ໃນໂອກາດນີ້, ທ່ານ ຄຳແພງ ດວງທອງລາໄດ້ນໍາເອົາຄວາມຢ້ຽມຢາມຖາມຂ່າວອັນອົບອຸ່ນ ເເລະ ພອນໄຊອັນປະເສີດຈາກ ທ່ານ ທອງລຸນ ສີສຸລິດປະທານປະເທດ ເເຫ່ງ ສປປ ລາວ ເຖິງ ທ່ານ ອາເລັກຊານເດີ ຟານເເດ ເບເລນ, ພ້ອມທັງສະແດງຄວາມຂອບໃຈຢ່າງຈິງໃຈ ຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ໄດ້ສະແດງຄວາມຮູ້ສຶກເປັນກຽດ ແລະ ປິຕິຍິນດີ ທີ່ໄດ້ຖືກມອບໝາຍ ໃຫ້ປະຕິບັດໜ້າທີ່ ຢູ່ ສາທາລະນະລັດ ໂອຕຣິດ ເພື່ອປະກອບສ່ວນສົ່ງເສີມການພົວພັນຮ່ວມມືມິດຕະພາບ ລະຫວ່າງສອງປະເທດ ໃຫ້ເກີດດອກອອກຜົນຍິ່ງໆຂຶ້ນ. ພ້ອມດຽວກັນນີ້, ທ່ານ ຄໍາເເພງ ດວງທອງລາ ໄດ້ຕາງໜ້າໃຫ້ລັດຖະບານ ແລະ ປະຊາຊົນລາວ ສະແດງຄວາມຂອບໃຈຕໍ່ ລັດຖະບານ ແລະ ປະຊາຊົນ ໂອຕຣິດ ທີ່ໄດ້ໃຫ້ການສະໜັບສະໜູນຊ່ວຍເຫຼືອ ສປປ ລາວ ໃນໄລຍະຜ່ານມາ.
ທ່ານ ປະທານາທິບໍດີ ກໍໄດ້ສະເເດງຄວາມຍິນດີຕ້ອນຮັບອັນອົບອຸ່ນ ແລະ ຊົມເຊີຍ ທ່ານ ຄໍາເເພງ ດວງທອງລາ ທີ່ໄດ້ຖືກແຕ່ງຕັ້ງເປັນເອກອັກຄະລັດຖະທູດວິສາມັນ ຜູ້ມີອໍານາດເຕັມ ເເຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົນໃໝ່ ປະຈໍາ ສາທາລະນະລັດ ໂອຕຣິດ ເເລະ ໄດ້ສະເເດງຄວາມເຊື່ອໝັ້ນວ່າ ທ່ານ ທູດ ຈະປະກອບສ່ວນສົ່ງເສີມການພົວພັນຮ່ວມມືລະຫວ່າງສອງປະເທດ ໃຫ້ຂະຫຍາຍຕົວໃນຕໍ່ໜ້າ ແລະ ອວຍພອນໃຫ້ ທ່ານ ທູດ ຈົ່ງປະສົບຜົນສໍາເລັດໃນການປະຕິບັດໜ້າທີ່ອັນມີກຽດຂອງຕົນ. ພ້ອມດຽວກັນນັ້ນ, ທ່ານ ປະທານາທິບໍດີ ກໍໄດ້ຝາກຄວາມຢື້ຢາມຖາມຂ່າວອັນອົບອຸ່ນໄປຍັງ ທ່ານ ທອງລຸນ ສີສຸລິດ, ປະທານປະເທດ ເເຫ່ງ ສປປ ລາວ.
ຄໍາເຫັນ