ທູດລາວ ຍື່ນສານຕາຕັ້ງ ຕໍ່ປະທານປະເທດແຫ່ງ ສສ ຫວຽດນາມ

ທູດລາວ ຍື່ນສານຕາຕັ້ງ ຕໍ່ປະທານປະເທດແຫ່ງ ສສ ຫວຽດນາມ
ສະຫາຍ ນາງ ຄຳເພົາ ເອີນທະວັນ,  ໄດ້ເຂົ້າຍືນສານຕາຕັ້ງຕໍ່ ສະຫາຍ ຫວໍ ວັນ ເຖືອງ (VO VAN THUONG), ປະທານປະເທດ ແຫ່ງ ສາທາລະນະລັດ ສັງຄົມນິຍົມຫວຽດນາມ ເພື່ອດໍາລົງຕໍາແໜ່ງເປັນເອກອັກຄະລັດຖະທູດວິສາມັນ ຜູ້ມີອໍານາດເຕັມ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ປະຈໍາ ສາທາລະນະລັດ ສັງຄົມນິຍົມຫວຽດນາມ ເມື່ອຕອນບ່າຍຂອງວັນທີ 8 ພະຈິກນີ້ ທີ່ນະຄອນຫຼວງຮາໂນ້ຍ.
ໂອກາດນີ້ ສະຫາຍ ປະທານປະເທດ ຫວໍ ວັນ ເຖືອງ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍຕໍ່ການມາດໍາລົງຕໍາແໜ່ງ ຂອງ ສະຫາຍເອກອັກຄະລັດຖະທູດ ສປປ ລາວ ຄົນໃໝ່ ປະຈໍາ ສາທາລະນະລັດ ສັງຄົມນິຍົມຫວຽດນາມ, ພ້ອມທັງຕີລາຄາສູງການພົວພັນຮ່ວມມື ລະຫວ່າງ ລາວ-ຫວຽດນາມ ໄດ້ຮັບການເສີມຂະຫຍາຍຖານອ້າຍນ້ອງແບບໃກ້ສິດ ແລະ ເພື່ອນຮ່ວມອຸດົມການ ອັນດຽວກັນ, ມີມູນເຊື້ອຊ່ວຍເຫຼືອເຊິ່ງກັນ ແລະ ກັນ ດ້ວຍຄວາມຈິງໃຈຕະຫຼອດມາ ຕັ້ງແຕ່ສະໄໝຕໍ່ສູ້ກູ້ຊາດໃນເມື່ອກ່ອນ, ການສ້າງສາພັດທະນາປະເທດຊາດໃນປັດຈຸບັນ ກໍຄື ໃນຂອບການຮ່ວມມືພາກພື້ນ ແລະ ສາກົນຕ່າງໆ, ພ້ອມກັນນີ້, ຍັງໄດ້ສະແດງຄວາມເຊື່ອໝັ້ນວ່າ ສະຫາຍເອກອັກຄະລັດຖະທູດ ຈະມີການເຄື່ອນໄຫວ ຢ່າງຕັ້ງໜ້າເພື່ອເສີມຂະຫຍາຍ ສາຍພົວພັນມິດຕະພາບອັນຍິ່ງໃຫຍ່ ຄວາມສາມັກຄີແບບພິເສດ  ແລະ ການຮ່ວມມືຮອບດ້ານ ທີ່ເປັນມູນເຊື້ອ ອັນດີງາມທີ່ມີມາແຕ່ດົນນານ ລະຫວ່າງ ສອງພັກ-ລັດຖະບານ ແລະ ປະຊາຊົນສອງຊາດລາວ-ຫວຽດນາມໃຫ້ນັບມື້ຈະເລີນງອກງາມຢ່າງບໍ່ຢຸດຢັ້ງ, ພ້ອມທັງອວຍພອນໃຫ້ ສະຫາຍ ເອກອັກຄະລັດຖະທູດ ຈົ່ງປະສົບຜົນສໍາເລັດອັນຈົບງາມ ໃນການປະຕິບັດໜ້າທີ່ວຽກງານການທູດຄັ້ງນີ້.
ໂອກາດດຽວກັນ, ສະຫາຍເອກອັກຄະລັດຖະທູດລາວ ກໍໄດ້ນໍາເອົາຄວາມຢື້ຢາມຖາມຂ່າວອັນອົບອຸ່ນ, ພອນໄຊອັນປະເສີດ ແລະ ຄວາມຮັກແພງຖານອ້າຍນ້ອງເພື່ອນມິດ ຈາກ ສະຫາຍ ທອງລຸນ ສີສຸລິດ, ປະທານ ປະເທດ ແຫ່ງ ສາທາ ລະນະລັດ ປະຊາທິປະໄຕ ປະຊາຊົນລາວ ສົ່ງເຖິງ ສະຫາຍ ຫວໍ ວັນ ເຖືອງ ແລະ ສົ່ງຜ່ານ ໄປຍັງ ສະຫາຍ ຫງວຽນ ຟູ້ ຈ້ອງ, ເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ພ້ອມດ້ວຍການນຳພັກ, ລັດ ກໍຄືປະຊາຊົນຫວຽດນາມອ້າຍນ້ອງ, ພ້ອມທັງໄດ້ຕີລາຄາສູງຕໍ່ການພົວພັນ ຮ່ວມມື ສອງປະເທດ ທີ່ເປັນມູນເຊື້ອມາແຕ່ຍາວນານ, ບົນພື້ນຖານແຫ່ງຄວາມເຂົ້າອົກເຂົ້າໃຈ ແລະ ຊ່ວຍເຫຼືອເຊິ່ງກັນ ແລະ ກັນ. ພ້ອມທັງເຫັນດີເປັນເອກະພາບ ທີ່ຈະສືບຕໍ່ເສີມຂະຫຍາຍການຮ່ວມມືຮອບດ້ານເປັນຕົ້ນດ້ານການເມືອງ, ການຕ່າງປະເທດ, ປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ເສດຖະກິດການຄ້າ, ການລົງທຶນ, ວັດທະນະທໍາ-ສັງຄົມ ສາທາລະນະສຸກ, ການທູດປະຊາຊົນ ແລະ ອື່ນໆ. ສະຫາຍ ເອກອັກຄະລັດຖະທູດ ຍັງໄດ້ຕາງໜ້າໃຫ້ ພັກ, ລັດຖະບານ ແລະ ປະຊາຊົນລາວ ສະແດງຄວາມຂອບໃຈຕໍ່ພັກ, ລັດຖະບານ ແລະ ປະຊາຊົນຫວຽດນາມ ທີ່ໄດ້ໃຫ້ການຊ່ວຍເຫຼືອແກ່ ສາທາລະນະລັດ ປະຊາ ທິປະໄຕ ປະຊາຊົນລາວ ຕະລອດໃນໄລຍະຜ່ານມາ.
ຂ່າວ;ພາບ: ສະຖານທູດລາວທີ່ຮ່າໂນ້ຍ

ຄໍາເຫັນ

ຂ່າວການຮ່ວມມື

ງານວາງສະແດງສິນຄ້ານຳເຂົ້າສາກົນ

ງານວາງສະແດງສິນຄ້ານຳເຂົ້າສາກົນ

ງານວາງສະແດງສິນຄ້ານຳເຂົ້າ ຫຼື CIIE ຄັ້ງທີ8 ໄດ້ຈັດຂຶ້ນໃນວັນທີ 5 ພະຈິກນີ້ທີ່ສູນວາງສະແດງ ຫໍປະຊຸມແຫ່ງຊາດທີ່ເມືອງສິ່ງຜູ່ ນະຄອນຊຽງໄຮ້ ສປຈີນ ຈັດໂດຍກະຊວງການຄ້າຂອງຈີນ, ຊຶ່ງງານສະແດງດັ່ງກ່າວຈະດຳເນີນໄປຈົນເຖິງວັນທີ10 ພະຈິກນີ້
ແຜນການ 5 ປີ ຄັ້ງທີ 15​ຂອງ​ຈີນໄດ້​ວາດ​ພາບ​ມຸ່ງ​ໄປ​ຂ້າງ​ໜ້າ​ທີ່​ງົດ​ງາມ

ແຜນການ 5 ປີ ຄັ້ງທີ 15​ຂອງ​ຈີນໄດ້​ວາດ​ພາບ​ມຸ່ງ​ໄປ​ຂ້າງ​ໜ້າ​ທີ່​ງົດ​ງາມ

ກອງປະຊຸມຄົບຄະນະຄັ້ງທີ 4 ຂອງຄະນະກຳມະການສູນກາງພັກກອມມູນິດຈີນສະໄໝທີ XX ໄດ້ປິດ​ລົງ​ດ້ວຍ​ຜົນ​ສຳ​ເລັດ​ຢ່າງ​ຈົບ​ງາມເມື່ອ​ບໍ່​ດົນ​ມາ​ນີ້ ທີ່ນະຄອນຫຼວງປັກກິ່ງ. ກອງປະຊຸມຄັ້ງ​ນີ້ ໄດ້ພິຈາລະນາ ແລະ ຮັບຮອງເອົາຂໍ້ສະເໜີຂອງສູນກາງພັກກອມມູນິດຈີນກ່ຽວກັັບແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ 15, ອັນໄດ້ເປັນການ​ວາງ​ຄາດ​ໝາຍ​ຢ່າງຖີ່​ຖ້ວນ ແລະ ວາງແຜນຍຸດທະສາດ ສຳລັບການພັດທະນາເສດຖະກິດ-ສັງຄົມຂອງຈີນໃນ 5 ປີຂ້າງໜ້າ.
ງານລ້ຽງສະຫຼອງວັນຊາດສາທາລະນະລັດຕວັກກີ ຄົບຮອບ 102 ປີ

ງານລ້ຽງສະຫຼອງວັນຊາດສາທາລະນະລັດຕວັກກີ ຄົບຮອບ 102 ປີ

ສະຖານເອກອັກຄະລັດຖະທູດ ແຫ່ງ ສາທາລະນະລັດ ຕວັກກີ ປະຈໍາລາວ ໄດ້ຈັດງານ ສະ ເຫຼີມສະຫຼອງ (ວັນຊາດ) ວັນປະກາດເອກະລາດສາທາລະນະລັດຕວັກກີ ຄົບຮອບ 102 ປີ ຂຶ້ນໃນວັນທີ 29 ຕຸລາ ຜ່ານມາ ທີ່ໂຮງແຮມຄຣາວພລາຊາ ນະຄອນຫຼວງວຽງຈັນ. ເປັນກຽດເຂົ້າຮ່ວມໃນພິທີ ໂດຍ ທ່ານ ໂພໄຊ ໄຊຍະສອນ ລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ທ່ານ ໄມທອງ ທຳມະວົງສາ ຮອງລັດຖະມົນຕີ ກະຊວງການຕ່າງ ປະເທດ, ບັນດາທ່ານຮອງລັດຖະມົນຕີ ພ້ອມດ້ວຍແຂກຖືກເຊີນ.
ວິດີໂອສາລະຄະດີ ມືແຫ່ງຄວາມຫວັງ ສະແດງໃຫ້ເຫັນມິດຕະພາບ ລາວ-ຈີນ

ວິດີໂອສາລະຄະດີ ມືແຫ່ງຄວາມຫວັງ ສະແດງໃຫ້ເຫັນມິດຕະພາບ ລາວ-ຈີນ

ວິດີໂອສາລະຄະດີ “ມືແຫ່ງຄວາມຫວັງ” ທີ່ເນັ້ນໃສ່ມິດຕະພາບອັນຍາວນານລະຫວ່າງ ລາວ-ຈີນ ພ້ອມດ້ວຍກິດຈະກຳວັນເປີດບ້ານຮັບແຂກ ໂດຍມີຄຳຂວັນວ່າ “ແສງສະຫວ່າງໄປສູ່ການສຶກສາ, ສ້າງພັນທະມິດແມ່ນ້ຳຂອງ”. ກິດຈະກຳດັ່ງກ່າວ ໄດ້ຈັດຂຶ້ນ ໃນວັນທີ 30 ຕຸລາ ນີ້ ທີ່ນະຄອນຫຼວງວຽງຈັນ ໂດຍ ບໍລິສັດ ຕາຂ່າຍໄຟຟ້າພາກໃຕ້ຈີນ (CSG); ໃນໂອກາດດັ່ງກ່າວ, ທ່ານ ວັນໄຊ ຕະວິຍານ ອະດີດຮອງຫົວໜ້າໂຄສະນາອົບຮົມສູນກາງພັກ ໄດ້ກ່າວວ່າ: CSG ມີບົດບາດສຳຄັນໃນການສ້າງເສດຖະກິດລາວ ໃຫ້ຂະຫຍາຍຕົວ ແລະ ສົ່ງເສີມການຮ່ວມມືດ້ານພະລັງງານພາກພື້ນ. ກິດຈະກຳຄັ້ງນີ້ ບໍ່ພຽງແຕ່ຊ່ວຍເສີມສ້າງເສັ້ນທາງຄວາມຮ່ວມມືເທົ່ານັ້ນ, ຍັງຊ່ວຍເລິກເຊິ່ງຄວາມເຂົ້າໃຈ ແລະ ພັນທະມິດລະຫວ່າງປະຊາຊົນ ຈີນ-ລາວ ຜ່ານການບອກເລື່ອງ ແລະ ການແລກປ່ຽນວັດທະນະທຳ. ພ້ອມດຽວກັນນັ້ນ ຜົນງານນີ້ໄດ້ນຳໃຊ້ວິດີໂອສາລະຄະດີ “ມືແຫ່ງຄວາມຫວັງ” ເປັນສື່ກາງຊຶ່ງໄດ້ປະກອບສ່ວນໃນການສະທ້ອນຊີວິດການເປັນຢູ່ຂອງປະຊາຊົນ, ເຜີຍແຜ່ແນວທາງນະໂຍບາຍ ແລະ ເຕົ້າໂຮມຄວາມເປັນເອກະພາບ.
ອິນໂດເນເຊຍ ມີຄວາມຕ້ອງການຫຼາຍທີ່ຈະຊື້ສິນຄ້າຈາກລາວ

ອິນໂດເນເຊຍ ມີຄວາມຕ້ອງການຫຼາຍທີ່ຈະຊື້ສິນຄ້າຈາກລາວ

ການຮ່ວມມືດ້ານການຄ້າລະຫວ່າງ ສປປ ລາວ ແລະ ສາທາລະນະລັດ ອິນໂດເນເຊຍ ກຳລັງກ້າວເຂົ້າສູ່ໂອກາດໃໝ່ທີ່ໜ້າເພິ່ງພໍໃຈ, ພ້ອມດ້ວຍທ່າແຮງທາງການຄ້າທີ່ມີທ່າອ່ຽງເຕີບໂຕສູງ ໂດຍສະເພາະການເປີດຕະຫຼາດສຳລັບສິນຄ້າກະສິກຳ ແລະ ຜະລິດຕະພັນອາຫານແປຮູບຂອງລາວ.
ອົງການກວດສອບແຫ່ງລັດເຂົ້າຮ່ວມກອງປະຊຸມໃຫຍ່ສະຫະພັນສະຖາບັນກວດສອບສູງສຸດສາກົນ (ອິນໂຕຊາຍ)

ອົງການກວດສອບແຫ່ງລັດເຂົ້າຮ່ວມກອງປະຊຸມໃຫຍ່ສະຫະພັນສະຖາບັນກວດສອບສູງສຸດສາກົນ (ອິນໂຕຊາຍ)

ໃນລະຫວ່າງວັນທີ 27-31 ຕຸລານີ້, ຄະນະຜູ້ແທນຂອງອົງການກວດສອບແຫ່ງລັດ ສປປ ລາວ (ອກສລ) ຊຶ່ງນໍາໂດຍ ທ່ານ ວຽງທະວີສອນ ເທບພະຈັນ ກໍາມະການສໍາຮອງສູນກາງພັກ ປະທານອົງການກວດສອບແຫ່ງລັດ ພ້ອມດ້ວຍຄະນະ ໄດ້ເດີນທາງເຂົ້າຮ່ວມກອງປະຊຸມໃຫຍ່ ສະຫະພັນສະຖາບັນກວດສອບສູງສຸດສາກົນ (ອິນໂຕຊາຍ) ທີ່ຊາມ ເອວ ແຊັກ ປະເທດ ເອຢິບ. ກອງປະຊຸມຄັ້ງນີ້, ຜູ້ແທນທີ່ມາຈາກບັນດາສະຖາບັນກວດສອບສູງສຸດທົ່ວໂລກຫຼາຍກວ່າ 150 ປະເທດ, ມີຜູ້ແທນຫຼາຍກວ່າ 800 ຄົນເຂົ້າຮ່ວມ ແລະ ໃນພິທີເປີດກອງປະຊຸມອັນມີຄວາມໝາຍຄວາມສໍາຄັນ ໃຫ້ກຽດເຂົ້າຮ່ວມ ແລະ ມີຄຳເຫັນໃນພິທີເປີດກອງປະຊຸມ ໂດຍ ທ່ານ ມູສຕາຟາ ມາດບູລີ (Dr. Mostafa Madbouly) ນາຍົກລັດຖະມົນຕີ ແຫ່ງສາທາລະນະລັດເອຢິບ. ກ່າວຕ້ອນຮັບ ໂດຍທ່ານ ໂມຮາເມດ ເອ ເຟຊໍ ຢູດເຊບ(Mohamed El Faisal Youssef) ປະທານອົງການກວດສອບແຫ່ງລັດ ເອຢິບ ໃນນາມເຈົ້າພາບຈັດກອງປະຊຸມ ແລະ ປະທານອິນໂຕຊາຍຜູ້ຕໍ່ໄປ; ພ້ອມດຽວກັນນັ້ນ, ທ່ານ ນາງ ມາກິດ ກຮາກເກີ (Dr. Margit Kraker) ປະທານສານ (ກວດສອບ ໂອຕຣິດ, ໃນນາມເລຂາທິການ ອິນໂຕຊາຍ ແລະ ທ່ານ ວິຕານ ໂດ ເຣໂກ ຟີໂຮ (Vital do Rego Fiho) ປະທານສານກວດສອບບັນຊີ ເບຣຊິນ ໃນຖານະປະທານ ອິນໂຕຊາຍທີ່ໃກ້ຈະໝົດວາລະກໍມີຄຳເຫັນຕໍ່ກອງປະຊຸມ.
ຄະນະຜູ້ແທນນະຄອນດາໜັງ ຢ້ຽມຢາມແລະເຮັດວຽກຢູ່ແຂວງສາລະວັນ

ຄະນະຜູ້ແທນນະຄອນດາໜັງ ຢ້ຽມຢາມແລະເຮັດວຽກຢູ່ແຂວງສາລະວັນ

ວັນທີ29ຕຸລານີ້,ສະຫາຍຫງວຽນດິ່ງຫວີ໊ງຮອງເລຂາຜູ້ປະຈຳການພັກນະຄອນດາໜັງສສຫວຽດນາມໄດ້ເຄື່ອນໄຫວພົບປະ, ຢ້ຽມຢາມແລະເຮັດວຽກຢູ່ແຂວງສາລະວັນ, ໂດຍການຕ້ອນຮັບຂອງສະຫາຍດາວວົງພອນແກ້ວ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງພ້ອມຄະນະ ແລະຄະນະນໍາທັງສອງຝ່າຍເຂົ້າຮ່ວມ.
ລມຕ ຕ່າງປະເທດ ສປປ ລາວ ແລະ ສ ເກົາຫຼີ ພົບປະປຶກສາຫາລືການພົວພັນຮ່ວມມືສອງຝ່າຍ

ລມຕ ຕ່າງປະເທດ ສປປ ລາວ ແລະ ສ ເກົາຫຼີ ພົບປະປຶກສາຫາລືການພົວພັນຮ່ວມມືສອງຝ່າຍ

ໃນວັນທີ 27 ຕຸລາ ຜ່ານມາ, ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍກັບ ທ່ານ ໂຈ ຮຸນ (Cho Hyun) ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ເກົາຫຼີ, ໃນໂອກາດຕິດຕາມ ພະນະທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເດີນທາງເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ທີ່ ກົວລາລໍາເປີ ປະເທດມາເລເຊຍ.
ນາຍົກເຂົ້າຮ່ວມກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ແລະ ປິດກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47

ນາຍົກເຂົ້າຮ່ວມກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ແລະ ປິດກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47

ໃນວັນທີ 28 ຕຸລາ ນີ້ ທີ່ ກົວລາລໍາເປີ ປະເທດມາເລເຊຍ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ສືບຕໍ່ນໍາພາຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ-ຈີນ ຄັ້ງທີ 28, ກອງປະຊຸມສຸດຍອດສະເຫຼີມສະຫຼອງການພົວພັນຮ່ວມມືອາຊຽນ-ນິວຊີແລນ ແລະ ກອງປະຊຸມສຸດຍອດອາຊຽນ-ອົດສະຕຣາລີ ຄັ້ງທີ 5.
ລມຕ ກະຊວງການຕ່າງປະເທດ ລາວ ແລະ ຫວຽດນາມ ພົບປະປຶກສາຫາລືເພື່ອເສີມຂະຫຍາຍການພົວພັນຮ່ວມມື

ລມຕ ກະຊວງການຕ່າງປະເທດ ລາວ ແລະ ຫວຽດນາມ ພົບປະປຶກສາຫາລືເພື່ອເສີມຂະຫຍາຍການພົວພັນຮ່ວມມື

ໃນວັນທີ 27 ຕຸລາ ຜ່ານມາ, ສະຫາຍ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍກັບ ສະຫາຍ ເລ ຮວາຍ ຈູງ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສສ ຫວຽດນາມ, ໃນໂອກາດຕິດຕາມ ສະຫາຍ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເດີນທາງເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ທີ່ ກົວລາລໍາເປີ ປະເທດມາເລເຊຍ.
ເພີ່ມເຕີມ