ລັດຖະມົນຕີກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ສສ ຫວຽດນາມ ໃນວັນທີ 21 ມັງກອນ ຜ່ານມາ ທີ່ນະຄອນຫຼວງຮ່າໂນ້ຍ.
ໃນໂອກາດນີ້, ທ່ານ ນາງ ຄຳເພົາ ເອີນທະວັນ ໄດ້ສະແດງຄວາມຂອບໃຈ ທ່ານ ຫງວຽນ ວັນ ຮຸ່ງ ພ້ອມຄະນະ ທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ, ສະໜິດສະໜົມ ໄມຕີຈິດມິດຕະພາບ ບົນພື້ນຖານສາຍພົວພັນມິດຕະພາບ ອັນຍິ່ງໃຫຍ່ ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ. ທ່ານໄດ້ຕີລາຄາສູງຕໍ່ສາຍພົວພັນຮ່ວມມືລະຫວ່າງ ສອງປະເທດ ເວົ້າລວມ, ເວົ້າສະເພາະ ແມ່ນລະຫວ່າງສອງກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຂອງຫວຽດນາມ ກັບ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ຂອງລາວໃນໄລຍະຜ່ານມາ. ພ້ອມທັງໄດ້ຕາງໜ້າພັກ, ລັດຖະບານ ແລະ ປະຊາຊົນລາວ ສະແດງຄວາມຮູ້ບຸນຄຸນ ແລະ ຂອບໃຈຕໍ່ພັກ, ລັດຖະບານ ແລະ ປະຊາຊົນຫວຽດນາມທີ່ໄດ້ໃຫ້ການຊ່ວຍເຫຼືອ, ສະໜັບສະໜູນ ສປປ ລາວ ໃນເວທີພາກພື້ນ ແລະ ສາກົນ ໂດຍສະເພາະໃນໂອກາດທີ່ ສປປ ລາວ ເປັນປະທານອາຊຽນ ປີ 2024 ຜ່ານມາ; ການສະໜັບສະໜູນ ການສະເໜີອຸທິຍານແຫ່ງຊາດຫີນໜາມໜໍ່ ສປປ ລາວ ເປັນມໍຣະດົກທາງທຳມະຊາດຂອງໂລກຮ່ວມຊາຍແດນພາກຂະຫຍາຍຕໍ່ຈາກອຸທະຍານແຫ່ງຊາດ ຟອງຍາ-ແກບາງ ມໍຣະດົກໂລກທາງທຳມະຊາດ ສສ ຫວຽດນາມ; ການສະໜັບສະໜູນໂຄງການກໍ່ສ້າງສວນສາທາລະນະມິດຕະພາບ ລາວ-ຫວຽດນາມ ຢູ່ນະຄອນຫຼວງວຽງຈັນ ຈາກກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວຫວຽດນາມ ແລະ ທ່ານໄດ້ຢືນຢັນວ່າ ຈະສືບຕໍ່ເປັນຂົວຕໍ່, ປະສານສົມທົບກັບທຸກພາກສ່ວນຂອງລາວ ແລະ ຫວຽດນາມ ປະຕິບັດໜ້າທີ່ຂອງຕົນໃຫ້ສຳເລັດຕາມການມອບໝາຍຂອງພັກ ແລະ ລັດຖະບານ ສປປ ລາວ.
ທ່ານ ຫງວຽນ ວັນ ຮຸ່ງ ໄດ້ສະແດງຄວາມຊົມເຊີຍຕໍ່ການມາດໍາລົງຕຳແໜ່ງເປັນເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສປປ ລາວ ປະຈໍາ ສສ ຫວຽດນາມ ຂອງ ທ່ານ ນາງ ຄຳເພົາ ເອີນທະວັນ ພ້ອມທັງເຊື່ອໝັ້ນວ່າ, ທ່ານເອກອັກຄະລັດຖະທູດລາວຈະສືບຕໍ່ເປັນຂົວຕໍ່ ແລະ ປະສານສົມທົບກັບທຸກພາກສ່ວນທີ່ກ່ຽວຂ້ອງ ເຮັດສຳເລັດໜ້າທີ່ການເມືອງທີ່ພັກ ແລະ ລັດຖະບານລາວມອບໝາຍໃຫ້ເປັນຢ່າງດີ ຊຶ່ງຈະເປັນການປະກອບສ່ວນສຳຄັນເຂົ້າໃນການປົກປັກຮັກສາ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່ ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງປະເທດ. ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຍິນດີທີ່ຈະໃຫ້ການສະໜັບສະໜູນ, ຊ່ວຍເຫຼືອບູລະນະເຂດຮ່ອງຮອຍປະຫວັດສາດ ກໍຄືການປະກອບເອກະສານສະເໜີອົງການອຸຍເນັສໂກ; ການຝຶກຊ້ອມນັກກິລາປະເພດຕ່າງໆທີ່ຫວຽດນາມມີທ່າແຮງ ເພື່ອປະກອບສ່ວນສ້າງຜົນງານໃນການເຂົ້າຮ່ວມງານມະຫະກຳກິລາ ອາຊຽນເກມທີ່ຈະຈັດຂຶ້ນໃນຕໍ່ໜ້າ.
ຂ່າວ-ພາບ: ສະຖານທູດລາວທີ່ຮ່າໂນ້ຍ.
ຄໍາເຫັນ