ທູດຫວຽດນາມ ພົບປະບັນດາອົງການສື່ມວນຊົນລາວ ແລະ ຫວຽດນາມ ປະຈໍາລາວ

ທູດຫວຽດນາມ ພົບປະບັນດາອົງການສື່ມວນຊົນລາວ ແລະ ຫວຽດນາມ ປະຈໍາລາວ

ທູດຫວຽດນາມ ພົບປະບັນດາອົງການສື່ມວນຊົນລາວ ແລະ ຫວຽດນາມ ປະຈໍາລາວ
ການພົບປະ ແລະ ເຮັດວຽກຢ່າງເປັນທາງການລະຫວ່າງສະຖານທູດຫວຽດນາມ ແລະ ບັນດາອົງການຄຸ້ມຄອງວຽກງານສື່ມວນຊົນ, ບັນດາອົງການສື່ມວນຊົນຂອງລາວ ແລະ ບັນດາສຳນັກງານຜູ້ຕາງໜ້າສື່ມວນຊົນຫວຽດນາມປະຈຳ ສປປ ລາວ ຄັ້ງທຳອິດ ໄດ້ຈັດຂຶ້ນໃນວັນທີ 17 ມິຖຸນາ ຜ່ານມາ ທີ່ສະຖານເອກອັກຄະລັດຖະທູດ ແຫ່ງ ສສ ຫວຽດນາມ ປະຈໍາ ສປປ ລາວ ຊຶ່ງການພົບປະຄັ້ງນີ້ ແນໃສ່ເພື່ອຊຸກຍູ້ການພົວພັນຮ່ວມມື ລະຫວ່າງສະຖານທູດ ກັບບັນດາອົງການຂ່າວສານ ກໍຄືອົງການສື່ມວນຊົນລາວ ແລະ ອົງການສື່ມວນຊົນຫວຽດນາມ ປະຈໍາລາວ.
ທດຫວຽດນາມ ພບປະບນດາອງການສມວນຊນລາວ ແລະ ຫວຽດນາມ ປະຈາລາວ - image 1
 

ເຂົ້າຮ່ວມການພົບປະຄັ້ງນີ້, ຝ່າຍຫວຽດນາມມີ ສະຫາຍ ຫງວຽນ ມິງ ເຕີມ ເອກອັກຄະລັດຖະທູດ ວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ສສ ຫວຽດນາມ ປະຈໍາ ສປປ ລາວ ພ້ອມດ້ວຍສະຫາຍການນໍາຂອງບັນດາອົງການອ້ອມຂ້າງສະຖານທູດ, ຫົວໜ້າສຳນັກງານຜູ້ຕາງໜ້າ ແລະ ນັກຂ່າວຂອງບັນດາສຳນັກງານຜູ້ຕາງໜ້າສື່ມວນຊົນຫວຽດນາມ ປະຈໍາລາວ ມີ 4 ສຳນັກຄື: ໜັງສືພິມ ເຢິນເຢິນ, ຂ່າວສານຫວຽດນາມ, ວິທະຍຸກະຈາຍສຽງແຫ່ງຊາດ ຫວຽດນາມ (VOV) ແລະ ໂທລະພາບແຫ່ງຊາດ ຫວຽດນາມ (VTV). ຝ່າຍລາວມີ ສະຫາຍ ລາວປາວຊົ່ງ ນະວົງໄຊ ກໍາມະການສູນກາງພັກ ຮອງເລຂາຄະນະພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ (ຄອສພ), ທ່ານ ວັນໄຊ ຕະວິນຍານ ກຳມະການຄະນະພັກ ຮອງຫົວໜ້າ ຄອສພ ເລຂາຄະນະໜ່ວຍພັກ ຫົວໜ້າບັນນາທິການໃຫຍ່ ໜັງສືພິມປະຊາຊົນ, ມີສະຫາຍການນໍາຈາກສະມາຄົມນັກຂ່າວ ແຫ່ງ ສປປ ລາວ, ກົມສື່ມວນຊົນ, ບັນນາທິການ, ອຳນວຍການ ແລະ ນັກຂ່າວອົງການສື່ທາງການຂອງ ສປປ ລາວ.

ທດຫວຽດນາມ ພບປະບນດາອງການສມວນຊນລາວ ແລະ ຫວຽດນາມ ປະຈາລາວ - image 2
 

ສະຫາຍ ຫງວຽນ ມິງ ເຕີມ ໄດ້ວ່າ: ການພົບປະ ແລະ ເຮັດວຽກໃນມື້ນີ້ມີຄວາມໝາຍຄວາມສຳຄັນທີ່ສຸດ, ທັງເປັນໂອກາດເພື່ອໃຫ້ພວກເຮົາແລກປ່ຽນ, ພົບປະສ້າງສັນ, ເພື່ອເພີ່ມທະວີຄວາມເຂົ້າອົກເຂົ້າໃຈຊຶ່ງກັນ ແລະ ກັນ, ຈາກນັ້ນຈະປະກອບສ່ວນຮັດແໜ້ນນໍ້າໃຈ, ການພົວພັນສະໜິດຕິດແໜ້ນລະຫວ່າງສະຖານທູດ, ບັນດາອົງການອ້ອມຂ້າງສະຖານທູດ ແລະ ບັນດາສຳນັກງານຜູ້ຕາງໜ້າສື່ມວນຊົນຫວຽດນາມປະຈຳ ສປປ ລາວ ກັບບັນດາອົງການຄຸ້ມຄອງວຽກງານສື່ມວນຊົນ ແລະ ອົງການສື່ມວນຊົນຂອງລາວ; ທັງເປັນໂອກາດເພື່ອໃຫ້ພວກເຮົາປຶກສາຫາລືບັນດາມາດຕະການສືບຕໍ່ປະສານສົມທົບຢ່າງແໜ້ນແຟ້ນກວ່າເກົ່າ ໃນວຽກງານໂຄສະນາ, ກໍານົດທິດຫາງສຽງ, ປະກອບສ່ວນຊ່ວຍໃຫ້ປະຊາຊົນສອງປະເທດເຂົ້າໃຈຢ່າງເລິກເຊິ່ງກວ່າກ່ຽວກັບປະເທດ ແລະ ປະຊາຊົນຂອງແຕ່ລະປະເທດ ແລະ ສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານຫວຽດນາມ - ລາວ, ລາວ - ຫວຽດນາມ.

ທດຫວຽດນາມ ພບປະບນດາອງການສມວນຊນລາວ ແລະ ຫວຽດນາມ ປະຈາລາວ - image 3
 

ສະຫາຍ ລາວປາວຊົ່ງ ນະວົງໄຊ ໄດ້ກ່າວວ່າ: ໄລຍະທີ່ຜ່ານມາພັກ - ລັດຖະບານຫວຽດນາມ ໄດ້ຊ່ວຍເຫຼືອກໍ່ສ້າງບຳລຸງຊັບພະຍາກອນມະນຸດຂອງ ສປປ ລາວ, ຈັດຝຶກອົບຮົມໄລຍະສັ້ນ, ໄລຍະຍາວໃຫ້ພະນັກງານວິຊາການແລະ ການນຳນັບຕັ້ງແຕ່ຂັ້ນສູນກາງຮອດທ້ອງຖິ່ນ; ໃນນັ້ນ, ກໍໄດ້ຊ່ວຍເຫຼືອກໍ່ສ້າງສື່ມວນຊົນຂອງ ສປປ ລາວ ດ້ານຄວາມຮູ້ຄວາມສາມາດ, ດ້ານເຕັກນິກ ແລະ ວັດຖຸອຸປະກອນຮັບໃຊ້ຕ່າງໆ. ບັນດາອົງການສື່ມວນຊົນລາວ ແລະ ຫວຽດນາມ ໄດ້ເສີມຂະຫຍາຍສາຍພົວພັນມິດຕະພາບ, ການຮ່ວມມືຮອບດ້ານ, ເຂົ້າສູ່ລວງເລິກ ແລະ ຊ່ວຍເຫຼືອຊຶ່ງກັນແລະ ກັນ ເພື່ອການພັດທະນາຂອງສອງຝ່າຍໃຫ້ນັບມື້ມີປະສິດທິຜົນຍິ່ງຂຶ້ນ; ສອງຝ່າຍໄດ້ແລກປ່ຽນຄະນະຜູ້ແທນ, ແລກປ່ຽນບົດຮຽນວິຊາການ, ຂໍ້ມູນຂ່າວສານທີ່ກ່ຽວຂ້ອງເຖິງວຽກງານສອງຝ່າຍຕາມແຜນການຮ່ວມມືຂອງສອງກົມການເມືອງສອງພັກໄດ້ຕົກລົງຮັບຮອງເອົາ. ອົງການສື່ມວນຊົນຂອງລາວ ແລະ ຫວຽດນາມ ກໍໄດ້ມີການພົວພັນກັນຢ່າງສະໜິດແໜ້ນ ເຊັ່ນ: ໜັງສືພິມປະຊາຊົນ ຮ່ວມມືກັບ ໜັງສືພິມ ເຢິນເຢິນ; ວາລະສານອະລຸນໃໝ່ ຮ່ວມມືກັບ ວາລະສານກົງສ້ານ (ວາລະສານກອມມູນິດ) ຫວຽດນາມ; ສຳນັກຂ່າວສານປະເທດລາວ ຮ່ວມມືກັບ ສຳນັກຂ່າວສານຫວຽດນາມ; ໂທລະພາບແຫ່ງຊາດລາວ ຮ່ວມມືກັບ VTV ແລະ ວິທະຍຸກະຈາຍສຽງແຫ່ງຊາດລາວ ຮ່ວມມືກັບ VOV .

ທດຫວຽດນາມ ພບປະບນດາອງການສມວນຊນລາວ ແລະ ຫວຽດນາມ ປະຈາລາວ - image 4
 

ສະຫາຍ ວັນໄຊ ຕະວິນຍານ ກໍໄດ້ກ່າວວ່າ: ໜັງສືພິມປະຊາຊົນ ແລະ ໜັງສືພິມເຢິນເຢິນ ໄດ້ມີການພົວພັນຮ່ວມມືກັນຢ່າງສະໜິດສະໜົມ ພ້ອມນີ້ໜັງສືພິມປະຊາຊົນ ຍັງໄດ້ພົວພັນແລກປ່ຽນຂໍ້ມູນຂ່າວສານກັບອົງການສື່ມວນຊົນຫວຽດນາມປະຈໍາລາວ; ໂອກາດນີ້, ກໍສະເໜີໃຫ້ມີການສືບຕໍ່ຮ່ວມມື ແລະ ສ້າງເງື່ອນໄຂໃຫ້ມີກິດຈະກຳຕ່າງໆ ເພື່ອໃຫ້ການພົວພັນຮ່ວມມືເປັນຂະບວນຟົດຟື້ນກວ່າເກົ່າ ເປັນຕົ້ນ ສືບຕໍ່ແລກປ່ຽນຂໍ້ມູນຂ່າວສານ, ບົດນໍາ-ບົດຄວາມ ແລະ ບົດຂຽນຕ່າງໆ ໃນໂອກາດສຳຄັນຂອງສອງພັກ, ສອງລັດ ເພື່ອສືບຕໍ່ໂຄສະນາເຜີຍແຜ່ ສູ່ປະຊາຊົນສອງຊາດໄດ້ຮັບຮູ້; ສ້າງເງື່ອນໄຂໃຫ້ມີການພົວພັນກັບ ຄະນະກຳມະການຮ່ວມມືລາວ-ຫວຽດນາມ ແລະ ບັນດາສະມາຄົມຕ່າງໆຂອງຫວຽດນາມ ປະຈໍາ ສປປ ລາວ ເພື່ອສະໜອງຂໍ້ມູນຕ່າງໆ ສ້າງຜະລິດຕະພັນສື່ມວນຊົນເພື່ອໂຄສະນາຜົນງານ ກໍຄືຜົນສຳເລັດຕ່າງໆ ໄດ້ຢ່າງຕໍ່ເນື່ອງ ແນໃສ່ໃຫ້ປະຊາຊົນສອງຊາດ ລາວ -ຫວຽດນາມ ແລະ ບັນດາປະເທດໃນໂລກ ໄດ້ຮັບຮູ້ເຖິງໝາກຜົນຂອງສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານຂອງສອງປະເທດເຮົາ.

ທດຫວຽດນາມ ພບປະບນດາອງການສມວນຊນລາວ ແລະ ຫວຽດນາມ ປະຈາລາວ - image 5
 

ໃນການພົບປະຄັ້ງນີ້, ຍັງໄດ້ຈັດພິທີມອບ-ຮັບໃບຍ້ອງຍໍຂອງທ່ານລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ໃຫ້ກົມກອງຄື: ສໍານັກງານຜູ້ຕາງໜ້າໜັງສືພິມເຢິນເຢິນ ປະຈໍາລາວ ແລະ ສຳນັກງານຜູ້ຕາງໜ້າ VOV ປະຈໍາລາວ; ບຸກຄົນແມ່ນ ສະຫາຍ ຫງວຽນຫງອກເຟືອງ ຫົວໜ້າສຳນັກງານຜູ້ຕາງໜ້າ VTV ປະຈໍາລາວ ແລະ ສະຫາຍ ໂດ້ບ໋າແທ່ງ ນັກຂ່າວສຳນັກງານຜູ້ຕາງໜ້າສຳນັກຂ່າວສານຫວຽດນາມປະຈຳລາວ. ພ້ອມກັນນັ້ນ, ກໍຈະມອບໃບຍ້ອງຍໍຂອງທ່ານເອກອັກຄະລັດຖະທູດແຫ່ງ ສສ ຫວຽດນາມ ປະຈຳ ສປປ ລາວ ໃຫ້ແກ່ 4 ກົມກອງຄືສໍານັກງານຜູ້ຕາງໜ້າຂອງອົງການສື່ມວນຊົນຫວຽດນາມປະຈຳ ສປປ ລາວ ເນື່ອງຈາກຜົນງານໃນການປະສານສົມທົບຢ່າງມີປະສິດທິຜົນກັບສະຖານທູດຫວຽດນາມປະຈໍາລາວໃນວຽກງານຂໍ້ມູນຂ່າວສານການຕ່າງປະເທດອີກດ້ວຍ.

(ຂ່າວ-ພາບ: ສຸກສະຫວັນ)

ຄໍາເຫັນ

ຂ່າວການຮ່ວມມື

ສື່ມວນຊົນລາວ ຖອດບົດຮຽນຈາກ 3 ສື່ຫວຽດນາມ

ສື່ມວນຊົນລາວ ຖອດບົດຮຽນຈາກ 3 ສື່ຫວຽດນາມ

ນັກຂ່າວລາວ ໄດ້ພົບປະແລກປ່ຽນ ແລະ ຖອດຖອນບົດຮຽນຫຼາຍດ້ານຈາກ 3 ສື່ຫຼັກ ສສ ຫວຽດນາມ ຄື: ສຳນັກຂ່າວສານ, ວິທະຍຸກະຈາຍສຽງແຫ່ງຊາດ, ໂທລະພາບແຫ່ງຊາດ ແລະ ສື່້ໜັງສືພິມອອນລາຍ ຫວຽດນາມ ພຣັດ, ໄດ້ສະໜອງຂໍ້ມູນຂ່າວສານ ຢ່າງມີຄຸນນະພາບ, ນຳໃຊ້ເຕັກໂນໂລຊີທີ່ທັນສະໄໝ ເຂົ້າມາຊ່ວຍໃນການຜະລິດຂ່າວ, ບົດຄວາມຫຼາຍຂຶ້ນ ແລະ ມີປະສິດທິພາບ. ໂດຍສະເພາະການຜະລິດຂ່າວ ກ່ຽວກັບບັນຫາສິ່ງແວດລ້ອມ ຍິ່ງມີຄວາມທ້າທາຍ ແລະ ຄວນເອົາໃຈໃສ່ນຳສະເໝີດ້ວຍຫຼາຍຮູບແບບ, ຫຼາຍວິທີການ ເພື່ອເຜີຍແຜ່ຂໍ້ມູນຂ່າວສານ, ຄວາມຮູ້ໃຫ້ທົ່ວເຖີງທຸກກຸ່ມເປົ້າໝາຍໃນສັງຄົມ ແລະ ປະກອບສ່ວນໃນການປົກປັກຮັກສາສິ່ງແວດລ້ອມ.
ສື່ມວນຊົນລາວຖອດບົດຮຽນຢູ່ ສສ ຫວຽດນາມ

ສື່ມວນຊົນລາວຖອດບົດຮຽນຢູ່ ສສ ຫວຽດນາມ

ໃນລະຫວ່າງວັນທີ 10-11 ທັນວານີ້ ທີ່ນະຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ, ສື່ມວນຊົນລາວ ຊຶ່ງນຳພາໂດຍທ່ານ ນາງ ບົວຄຳ ດວງປັນຍາ ຫົວໜ້າໂຄງການແກມຊິວ ອົງການແຄຣນານາຊາດ ປະຈຳລາວ ພ້ອມດ້ວຍຜູ້ຕາງໜ້າຈາກສະມາຄົມນັກຂ່າວແຫ່ງ ສສ ຫວຽດນາມ ແລະ ພາກສ່ວນທີ່ກ່ຽວຂ້ອງໄດ້ພົບປະແລກ ປ່ຽນ ແລະ ຖອດຖອນບົດຮຽນຫຼາຍດ້ານຈາກ 3 ສື່ຫຼັກຂອງ ສສ ຫວຽດນາມຄື: ວິທະຍຸກະຈາຍສຽງແຫ່ງຊາດ, ໂທລະພາບແຫ່ງຊາດ ແລະ ໜັງສືພິມອອນລາຍຫວຽດນາມ ພຣັດ ທີ່ໄດ້ສະໜອງຂໍ້ມູນຂ່າວສານຢ່າງມີຄຸນນະ ພາບ, ນຳໃຊ້ເຕັກໂນໂລຊີທີ່ທັນສະໄໝເຂົ້າມາຊ່ວຍໃນການຜະລິດຂ່າວ, ບົດຄວາມຫຼາຍຂຶ້ນ ແລະ ມີປະສິດທິ ພາບ ໂດຍສະເພາະການຜະລິດຂ່າວ ກ່ຽວກັບບັນຫາສິ່ງແວດລ້ອມຍິ່ງມີຄວາມທ້າທາຍ ແລະ ຄວນເອົາໃຈໃສ່ນຳສະເໝີດ້ວຍຫຼາຍຮູບແບບ, ຫຼາຍວິທີການ ເພື່ອເຜີຍແຜ່ຂໍ້ມູນຂ່າວສານ, ຄວາມຮູ້ໃຫ້ທົ່ວເຖິງທຸກກຸ່ມເປົ້າໝາຍໃນສັງຄົມ ແລະ ປະກອບສ່ວນໃນການປົກປັກຮັກສາສິ່ງແວດລ້ອມ.
ປກສ ລາວ ແລະ ສະພາຄວາມໝັ້ນຄົງຣັດເຊຍ ເພີ່ມທະວີການຮ່ວມມືສອງຝ່າຍ

ປກສ ລາວ ແລະ ສະພາຄວາມໝັ້ນຄົງຣັດເຊຍ ເພີ່ມທະວີການຮ່ວມມືສອງຝ່າຍ

ເນື່ອງໃນໂອກາດຄະນະຜູ້ແທນຂັ້ນສູງສະພາຄວາມໝັ້ນຄົງແຫ່ງສະຫະພັນຣັດເຊຍ (ສ.ຣັດເຊຍ) ນຳໂດຍທ່ານ ພົນເອກ ເຊກເກ ໂຊຍກູ ເລຂາທິການສະພາຄວາມໝັ້ນຄົງແຫ່ງ ສ.ຣັດເຊຍ ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປລາວ ໃນລະຫວ່າງວັນທີ 10-12 ທັນວາ 2025 ທີ່ ນະຄອນຫຼວງວຽງຈັນ; ໃນວັນທີ 11 ທັນວານີ້ ທີ່ກະຊວງປ້ອງກັນຄວາມສະຫງົບ (ປກສ) ໄດ້ມີພິທີຕ້ອນຮັບຄະນະຜູ້ແທນຂັ້ນສູງສະພາຄວາມໝັ້ນຄົງແຫ່ງ ສ.ຣັດເຊຍ ຢ່າງເປັນທາງການ ແລະ ສົມກຽດ, ໃຫ້ກຽດຕ້ອນຮັບໂດຍທ່ານ ພົນເອກ ວິໄລ ຫຼ້າຄໍາຟອງ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງ ປກສ ແຫ່ງ ສປປລາວ ພ້ອມດ້ວຍຄະນະ.
ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ຕ້ອນຮັບສະຫາຍ ເລຂາທິການສະພາຄວາມໝັ້ນຄົງ ສ. ຣັດເຊຍ

ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ຕ້ອນຮັບສະຫາຍ ເລຂາທິການສະພາຄວາມໝັ້ນຄົງ ສ. ຣັດເຊຍ

ຕອນແລງ ວັນທີ 11 ທັນວານີ້, ທີ່ສໍານັກງານນາຍົກລັດຖະມົນຕີ, ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ, ກໍາມະການກົມການເມືອງສູນກາງພັກ, ຮອງປະທານ, ຜູ້ປະຈໍາການຄະນະກໍາມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບສູນກາງ, ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕ້ອນຮັບສະຫາຍ ພົນເອກ ເຊີເກ ໂຊຍກູ, ເລຂາທິການສະພາຄວາມໝັ້ນຄົງ ແຫ່ງ ສ. ຣັດ​ເຊຍ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຄື່ອນໄຫວເຮັດວຽກ ຢູ່ ສປປ ລາວ ຢ່າງເປັນທາງການ ໃນລະຫວ່າງວັນທີ 10-12 ທັນວາ 2025.
ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ຕ້ອນຮັບສະຫາຍ ເລຂາທິການສະພາຄວາມໝັ້ນຄົງ ສ. ຣັດເຊຍ

ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ຕ້ອນຮັບສະຫາຍ ເລຂາທິການສະພາຄວາມໝັ້ນຄົງ ສ. ຣັດເຊຍ

ຕອນແລງ ວັນທີ 11 ທັນວານີ້, ທີ່ສໍານັກງານນາຍົກລັດຖະມົນຕີ, ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ, ກໍາມະການກົມການເມືອງສູນກາງພັກ, ຮອງປະທານ, ຜູ້ປະຈໍາການຄະນະກໍາມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບສູນກາງ, ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕ້ອນຮັບສະຫາຍ ພົນເອກ ເຊີເກ ໂຊຍກູ, ເລຂາທິການສະພາຄວາມໝັ້ນຄົງ ແຫ່ງ ສ. ຣັດ​ເຊຍ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຄື່ອນໄຫວເຮັດວຽກ ຢູ່ ສປປ ລາວ ຢ່າງເປັນທາງການ ໃນລະຫວ່າງວັນທີ 10-12 ທັນວາ 2025.
ປະທານ ໄກສອນ ພົມວິຫານ ຜູ້ວາງຮາກຖານສາຍພົວພັນມິດຕະພາບ ແລະ ຄວາມສາມັກຄີພິເສດ ລາວ-ຫວຽດນາມ  (ເນື່ອງໃນໂອກາດວັນ​ເກີດ​ປະ​ທານ​ ໄກ​ສອນ ພົມ​ວິ​ຫານ ຄົບຮອບ 105 ປີ, 13/12/1920-13/12/2025)

ປະທານ ໄກສອນ ພົມວິຫານ ຜູ້ວາງຮາກຖານສາຍພົວພັນມິດຕະພາບ ແລະ ຄວາມສາມັກຄີພິເສດ ລາວ-ຫວຽດນາມ (ເນື່ອງໃນໂອກາດວັນ​ເກີດ​ປະ​ທານ​ ໄກ​ສອນ ພົມ​ວິ​ຫານ ຄົບຮອບ 105 ປີ, 13/12/1920-13/12/2025)

ປະທານ ໄກສອນ ພົມວິຫານ ບໍ່ພຽງແຕ່ເປັນຜູ້ນຳຂອງພັກ, ລັດ ແລະ ປະຊາຊົນລາວບັນດາເຜົ່າເທົ່ານັ້ນທ່ານຍັງເປັນບຸກຄົນຜູ້ໂດດເດັ່ນຂອງຂະບວນການປະຕິວັດອິນດູຈີນ ແລະ ເປັນມິດສະຫາຍຜູ້ຍິ່ງໃຫຍ່ຂອງພັກ, ລັດ ແລະ ປະຊາຊົນຫວຽດນາມ. ຊີວິດ ແລະ ພາລະກິດການປະຕິວັດຂອງທ່ານໄດ້ຜູກພັນກັບການຕໍ່ສູ້ເພື່ອປົດປ່ອຍຊາດ, ການສ້າງຕັ້ງພັກປະຊາຊົນປະຕິວັດລາວ, ການສ້າງແນວທາງສາມັກຄີເປັນປຶກແຜ່ນຂອງປວງຊົນທັງຊາດ ແລະ ໂດຍສະເພາະຢ່າງຍິ່ງ ແມ່ນການວາງຮາກຖານ ແລະ ພັດທະນາສາຍພົວພັນພິເສດລະຫວ່າງ ລາວ-ຫວຽດນາມ.
ຊ່ຽວຊານວິທະຍາຄານການເມືອງຫວຽດນາມ ມອບປຶ້ມແບບຮຽນໃຫ້ ວກປສ ລາວ

ຊ່ຽວຊານວິທະຍາຄານການເມືອງຫວຽດນາມ ມອບປຶ້ມແບບຮຽນໃຫ້ ວກປສ ລາວ

ວັນທີ 10 ທັນວາຜ່ານມາ, ທ່ານ ພັທ ຮວາງຮຸຍແທັງ ຫົວໜ້າຄະນະຊ່ຽວຊານວິທະຍາຄານການເມືອງ ກະຊວງປ້ອງກັນຄວາມສະຫງົບ ສສ ຫວຽດນາມ ພ້ອມດ້ວຍຄະນະໄດ້ນໍາປຶ້ມແບບຮຽນ ແລະ ເອກະສານເພື່ອຄົ້ນຄວ້າໃນການຮຽນ-ການສອນມາມອບໃຫ້ວິທະຍາຄານການເມືອງປ້ອງກັນຄວາມສະຫງົບ (ວກປສ) ສປປ ລາວ, ກ່າວຮັບໂດຍທ່ານ ພັອ ສີເພົ້າ ບຸນບາລິດ ຮອງຫົວໜ້າອໍານວຍການວິທະຍາຄານການເມືອງປ້ອງກັນຄວາມສະຫງົບ ພ້ອມດ້ວຍຄະນະທັງສອງຝ່າຍເຂົ້າຮ່ວມ.
ຄະນະຜູ້ແທນ ຄະນະສັນຕິພາບຫວຽດນາມ ຢ້ຽມຢາມແຂວງວຽງຈັນ.

ຄະນະຜູ້ແທນ ຄະນະສັນຕິພາບຫວຽດນາມ ຢ້ຽມຢາມແຂວງວຽງຈັນ.

ໃນວັນທີ 10 ທັນວານີ້, ຄະນະຜູ້ແທນ ຄະນະສັນຕິພາບຫວຽດນາມ ຊຶ່ງນຳໂດຍ ສະຫາຍ ອວງ ຈູ ລິວ ອະດີດກຳມະການສູນກາງພັກກອມມູນິດຫວຽດນາມ ອະດີດຮອງປະທານສະພາແຫ່ງຊາດ, ປະທານຄະນະສັນຕິພາບຫວຽດນາມ, ພ້ອມດ້ວຍຄະນະ ໄດ້ເດີນທາງຢ້ຽມຢາມ ແລະ ເຂົ້າພົບປະກັບການນຳແຂວງວຽງຈັນ ໂດຍການຕ້ອນຮັບຢ່າງອົບອຸ່ນຈາກ ສະຫາຍ ພູວົງ ບຸນຊູ ຮອງເລຂາພັກແຂວງ, ພ້ອມດ້ວຍຄະນະນຳຂອງແຂວງ, ພິທີໄດ້ມີຂຶ້ນຢູ່ທີ່ຫ້ອງຮັບຮອງຂອງແຂວງ.
ສະຖານທູດລາວ  ປະຈຳ ສປ ຈີນ ສະຫຼອງວັນຊາດຄົບຮອບ 50 ປີ

ສະຖານທູດລາວ ປະຈຳ ສປ ຈີນ ສະຫຼອງວັນຊາດຄົບຮອບ 50 ປີ

ສະຖານທູດແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ(ສປປ ລາວ) ປະຈຳ ສາທາລະນະລັດປະຊາຊົນຈີນ(ສປ ຈີນ) ໄດ້ຈັດງານພິທີສະເຫຼີມສະຫຼອງວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ໃນວັນທີ 2 ທັນວາ 2025, ທີ່ໂຮງແຮມ Kerry, ນະຄອນຫຼວງປັກກິ່ງ, ສປ ຈີນ ຊຶ່ງໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ສົມພອນ ສີຈະເລີນ, ເອກອັກຄະລັດຖະທູດ ຜູ້ມີອໍານາດເຕັມ ແຫ່ງ ສປປ ລາວ ປະຈໍາ ສປ ຈີນ, ທ່ານ ເພິງ ຊິງຮວາ(Peng Qinghua), ຮອງປະທານສະພາປະຊາຊົນຈີນ, ທ່ານ ນາງ ຊຸນ ຮາຍແຢນ(Sun Haiyan)ຮອງຫົວໜ້າຄະພົວພັນການຕ່າງປະເທດຈີນ, ທ່ານ ສາຍ ເວີຍ (Cai Wei) ຜູ້ຊ່ວຍລັດຖະມົນຕີກະຊວງການຕ່າງປະເທດຈີນ, ທ່ານ ພົນຕີ ຮວາງ ເວິນທາວ(Huang Wentao)ຫົວໜ້າສະຖາບັນການເມືອງ, ກະຊວງປ້ອງກັນປະເທດຈີນ, ຮອງເລຂາທິການໃຫຍ່ອົງການຮ່ວມມືຊຽງໄຮ້ (SCO), ເລຂາທິການໃຫຍ່ ສູນອາຊຽນ-ຈີນ, ບັນດາທູຕານຸທູດອາຊຽນ ແລະ ອົງການຮ່ວມມືຊຽງໄຮ້, ຜູ້ຕາງໜ້າຈາກອົງການຈັດຕັ້ງສາກົນ ແລະ ເຈົ້າໜ້າທີ່ອາວຸໂສຈາກພາກສ່ວນທີ່ກ່ຽວຂ້ອງຂັ້ນສູນກາງ ແລະ ທ້ອງຖິ່ນຂອງຈີນ, ອະດີິດທູດຈີນປະຈໍາລາວ, ອະດີດທະຫານອາສາສະໝັກທີ່ເຄີຍໄປຊ່ວຍລາວ, ນັກທຸລະກິດ, ນັກສຶກສາລາວ ແລະ ພາກສວນອື່ນໆເຂົ້າຮ່ວມລວມທັງໝົດ 400 ກວ່າທ່ານ.
ຮອງປະທານ ສພຊ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ  ຮອງ ລມຕ ຕ່າງປະເທດ ອາແຊັກໄບຊານ

ຮອງປະທານ ສພຊ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ຮອງ ລມຕ ຕ່າງປະເທດ ອາແຊັກໄບຊານ

ໃນຕອນບ່າຍວັນທີ 8 ທັນວາຜ່ານມານີ້, ທີ່ ສະພາແຫ່ງຊາດ(ສພຊ), ທ່ານນາງ ສູນທອນ ໄຊຍະຈັກ, ຮອງປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ເອລນູຣ ມາມາດົບ(Elnur Mammadov), ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສ. ອາແຊັກໄບຊານ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ໃນລະຫວ່າງວັນທີ 7-10 ທັນວາ 2025.
ເພີ່ມເຕີມ