ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 9 ກັນຍາ ຜ່ານມາວ່າ: ບັນດາຮ້ານຄ້າຂາຍຍ່ອຍຊັ້ນນໍາຂອງອັງກິດກໍາລັງຮ່ວມມືກັບລັດຖະບານໃນການດຳເນີນໂຄງການທີ່ສະໜອງໂອກາດໃຫ້ແກ່ໄວໜຸ່ມ ທີ່ມີອາຍຸ 18-24 ປີ ທີ່ບໍ່ໄດ້ຢູ່ໃນລະບົບການສຶກສາ, ການຈ້າງງານ ແລະ ບໍ່ໄດ້ຮັບການຝຶກອົບຮົມ ຫຼື ເອີ້ນວ່າ NEET (Not in Education, Employment or Training)ຈຳນວນ 11,000 ຄົນ ເພື່ອໃຫ້ໄດ້ຮັບວຽກເຮັດງານທຳ 16-35 ຊົ່ວໂມງຕໍ່ອາທິດ ເປັນເວລາ 2-4 ອາທິດ. ໂດຍມີເປົ້າໝາຍເພື່ອສ້າງວຽກເຮັດງານທຳ 100,000 ຕຳແໜ່ງ ພາຍໃນທ້າຍສະໄໝລັດຖະສະພາປັດຈຸບັນໃນປີ 2029.
ຂ່າວຕ່າງປະເທດລາຍງານໃນວັນທີ 11 ກັນຍາ ຜ່ານມາວ່າ: ກອງທຶນການເງິນສາກົນ (IMF) ເປີດເຜີຍວ່າ,ເສດຖະກິດໂລກຍັງຄົງຟື້ນຕົວໄດ້ເຖິງວ່າຈະມີການຂັດແຍ້ງທີ່ຍາວນານເຖິງ 6 ເດືອນ ລະຫວ່າງສະຫະລັດ ອາເມຣິກາ ແລະ ອີຣານ, ແຕ່ຄວາມບໍ່ແນ່ນອນກ່ຽວກັບທ່າອ່ຽງເສດຖະກິດໂລກຍັງຢູ່ໃນລະດັບສູງ.
ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານວ່າ: ໃນວັນທີ 9 ກັນຍາຜ່ານມາ, ພາກສ່ວນຕ່າງໆຂອງຈີນ ລວມທັງກະຊວງຊັບພະຍາກອນມະນຸດ ແລະ ປະກັນສັງຄົມຈີນ ໄດ້ປະກາດ 11 ອາຊີບໃໝ່ ເຊັ່ນ: ຊ່າງເຕັກນິກການປະຍຸກໃຊ້ຫຸ່ນຍົນອັດສະລິຍະ, ນັກວິເຄາະຂໍ້ມູນການກິລາ ແລະ ອື່ນໆ ແລະ 23 ຕໍາແໜ່ງງານໃໝ່ ເຊັ່ນ: ແຮງງານໃນຄຸ້ມຊຸມຊົນ, ຜູ້ສົ່ງເມດ່ວນເຂດອາກາດຕ່ຳ ແລະ ອື່ນໆ. ອາຊີບໃໝ່ທີ່ປະກາດຄັ້ງນີ້ລວມທັງ 5 ອາຊີບດີຈີຕອນ ແລະ 3 ອາຊີບສີຂຽວ.
ວິທະຍຸກະຈາຍສຽງຫວຽດນາມລາຍງານໃນວັນທີ 10 ກັນຍາ ຜ່ານມາວ່າ: ກະຊວງກະສິກຳ ແລະ ສິ່ງແວດລ້ອມ ຫວຽດນາມ ລາຍງານວ່າ, ໃນ 8 ເດືອນຂອງປີ 2026, ການສົ່ງອອກເຂົ້າສານບັນລຸ 6 ລ້ານກວ່າໂຕນ, ດ້ວຍມູນຄ່າການສົ່ງອອກບັນລຸເກືອບ 2.91 ຕື້ໂດລາ, ຫຼຸດລົງເມື່ອທຽບກັບໄລຍະດຽວກັນຂອງປີ 2025. ເຖິງຢ່າງໃດກໍຕາມ, ລາຄາສົ່ງອອກເລີ່ມຟື້ນຟູພ້ອມກັບບັນດາການປ່ຽນແປງກ່ຽວກັບການສະໜອງ ແລະ ຄວາມຕ້ອງການຢູ່ບັນດາຕະຫຼາດໃຫຍ່ທີ່ພວມສ້າງໂອກາດໃຫ້ຂະແໜງການນີ້ ເພີ່ມລະດັບຄວາມໄວໃນທ້າຍປີ.
ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 9 ກັນຍາ ຜ່ານມາວ່າ: ການສຶກສາຈາກໂຄງການປະເມີນນັກສຶກສາຕ່າງປະເທດ (PISA) ປະຈຳປີ 2025 ໄດ້ເປີດເຜີຍວ່າ, ນັກຮຽນບຣູໄນມີຜົນການປະເມີນຄວາມສາມາດດ້ານຄະນິດສາດ ແລະ ວິທະຍາສາດ ຢູ່ໃນ 3 ອັນດັບຕົ້ນໆຂອງປະເທດອາຊຽນ ແລະ ຢູ່ໃນອັນດັບສອງໃນດ້ານການອ່ານ. ໂດຍມີນັກຮຽນບຣູໄນຫຼາຍກວ່າ 5,000 ຄົນຈາກໂຮງຮຽນມັດທະຍົມຕອນປາຍ 55 ແຫ່ງໄດ້ເຂົ້າຮ່ວມໃນການປະເມີນລະຫວ່າງເດືອນເມສາ ຫາ ເດືອນພຶດສະພາ 2025.
ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານໃນວັນທີ 9 ກັນຍາ ຜ່ານມາວ່າ: ຫວ່າງມໍ່ໆມານີ້, ກະຊວງອຸດສາຫະກຳ ແລະ ການຄ້າຟີລິບປິນເປີດເຜີຍວ່າ, ອາຊຽນພວມຄົ້ນຄວ້າສ້າງຕັ້ງກົນໄກຄັງສຳຮອງນ້ຳມັນເຊື້ອໄຟຂອງພາກພື້ນ ເພື່ອຮັບມືກັບວິກິດດ້ານການສະໜອງ ແລະ ເພີ່ມຄວາມໝັ້ນຄົງດ້ານພະລັງງານ. ການຄົ້ນຄວ້າທີ່ກ່ຽວຂ້ອງຈະມອບໃຫ້ສະຖາບັນຄົ້ນຄວ້າເສດຖະກິດອາຊຽນ ແລະ ອາຊີຕາເວັນອອກເປັນຜູ້ຮັບຜິດຊອບ ແລະ ຄາດວ່າຈະສຳເລັດໃນເດືອນພະຈິກປີນີ້.
ສຳນັກຂ່າວສານຊິນຮວາລາຍງານ ໃນວັນທີ 8 ກັນຍາ ຜ່ານມາວ່າ: ບໍລິສັດ JLL ຊຶ່ງເປັນບໍລິສັດຄຸ້ມຄອງຊັບສິນຊັ້ນນໍາຂອງໂລກ, ຄາດຄະເນວ່າຄວາມຕ້ອງການພະລັງງານໄຟຟ້າຂອງສູນຂໍ້ມູນໃນພາກພື້ນອາຊີປາຊີຟິກຈະບັນລຸ 57 ກິກະວັດພາຍໃນປີ 2030, ເພີ່ມຂຶ້ນເກືອບສອງເທົ່າຈາກ 32 ກິກະວັດໃນປັດຈຸບັນ. ຍ້ອນການຂະຫຍາຍຕົວຂອງລະບົບການປະມວນຜົນແບບຄລາວຂະໜາດໃຫຍ່ ແລະ ຄວາມຕ້ອງການທີ່ເພີ່ມຂຶ້ນສໍາລັບປັນຍາປະດິດ (AI) ຊຶ່ງກໍາລັງຊຸກຍູ້ການກໍ່ສ້າງສູນຂໍ້ມູນທົ່ວໂລກ.
ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານໃນວັນທີ 9 ກັນຍາ ຜ່ານມາວ່າ: ສະມັດຊາໃຫຍ່ອົງການສະຫະປະຊາຊາດ ສະໄໝທີ 80 ໄດ້ປິດລົງໃນວັນທີ 8 ກັນຍາ ຜ່ານມາ, ທ່ານນາງ ອານນາເລນາ ບາເອີບ໋ອກ ປະທານສະມັດຊາໃຫຍ່ອົງການສະຫະປະຊາຊາດສະໄໝທີ 80 ໄດ້ກ່າວຄຳປາໄສ, ທ່ານ ຄາລີເລີ ຣາມານ ລັດຖະມົນຕີກະຊວງການຕ່າງປະເທດບັງກລາເທດໄດ້ສາບານຕົວຂຶ້ນດຳລົງຕຳແໜ່ງປະທານສະມັດຊາໃຫຍ່ອົງການສະຫະປະຊາຊາດສະໄໝຕໍ່ໄປ ແລະ ຮັບຄ້ອນຫາລືວຽກງານສະມັດຊາໃຫຍ່ຈາກທ່ານນາງ ອານນາເລນາ ບາເອີບ໋ອກ.
ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານວ່າ: ໃນວັນທີ 8 ກັນຍາ ຜ່ານມາ ຢູ່ນະຄອນເຊີແນວ ປະເທດສະວິດ, ອົງການຊັບສິນທາງປັນຍາໂລກໄດ້ເຜີຍແຜ່ບົດລາຍງານກຸ່ມຕົວເມືອງປະດິດສ້າງໃໝ່ 100 ແຫ່ງໃນ “ຕົວຊີ້ວັດປະດິດສ້າງໃໝ່ທົ່ວໂລກປີ 2026”, ຈີນມີ 25 ກຸ່ມຖືກຈັດຢູ່ໃນບັນຊີລາຍຊື່ດັ່ງກ່າວ ແລະ ເປັນອັນດັບ 1 ຂອງໂລກເປັນເວລາ 4 ປີຕິດຕໍ່ກັນ. ໃນນັ້ນ, ກຸ່ມຕົວເມືອງ “ເຊິນເຈິ້ນ-ຮົງກົງ-ກວາງໂຈ່ວ” ໄດ້ເປັນອັນດັບ 1 ເປັນປີທີ 2 ຕິດຕໍ່ກັນ.
ວິທະຍຸກະຈາຍສຽງຫວຽດນາມລາຍງານໃນວັນທີ 9 ກັນຍາ ຜ່ານມາວ່າ: ກຳລັງໜູນເຕີບໂຕຂອງຂະແໜງສິນໃນນໍ້າມີການຫັນປ່ຽນຢ່າງແຮງ ລະຫວ່າງບັນດາຕະຫຼາດ, ຮົ່ງກົງ (ປະເທດຈີນ) ແລະ ພາກພື້ນອາຊຽນ ສືບຕໍ່ເພີ່ມຄວາມໄວ.
ຄໍາເຫັນ