຽດ ທີ່ພັກ, ລັດ ແລະ ປະຊາຊົນມອບໝາຍໃຫ້, ໄດ້ທຸ່ມເທເຫື່ອແຮງ, ສຸມສະຕິປັນຍາ, ຄວາມຮູ້ຄວາມສາມາດຜ່ານຜ່າຄວາມຫຍຸ້ງຍາກ ປະຕິບັດໜ້າທີ່ວຽກງານທີ່ການຈັດຕັ້ງຂອງຕົນມອບໝາຍໃຫ້ຈົນສາມາດຍາດໄດ້ຜົນງານອັນໃຫຍ່ຫຼວງ ອັນໄດ້ເປັນການປະກອບສ່ວນໃຫ້ຜົນສຳເລັດລວມຂອງກະຊວງ ຖວທ ຕະຫຼອດມາ.

(ຂ່າວ: ກິດຕາ -ພາບ: ອ່າຍຄຳ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູ ຈຳກັດ ຮ່ວມມກັບ ຫໍສະໝຸດ ແຂວງຫຼວງພະບາງ,ໄດ້ນຳເອົາອຸປະ ກອນສົ່ງເສີມການອ່ານ,ເຄື່ອງສຸຂະອະນາໄມ,ປຶ້ມຂຽນ ແລະ ອື່ນໆ,ລວມມີມູນຄ່າທັງໝົດ 14 ລ້ານກີບ ມາມອບໃຫ້ແກ່ ນ້ອງນັກຮຽນໂຮງຮຽນປະຖົມສົມບູນບ້ານຫາດຄີບ,ເມືອງງອຍ,ແຂວງຫຼວງພະບາງ.
ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ວັນທີ 17 ທັນວາຜ່ານມາ ຢູ່ທີ່ສະໂມສອນເມືອງຫຼວງນ້າທາ ແຂວງຫຼວງນໍ້າທາ ໄດ້ຈັດພິທີເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ ເປັນສິ້ນຄ້າຢູ່ເມືອງຫຼວງນ້ຳທາ ໂດຍການເຂົ້າຮ່ວມຂອງ ທ່ານ ສີຈັນ ລໍທອງໂຫຼຍ ຮັກສາການຮອງເຈົ້າເມືອງຫຼວງນໍ້າທາ ຜູ້ຊີ້ນໍາວຽກງານເສດຖະກິດຂັ້ນເມືອງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ອີງຕາມການປະກາດຄໍາສັ່ງຂອງ ທ່ານ ໂດນັນ ທຣໍາ, ປະທານາທິບໍດີ ແຫ່ງ ສະຫະລັດ ອາເມຣິກາ ໃນວັນທີ 16 ທັນວາ 2025 ກ່ຽວກັບ ການຈັດຕັ້ງປະຕິບັດມາດຕະການຈໍາກັດ ແລະ ເພີ່ມຄວາມເຂັ້ມງວດຕໍ່ການອອກວີຊາ ເຂົ້າ-ອອກ ສະຫະລັດ ອາເມຣິກາ ສຳລັບພົນລະເມືອງຈາກບາງປະເທດ.
ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ເມື່ອບໍ່ດົນຜ່ານມານີ້, ທີ່ ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໃນຖານະຈຸດປະສານງານ ກໍຄື ກອງເລຂາຄະນະຊີ້ນໍາລະດັບຊາດ ເພື່ອການຈັດຕັ້ງປະຕິບັດແຜນດໍາເນີນງານ ສປຊ ສໍາລັບປະເທດດ້ອຍພັດທະນາໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບພາກສ່ວນເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມ, ໂດຍການເປັນປະທານຂອງ ທ່ານ ນ. ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ຊຶ່ງມີຜູ້ເຂົ້າຮ່ວມຈາກສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ບັນດາບໍລິສັດເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມລວມທັງໝົດປະມານ 100 ທ່ານ.
ສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ IV ສຳເລັດກອງປະຊຸມທ້າຍສະໄໝ

ສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ IV ສຳເລັດກອງປະຊຸມທ້າຍສະໄໝ

ກອງປະຊຸມທ້າຍສະໄໝ ຂອງສະພາປະຊາຊົນແຂວງ ຊຸດທີ IV ໄດ້ສຳເລັດໃນຕອນບ່າຍຂອງວັນທີ 17 ທັນວາ 2025 ພາຍຫຼັງໄດ້ດໍາເນີນມາເປັນເວລາ 2 ວັນເຕັມ. ເຊີ່ງໄດ້ຄົ້ນຄວ້າ, ພິຈາລະນາ ແລະ ຮັບຮອງ ເອົາບັນດາວຽກງານສຳຄັນພື້ນຖານຂອງແຂວງ ຫຼາຍບັນຫາ.
ນະຄອນຫຼວງວຽງຈັນ ສົ່ງເສີມກຸ່ມການຜະລິດຫຼຸດຜ່ອນການນໍາເຂົ້າ

ນະຄອນຫຼວງວຽງຈັນ ສົ່ງເສີມກຸ່ມການຜະລິດຫຼຸດຜ່ອນການນໍາເຂົ້າ

ວຽກງານກະສິກໍາແມ່ນວຽກງານໜຶ່ງທີ່ມີຄວາມສໍາຄັນຍິ່ງ ເພື່ອຮັບປະກັນຊີວິດການເປັນຢູ່ຂອງຄົນໃນສັງຄົມ ໃຫ້ມີອາຫານພຽງພໍ, ຄຽງຄູ່ກັນນັ້ນ ພັກ, ລັດ ຍັງຊຸກຍູ້ສົ່ງເສີມປວງຊົນ ອອກແຮງຜະລິດໃຫ້ຫຼາຍ ແລະ ສົ່ງອອກ ສ້າງລາຍຮັບເຂົ້າຄອບຄົວ ກໍຄືປະເທດຊາດ.
ປິດຊຸດອົບຮົມວິຊາຊີບຕັດຫຍິບ ສໍາລັບໄວໜຸ່ມຍິງ ພິການ ແລະ ດ້ອຍໂອກາດ

ປິດຊຸດອົບຮົມວິຊາຊີບຕັດຫຍິບ ສໍາລັບໄວໜຸ່ມຍິງ ພິການ ແລະ ດ້ອຍໂອກາດ

ວັນທີ 18 ທັນວາ 2025ນີ້, ສູນພັດທະນາແມ່ຍິງບັນດາເຜົ່າ ແຂວງເຊກອງ ໄດ້ຈັດພິທີປິດຊຸດອົບຮົມວິຊາຊີບຕັດຫຍິບ ພາກປົກກະຕິ ຊຸດທີ XIX ສໍາລັບໄວໜຸ່ມເພດຍິງ ທີ່ມີຄວາມພິການ ແລະ ດ້ອຍໂອກາດ ໂດຍທ່ານ ນາງ ເພັດດາແກ້ວ ພົນສາລາດ ຮອງປະທານສະຫະພັນແມ່ຍິງແຂວງເຊກອງ, ມີທ່ານ ນາງ ສຸກອຸລາ ວັນນະວົງ ຜູ້ບໍລິຫານໂຄງການສ້າງຄວາມເຂັ້ມແຂງດ້ານຮັກສາສຸຂະພາບ ແລະ ພັດທະນາຊຸມຊົນແບບມີສ່ວນຮ່ວມ (SFE), ມີຄະນະຮັບຜິດຊອບຊຸດອົບຮົມ ແລະ ຄູຝຶກ ເຂົ້າຮ່ວມ.
ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງວຽງຈັນ

ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງວຽງຈັນ

ເມືອງວຽງຄຳ ແຂວງວຽງຈັນ ໄດ້ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງ ສະໄໝທີ VII ຂຶ້ນໃນວັນທີ 18 ທັນວານີ້ ທີ່ຫ້ອງປະຊຸມເມືອງ, ໂດຍການເປັນປະທານຂອງ ສະຫາຍ ພູທະນູເພັດ ໄຊສົມບັດ ເລຂາຄະນະບໍລິຫານງານພັກແຂວງວຽງຈັນ.
ເພີ່ມເຕີມ