ຖືວຽກງານກະສິກໍາເປັນສໍາຄັນ ຄໍ້າປະກັນສະບຽງອາຫານ

ຖືວຽກງານກະສິກໍາເປັນສໍາຄັນ ຄໍ້າປະກັນສະບຽງອາຫານ

ຖືວຽກງານກະສິກໍາເປັນສໍາຄັນ ຄໍ້າປະກັນສະບຽງອາຫານ
ພັກ-ລັດຖະບານ ຖືວຽກງານກະສິກໍາ ເປັນວຽກງານທີ່ສໍາຄັນ ຄໍ້າປະກັນສະບຽງອາຫານພາຍໃນ ແລະ ສົ່ງອອກ ສ້າງລາຍຮັບສູ່ຄອບຄົວຢ່າງໝັ້ນຄົງ ເພື່ອເປັນການຫຼຸດພົ້ນຈາກຄວາມທຸກຍາກ.
ຖວຽກງານກະສກາເປນສາຄນ ຄາປະກນສະບຽງອາຫານ - image 1
 

ທ່ານ ນາງ ສອນທິດາ ອຸນາພົມ ປະທານບໍລິສັດພັດທະນາແຫຼ່ງທ່ອງທ່ຽວນໍ້າຕົກຕາດເຢືອງຫຼັກ 40 ເມືອງປາກຊ່ອງ ແຂວງຈໍາປາສັກ ແລະ ແຫຼ່ງທ່ອງທ່ຽວນໍ້າຕົກຕາດເລາະ-ຕາດຮັງ ແຂວງສາລະວັນ ໄດ້ເລົ່າຕໍ່ຜູ້ຂຽນຟັງ ວ່າ: ຄຽງຄູ່ກັບວຽກງານທ່ອງທ່ຽວແລ້ວ ຍັງໄດ້ແນະນໍາປະຊາຊົນປູກຝັງ-ລ້ຽງສັດ ເພື່ອ ຄໍ້າສະບຽງອາຫານພາຍໃນຄອບຄົວ ແລະ ຂາຍສົ່ງອອກພາຍໃນແຂວງ ຮັບປະກັນແກ່ນັກທ່ອງທ່ຽວ ໂດຍໄດ້ສົ່ງເສີມກຸ່ມລ້ຽງ ເມືອງລະຄອນເພັງ ຊຶ່ງໄດ້ມອບຕູ້ຟັກໄຂ່, ແນວພັນໄກ່, ຊຸກຍູ້ສົ່ງເສີມເຕັກນິກວິຊາການ, ສົ່ງເສີມການຂາຍ ເພື່ອເຮັດໃຫ້ບ້ານມີກອງທຶນ, ມາເຖິງປັດຈຸບັນ ຄອບຄົວທີ່ລ້ຽງໄກ່ ກໍບໍ່ໄດ້ຖືກເອົາປຽບ, ແຕ່ລະຄອບຄົວພາກັນລ້ຽງ ເວລາຕ້ອງການເງິນ ແມ່ນຂາຍອອກ. ມາເຖິງປັດຈຸບັນ ການຊື້-ຂາຍ ແມ່ນເປັນລະບົບດີ ແລະ ມີທຶນໝູນວຽນໃຫ້ຜູ້ປະກອບການ, ເພື່ອກູ້ຢືມນໍາໄປຊື້ວັກຊິນ ຮັກສາສຸຂະພາບໄກ່ ໃນນັ້ນ ກໍແມ່ນໜຶ່ງວຽກງານ ເຮັດໃຫ້ຂະບວນການຜະລິດປີ້ງໄກ່ນາປົ່ງ ສາມາດຂັບເຄື່ອນໄປໄດ້ດ້ວຍຄວາມດຸ່ນດ່ຽງ.

ກ່ອນໜ້ານີ້ ທີ່ຍັງບໍ່ທັນມີຟາມໄກ່ ແລະ ພາຍຫຼັງທີ່ໄດ້ເຂົ້າໄປສົ່ງເສີມທຸລະກິດພາຍໃນບ້ານ, ເມືອງ ທີ່ລົງຊຸກຍູ້ ມີຫຼາຍຈຸດ ຊຶ່ງໃນຕໍ່ໜ້າ ຈະບໍ່ໄດ້ສັ່ງຊື້ໄກ່ຈາກຕ່າງປະເທດເຂົ້າມາບໍລິໂພກ. ສະເພາະ ບ້ານນາປົ່ງ ເມືອງຄົງເຊໂດນ ແຂວງສາລະວັນ ເອົາໄກ່ໃນພື້ນທີ່ ແລະ ຂາຍກັບທີ່ ເງິນຕາຈຶ່ງບໍ່ຮົ່ວໄຫຼ ແລະ ຈະຊຸກຍູ້ສົ່ງເສີມເມືອງ ເພື່ອວາງແຜນ ເມືອງຄົງເຊໂດນເຮັດວຽກງານປຸງແຕ່ງຂາຍ, ເມືອງລະຄອນເພັງເພາະພັນໄກ່, ແນວພັນ ແມ່ນນໍາມາຈາກເມືອງຕຸ້ມລານ ເພາະວ່າ ເມືອງຕຸ້ມລານ ແມ່ນເມືອງທີ່ມີພໍ່, ແມ່ພັນໄກ່ທີ່ອອກລູກຫຼາຍ, ຊີ້ນໄກ່ແຊບ-ຫອມ, ສ່ວນເມືອງເລົ່າງາມ ຜະລິດຫົວອາຫານ ສະໜອງໃຫ້ບັນດາເມືອງທີ່ລ້ຽງໄກ່ ຄື: ເມືອງວາປີ, ສ່ວນເມືອງສາລະວັນ ກໍຈະຮ່ວມມືລ້ຽງຕື່ມ, ເມືອງຕະໂອ້ຍ, ເມືອງສະໝ້ວຍ, ມາເຖິງປັດຈຸບັນ ມີຈໍານວນ 6 ເມືອງ ທີ່ເຂົ້າຮ່ວມໃນວຽກງານລ້ຽງໄກ່ລາດ ສະໜອງວຽກງານບໍລິການແຂກທີ່ເຂົ້າມາທ່ຽວຊົມ ຊຶ່ງມາເຖິງປັດຈຸບັນ ເວົ້າໄດ້ວ່າ ວຽກງານສົ່ງເສີມການລ້ຽງໄກ່ລາດຢ່າງກວ້າງຂວາງຫຼາຍ ຊຶ່ງບໍ່ລວມການຂາຍທາງອອນລາຍ, ແຕ່ລະຮ້ານໄດ້ຮັບການສັ່ງຈອງ-ສົ່ງໄກ່ປີ້ງດິບ ສົ່ງອອກໄປນະຄອນຫຼວງວຽງຈັນ ແລະ ແຂວງອື່ນໆ, ໄດ້ລະດົມການຊ່ວຍເຫຼືອຕູ້ເກັບຄວາມເຢັນ ຈາກກົງສູນໄທທີ 2 ແຂວງສະຫວັນນະເຂດ ພ້ອມທັງເອົາເຕັກນິກວິຊາການມາຊ່ວຍປະຊາຊົນ, ໄກ່ປີ້ງນາປົ່ງ ມີມາດ ຕະຖານສົ່ງໄປທົ່ວປະເທດ.

ຖວຽກງານກະສກາເປນສາຄນ ຄາປະກນສະບຽງອາຫານ - image 2
 

ປັດຈຸບັນ ມີຄວາມພ້ອມສົ່ງເສີມປະຊາຊົນແຂວງສາລະວັນທຸກຄອບຄົວລ້ຽງໄກ່ລາດ, ໃນແຜນຕໍ່ໜ້າ ຈະສ້າງໃຫ້ມີກິດຈະກໍາການທ່ອງທ່ຽວຄົບວົງຈອນການລ້ຽງໄກ່ ນັບແຕ່ຂັ້ນຕອນການລ້ຽງ, ຄົວ, ປຸງແຕ່ງ, ຂາຍ, ແນວພັນ ແລະ ອື່ນໆ ແບບຕ່ອງໂສ້, ພ້ອມນັ້ນບໍລິສັດ ຍັງຈະໄດ້ໄປເປີດຮ້ານອາຫານທີ່ຕ່າງປະເທດ ໂດຍສະເພາະ ມົສກູ ຣັດເຊຍ, ສປ ຈີນ, ກໍາປູເຈຍ ເພື່ອເປັນການໂຄສະນາເລື່ອງອາຫານ, ການກິນຂອງລາວ ແລະ ຈະນໍາເອົາປານໍ້າຂອງນໍາໄປປຸງແຕ່ງ ເປັນເອກະລັກ ແລະ ຫວັງຢ່າງຍິ່ງວ່າ ບັນດາທ່ານແຂກທີ່ໄດ້ກິນອາຫານລາວແລ້ວ ຄິດຢາກຈະມາທ່ອງທ່ຽວຖິ່ນກໍາເນີດວັດຖຸດິບຂອງອາຫານລາວຕື່ມອີກ ຊຶ່ງບໍ່ພຽງແຕ່ອາຫານພາກໃຕ້ຂອງລາວເທົ່ານັ້ນ ແຕ່ຍັງຈະນໍາເອົາອາຫານ ພ້ອມການປຸງແຕ່ງຂອງທຸກໆພາກ ນໍາສະເໜີໃນຮ້ານອາຫານ ທີ່ຕ່າງປະເທດ ແລະ ໃນຕອນທ້າຍ ທ່ານນາງ ສອນທິດາ ອຸນາພົມ ຍັງໄດ້ກ່າວວ່າ: ເວລາໃດ ການເຮັດທຸລະກິດຂອງພວກຂ້າພະເຈົ້າ ຍັງໄດ້ຮັບການຊຸກຍູ້, ສົ່ງເສີມ ແລະ ອໍານວຍຄວາມສະດວກຈາກພາກລັດຕະຫຼອດມາ ນັບແຕ່ຂັ້ນສູນກາງ ຈົນຮອດຂັ້ນທ້ອງຖິ່ນ, ພໍ່, ແມ່, ປະຊາຊົນ ກໍປຽບສະເໝືອນໝາກຫົວໃຈອັນດຽວ, ເມື່ອຍາມວິກິດ ກໍໄດ້ຮັບຄວາມເອື້ອອໍານວຍ, ຝາກເຖິງຂະແໜງການທີ່ກ່ຽວຂ້ອງ ລົງຊຸກຍູ້ ໄປຕາມແລວທາງຢ່າງແຂງແຮງຂຶ້ນກວ່າເກົ່າ ບໍ່ສະເພາະແຕ່ແຂວງສາລະວັນເທົ່ານັ້ນ ໃຫ້ຂະຫຍາຍໄປສູ່ແຂວງອື່ນໆໃນຂອບເຂດທົ່ວປະເທດຕື່ມອີກ.

 ດັ່ງນັ້ນ, ປະຊາຊົນລາວທຸກຄົນ ຈົ່ງເອົາໃຈໃສ່ ໃນການປູກຝັງ-ລ້ຽງສັດ ໃຫ້ຫຼາຍໆ ຖ້າເຫຼືອກິນ ກໍສົ່ງອອກຂາຍ ສ້າງລາຍຮັບເຂົ້າສູ່ຄອບຄົວໃຫ້ນັບມື້ຫຼາຍເປັນທະວີຄູນ ເພື່ອປະກອບສ່ວນເຂົ້າໃນການພັດ ທະນາເສດຖະກິດ-ສັງຄົມພາຍໃນປະເທດໃຫ້ເຂັ້ມແຂງ.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ໄຟຟ້າຫົງສາມອບກອງທຶນຄຸ້ມຄອງລະບົບສາຍສົ່ງໄຟຟ້າແຮງສູງ 500 ກິໂລໂວນ

ໄຟຟ້າຫົງສາມອບກອງທຶນຄຸ້ມຄອງລະບົບສາຍສົ່ງໄຟຟ້າແຮງສູງ 500 ກິໂລໂວນ

ເມື່ອ​ບໍ່​ດົນ​ມາ​ນີ້, ພະແນກຊຸມຊົນສໍາພັນ ຝ່າຍພັດທະນາສັງຄົມ ສາຍງານກິດຈະການອົງກອນບໍລິສັດ ໄຟຟ້າ ຫົງສາ ຈໍາກັດໄດ້ຈັດພິທີ ມອບກອງທຶນຄຸ້ມຄອງ ແລະ ປົກປັກຮັກສາລະບົບສາຍສົ່ງໄຟຟ້າແຮງສູງ 500 ກິໂລໂວນ ງວດທີ່ 1 ເດືອນພຶດສະພາ - ມິຖຸນາ 2026 ໃຫ້ເມືອງຫົງສາ, ເມືອງເງິນ ແລະ ເມືອງຊຽງຮ່ອນ ລວມທັງໝົດ ຈໍານວນ 200 ລ້ານກີບ ລວມພື້ນທີ່ແລວສາຍສົ່ງໄລຍະທາງທັງໝົດ 67 ກິໂລເມັດ.
ແກ່ນທ້າວ ປ່ອຍ​ປາສະຫຼອງວັນປ່ອຍປາ ແລະ ສັດນໍ້າແຫ່ງຊາດ

ແກ່ນທ້າວ ປ່ອຍ​ປາສະຫຼອງວັນປ່ອຍປາ ແລະ ສັດນໍ້າແຫ່ງຊາດ

ເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ຈັດພິທີສະເຫຼີມສະຫຼອງວັນປ່ອຍປາ ແລະ ສັດນໍ້າແຫ່ງຊາດ (13 ກໍລະກົດ) ຢ່າງຄຶກຄື້ນ ໃນ​ວັນ​ທີ 8 ກໍ​ລະ​ກົດ​ນີ້ ທີ່ບ້ານດອນເມນໂດຍມີ ທ່ານ ຄຳເຫຼັກ ແກ້ວວິໄລພອນ ກຳມະການປະຈຳພັກແຂວງປະທານຄະນະກວດກາພັກປະທານອົງການກວດກາລັດແຂວງ,ມີທ່ານ ຄໍາປຸ່ນ ນວນສະບັບ ກໍາມະການພັກແຂວງເລຂາຄະນະບໍລິຫານງານພັກເມືອງ, ມີການ​ນຳ​ເມືອງແລະພາກ​ສ່ວນ​ກ່ຽວ​ຂ້ອງ​ເຂົ້າ​ຮ່ວມ.
ປີນີ້ ມີແຜນປ່ອຍປາ ແລະ ສັດນໍ້າ ໃຫ້ໄດ້ທັງໝົດ 72 ລ້ານໂຕ

ປີນີ້ ມີແຜນປ່ອຍປາ ແລະ ສັດນໍ້າ ໃຫ້ໄດ້ທັງໝົດ 72 ລ້ານໂຕ

ເນື່ອງໃນໂອກາດຈະເຖິງວັນປ່ອຍປາ ແລະ ສັດນໍ້າ ແຫ່ງຊາດ, ທ່ານ ລິນຄໍາ ດວງສະຫວັນ ລັດຖະມົນຕີ ກະຊວງກະສິກໍາ ແລະ ສິ່ງແວດລ້ອມ ໄດ້ຖະແຫຼງຂ່າວວັນປ່ອຍປາ ແລະ ສັດນໍ້າແຫ່ງຊາດໃນວັນທີ 9 ກໍລະກົດນີ້ ທີ່ກະຊວງກະສິກໍາ ແລະ ສິ່ງແວດລ້ອມ ຊຶ່ງໄດ້ກ່າວວ່າ: ວັນທີ 13 ກໍລະກົດ ຂອງທຸກໆປີ ເປັນວັນປ່ອຍປາ ແລະ ສັດນໍ້າແຫ່ງຊາດ ເພື່ອຄຸ້ມຄອງ, ປົກປັກຮັກສາ ແລະ ພັດທະນາສັດນໍ້າ ໃຫ້ອຸດົມສົມບູນ ແລະ ມີຄວາມຍືນຍົງ, ໂດຍໄດ້ເລີ່ມແຕ່ປີ 1997 ເປັນຕົ້ນມາ ແລະ ໃນປີນີ້ ກໍຄົບຮອບ 29 ປີ. ນອກຈາກນີ້, ວັນດັ່ງກ່າວ ຍັງກົງກັບ ວັນເກີດຂອງ ປະທານ ສຸພານຸວົງ ຜູ້ນໍາທີ່ ແສນເຄົາລົບຮັກ ຂອງປວງຊົນລາວທັງຊາດ.
ການນຳເມືອງຄູນຄຳລົງຕິດຕາມສະພາບນ້ຳຖ້ວມ

ການນຳເມືອງຄູນຄຳລົງຕິດຕາມສະພາບນ້ຳຖ້ວມ

ເມືອງຄູນຄຳ ແຂວງຄຳມ່ວນ ມີຝົນຕົກໜັກຕິດຕໍ່ກັນຫຼາຍ​ວັນ,ມາ​ຮອດວັນທີ 07 ກໍລະກົດ 2026 ເຮັດໃຫ້ລະດັບນ້ຳເພີ່ມຂຶ້ນຫຼາຍ, ດັ່ງ​ນັ້ນ, ທ່ານ ຄຳປ່ຽນ ມະນີຄຳ ກຳມະການພັກແຂວງ ເລຂາພັກເມືອງຄູນຄຳ, ທ່ານ ພົມມະລາ ຄານລາຫວັນ ຮອງເລຂາພັກເມືອງ ປະທານຄະນະກຳມະການປົກຄອງເມືອງຄູນຄຳ, ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນເມືອງ ພ້ອມດ້ວຍຂະແໜງການທີ່ກ່ຽວຂ້ອງໄດ້ພ້ອມກັນລົງຕິດຕາມສະພາບຢ່າງໃກ້ສິດ.
ອັດຕະປື ມີແຜນການຈະປ່ອຍປາ ລົງສູ່ແຫຼ່ງນໍ້າທໍາມະຊາດ ໃຫ້ໄດ້ຫຼາຍກວ່າ 7.6 ລ້ານໂຕ

ອັດຕະປື ມີແຜນການຈະປ່ອຍປາ ລົງສູ່ແຫຼ່ງນໍ້າທໍາມະຊາດ ໃຫ້ໄດ້ຫຼາຍກວ່າ 7.6 ລ້ານໂຕ

ປີ 2026 ນີ້ ແຂວງອັດຕະປື ກະກຽມປ່ອຍລູກປາ ຫຼາກຫຼາຍຊະນິດລົງສູ່ແຫຼ່ງນໍ້າທໍາມະຊາດ ໃຫ້ໄດ້ຫຼາຍກວ່າ 7.6 ລ້ານໂຕ, ໃນນີ້ ສະເພາະ ວັນປ່ອຍປາ ແລະ ສັດນໍ້າແຫ່ງຊາດ ວັນທີ 13 ກໍລະກົດ 2026 ຢູ່ບັນດາ 5 ຕົວເມືອງຂອງແຂວງ ແມ່ນຈະປ່ອຍລູກປາ ໃຫ້ໄດ້ 218,500 ໂຕ ແລະ ພິທີໃຫຍ່ຂອງແຂວງ ຈະຈັດຂຶ້ນທີ່ວັງສະຫງວນເຊນໍ້ານ້ອຍ, ບ້ານໃຫຍ່ໝື່ນຫົວເມືອງເມືອງສາມັກຄີໄຊ, ສ່ວນທີ່ເຫຼືອຈະສືບຕໍ່ປ່ອຍຕາມແຜນການຂອງແຕ່ລະເມືອງ ໃຫ້ໄດ້ທັງໝົດ 7.4 ລ້ານກວ່າໂຕ.
ແກ່ນທ້າວ ປະກາດສ້າງຕັ້ງ ຕາແສງ ດອນເມນ ເປັນຕາແສງສຸດທ້າຍຂອງເມືອງ

ແກ່ນທ້າວ ປະກາດສ້າງຕັ້ງ ຕາແສງ ດອນເມນ ເປັນຕາແສງສຸດທ້າຍຂອງເມືອງ

ພິທີປະກາດສ້າງຕັ້ງ ຕາແສງ ດອນເມນ ເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ຈັດຂຶ້ນໃນວັນທີ 8 ກໍລະກົດ 2026 ນີ້ ທີ່ບ້ານດອນເມນ ໂດຍມີທ່ານ ຄຳ​ເຫຼັກ ແກ້ວ​ວິ​ໄລ​ພອນ ກຳ​ມະ​ການ​ປະ​ຈຳ​ພັກ​ແຂວງປະ​ທານ​ຄະ​ນະ​ກວດ​ກາ​ພັກປະ​ທານ​ອົງ​ການກວດ​ກາ​ລັດ​ແຂວງ,ທ່ານ ຄໍາປຸ່ນ ນວນສະບັບ ກໍາມະການພັກແຂວງເລຂາຄະນະບໍລິຫານງານພັກເມືອງ,ທ່ານ ຈິນດາ ກະທາທອງ ຮອງເລຂາຄະນະບໍລິຫານງານພັກເມືອງ, ມີການນໍາຂັ້ນແຂວງ, ຂັ້ນເມືອງແລະພາກ​ສ່ວນ​ກ່ຽວ​ຂ້ອງ​ເຂົ້າ​ຮ່ວມ.
ສື່ມວນຊົນ ທັດສະນະສຶກສາ ຢູ່ບໍລິສັດໄຟຟ້າ ນ້ຳເທີນ 2 ແຂວງຄໍາມ່ວນ

ສື່ມວນຊົນ ທັດສະນະສຶກສາ ຢູ່ບໍລິສັດໄຟຟ້າ ນ້ຳເທີນ 2 ແຂວງຄໍາມ່ວນ

ໂຄງການສ້າງຄວາມເຂັ້ມແຂງໃຫ້ແກ່ສື່ມວນຊົນ ໂດຍການມີສ່ວນຮ່ວມຂອງອົງການຈັດຕັ້ງມະຫາຊົນ ແລະ ອົງການຈັດຕັ້ງສັງຄົມ ເພື່ອການພັດທະນາສີຂຽວ ໃນ ສປປ ລາວ ຫຼື GAMCIL ໄດ້ນຳພາສຳມະນາກອນສື່ມວນຊົນ ທີ່ມາຈາກ 6 ແຂວງ, ພາກກາງ ແລະ ພາກໃຕ້ ເຄື່ອນໄຫວທັດສະນະສຶກສາຮູບແບບການທ່ອງທ່ຽວແບບອະນຸລັກ ໂດຍຊຸມຊົນມີສ່ວນຮ່ວມ ແລະ ການຄຸ້ມຄອງສິ່ງແວດລ້ອມ ຢູ່ທີ່ບໍລິສັດໄຟຟ້າ ນ້ຳເທີນ 2 ເມືອງນາກາຍ ແຂວງຄໍາມວ່ນ , ນໍາພາໂດຍ ທ່ານ ທອງຫຼໍ່ ດວງສະຫວັນ ຄະນະສະມາຄົມນັກຂ່າວແຫ່ງ ສປປ ລາວ ແລະ ນາງ ບົວຄຳ ດວງປັນຍາ ຫົວໜ້າໂຄງການ GAMCIL ພ້ອມດ້ວຍຄະນະຜູ້ປະສານງານໂຄງການເຂົ້າຮ່ວມ.
ອັດຕະປື ສ້າງໄດ້ 18 ບ້ານແມ່ຍິງ 3 ດີ

ອັດຕະປື ສ້າງໄດ້ 18 ບ້ານແມ່ຍິງ 3 ດີ

ປັດຈຸບັນແຂວງອັດຕະປື ກໍ່ຄືສະຫະພັນແມ່ຍິງແຂວງ ໄດ້ສຸມໃສ່ການສ້າງບ້ານແມ່ຍິງ 3 ດີ ແລະ ສ້າງຄອບຄົວ 3 ດີ, ຊຶ່ງສ້າງໄດ້ແລ້ວ ຈໍານວນ 18 ບ້ານ ໂດຍມີຄອບຄົວເຂົ້າຮ່ວມທັງໝົດ 4,836 ຄອບຄົວ, ໃນນັ້ນ ຄອບຄົວປະເພດແຂງ ມີ 3,840 ຄອບຄົວ ກວມ 79.40%, ປະເພດກາງ 958 ຄອບຄົວ ກວມ 19.80% ແລະ ປະເພດອ່ອນ ມີພຽງ 38 ຄອບຄົວ ກວມ 0.78% ຂອງຈໍານວນຄອບຄົວທີ່ເຂົ້າຮ່ວມທັງໝົດ.
ສຊປລ ສໍາຫຼວດພື້ນທີ່ເພື່ອຈະນໍາແສງສະຫວ່າງ ແລະ ສັນຍານອິນເຕີເນັດລົງສູ່ຊົມຊົນ

ສຊປລ ສໍາຫຼວດພື້ນທີ່ເພື່ອຈະນໍາແສງສະຫວ່າງ ແລະ ສັນຍານອິນເຕີເນັດລົງສູ່ຊົມຊົນ

ໃນວັນທີ 7 ກໍລະກົດ 2026 ທ່ານ ທອງລີ ສີສຸລິດ ກໍາມະການສູນການພັກ, ເລຂາຄະນະບໍລິຫານງານ ສູນກາງຊາວໜຸ່ມປະຊົນປະຕິວັດລາວ(ສຊປລ) ພ້ອມດ້ວຍ ຄະນະຊາວໜຸ່ມ ກະຊວງເຕັກໂນໂລຊີ ແລະ ການສື່ສານ, ລັດວິສາຫະກິດໄຟຟ້າລາວ ພ້ອມດ້ວຍຄະນະ ແລະ ການນໍາແຂວງເມືອງລົງສໍາຫຼວດພື້ນທີ່ເຂດຈຸດສຸມພັດທະນາ ຢູ່ບ້ານແຮ້ວເມືອງວຽງໄຊ ແຂວງຫົວພັນ.
ປະທານສກລ ເຄື່ອນໄຫວຊຸກຍູ້ວຽກງານກຳມະບານຮອບດ້ານ ຢູ່ແຂວງອັດຕະປື

ປະທານສກລ ເຄື່ອນໄຫວຊຸກຍູ້ວຽກງານກຳມະບານຮອບດ້ານ ຢູ່ແຂວງອັດຕະປື

ວັນທີ 8 ກໍລະກົດ 2026, ທີ່ຫ້ອງຮັບແຂກ ຫ້ອງວ່າການແຂວງອັດຕະປືທ່ານ ຄຳຜອຍ ວັນນະສານກຳມະການສູນກາງພັກປະທານຄະນະບໍລິຫານງານສູນກາງສະຫະພັນກຳມະບານລາວ(ສກລ) ພ້ອມດ້ວຍຄະນະ ໄດ້ເຂົ້າຢ້ຽມ ແລະ ພົບປະ ທ່ານ ນາງ ມີນາພອນ ໄຊສົມພູ, ຮອງເລຂາພັກແຂວງອັດຕະປື.
ເພີ່ມເຕີມ