ທູດລາວ ປະຈໍາຍີ່ປຸ່ນ ຮັບຕ້ອນ ອະດີດອາສາສະໝັກ JICA

ທູດລາວ ປະຈໍາຍີ່ປຸ່ນ ຮັບຕ້ອນ ອະດີດອາສາສະໝັກ JICA

ທູດລາວ ປະຈໍາຍີ່ປຸ່ນ ຮັບຕ້ອນ ອະດີດອາສາສະໝັກ JICA
ຫວ່າງມໍ່ໆມານີ້, ສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈໍາ ຍີ່ປຸ່ນ, ທ່ານ ອໍາໄພ ກິນດາວົງ ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈໍາ ຍີ່ປຸ່ນ ແລະ ຄະນະ ໄດ້ຮັບຕ້ອນ ແລະ ພົບປະກັບທ່ານ ONISHI Norio ອະດີດອາສາສະໝັກ JICA ຊຸດທໍາອິດທີ່ລັດຖະບານຍີ່ປຸ່ນໄດ້ສົ່ງອາສາສະໝັກມາປະຈໍາຢູ່ ສປປ ລາວ ໃນປີ 1965 ພ້ອມດ້ວຍ ທ່ານ TAKAHATA Tsuneo ອະດີດຫົວໜ້າຫ້ອງການຜູ້ຕາງໜ້າອົງການ JICA ປະຈໍາ ສປປ ລາວ ຜູ້ທໍາອິດ ໃນປີ 1996 ທັງເປັນອະດີດອາສາສະໝັກ JICA ໃນປີ 1970 ແລະ ທ່ານ KATO Tomoaki ອະດີດອາສາສະໝັກ JICA, ທັງເປັນປະທານອະດີດອາສາສະໝັກ JICA ເຂົ້າຮ່ວມ.

 

ການພົບປະລະຫວ່າງ ທູດ ແລະ ອະດີດອາສາສະໝັກ JICA ຄັ້ງນີ້ມີຄວາມໝາຍສໍາຄັນ ຊຶ່ງຖືເປັນກິດຈະກໍາໜຶ່ງໃນການສະເຫຼີມສະຫຼອງ ຄົບຮອບ 70 ປີ ແຫ່ງ ການສ້າງຕັ້ງສາຍພົວພັນການທູດ ລະຫວ່າງສອງປະເທດ ແລະ ຄົບຮອບ 60 ປີ ທີ່ລັດຖະບານຍີ່ປຸ່ນໄດ້ສົ່ງອາສາສະໝັກມາປະຈໍາຢູ່ ສປປ ລາວ. ໃນໂອກາດນີ້, ທ່ານ ອໍາໄພ ກິນດາວົງ ໃນນາມຕາງໜ້າລັດຖະບານ ແລະ ປະຊາຊົນລາວ ໄດ້ສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນເປັນຢ່າງສູງຕໍ່ການຊ່ວຍເຫຼືອອັນລໍ້າຄ່າຂອງລັດຖະບານ ແລະ ປະຊາຊົນຍີ່ປຸ່ນ ຊຶ່ງໄດ້ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ລວມທັງບັນດາອາສາສະໝັກຍີ່ປຸ່ນ ທີ່ໄດ້ອຸທິດເຫື່ອແຮງ ແລະ ສະຕິປັນຍາໃນການຖ່າຍທອດບົດຮຽນດ້ານເຕັກນິກ-ວິຊາການ ອັນເປັນປະໂຫຍດໃຫ້ແກ່ ພະນັກງານ ແລະ ປະຊາຊົນລາວ.

ໃນໂອກາດດັ່ງກ່າວ, ທ່ານ ONISHI Norio ໄດ້ສະແດງຄວາມຂອບໃຈຕໍ່ທ່ານທູດທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ ຢູ່ ສະຖານທູດ ແລະ ໄດ້ເລົ່າເຖິງແຮງບັນດານໃຈຂອງຕົນທີ່ສະໝັກເປັນອາສາສະໝັກ JICA ມາຊ່ວຍປະເທດລາວຍ້ອນຊີວິດຕອນນ້ອຍໄດ້ເຮັດນາ ແລະ ຖາງປ່າເພື່ອຂະຫຍາຍທີ່ຢູ່ອາໄສຢູ່ ແຂວງ Hokkaido. ດັ່ງນັ້ນ, ເຫັນວ່າປະເທດມີປະໂຫຍດຕໍ່ຕົນ, ຕົນເອງຈຶ່ງຕ້ອງເຮັດປະໂຫຍດຕໍ່ປະເທດ. ພ້ອມນີ້, ຍີ່ປຸ່ນເປັນປະເທດທີ່ພັດທະນາແລ້ວຈຶ່ງມີແຮງບັນດານໃຈຢາກໄປຊ່ວຍເຫຼືອປະເທດອື່ນ ແລະ ເມື່ອໄດ້ຍິນວ່າ ອົງການ JICA ປະກາດຮັບອາສາສະໝັກໄປຊ່ວຍເຫຼືອຕ່າງປະເທດ ຈຶ່ງໄດ້ສະໝັກທັນທີ, ພ້ອມທັງຕ້ອງໄດ້ຜ່ານເງື່ອນໄຂ ແລະ ການສອບເສັງຄັດເລືອກຈາກອົງການ JICA. ໃນເວລານັ້ນ, ຕົນເອງມີຄວາມຮູ້ ແລະ ປະສົບການໃນການປູກເຂົ້າມາແຕ່ນ້ອຍຈຶ່ງແທດເໝາະກັບຄວາມຕ້ອງການຊ່ວຍເຫຼືອດ້ານການປູກເຂົ້າຂອງປະເທດລາວ ແລະ ໄດ້ຖືກສົ່ງມາປະຈໍາຢູ່ ສູນແນວພັນເຂົ້າ ບ້ານສາລາຄໍາ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ. ການມາປະຕິບັດໜ້າທີ່ຢູ່ປະເທດລາວ ໃນໄລຍະ 1965-1968 ມີທັງຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກ ເປັນຕົ້ນແມ່ນບໍ່ໄດ້ຮຽນພາສາລາວກ່ອນມາເຮັດວຽກຢູ່ປະເທດລາວ, ໄດ້ຮຽນແຕ່ພາສາຝຣັ່ງໜ້ອຍໜຶ່ງຈຶ່ງມີຄວາມຫຍຸ້ງຍາກໃນການສື່ສານ, ການໄປ-ມາກໍຍັງບໍ່ທັນສະດວກ, ຂາດເຂີນອຸປະກອນ, ອາຫານ ແລະ ໄຟຟ້າບໍ່ພຽງພໍ, ແຕ່ກໍຮູ້ສຶກປະທັບໃຈຕໍ່ວັດທະນະທໍາ-ຮີດຄອງອັນດີງາມຂອງລາວ ແລະ ຈົດຈໍາບໍ່ລືມໃນຄວາມໃຈດີ ແລະ ເອື້ອເຟື້ອເຜື່ອແຜ່ຂອງປະຊາຊົນລາວໃນການຕ້ອນຮັບແຂກທີ່ມາຢ້ຽມຢາມເຮືອນຊານກໍຈະເຊື້ອເຊີນດື່ມນໍ້າ ແລະ ເຊີນຮັບປະທານອາຫານນໍາກັນ. ພາຍຫຼັງທີ່ເດີນທາງກັບຄືນຍີ່ປຸ່ນ, ຕົນເອງກໍບໍ່ມີໂອກາດໄດ້ກັບມາຢ້ຽມຢາມ ສປປ ລາວ ຕື່ມອີກ ແລະ ຮູ້ສຶກເປັນກຽດທີ່ໄດ້ໄປຢ້ຽມຢາມ ແລະ ຮັບປະທານອາຫານຢູ່ ສະຖານທູດລາວ ຊຶ່ງເປັນຄັ້ງທໍາອິດ ແລະ ມີຄວາມປະທັບໃຈເປັນຢ່າງຍິ່ງທີ່ໄດ້ຮັບປະທານອາຫານລາວ ໃນຮອບ 60 ປີ ໂດຍສະເພາະແມ່ນ ເຂົ້າໜຽວ ແລະ ລາບ, ເຮັດໃຫ້ຕົນເອງຫວນຄືນ ແລະ ຄິດເຖິງປະເທດລາວ ຊຶ່ງຍັງຄິດວ່ານີ້ແມ່ນເຫດການຢູ່ໃນຄວາມຝັນບໍ ແລະ ການທີ່ມີໂອກາດມາເປັນອາສາສະໝັກຢູ່ ສປປ ລາວ ແມ່ນມີຄວາມໝາຍຢ່າງຍິ່ງຕໍ່ຊີວິດຂອງຕົນທີ່ໄດ້ສຸມທຸກເຫື່ອແຮງປະກອບສ່ວນຊ່ວຍແນະນໍາວິທີການປູກເຂົ້າໃຫ້ແກ່ປະຊາຊົນລາວ. ພາຍຫຼັງທີ່ກັບຈາກເປັນອາສາສະໝັກຢູ່ປະເທດລາວແລ້ວຍັງໄດ້ສືບຕໍ່ໄປເປັນອາສາສະໝັກຂອງ JICA ຢູ່ປະເທດເນປານ, ຕັງຊານີ, ເອທິໂອປີ ແລະ ໂປໂລຍ. ພາຍຫຼັງເປັນອາສາສະໝັກແລ້ວຍັງມາເປັນຜູ້ຊ່ວຍໃນການໂຄສະນາປະກາດຮັບອາສາສະໝັກ JICA ໂດຍສະເພາະ ເປັນຜູ້ຊ່ວຍອະທິຍາຍ, ຈັດການສອບເສັງ ແລະ ຝຶກອົບຮົມ.

ພ້ອມດຽວກັນນີ້, ທ່ານ TAKAHATA Tsuneo ອະດີດອະສາສະໝັກ JICA ກໍໄດ້ເລົ່າເຖິງປະສົບປະການຂອງຕົນໃນການເປັນອາສາສະໝັກຮັບຜິດຊອບດ້ານເຄື່ອງກົນຈັກກະສິກໍາ ຢູ່ ບ້ານທ່າງອນ ນະຄອນຫຼວງວຽງຈັນ ໃນປີ 1970, ຄວາມມັກໃນວັດທະນະທໍາປະເທດລາວ ແລະ ການກັບຄືນມາປະຕິບັດໜ້າທີ່ເປັນຫົວໜ້າຫ້ອງການຜູ້ຕາງໜ້າອົງການ JICA ປະຈໍາ ສປປ ລາວ ຜູ້ທໍາອິດໃນປີ 1996.

ປະເທດລາວເປັນປະເທດທໍາອິດທີ່ລັດຖະບານຍີ່ປຸ່ນສົ່ງອາສາສະໝັກ JICA ມາປະຕິບັດໜ້າທີ່ຢູ່ ສປປ ລາວ ໃນວັນທີ 24 ທັນວາ 1965 ແລະ ຕໍ່ມາໃນປີ 1966 ລັດຖະບານຍີ່ປຸ່ນຈຶ່ງໄດ້ສົ່ງອາສາສະໝັກໄປປະເທດກໍາປູເຈຍ, ຟີລິບປິນ, ມາເລເຊຍ, ແລະ ເຄນຢາ. ອາສາສະໝັກ JICA ຊຸດທໍາອິດທີ່ສົ່ງມາປະເທດລາວມີທັງໝົດ 5 ທ່ານ ຍິງ 2 ທ່ານ ແລະ ປັດຈຸບັນຍັງມີຊີວິດຢູ່ 2 ທ່ານ ຄື: ທ່ານ ONISHI Norio ອາໄສຢູ່ ນະຄອນຫຼວງໂຕກຽວ ແລະ ທ່ານ ນາງ TAKESHITA Setsuko ອາໄສຢູ່ ແຂວງ Ishikawa, ຍີ່ປຸ່ນ. ນັບແຕ່ປີ 1965 ຈົນຮອດປັດຈຸບັນ ມີອາສາສະໝັກ JICA ມາປະຕິບັດໜ້າທີ່ຢູ່ ສປປ ລາວ ຈໍານວນ 1,098 ທ່ານ ຊຶ່ງໃນນີ້ມີ 41 ທ່ານ ກໍາລັງປະຕິບັດໜ້າທີ່ຢູ່ ສປປ ລາວ.

ຂ່າວ: ກະຊວງການຕ່າງປະເທດ

ຄໍາເຫັນ

ຂ່າວການຮ່ວມມື

ເຄື່ອງຊ່ວຍເຫຼືອຊຸດທຳອິດພາຍໃຕ້ໂຄງການອາສາສະໝັກຊ່ວຍເຫຼືອຕ່າງປະເທດ ເດີນທາງມາຮອດນະຄອນຫຼວງວຽງຈັນ

ເຄື່ອງຊ່ວຍເຫຼືອຊຸດທຳອິດພາຍໃຕ້ໂຄງການອາສາສະໝັກຊ່ວຍເຫຼືອຕ່າງປະເທດ ເດີນທາງມາຮອດນະຄອນຫຼວງວຽງຈັນ

ໂຄງການອາສາສະໝັກຊ່ວຍເຫຼືອຕ່າງປະເທດ ປະຈຳ ສປປ ລາວ ໄດ້ມີຄວາມຄືບໜ້າທີ່ໜ້າເພິ່ງພໍໃຈພາຍໃຕ້ການຊີ້ນຳຂອງ ສະຫະພັນອາສາສະໝັກນະຄອນຮູໂຈ່ວ (Huzhou) ແລະ ສະຫະພັນບໍລິການອາສາສະໝັກເມືອງເຕີຊິງ (Deqing), ໂດຍການຮ່ວມມືຈັດຕັ້ງປະຕິບັດລະຫວ່າງ ສູນພັດທະນາສະຫວັດດີການສັງຄົມ ຊິງເຫີ ເມືອງເຕີຊິງ (Qinghe Charity Development Center) ແລະ ສະມາຄົມຮ່ວມມືພັດທະນາຊາວໜຸ່ມລາວ-ຈີນ. ໂຄງການດັ່ງກ່າວຈັດຂຶ້ນພາຍໃຕ້ຫົວຂໍ້ “ສາຍນ້ຳລ້ານຊ້າງ-ແມ່ນ້ຳຂອງ ເຢັນຊຸ່ມຊື່ນ” ແລະ “ອາຍອຸ່ນແຫ່ງແມ່ນ້ຳຂອງ”, ເພື່ອແນໃສ່ຊ່ວຍເຫຼືອປະຊາຊົນທີ່ຍັງຂາດເຂີນເຄື່ອງນຸ່ງຫົ່ມ, ແກ້ໄຂບັນຫາການຂາດແຄນອຸປະກອນການສຶກສາໃນເຂດຊົນນະບົດ, ພ້ອມທັງເສີມສ້າງກຳລັງຕອບໂຕ້ເຫດສຸກເສີນທີ່ຍັງຈຳກັດຢູ່ນະຄອນຫຼວງວຽງຈັນ ຜ່ານການຊ່ວຍເຫຼືອທາງສັງຄົມຂ້າມຊາດ.
ຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມໃຫຍ່ IPU ຄັ້ງທີ 153

ຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມໃຫຍ່ IPU ຄັ້ງທີ 153

ເມື່ອບໍ່ດົນມານີ້, ຄະນະຜູ້ແທນສະພາແຫ່ງຊາດລາວ ນຳໂດຍທ່ານ ໂພໄຊ ໄຂຄຳພິທູນ ປະທານກຳມາທິການການຕ່າງປະເທດ ໄດ້ເຂົ້າຮ່ວມກອງປະຊຸມໃຫຍ່ສະຫະພັນລັດຖະສະພາສາກົນ (IPU) ຄັ້ງທີ 153 ທີ່ສາທາລະນະລັດ ຕັງຊານີ. ພາຍໃຕ້ຫົວຂໍ້: “ເສີມຂະຫຍາຍການຄຸ້ມຄອງບໍລິຫານທີ່ດີ ແລະ ເສີມສ້າງຄວາມເຂັ້ມແຂງໃຫ້ແກ່ຊຸມຊົນ ໂດຍການມີສ່ວນຮ່ວມຢ່າງທົ່ວເຖິງ, ຄວາມໄວ້ເນື້ອເຊື່ອໃຈ ແລະ ໂອກາດສຳລັບທຸກຄົນ”.
ສະພາທິດສະດີສູນກາງພັກແລກປ່ຽນບົດຮຽນ ກັບ ຄະນະຊ່ຽວຊານຂອງພັກກອມມູນິດຈີນ

ສະພາທິດສະດີສູນກາງພັກແລກປ່ຽນບົດຮຽນ ກັບ ຄະນະຊ່ຽວຊານຂອງພັກກອມມູນິດຈີນ

ໃນຕອນເຊົ້າວັນທີ 13 ຕຸລານີ້, ສະພາທິດສະດີສູນກາງພັກໄດ້ຈັດກອງປະຊຸມ ເພື່ອແລກປ່ຽນບົດຮຽນລະຫວ່າງສະພາທິດສະດີສູນກາງພັກກັບຄະນະຊ່ຽວຊານຂອງພັກກອມມູນິດຈີນທີ່ຕຶກສະພາທິດສະດີສູນກາງພັກ (ຫຼັກ 6). ຄະນະຝ່າຍລາວນໍາໂດຍ ສະຫາຍ ຄໍາມອນ ຈັນທະຈິດ ກໍາມະການສໍາຮອງສູນກາງພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ຮອງປະທານຜູ້ປະຈໍາການສະພາທິດສະດີສູນກາງພັກ; ຄະນະຝ່າຍ ສປ ຈີນ ນໍາໂດຍ ສະຫາຍ ຫຼົວ ເຫວີນຕົງ ເລຂາຄະນະພັກ ນັກຄົ້ນຄວ້າສະຖາບັນລັດທິມາກສະພາບັນດິດວິທະຍາສາດສັງຄົມຈີນ. ເຂົ້າຮ່ວມກອງປະຊຸມມີ ຄະນະຜູ້ແທນຝ່າຍຈີນ 12 ສະຫາຍ, ຄະນະຜູ້ແທນຝ່າຍລາວປະກອບມີຄະນະມີຄະນະປະຈໍາ ສທພ, ຜູ້ຕາງໜ້າຄະນະເລຂາວິທະຍາສາດ, ບັນດາຄະນະກໍາມະການດ້ານຕ່າງໆ ສທພ, ບັນດາກະຊວງ, ອົງການປົກຄອງນະຄອນຫຼວງ (ຜູ້ຮັບຜິດຊອບກະກຽມຫົວຂໍ້ກອງປະຊຸມສໍາມະນາສອງພັກ ລາວ-ຈີນ ຄັ້ງທີ XIV) ແລະ ພະນັກງານຫ້ອງການ ສທພ ເຂົ້າຮ່ວມຢ່າງພ້ອມພຽງ.
ປາຖະກະຖາບົດຮຽນວຽກງານກວດກາລັດ ແລະ ຕ້ານການສໍ້ລາດບັງຫຼວງ ຂອງ ສສ ຫວຽດນາມ

ປາຖະກະຖາບົດຮຽນວຽກງານກວດກາລັດ ແລະ ຕ້ານການສໍ້ລາດບັງຫຼວງ ຂອງ ສສ ຫວຽດນາມ

ໃນວັນທີ 12 ຕຸລານີ້, ທີ່ຄະນະກວດກາສູນກາງພັກ ໄດ້ຈັດກອງປະຊຸມປາຖະກະຖາບົດຮຽນກ່ຽວກັບວຽກງານກວດກາລັດ ແລະ ຕ້ານການສໍ້ລາດບັງຫຼວງ ຂອງ ສສ ຫວຽດນາມ. ພາຍໃຕ້ການເປັນປະທານກ່າວເປີດພິທີຂອງ ທ່ານ ຄຳໄຫຼ ສີປະເສີດ ກຳມະການສູນກາງພັກ ຮອງປະທານຄະນະກວດກາສູນກາງພັກ ຮອງປະທານອົງການກວດກາແຫ່ງລັດ ແລະ ຮອງຫົວໜ້າອົງການຕ້ານການສໍ້ລາດບັງຫຼວງສູນກາງ, ໂດຍມີຄະນະອາຈານຈາກໂຮງຮຽນພະນັກງານກວດກາ ອົງການກວດກາລັດຖະບານ ສສ ຫວຽດນາມ ນຳໂດຍ ທ່ານ ຫງວຽນ ວັນ ເລືອງ ຫົວໜ້າໂຮງຮຽນພະນັກງານກວດກາ ອົງການກວດກາລັດຖະບານ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ, ມີບັນດາທ່ານຮອງປະທານຄະນະກວດກາສູນກາງພັກ, ຮອງປະທານອົງການກວດກາແຫ່ງລັດ ແລະ ຮອງຫົວໜ້າອົງການຕ້ານການສໍ້ລາດບັງຫຼວງສູນກາງ, ຄະນະກົມ, ຕາງໜ້າຈາກບັນດາກະຊວງ-ອົງການ, ນະຄອນຫຼວງວຽງຈັນ, ຄະນະພະແນກ ແລະ ພະນັກງານວິຊາການອົງການກວດກາແຫ່ງລັດເຂົ້າຮ່ວມ ທັງໝົດຈໍານວນ 205 ທ່ານ ຍິງ 67 ທ່ານ.
ສະຫາຍ ວັນໄຊ ພອງສະຫວັນ ຕ້ອນຮັບຄະນະຜູ້ແທນ ສສ ຫວຽດນາມ ເຂົ້າຢ້ຽມຂໍ່ານັບ

ສະຫາຍ ວັນໄຊ ພອງສະຫວັນ ຕ້ອນຮັບຄະນະຜູ້ແທນ ສສ ຫວຽດນາມ ເຂົ້າຢ້ຽມຂໍ່ານັບ

ສະຫາຍ ວັນໄຊ ພອງສະຫວັນ ກຳມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ປະທານຄະນະກວດກາສູນກາງພັກ ປະທານອົງການກວດກາແຫ່ງລັດ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງສູນກາງ ໄດ້ຕ້ອນຮັບ ສະຫາຍ ຫງວຽນ ວັນ ເລືອງ ຫົວໜ້າໂຮງຮຽນພະນັກງານກວດກາ ອົງການກວດກາລັດຖະບານ ສສ ຫວຽດນາມ ພ້ອມຄະນະ ເຂົ້າຢ້ຽມຂໍ່ານັບ ໃນວັນທີ 12 ຕຸລານີ້ ທີ່ຄະນະກວດກາສູນກາງພັກ. ເນື່ອງໃນໂອກາດ ທີ່ຄະນະະຜູ້ແທນດັ່ງກ່າວເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນລະຫວ່າງວັນທີ 11-17 ຕຸລານີ້.
ຢຸດເຊົາບອກລາການເພິ່ງພານ້ຳມັນເຊື້ອໄຟ! ເປັນຫຍັງລາວຈຶ່ງມີຄວາມພະຍາມຍາມຮ່ວມມືກັບຈີນດ້ານພະລັງງານໃໝ່ຢ່າງຮີບດ່ວນ?

ຢຸດເຊົາບອກລາການເພິ່ງພານ້ຳມັນເຊື້ອໄຟ! ເປັນຫຍັງລາວຈຶ່ງມີຄວາມພະຍາມຍາມຮ່ວມມືກັບຈີນດ້ານພະລັງງານໃໝ່ຢ່າງຮີບດ່ວນ?

“ອິນເຕີເນັດໃນລົດຕ້ອງເສຍຄ່າໃຊ້ຈ່າຍເພີ່ມເຕີມຄ່າຕ່າງຫາກບໍ?” “ອຸດສາຫະກໍາລົດໄຟຟ້າອັດສະລິຍະຂອງຈີນຕອນນີ້ພັດທະນາໄປຮອດລະດັບໃດແລ້ວ?” “ຫາກຄົນຍ່າງອອກຈາກບ່ອນຈອດລົດ, ລົດຈະສາມາດຂັບອອກມາເອງໄດ້ບໍ?” ຜູ້ທີ່ຖາມສາມຄຳຖາມນີ້ແມ່ນທ່ານປອອາະນຸສັກພົງສະຫວັດຫົວຫນ້າສະຖາບັນອຸດສາຫະກຳການຄ້າແລະພະລັງານ.
ຄະນະຮັບຜິດຊອບວຽກງານຊາຍແດນ ລາວ-ຫວຽດນາມ ກອງປະຊຸມ ຄັ້ງທີ 2

ຄະນະຮັບຜິດຊອບວຽກງານຊາຍແດນ ລາວ-ຫວຽດນາມ ກອງປະຊຸມ ຄັ້ງທີ 2

ກອງປະຊຸມໄດ້ຈັ້ດຂຶ້ນ ໃນວັນທີ 8 ຕຸລາ 2026, ຢູ່ແຂວງສະຫວັນນະເຂດ ໂດຍແມ່ນຄະນະກໍາມະການຊາຍແດນແຫ່ງຊາດລາວ ຮ່ວມກັບຄະນະກໍາມະການຊາຍແດນແຫ່ງຊາດ ແຫ່ງ ສສ ຫວຽດນາມ ຈັດຂຶ້ນໂດຍການເປັນປະທານຮ່ວມ ຂອງສະຫາຍ ອານຸພາບ ວົງໜໍ່ແກ້ວ ຮອງລັດຖະມົນຕີກະຊວງການຕ່າງປະເທດແຫ່ງ ສປປ ລາວ ແລະ ສະຫາຍ ໂງ ເລ ວັນ ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສສ ຫວຽດນາມ, ມີຄະນະຜູ້ແທນຈາກຂະແໜງກ່ຽວຂ້ອງຂອງສູນກາງ ແລະ ບັນດາແຂວງທີ່ມີຊາຍແດນຕິດຈອດກັນຈາກ 10 ແຂວງຊາຍແດນຂອງລາວ ແລະ 8 ແຂວງຊາຍແດນຂອງຫວຽດນາມ ເຂົ້າຮ່ວມ ເກືອບ 300 ຄົນ.
ສູນສະຖິຕິແຫ່ງຊາດ ແລະ ທະນາຄານໂລກ ລົງເຄື່ອນໄຫວເຮັດວຽກ ຢູ່ເມືອງໂຂງ

ສູນສະຖິຕິແຫ່ງຊາດ ແລະ ທະນາຄານໂລກ ລົງເຄື່ອນໄຫວເຮັດວຽກ ຢູ່ເມືອງໂຂງ

ທ່ານ ວິໄຊ ສັນຕິວົງ ຮອງຫົວໜ້າສູນສະຖິຕິແຫ່ງຊາດກະຊວງການເງິນ ແລະທ່ານ ນາງ ດຸງດ່ວນ (Dung Doan) ນັກເສດຖະກິດອາວຸໂສ ຈາກທະນາຄານໂລກ ພ້ອມ​ຄະນະຊ່ຽວຊານໄດ້ລົງເຄື່ອນໄຫວເຮັດວຽກຢູ່ເມືອງໂຂງ, ແຂວງຈໍາປາສັກ, ໃນ​ວັນ​ທີ 7 ຕຸ​ລາ​ຜ່ານ​ມາ, ໂດຍມີທ່ານ ຈັນທະນົງສິນ ຈັນທະພິມ ປະທານຄະນະກຳມະການປົກຄອງເມືອງໂຂງພ້ອມ​ຄະ​ນະໃຫ້​ການ​ຕ້ອນ​ຮັບ.
ອົງການກວດສອບແຫ່ງລັດ ສປປ ລາວ ພົບປະກັບອົງການກວດສອບແຫ່ງຊາດມາເລເຊຍ

ອົງການກວດສອບແຫ່ງລັດ ສປປ ລາວ ພົບປະກັບອົງການກວດສອບແຫ່ງຊາດມາເລເຊຍ

ໃນລະຫວ່າງວັນທີ 5-7 ຕຸລາ ຜ່ານມານີ້, ຄະນະຜູ້ແທນຂອງອົງການກວດສອບແຫ່ງລັດ ສປປ ລາວ, ນໍາໂດຍ ທ່ານ ວຽງທະວີສອນ ເທບພະຈັນ ກຳມະການສູນກາງພັກ ປະທານອົງການກວດສອບແຫ່ງລັດ ພ້ອມດ້ວຍຄະນະ ໄດ້ເດີນທາງໄປເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ກັບອົງການກວດສອບແຫ່ງຊາດ ມາເລເຊຍ ທີ່ນະຄອນຫຼວງກົວລາລຳເປີ ປະເທດມາເລເຊຍ ໂດຍໃຫ້ການຕ້ອນຮັບຂອງ ທ່ານ ນາງ ດາໂຕະ ເສຣີ ວັນ ສຸຣາຢະວັນ ໂມຣາມັດ ຣັດຊີ (Ms. DATO' SERI WAN SURAYA WAN MOHD RADZI) ປະທານອົງການກວດສອບແຫ່ງຊາດ ມາເລເຊຍ ຊຶ່ງຄະນະຜູ້ແທນໄດ້ເຂົ້າຮ່ວມກອງປະຊຸມພົບປະສອງຝ່າຍ, ເຂົ້າຮ່ວມພິທີລົງນາມບົດບັນທຶກຄວາມເຂົ້າໃຈວ່າດ້ວຍການຮ່ວມມື (MOU) ລະຫວ່າງ ອົງການກວດສອບແຫ່ງລັດ ສປປ ລາວ ແລະ ອົງການກວດສອບແຫ່ງຊາດ ມາເລເຊຍ ແລະ ເຂົ້າຮ່ວມພິທີເປີດກອງປະຊຸມປະຈຳສອງປີ ຂອງຄະນະກຳມະການແລກປ່ຽນຄວາມຮູ້ ASEA SAI (ASEA SAI Knowledge Sharing Committee - KSC) ຄັ້ງທີ 5 ຊຶ່ງການພົບປະສອງຝ່າຍກັນໃນຄັ້ງນີ້ ເປັນການປະກອບສ່ວນອັນສໍາຄັນເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມຂອງສອງປະເທດ ກໍຄືການເສີມຂະຫຍາຍ ສາຍພົວພັນທາງການທູດ ຄົບຮອບ 60 ປີ (1/7/1966 - 1/7/2026).
ຄະນະຜູ້ແທນຊາວໜຸ່ມລາວເຂົ້າພົບປະເຮັດວຽກກັບ ຮອງປະທານພັກ ປະຊາຊົນກໍາປູເຈຍ

ຄະນະຜູ້ແທນຊາວໜຸ່ມລາວເຂົ້າພົບປະເຮັດວຽກກັບ ຮອງປະທານພັກ ປະຊາຊົນກໍາປູເຈຍ

ໃນວັນທີ 7 ຕຸລາ ນີ້, ທ່ານ ທອງລີ ສີສຸລິດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ ໄດ້ນຳພາຄະນະຜູ້ແທນຊາວໜຸ່ມລາວ ເຂົ້າພົບປະເຮັດວຽກກັບ ພະນະທ່ານ ສົມເດັດ ມະຫາ ບໍວໍ ທິບໍດີ ຮຸນ ມາແນດ ຮອງປະທານພັກ ປະຊາຊົນກໍາປູເຈຍ ປະທານສູນກາງຊາວໜຸ່ມພັກປະຊາຊົນກຳປູເຈຍ ຢູ່ ນະຄອນຫຼວງພະນົມເປັນ.
ເພີ່ມເຕີມ