ຖວທ ເຊກອງ ປາຖະກະຖາວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 75 ປີ

ຖວທ ເຊກອງ ປາຖະກະຖາວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 75 ປີ
ພະແນກຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ (ຖວທ) ແຂວງເຊກອງ ໄດ້ຈັດພິທີປາຖະກະຖາວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 75 ປີ (20 ມັງກອນ 1949-20 ມັງກອນ 2024) ຂຶ້ນໃນວັນທີ 29 ມັງກອນຜ່ານມາ ເພື່ອສຶກສາອົບຮົມການເມືອງ-ແນວຄິດໃຫ້ສະມາຊິກພັກ-ພະນັກງານໄດ້ຮັບຮູ້ເຂົ້າໃຈຢ່າງເລິກເຊິ່ງຕໍ່ປະຫວັດຕົ້ນກໍາເນີດ, ການເຕີບໃຫຍ່ຂະຫຍາຍຕົວ, ທາດແທ້-ມູນເຊື້ອອັນສະຫງ່າອົງອາດ ກ້າຫານຕໍ່ສູ້ບໍ່ຍອມຈໍານົນ ແລະ ຜົນງານການເຄື່ອນໄຫວຂອງກອງທັບປະຊາຊົນລາວຕະຫຼອດໄລຍະ 75 ປີ ໂດຍການປາຖະກະຖາຂອງທ່ານ ບຸນທົງ ຖິ່ນດອນໂຂງ ຮັກສາການຫົວໜ້າພະແນກ ຖວທ ແຂວງ, ມີຄະນະພັກຮາກຖານ-ຄະນະໜ່ວຍພັກ ພະນັກງານ-ລັດຖະກອນເຂົ້າຮ່ວມ.
    ທ່ານ ບຸນທົງ ຖິ່ນດອນໂຂງ ໄດ້ຍົກໃຫ້ເຫັນປະຫວັດການກໍາເນີດ, ການເຕີບໃຫຍ່ຂະຫຍາຍຕົວ ແລະ ຜົນງານການເຄື່ອນໄຫວຕະຫຼອດໄລຍະ 75 ປີ ພາຍໃຕ້ການນໍາພາຂອງພັກປະຊາຊົນປະຕິວັດລາວ, ກອງທັບປະຊາຊົນລາວ ພ້ອມກັບປະຊາຊົນລາວບັນດາເຜົ່າໄດ້ດຳເນີນການປະຕິວັດຕໍ່ສູ້ກູ້ຊາດຕ້ານຈັກກະພັດຜູ້ຮຸກຮານ ແລະ ເຮັດສຳເລັດໜ້າທີ່ການປະຕິວັດຊາດປະຊາທິປະໄຕປົດປ່ອຍປະເທດຊາດຢ່າງສົມບູນ ແລະ ສ້າງຕັ້ງລະບອບສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວຂຶ້ນໃນວັນທີ 2 ທັນວາ 1975. ໃນພາລະກຳປະຫວັດສາດດັ່ງກ່າວກອງທັບປະຊາຊົນລາວສ້າງໄດ້ທາດແທ້ ແລະ ມູນເຊື້ອອັນສະຫງ່າງາມຕະຫຼອດມາ ພ້ອມທັງເສີມຂະຫຍາຍ ແລະ ເພີ່ມພູນຄູນສ້າງໃຫ້ນັບມື້ມີຄຸນນະພາບດີຂຶ້ນເລື້ອຍໆ. ກອງທັບປະຊາຊົນລາວ ແມ່ນພັກປະຊາຊົນປະຕິວັດລາວເປັນຜູ້ກໍ່ຕັ້ງ, ນໍາພາ ແລະ ສຶກສາອົບຮົມ ເວລາໃດກໍມີຄວາມຈົງຮັກພັກດີຕໍ່ພັກຕໍ່ປະຊາຊົນ ແລະ ຕໍ່ປະເທດຊາດ, ພຶດຕິກຳແຫ່ງການຕໍ່ສູ້ກູ້ຊາດ, ຮັກສາເຂດນໍ້າແດນດິນໄດ້ຢັ້ງຢືນຢ່າງຈະແຈ້ງວ່າ: “ ກອງທັບປະຊາຊົນລາວ ແມ່ນກຳເນີດມາຈາກປະຊາຊົນ ໂດຍປະຊາຊົນ ແລະ ເພື່ອປະຊາຊົນ ” ມີຄວາມຈົງຮັກພັກດີມີຄວາມບໍລິສຸດຜຸດຜ່ອງ, ມີລະບຽບແບບແຜນທີ່ເຂັ້ມງວດເດັດດ່ຽວໜຽວແໜ້ນພິລະອາດຫານ, ມີນໍ້າໃຈເສຍສະຫຼະອັນສູງສົ່ງຕໍ່ສູ້ເພື່ອຊາດ ເພື່ອອຸດົມການສັງຄົມນິຍົມ. ຕະຫຼອດໄລຍະ 75 ປີແຫ່ງການກຳເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວພາຍໃຕ້ການນຳພາຂອງພັກ ແມ່ນປະຫວັດສາດແຫ່ງການທົດສອບອັນໃຫຍ່ຫຼວງໃນການຕໍ່ສູ້ອັນຍືດເຍື້ອຍາວນານ ເພື່ອຍາດເອົາຄວາມເປັນເອກະລາດແຫ່ງຊາດ, ຕະຫຼອດໄລຍະທາງອັນລະອິດລະອ້ຽວ, ຫຍຸ້ງຍາກລຳບາກ, ກຳລັງປະກອບອາວຸດໄດ້ປັບປຸງ ແລະ ກໍ່ສ້າງຕົນເອງໃຫ້ເຂັ້ມແຂງທັນສະໃໝ ເຮັດໜ້າທີ່ເຄື່ອນໄຫວສູ້ຮົບ, ກຽມພ້ອມສູ້ຮົບ ແລະ ຂົນຂວາຍກໍ່ສ້າງຮາກຖານການເມືອງເພີ່ມພູນຜະລິດຜົນ, ສ້າງພະລາທິການກັບທີ່ເຮັດໜ້າທີ່ປ້ອງກັນຊາດສາມາດທັບມ້າງທຸກກົນອຸບາຍຂອງພວກຈັກກະພັດ ແລະ ບັນດາອິດທິກຳລັງປໍລະປັກ ເຮັດໃຫ້ປະເທດຊາດມີຄວາມສະຫງົບ, ປອດໄພ ແລະ ໝັ້ນຄົງ.
    ພ້ອມນີ້, ຜູ້ເຂົ້າຮ່ວມຍັງໄດ້ຮັບຟັງການເຜີຍແຜ່ເອກະສານວັນຊາດ ສາທາລະນະລັດກູບາ ຄົບຮອບ 65 ປີ (1 ມັງກອນ 1959-1 ມັງກອນ 2024) ພ້ອມທັງປຶກສາຫາລື ສ້າງຄວາມເປັນເອກະພາບກະກຽມຈັດກອງປະຊຸມສະຫຼຸບວຽກງານ ຖວທ ທົ່ວແຂວງປະຈໍາປີ 2023 ແລະແຜນວຽກຈຸດສຸມປະຈໍາປີ 2024.
ຂ່າວ-ພາບ: ສັນຍາ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຄໍາມ່ວນ ວາງແຜນຄຸ້ມຄອງອະນຸລັກ ແລະ ພັດທະນາອຸທິຍານທໍລະນີຫີນບູນ

ຄໍາມ່ວນ ວາງແຜນຄຸ້ມຄອງອະນຸລັກ ແລະ ພັດທະນາອຸທິຍານທໍລະນີຫີນບູນ

ແຂວງຄໍາມ່ວນໄດ້ຈັດກອງປະຊຸມຄະນະວິທະຍາສາດ ເພື່ອຄົ້ນຄວ້າ, ປະເມີນຜົນ ແລະ ວາງແຜນຄຸ້ມຄອງ-ອະນຸລັກ ພື້ນທີ່ອຸທິຍານທໍລະນີຫີນບູນ (HinbounGeopark) ໃນ​ວັນ​ທີ 29 ກັນ​ຍາ​ຜ່ານ​ມາທີ່ ແຂວງ​ຄຳ​ມ່ວນ, ໂດຍມີທ່ານ ບຸນປັນ ພຸດທະອາມາດ ຫົວໜ້າພະແນກຄຸ້ມຄອງປ່າສະຫງວນ (ຜູ້ຕາງໜ້າຈາກກົມປ່າໄມ້ (ກະຊວງກະສິກໍາ ແລະ ສິ່ງແວດລ້ອມ), ທ່ານ ບຸນປອນ ທອງສຸວັນນະລາດຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ,ມີຊ່ຽວຊານ ແລະ ນັກວິທະຍາສາດ ຈາກຫຼາຍສາຂາວິຊາຊີບ ທັງພາຍໃນ ແລະ ຕ່າງປະເທດແລະພາກ​ສ່ວນ​ກ່ຽວ​ຂ້ອງ​ເຂົ້າ​ຮ່ວມ.
ປາກຊ່ອງເຜີຍແຜ່ເຊື່ອມຊຶມກົດລະບຽບຂອງພັກສະໄໝທີXII

ປາກຊ່ອງເຜີຍແຜ່ເຊື່ອມຊຶມກົດລະບຽບຂອງພັກສະໄໝທີXII

ເມືອງປາກຊ່ອງແຂວງຈຳປາສັກໄດ້ຈັດກອງປະຊຸມເຜີຍແຜ່ເຊື່ອມຊຶມເອກະສານກົດລະບຽບຂອງພັກປະຊາຊົນປະຕິວັດລາວສະໄໝທີXII ແລະຜັນຂະຫຍາຍຈັດຕັ້ງຮ່ຳຮຽນເອກະສານ5ບົດອົບຮົມສະມາຊິກພັກທົ່ວເມືອງ, ໃນ​ວັນ​ທີ 29 ກັນ​ຍາ​ຜ່ານ​ມາທີ່ ເມືອງ​ປາກ​ຊ່ອງ, ພາຍໃຕ້ການເປັນປະທານຂອງສະຫາຍບຸນລິດເທບບຸນສູງກຳມະການພັກແຂວງເລຂາຄະນະບໍລິຫານງານພັກເມືອງປາກຊ່ອງ, ມີບັນດາສະຫາຍຮອງເລຂາພັກເມືອງ, ຄະນະປະຈຳພັກເມືອງ, ກຳມະການພັກເມືອງແລະພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.
ຄໍາມ່ວນ ທໍາລາຍຊິ້ນສ່ວນເຄື່ອງໃນໝູ​ນ້ຳໜັກ 28 ໂຕນ

ຄໍາມ່ວນ ທໍາລາຍຊິ້ນສ່ວນເຄື່ອງໃນໝູ​ນ້ຳໜັກ 28 ໂຕນ

ຂະ​ແໜງລ້ຽງສັດ ແລະ ການປະມົງພະ​ແນກ​ກະ​ສິ​ກຳແລະສິ່ງ​ແວດ​ລ້ອມແຂວງຄໍາມ່ວນຮ່ວມກັບພາກສ່ວນກ່ຽວຂ້ອງໄດ້ຈັດພິທີຝັງທໍາລາຍຊິ້ນສ່ວນເຄື່ອງໃນໝູຈໍານວນ 1,400 ແພັກ, ມີນໍ້າໜັກ 28 ໂຕນ, ໃນ​ວັນ​ທີ 29 ກັນ​ຍາ​ຜ່ານ​ມາທີ່ ສະໜາມຖິ້ມຂີ້ເຫຍື້ອ ເມືອງທ່າແຂກ.
ເຜີຍແຜ່ດຳລັດ 112/ລບ ກຳນົດມາດຕະການປັບໄໝຜູ້ລະເມີດລະບຽບຊັບສິນຂອງລັດ

ເຜີຍແຜ່ດຳລັດ 112/ລບ ກຳນົດມາດຕະການປັບໄໝຜູ້ລະເມີດລະບຽບຊັບສິນຂອງລັດ

ແຂວງອັດຕະປື ຈັດກອງປະຊຸມເຜີຍແຜ່ດຳລັດ ວ່າດ້ວຍການປັບໄໝ ແລະ ການນຳໃຊ້ມາດຕະການອື່ນ ຕໍ່ຜູ້ລະເມີດກົດໝາຍ ແລະ ລະບຽບການ ກ່ຽວກັບຊັບສິນຂອງລັດ, ພ້ອມທັງທາບທາມຮ່າງວິໄສທັດ ຮອດປີ 2040 ແລະ ຮ່າງຍຸດທະສາດການຄຸ້ມຄອງຊັບສິນຂອງລັດ ຮອດປີ 2035 ເພື່ອສ້າງຄວາມເຂົ້າໃຈເປັນອັນດຽວກັນ ແລະ ຍົກສູງປະສິດທິພາບການຄຸ້ມຄອງຊັບສິນແຫ່ງລັດ.
ຄະນະຮັບຜິດຊອບ ລົງຊຸກຍູ້ການກໍ່ສ້າງໜ່ວຍພັກປອດໃສເຂັ້ມແຂງໜັກແໜ້ນ ຢູ່ ວຕຊ ເລກ II ສະຫວັນນະເຂດ

ຄະນະຮັບຜິດຊອບ ລົງຊຸກຍູ້ການກໍ່ສ້າງໜ່ວຍພັກປອດໃສເຂັ້ມແຂງໜັກແໜ້ນ ຢູ່ ວຕຊ ເລກ II ສະຫວັນນະເຂດ

ວັນທີ 29 ກັນຍາຜ່ານມາ, ຄະນະຮັບຜິດຊອບເຄື່ອນໄຫວຊຸກຍູ້ການກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ຂັ້ນກົມໃຫຍ່ການເມືອງປ້ອງກັນຄວາມສະຫງົບ ນຳໂດຍ ສະຫາຍ ພັອ ວັນນະເລດ ບຸດຕະວົງ ຄະນະພັກກົມໃຫຍ່ການເມືອງ ຫົວໜ້າຫ້ອງການເມືອງ ກົມໃຫຍ່ການເມືອງ ປກສ, ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວຊຸກຍູ້ການກໍ່ສ້າງໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ ຢູ່ວິທະຍາໄລຕຳຫຼວດປະຊາຊົນ ວຕຊ ເລກ II ສະຫວັນນະເຂດ ໂດຍການຕ້ອນຮັບຂອງສະຫາຍ ພັອ ວີຄຳ ຂຸນສຳນານ ເລຂາຄະນະພັກ ຫົວໜ້າວິທະຍາໄລ ມີຄະນະຮັບຜິດຊອບທັງສອງຝ່າຍ ເຂົ້າຮ່ວມ.
ກອງພັນໃຫຍ່ 497 ປິດຊຸດຝຶກອົບຮົມທະຫານໃໝ່ ປະຈຳປີ 2025

ກອງພັນໃຫຍ່ 497 ປິດຊຸດຝຶກອົບຮົມທະຫານໃໝ່ ປະຈຳປີ 2025

ວັນທີ 29 ກັນຍາຜ່ານມາ, ກອງພັນໃຫຍ່ 497 ຈັດພິທີປິດຊຸດຝຶກອົບຮົມທະຫານໃໝ່ ປະຈຳປີ 2025 ໂດຍການເປັນປະທານຂອງສະຫາຍ ພັນເອກ ທອງດຳ ດວງມາລາ ຫົວໜ້າການທະຫານ ກອງພັນໃຫຍ່ 497, ມີຄະນະພັກ-ຄະນະບັນຊາ, ຂະແໜງການກ່ຽວຂ້ອງ, ຄູ-ອາຈານ ແລະ ກໍາລັງທະຫານໃໝ່ ເຂົ້າຮ່ວມ.
ນາຍ ແລະ ພົນຕໍາຫຼວດ ປກສ ເມືອງເງິນ ໄດ້ຮັບຫຼຽນກາລະນຶກ 50 ປີ ວັນສະຖາປະນາ ສປປລາວ

ນາຍ ແລະ ພົນຕໍາຫຼວດ ປກສ ເມືອງເງິນ ໄດ້ຮັບຫຼຽນກາລະນຶກ 50 ປີ ວັນສະຖາປະນາ ສປປລາວ

ພິທີປະດັບຫຼຽນກາລະນຶກ 50 ປີ ວັນສະຖາປະນາ ສປປລາວ ແລະ ປະກາດເລື່ອນຊັ້ນນາຍ ແລະ ພົນ ຕໍາຫຼວດ ປກສ ເມືອງເງິນ ແຂວງໄຊຍະບູລີ ຈັດຂຶ້ນໃນວັນທີ 30 ກັນຍານີ້, ທີ່ກອງບັນຊາການ ປກສ ເມືອງ ເປັນກຽດເຂົ້າຮ່ວມຂອງສະຫາຍ ທອງພັນ ສຸກສະຫວັດ ກໍາມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ ປະທານປ້ອງກັນຊາດ-ປ້ອງກັນຄວາມສະຫງົບເມືອງ, ມີສະຫາຍ ພັທ ສົມພອນ ພູມມາລີ ກໍາມະການພັກເມືອງ ຫົວໜ້າກອງບັນຊາການ ປກສ ເມືອງ, ມີຄະນະພັກ-ຄະນະບັນຊາ, ນາຍ ແລະ ພົນຕໍາຫຼວດເຂົ້າຮວມ.
ເປີດອົບຮົມກວດສອບເລຂາ, ຮອງເລຂາຄັ້ງທີ I ທົ່ວຄະນະພັກຮາກຖານ ກອງພັນຂົນສົ່ງ 402

ເປີດອົບຮົມກວດສອບເລຂາ, ຮອງເລຂາຄັ້ງທີ I ທົ່ວຄະນະພັກຮາກຖານ ກອງພັນຂົນສົ່ງ 402

ພິທີເປີດຊຸດຝຶກອົບຮົມກວດສອບເລຂາ, ຮອງເລຂາຄັ້ງທີ I ທົ່ວຄະນະພັກຮາກຖານ ກອງພັນຂົນສົ່ງ 402 ກອງທັບ ຈັດຂຶ້ນໃນວັນທີ 29 ກັນຍາຜ່ານມາ, ໂດຍການເປັນປະທານຂອງສະຫາຍ ພົນຈັດຕະວາ ຕີເບດ ສີແພງຄູນ ກໍາມະການຄະນະພັກອົງການກົມໃຫຍ່, ຫົວໜ້າຫ້ອງການເມືອງ ກົມໃຫຍ່ພະລາທິການກອງທັບ, ມີຄະນະຊີ້ນໍາລວມ, ອະນຸກຳມະການ, ວິຊາການ ແລະ ນັກກວດສອບເລຂາ-ຮອງເລຂາ ທົ່ວຄະນະພັກຮາກຖານ ກອງພັນຂົນສົ່ງ 402 ກອງທັບ ແລະ ຄະນະໜ່ວຍພັກ ສາງນໍ້າມັນເຊື້ອໄຟເລກ 7 ກອງທັບ ເຂົ້າຮ່ວມ.
ຜ່ານແຜນການຂຽນປະຫວັດສາດມູນເຊື້ອ ຂອງກອງບັນຊາການທະຫານແຂວງອັດຕະປື

ຜ່ານແຜນການຂຽນປະຫວັດສາດມູນເຊື້ອ ຂອງກອງບັນຊາການທະຫານແຂວງອັດຕະປື

ວັນທີ 29 ກັນຍາຜ່ານມາ, ຄະນະສະພາວິທະຍາສາດ-ປະຫວັດສາດ (ວສ-ປສ) ການທະຫານຂັ້ນທ້ອງ ຖິ່ນແຂວງອັດຕະປື ໄດ້ເປີດກອງປະຊຸມ ຜ່ານແຜນການຂຽນປະຫວັດສາດມູນເຊື້ອ ຂອງກອງບັນຊາການທະຫານແຂວງອັດຕະປື ແຕ່ປີ 1959-2025, ໂດຍການເປັນປະທານຂອງສະຫາຍ ພັນເອກ ບຸນເຊີຍ ສີປະເສີດ ຫົວໜ້າການທະຫານ ກອງບັນຊາການທະຫານແຂວງ, ປະທານ ສະພາ ວສ-ປສ ການທະຫານຂັ້ນທ້ອງຖິ່ນແຂວງ, ມີສະຫາຍ ພົນຈັດຕະວາ ສີສົມໃຈ ມະໂນລາ ຫົວໜ້າການເມືອງ ກອງບັນຊາການທະຫານແຂວງ ພ້ອມດ້ວຍຄະນະສະພາ ວສ-ປສ ການທະຫານຂັ້ນທ້ອງຖິ່ນເຂົ້າຮ່ວມ.
ກະຊວງການຕ່າງປະເທດ ປາຖະກະຖາວັນສໍາຄັນ ຂອງ ສປປ ລາວ

ກະຊວງການຕ່າງປະເທດ ປາຖະກະຖາວັນສໍາຄັນ ຂອງ ສປປ ລາວ

ໃນວັນທີ 29 ກັນຍານີ້ ທີ່ກະຊວງການຕ່າງປະເທດ ໄດ້ຈັດພິທີປາຖະກະຖາ ວັນເກີດ ປະທານ ສຸພານຸວົງ ຄົບຮອບ 117 ປີ, ວັນຢຶດອຳນາດທົ່ວປະເທດ ຄົບຮອບ 81 ປີ, ວັນເຊັນສົນທິສັນຍາມິດຕະພາບ-ການຮ່ວມມືລາວ-ຫວຽດນາມ ຄົບຮອບ 49 ປີ, ວັນສ້າງຕັ້ງສາຍພົວພັນການທູດລາວ-ຫວຽດນາມ ຄົບຮອບ 64 ປີ, ວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 76 ປີ, ວັນປະກາດໃຊ້ລັດຖະທຳມະນູນແຫ່ງ ສປປ ລາວ ຄົບຮອບ 35 ປີ ແລະ ວັນການທູດລາວຄົບຮອບ 81 ປີ ໂດຍໃຫ້ກຽດເປັນປະທານຂອງ ສະຫາຍ ໄມທອງ ທຳມະວົງສາ ຮອງເລຂາຄະນະບໍລິຫານງານພັກກະຊວງ ຮອງລັດຖະ ມົນຕີກະຊວງການຕ່າງປະເທດ ຊຶ່ງມີຄະນະພັກ, ຄະນະນໍາ, ຄະນະໜ່ວຍພັກ, ຄະນະກົມ, ຄະນະພະແນກ ແລະ ພະນັກງານ-ລັດຖະກອນ ຂອງກະຊວງການຕ່າງປະເທດ ເຂົ້າຮ່ວມຮັບຟັງທັງໝົດ 450 ກວ່າສະຫາຍ.
ເພີ່ມເຕີມ