ທ່ານ ນາງ ຄຳເພົາ ເອີນທະວັນ ໄດ້ຕາງໜ້າເອກອັກຄະລັດຖະທູດບັນດາປະເທດອາຊຽນ ປະຈຳ ສສ ຫວຽດນາມ ແລະ ຕີມໍແລັດສະເຕ ໄດ້ມີຄຳເຫັນ

ທູດປະ​ເທດ​ອາ​ຊຽນ ແລະ ຕີມໍແລັດສະເຕ ເຂົ້າຢ້ຽມ​ຂ່ຳ​ນັບ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ສ​ສ ຫວຽດ​ນາມ​

ທູດປະ​ເທດ​ອາ​ຊຽນ ແລະ ຕີມໍແລັດສະເຕ ເຂົ້າຢ້ຽມ​ຂ່ຳ​ນັບ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ສ​ສ ຫວຽດ​ນາມ​
ໃນວັນທີ 13 ມິຖຸນາ ຜ່ານມາ ທີ່ນະຄອນຫຼວງ ຮ່າໂນ້ຍ ສສ ຫວຽດນາມ ເອກອັກຄະລັດຖະທູດບັນດາປະເທດອາຊຽນ ປະຈຳ ສສ ຫວຽດນາມ ແລະ ຕີມໍແລັດສະເຕ ຊຶ່ງນຳໂດຍທ່ານ ນາງ ຄຳເພົາ ເອີນທະວັນ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ໄດ້ເຂົ້າຢ້ຽມຂ່ຳນັບ ທ່ານ ເຈິ່ນ ແທັງ ເໝີນ ປະທານສະພາແຫ່ງຊາດ ສສ ຫວຽດນາມ ຄົນໃໝ່.

ໃນໂອກາດນີ້, ທ່ານ ນາງ ຄຳເພົາ ເອີນທະວັນ ໄດ້ຕາງໜ້າເອກອັກຄະລັດຖະທູດບັນດາປະເທດອາຊຽນ ປະຈຳ ສສ ຫວຽດນາມ ແລະ ຕີມໍແລັດສະເຕ ໄດ້ມີຄຳເຫັນ ໂດຍໄດ້ຕີລາຄາສູງຕໍ່ການປະກອບສ່ວນຢ່າງມີປະສິດທິຜົນຂອງສະພາແຫ່ງຊາດຫວຽດນາມ ໃນຕະຫຼອດໄລຍະເວລາເກືອບ 30 ປີ ນັບແຕ່ເຂົ້າເປັນສະມາຊິກຂອງ AIPO/AIPA. ສະພາແຫ່ງຊາດຫວຽດນາມ ໄດ້ຜັນຂະຫຍາຍຫຼາຍຂໍ້ລິເລີ່ມ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການປະຕິບັດບັນດາຈຸດໝາຍຂອງວິໄສທັດປະຊາຄົມອາຊຽນ 2045 ແລະ ໄດ້ວາງຫຼາຍຂໍ້ລິເລີ່ມ, ຕັ້ງໜ້າປະກອບສ່ວນເຂົ້າຮ່ວມຍົກສູງປະສິດທິຜົນໃນການຮ່ວມມືລະຫວ່າງລັດຖະສະພາພາກພື້ນ. ທ່ານເອກອັກຄະລັດຖະທູດລາວຍັງໄດ້ກ່າວວ່າ, ກົນໄກການເຈລະຈາ ແລະ ການຮ່ວມມືແມ່ນວິທີແກ້ໄຂຄວາມບໍ່ແນ່ນອນທາງດ້ານພູມສາດ ແລະ ເສດຖະກິດທີ່ສັບສົນຂອງໂລກໃນປັດຈຸບັນ, ອາຊຽນ ແມ່ນກຸນແຈສຳຄັນໃນການຊຸກຍູ້ສັນຕິພາບ ແລະ ສະຖຽນລະພາບຂອງໂລກ. AIPA ມີບົດບາດສຳຄັນໃນການດຶງດູດປະຊາຊົນອາຊີຕາເວັນອອກສ່ຽງໃຕ້ເຂົ້າຮ່ວມບັນດານະໂຍບາຍເລັ່ງລັດການສ້າງວິໄສທັດປະຊາຄົມອາຊຽນ 2045. ທ່ານເອກອັກຄະລັດຖະທູດລາວ ຍັງໄດ້ແຈ້ງໃຫ້ທ່ານປະທານສະພາແຫ່ງຊາດ ຫວຽດນາມ ຊາບກ່ຽວກັບກອງປະຊຸມໃຫຍ່ AIPA ຄັ້ງທີ 45 ດ້ວຍຫົວຂໍ້ “ບົດບາດຂອງລັດຖະສະພາໃນການເພີ່ມທະວີການເຊື່ອມຈອດ ແລະ ການເຕີບໂຕລວມຂອງອາຊຽນ”ຊຶ່ງຈະຈັດຂຶ້ນໃນວັນທີ 18 – 24 ຕຸລາ 2024 ຢູ່ນະຄອນຫຼວງວຽງຈັນ. ທ່ານເຊື່ອໝັ້ນວ່າ, ດ້ວຍການນຳພາຂອງທ່ານປະທານສະພາແຫ່ງຊາດຫວຽດນາມ, ນ້ຳໃຈມິດຕະພາບ ແລະ ການຮ່ວມມືອັນສະໜິດສະໜົມລະຫວ່າງຫວຽດນາມ ແລະ ບັນດາປະເທດສະມາຊິກ ອາຊຽນ ແລະ ປະຊາຊົນບັນດາປະເທດຈະສືບຕໍ່ເພີ່ມທະວີການຮັກສາສັນຕິພາບ, ຄວາມໝັ້ນຄົງ ແລະ ສະຖຽນລະພາບໃນພາກພື້ນ ໃນຊຸມປີຕໍ່ໜ້າ; ຢືນຢັນວ່າ, ເອກອັກຄະລັດຖະທູດ ແລະ ເອກອັກຄະລັດຖະທູດບັນດາປະເທດ ອາຊຽນ ແລະ ຕີມໍແລັດສະເຕ ພ້ອມແລ້ວທີ່ຈະຮ່ວມມື ແລະ ປະກອບສ່ວນເຂົ້າໃນເປົ້າໝາຍ ແລະ ຄວາມມານະພະຍາຍາມຂອງ ອາຊຽນ ໃນການຮັກສາ ແລະ ເພີ່ມທະວີສັນຕິພາບ, ຄວາມໝັ້ນຄົງ, ສະຖຽນລະພາບ ແລະ ການພັດທະນາເສດຖະກິດໃນພາກພື້ນ ແລະ ທົ່ວໂລກ.

ໃນການຕ້ອນຮັບເອກອັກຄະລັດຖະທູດບັນດາປະເທດ ອາຊຽນ ແລະ ຕີມໍ-ເລສເຕ ຄັ້ງນີ້, ທ່ານ ເຈິ່ນ ແທັງ ເໝີນ ປະທານສະພາແຫ່ງຊາດຫວຽດນາມ ໄດ້ສະແດງຄວາມຂອບອົກຂອບໃຈຢ່າງເລິກເຊິ່ງເຖິງບັນດາການນຳຂອງສະພາແຫ່ງຊາດ/ລັດຖະສະພາບັນດາປະເທດອາຊຽນ ທີ່ໄດ້ສົ່ງມາຈົດໝາຍອວຍພອນທ່ານທີ່ໄດ້ຮັບເລືອກຕັ້ງເປັນປະທານສະພາແຫ່ງຊາດຫວຽດນາມຄົນໃໝ່. ສະແດງຄວາມຊົມເຊີຍ ສປປ ລາວ ຕໍ່ກັບຄວາມຮັບຜິດຊອບຂອງການເປັນປະທານອາຊຽນ ແລະ ການເປັນປະທານລັດຖະສະພາລະຫວ່າງປະເທດອາຊຽນ (AIPA) ໃນປີ 2024 ແລະ ເຊື່ອໝັ້ນວ່າ, ພາຍໃຕ້ການນຳພາຂອງປະທານປະເທດແຫ່ງ ສປປ ລາວ, ອາຊຽນ ແລະ AIPA ຈະສືບຕໍ່ບັນລຸໄດ້ຜົນສຳເລັດໃໝ່, ປະກອບສ່ວນເຂົ້າໃນສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ການພັດທະນາແບບຍືນຍົງໃນພາກພື້ນ. ທ່ານປະທານສະພາແຫ່ງຊາດຫວຽດນາມຍັງໄດ້ຢືນຢັນວ່າ, ສະພາແຫ່ງຊາດຫວຽດນາມ ພ້ອມແລ້ວທີ່ຈະໜູນຊ່ວຍ ແລະ ສົມທົບກັບສະພາແຫ່ງຊາດລາວ ປະຕິບັດໜ້າທີ່ທີ່ສຳຄັນນີ້ຢ່າງສຳເລັດຜົນ. ພ້ອມກັນນັ້ນ, ທ່ານໄດ້ຕີລາຄາສູງບັນດາຜົນງານຂອງອາຊຽນໃນໄລຍະທີ່ຜ່ານມາ ແລະ ດີໃຈທີ່ ຕີມໍແລັດສະເຕ ຈະກາຍເປັນສະມາຊິກຄອບຄົວອາຊຽນຢ່າງເຕັມທີ່ໃນໄວໆນີ້. ຂ່າວ, ພາບ: ສະຖານທູດລາວປະຈຳຫວຽດນາມ.

ຄໍາເຫັນ

ຂ່າວການຮ່ວມມື

ຊາວໜຸ່ມສະຫວັນນະເຂດ-ກວາງຈິ ຈັດກິດຈະກຳພົບປະແລກປ່ຽນບົດຮຽນຮ່ວມກັນ

ຊາວໜຸ່ມສະຫວັນນະເຂດ-ກວາງຈິ ຈັດກິດຈະກຳພົບປະແລກປ່ຽນບົດຮຽນຮ່ວມກັນ

ໃນວັນທີ 22-23 ທັນວາຜ່ານມາ, ທີ່ຫໍພິພິຕະພັນບັ້ນຮົບລາມເຊິນ 719 ເມືອງເຊໂປນ ແຂວງສະຫວັນນະເຂດ ໄດ້ຈັດງານພົບປະມິດຕະພາບແລກປ່ຽນກິດຈະກຳສິລະປະວັນນະຄະດີຮ່ວມກັນລະຫວ່າງຊາວໜຸ່ມເຍົາວະຊົນຂອງ ແຂວງສະຫວັນນະເຂດ ສປປ ລາວ ແລະ ກວາງຈິ ສສ ຫວຽດນາມ, ພາຍໃຕ້ຫົວຂໍ້
ປາຖະກະຖາ ເນື້ອໃນຈິດໃຈກອງປະຊຸມຄົບຄະນະ ຄັ້ງທີ 4 ສະໄໝທີ XX ຂອງພັກກອມມູນິດຈີນ

ປາຖະກະຖາ ເນື້ອໃນຈິດໃຈກອງປະຊຸມຄົບຄະນະ ຄັ້ງທີ 4 ສະໄໝທີ XX ຂອງພັກກອມມູນິດຈີນ

ໃນວັນທີ 25 ທັນວານີ້, ທີ່ຫ້ອງວ່າການສູນກາງພັກ,ໄດ້ຈັດຕັ້ງປາຖະກະຖາ“ ເນື້ອໃນຈິດໃຈ ກອງປະ ຊຸມຄົບຄະນະ ຄັ້ງທີ 4 ສະໄໝທີ XX ຂອງພັກກອມມູນິດຈີນ” ໂດຍ ມີ ສະຫາຍ ກິແກ້ວ ໄຂຄຳພິທູນ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ສະຫາຍ ຄຳພັນ ເຜີຍຍະວົງ ຄະນະເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ປະທານສະພາທິດສະດີສູນກາງພັກ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມຮັບຟັງ.
ລາວ-ຈີນ ເພີ່ມທະວີການຮ່ວມມືວຽກງານອົງການຕຸລາການຂອງ 2 ປະເທດ

ລາວ-ຈີນ ເພີ່ມທະວີການຮ່ວມມືວຽກງານອົງການຕຸລາການຂອງ 2 ປະເທດ

ສະຫາຍ ນາງ ວຽງທອງ ສີພັນດອນ ຄະນະເລຂາທິການສູນກາງພັກ ຄະນະບໍລິຫານງານພັກ ປະທານສານປະຊາຊົນສູງສຸດ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ນາງ ຖາວ ຂາຍຢວນ (Tao Kaiyuan) ຮອງປະທານສານປະຊາຊົນສູງສຸດແຫ່ງ ສປ ຈີນ ພ້ອມດ້ວຍຄະນະ ໃນວັນທີ 23 ທັນວາ 2025, ທີ່ສານປະຊາຊົນສູງສຸດ ເນື່ອງໃນໂອກາດທີ່ເດີນທາງມາຢ້ຽມຢາມ ແລະ ເຮັດວຽກເປັນທາງການ ຢູ່ ສປປ ລາວ.
ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ສະໄໝພິເສດ ກ່ຽວກັບສະພາບການປັດຈຸບັນ ລະຫວ່າງ ກໍາປູເຈຍ ແລະ ໄທ

ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ສະໄໝພິເສດ ກ່ຽວກັບສະພາບການປັດຈຸບັນ ລະຫວ່າງ ກໍາປູເຈຍ ແລະ ໄທ

ໃນວັນທີ 22ທັນວາ 2025 ທີ່ ກົວລາລໍາເປີ, ປະເທດ ມາເລເຊຍ, ທ່ານ ທອງສະຫວັນ ພົມວິຫານ, ລັດຖະມົນຕີກະຊວງການຕ່າງປະເທດ ເເຫ່ງ ສປປ ລາວ ໄດ້ນໍາພາຄະນະຜູ້ເເທນ ເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ສະໄໝພິເສດ ກ່ຽວກັບສະພາບການປັດຈຸບັນ ລະຫວ່າງ ກໍາປູເຈຍ ແລະ ໄທ ໂດຍການເປັນປະທານຂອງ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ມາເລເຊຍ ໃນນາມປະທານອາຊຽນ ປີ 2025 ແລະ ມີບັນດາລັດຖະມົນຕີຕ່າງປະເທດອາຊຽນ, ຜູ້ຕາງໜ້າ ແລະ ເລຂາທິການໃຫຍ່ອາຊຽນ ເຂົ້າຮ່ວມ.
ໄຊສົມບູນ ແລະ ບັ໋ກນິງ ສະຫຼຸບວຽກງານຮ່ວມມື ໃນໄລຍະ 2021-2025 ແລະ ສຶບຕໍ່ຮ່ວມມື 2026-2030

ໄຊສົມບູນ ແລະ ບັ໋ກນິງ ສະຫຼຸບວຽກງານຮ່ວມມື ໃນໄລຍະ 2021-2025 ແລະ ສຶບຕໍ່ຮ່ວມມື 2026-2030

ໃນວັນທີ 18 ທັນວາຜ່ານມານີ້, ການນຳແຂວງໄຊສົມບູນ ແລະ ແຂວງບັ໋ກນິງ ສ.ສ ຫວຽດນາມ ໄດ້ຈັດກອງປະຊຸມສະຫຼຸບຂໍ້ຕົກລົງການຮ່ວມມືໄລຍະ 2021-2025 ແລະ ລົງນາມໃນສັນຍາຮ່ວມມື 2026-2030ຂຶ້ນ ທີ່ຫ້ອງວ່າການຄະນະກຳມະການປະຊາຊົນແຂວງບັ໋ກນິງ, ຝ່າຍແຂວງໄຊສົມບູນ ນຳໂດຍ ສະຫາຍ ພອຍຄຳ ຮຸ່ງບຸນຍວງ ເລຂາຄະນະບໍລິຫານງານພັກແຂວງ ພ້ອມດ້ວຍຄະນະ, ຝ່າຍແຂວງບັ໋ກນິງ ນຳໂດຍ ສະຫາຍ ຫງວຽນຮົ່ງໄທ ກໍາມະການສູນກາງພັກ ເລຂາຄະນະພັກແຂວງບັ໋ກນິງ ພ້ອມດ້ວຍຄະນະ.
ລັດຖະມົນຕີກະຊວງການຕ່າງປະເທດລາວ ເຂົ້າຢ້ຽມຂ່ຳນັບ ການນຳຂັ້ນສູງ ສສຫວຽດນາມ

ລັດຖະມົນຕີກະຊວງການຕ່າງປະເທດລາວ ເຂົ້າຢ້ຽມຂ່ຳນັບ ການນຳຂັ້ນສູງ ສສຫວຽດນາມ

ໃນວັນທີ 18 ທັນວາ 2025, ສະຫາຍ ທອງສະຫວັນ ພົມວິຫານ,ກຳມະການສູນກາງພັກ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ນຳພາຄະນະຜູ້ແທນຈາກກະຊວງການຕ່າງປະເທດ ແລະ ຄະນະພົວພັນຕ່າງປະເທດສູນກາງພັກ ເຂົ້າຢ້ຽມຂ່ຳນັບການນຳຂັ້ນສູງຂອງສສ ຫວຽດນາມ ສອງສະຫາຍ ຕາມລຳດັບ ຄື: ສະຫາຍ ຟ້າມ ມິງ ຈິງ,ກໍາມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ແລະ ສະຫາຍ ເຈີ່ນ ແທັງ ເມີ້ນ, ກໍາມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ແຫ່ງ ສສ ຫວຽດນາມ,ໃນໂອກາດເຂົ້າຮ່ວມກອງປະຊຸມປຶກສາຫາລືດ້ານການເມືອງ ຂັ້ນລັດຖະມົນຕີລະຫວ່າງກະຊວງການຕ່າງປະເທດ ລາວ-ຫວຽດນາມ ຄັ້ງທີ 12, ທີ່ ນະຄອນຫຼວງ ຮ່າໂນ້ຍ, ສສ ຫວຽດນາມ.
ກະຊວງການຕ່າງປະເທດ ລາວ-ຫວຽດນາມປຶກສາຫາລືດ້ານການເມືອງ ຄັ້ງທີ 12 ທີ່ ນະຄອນຫຼວງຮ່າໂນ້ຍ

ກະຊວງການຕ່າງປະເທດ ລາວ-ຫວຽດນາມປຶກສາຫາລືດ້ານການເມືອງ ຄັ້ງທີ 12 ທີ່ ນະຄອນຫຼວງຮ່າໂນ້ຍ

ໂດຍຕອບສະໜອງຕາມຄຳເຊີນຂອງ ສະຫາຍ ເລ ຮວ່າຍ ຈຸງ, ເລຂາທິການສູນກາງພັກ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສສ. ຫວຽດນາມ, ສະຫາຍ ທອງສະຫວັນ ພົມວິຫານ, ກໍາມະການສູນກາງພັກ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ນໍາພາຄະນະຜູ້ແທນ ກະຊວງການຕ່າງປະເທດ ເດີນທາງຢ້ຽມຢາມ ແລະ ເຮັດວຽກ ທີ່ ສສ. ຫວຽດນາມ ເພື່ອເຂົ້າຮ່ວມກອງປະຊຸມປຶກສາຫາລື ດ້ານການເມືອງ ຂັ້ນລັດຖະມົນຕີ ຄັ້ງທີ 12 ລະຫວ່າງ ສອງກະຊວງການຕ່າງປະເທດ ລາວ-ຫວຽດນາມ ໃນວັນທີ 17-20 ທັນວາ 2025, ຊຶ່ງເປັນກົນໄກການຮ່ວມມືປົກກະຕິ ຂອງສອງກະຊວງ ທີ່ຜັດປ່ຽນກັນເປັນເຈົ້າພາບໃນທຸກໆປີ, ເພື່ອປຶກສາຫາລື ແລະ ແລກປ່ຽນຄຳຄິດຄຳເຫັນຕໍ່ບັນຫາຕ່າງໆແນໃສ່ປະກອບສ່ວນເຂົ້າໃນການເສີມຂະຫຍາຍ ແລະ ຮັດແໜ້ນສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ລະຫວ່າງ ລາວ ແລະ ຫວຽດນາມ, ກໍຄືລະຫວ່າງສອງກະຊວງການຕ່າງປະເທດ ໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ.
ອົງການ WFP ຊ່ວຍສົ່ງເສີມວຽກງານໂພຊະນາການ ໃນ ສປປ ລາວ

ອົງການ WFP ຊ່ວຍສົ່ງເສີມວຽກງານໂພຊະນາການ ໃນ ສປປ ລາວ

ທ່ານ ນາງ ອິລດີໂກ ຮາໂມສ ຜູ້ຊ່ຽວຊານດ້ານການສື່ສານ ແລະ ການພົວພັນຂອງອົງການອາຫານໂລກ (WFP) ປະຈໍາ ສປປ ລາວ ໄດ້ໃຫ້ສາພາດຕໍ່ສື່ມວນຊົນໃນວັນທີ 18 ທັນວານີ້ວ່າ: ອົງການWFP ມີຍຸດທະສາດການວາງແຜນນໍາພາສື່ມວນຊົນລາວໄປເຄື່ອນໄຫວຢ້ຽມຢາມການຈັດຕັ້ງປະຕິບັດຂອງໂຄງການທີ່ໃຫ້ການສະໜັບສະໜັບຢູ່ຕ່າງແຂວງຂອງ ສປປ ລາວ ທຸກໆປີ, ເພື່ອໃຫ້ສື່ມວນຊົນໄດ້ນໍາເອົາຂໍ້ມູນໄປຈັດຕັ້ງຜັນຂະຫຍາຍໂຄສະນາໃຫ້ສັງຄົມໄດ້ຮັບຮູ້ ແລະ ເຂົ້າໃຈຢ່າງກວ້າງຂວາງກ່ຽວກັບຄວາມຄືບໜ້າການຈັດຕັ້ງປະຕິບັດໃນຕະຫຼອດໄລຍະຜ່ານມາ ແລະ ໃນຕໍ່ໜ້າ. ດັ່ງນັ້ນ, ອົງການອາຫານໂລກຈຶ່ງເຫັນໄດ້ວ່າສື່ມວນຊົນມີຄວາມສໍາຄັນຫຼາຍຢູ່ໃນວຽກງານຂອງອົງການອາຫານໂລກໃນ ສປປ ລາວ ເພື່ອເປັນຂົວຕໍ່ເຜີຍແຜ່ໂຄສະນາໃຫ້ປະຊາຊົນໄດ້ຮັບຮູ້-ເຂົ້າເຖິງຂໍ້ມູນ-ຂ່າວສານ ແລະ ເຫັນຄວາມສໍາຄັນໃນວຽກງານໂພຊະນາການ ແລະ ຄວາມໝັ້ນຄົງດ້ານອາຫານ. ພ້ອມນັ້ນ, ທັງໃຫ້ທົ່ວໂລກຮັບຮູ້ວ່າການລົງທຶນສະໜັບສະໜູນຊ່ວຍເຫຼືອຂອງອົງການອາຫານໂລກຢູ່ ສປປ ລາວ ເພື່ອໃຫ້ເຂົາເຈົ້າມີຄວາມໝັ້ນໃຈເຂົ້າມາຊ່ວຍເຫຼືອ ແລະ ລົງທຶນອີກຕໍ່ໄປ.
ອົດສະຕຣາລີ ສະໜັບສະໜູນການພັດທະນາເສດຖະກິດ-ສັງຄົມຢູ່ພາກໃຕ້ຂອງລາວ

ອົດສະຕຣາລີ ສະໜັບສະໜູນການພັດທະນາເສດຖະກິດ-ສັງຄົມຢູ່ພາກໃຕ້ຂອງລາວ

ແຕ່ວັນທີ14-19 ທັນວານີ້, ທ່ານນາງ ເມແກັນ ຈອນສ, ເອກອັກຄະລັດຖະທູດອົດສະຕຣາລີໄດ້ໄປຢ້ຽມຢາມບັນດາແຂວງພາກໃຕ້ເພື່ອຢືນຢັນຄຳໝັ້ນສັນຍາຂອງອົດສະຕຣາລີໃນການຮ່ວມມືກັບ ສປປ ລາວ ໃນຂະແໜງສຶກສາ, ການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສຄັ້ງທີ 5, ແລະ ການຮ່ວມມືດ້ານການພັດທະນາເສດຖະກິດສັງຄົມກັບ ສປປ ລາວ.
ຜົ້ງສາລີ ເຂົ້າຮ່ວມງານມະຫາກຳກິລາໂຍນໝາກຄອນ ຄັ້ງທີ IX ທີ່ ແຂວງດຽນບ່ຽນ

ຜົ້ງສາລີ ເຂົ້າຮ່ວມງານມະຫາກຳກິລາໂຍນໝາກຄອນ ຄັ້ງທີ IX ທີ່ ແຂວງດຽນບ່ຽນ

ວັນທີ 18 ທັນວາຜ່ານມານີ້, ຄະນະນຳແຂວງຜົ້ງສາລີ ພ້ອມດ້ວຍຄະນະສິລະປະ ວັນນະຄະດີ, ຄະນະນັກກິລາ ໄດ້ເດີນທາງເຂົ້າຮ່ວມງານມະຫາກຳກິລາໂຍນໝາກຄອນ 3 ແຈປະເທດຄື: ລາວ, ຈີນ ແລະ ຫວຽດນາມ ຄັ້ງທີ IX ທີ່ແຂວງດຽນບ່ຽນ ແຫ່ງ ສສ ຫວຽດນາມ ເປັນເຈົ້າພາບ. ແຂວງຜົ້ງສາລີນຳໂດຍທ່ານ ອູ່ຄຳ ຕຸລາພັນ ກຳມະການປະຈຳພັກແຂວງ ຮອງປະທານຄະນະກຳມະການປົກຄອງແຂວງ, ພ້ອມດ້ວຍຄະນະນຳ ແລະ ພາກສ່ວນທີ່ກ່ຽວຂ້ອງຮ່ວມຕິດຕາມ. ພິທີຕ້ອນຮັບໄດ້ຈັດຂຶ້ນທີ່ຣິສອດຮີມລານ ໂດຍຕາງໜ້າຄະນະນຳແຂວງ ດຽນບ່ຽນອອກຕ້ອນຮັບໂດຍທ່ານ ຫງວຽນ ຮວາງຮຽບ ຮອງຫົວໜ້າພະແນກວັດທະນະທຳ ແລະ ທ່ອງທ່ຽວ ແຂວງດຽນບ່ຽນ ພ້ອມດ້ວຍຄະນະ.
ເພີ່ມເຕີມ