ຕີ​ມໍແລັ​ດສະ​ເຕ ​ກະ​ກຽມ​ເປັນ​ປະ​ເທດ​ປະ​ທານ​ໝູ​ນ​ວຽນ​ອາ​ຊຽນ 2029

ຕີ​ມໍແລັ​ດສະ​ເຕ ​ກະ​ກຽມ​ເປັນ​ປະ​ເທດ​ປະ​ທານ​ໝູ​ນ​ວຽນ​ອາ​ຊຽນ 2029

ຕີ​ມໍແລັ​ດສະ​ເຕ ​ກະ​ກຽມ​ເປັນ​ປະ​ເທດ​ປະ​ທານ​ໝູ​ນ​ວຽນ​ອາ​ຊຽນ 2029
ຂ່າວສານຊີອາໄອລາຍງານໃນວັນທີ 25 ກຸມພາ ຜ່ານມາວ່າ: ຕີ​ມໍ​ແລັດ​ສະ​ເຕ​ ເລີ່ມ​​ກະ​ກຽມ​ຢ່າງ​ເປັນ​ທາງ​ການ​ສຳ​ລັບ​ການ​ເປັນ​ປະ​ເທດ​ປະ​ທານ​ໝູນ​ວຽນ​ອາ​ຊຽນ​ປີ 2029. ທ່ານ ​ຊາ​ນາ​ນາ ກູ​ສ​ມາວ ນາ​ຍົກ​ລັດ​ຖະ​ມົນ​ຕີ​ຕີ​ມໍແ​ລັດ​ສະ​ເຕ​ໄດ້​ຮັບ​ການ​ແຕ່ງ​ຕັ້ງ​ເປັນ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ອົງ​ການ​ປະ​ເທດ​ປະ​ທານ​ໝູນ​ວຽນ​ອາ​ຊຽນ ຫຼື ACNOC ແລະ ເປັນ​ປະ​ທານ​ພິ​ທີ​ສ້າງ​ຕັ້ງ ACNOC ​ແລະ ກອງ​ປະ​ຊຸມ​ຄັ້ງ​ປະ​ຖົມ​ມະ​ລືກ​ຂອງ​ອົງ​ການ​ດັ່ງ​ກ່າວໃນ​ວັນ​ທີ 23 ກຸມ​ພາຜ່ານມາ​.

 

ທ່ານ ຊານານາ ກ່າວວ່າ: ການເປັນປະເທດປະທານໝູນວຽນອາຊຽນເປັນຂີດໝາຍຄັ້ງປະຫວັດສາດສຳລັບຕີມໍ ແລັດສະເຕ. ຮອດເວລານັ້ນ, ຕີມໍແລັດສະເຕຈະຕ້ອນຮັບຜູ້ນຳຈາກພາກພື້ນ ກໍຄືຜູ້ນຳຈາກບັນດາປະເທດໃນໂລກ. ວຽກງານກະກຽມຕ້ອງເລີ່ມຕົ້ນໃນທັນທີ ແລະ ຕ້ອງສຳເລັດການປະເມີນຜົນເບື້ອງຕົ້ນກ່ອນທ້າຍປີ 2026.

ຕີມໍແລັດສະເຕ ໄດ້ສະໝັກເຂົ້າເປັນສະມາຊິກອາຊຽນໃນປີ 2011 ແລະ ກາຍເປັນປະເທດສະມາຊິກຢ່າງເປັນທາງການໃນກອງປະຊຸມສຸດຍອດອາຊຽນທີ່ຈັດຂຶ້ນຢູ່ມາເລເຊຍໃນປີ 2025.

ຄໍາເຫັນ

ຂ່າວຕ່າງປະເທດ

ການເຈລະຈາຮອບທີ 3 ລະຫວ່າງອີຣານ-ອາເມຣິກາ ສິ້ນສຸດລົງ

ການເຈລະຈາຮອບທີ 3 ລະຫວ່າງອີຣານ-ອາເມຣິກາ ສິ້ນສຸດລົງ

ຂ່າວສານຊີອາໄອລາຍງານວ່າ: ໃນວັນທີ 12 ເມສາ ຜ່ານມາຢູ່ນະຄອນຫຼວງອິສລາມາບັດ ປະເທດປາກິສຖານ, ການເຈລະຈາຮອບທີ 3 ລະຫວ່າງອີຣານ-ອາເມຣິກາ ໄດ້ສິ້ນສຸດລົງ. ແຫຼ່ງຂ່າວຈາກຝ່າຍອີຣານໃຫ້ຮູ້ວ່າ: ໃນການເຈລະຈາຮອບນີ້, ຄະນະຜູ້ແທນຂອງສອງຝ່າຍຍັງມີຂໍ້ຂັດແຍ້ງກັນທີ່ຮຸນແຮງຈໍານວນໜຶ່ງ.
ພັກ​ຕິ​ສ​ຈາ ​ໄດ້​ຮັບໄຊ​ຊະ​ນະ​ໃນ​ການ​ເລືອກ​ຕັ້ງ​ສະ​ພາ​ແຫ່ງ​ຊາດ​ຮົງ​ກາ​ຣີ

ພັກ​ຕິ​ສ​ຈາ ​ໄດ້​ຮັບໄຊ​ຊະ​ນະ​ໃນ​ການ​ເລືອກ​ຕັ້ງ​ສະ​ພາ​ແຫ່ງ​ຊາດ​ຮົງ​ກາ​ຣີ

ຂ່າວສານຊີອາໄອລາຍງານວ່າ: ຜົນ​ການ​ນັບ​ຄະ​ແນນ​ສຽງ​ທີ່​ຫ້ອງ​ການ​ເລືອກ​ຕັ້ງ​ແຫ່ງ​ຊາດ​ຮົງ​ກາ​ຣີ​ເປີດ​ເຜີຍ​ໃນ​ວັນ​ທີ 12 ເມ​ສາ ຜ່ານມາ​ນີ້​ສະ​ແດງ​ໃຫ້​ເຫັນ​ວ່າ: ພັກ ​ຕິ​ສ​ຈາ ທີ່ນຳ​ພາ​ໂດຍ​ທ່ານ ແມກ​ຢາ ປີ​ເຕີ ໄດ້​ຮັບ​ໄຊ​ຊະ​ນະ​ໃນ​ການ​ເລືອກ​ຕັ້ງ​ສະ​ພາ​ແຫ່ງ​ຊາດ​ທີ່​ຈັດ​ຂຶ້ນ​ໃນ​ມື້​ດຽວ​ກັນ.
ການາດາ ຈະນໍາໃຊ້ AI ເພື່ອເສີມຂະຫຍາຍຄວາມສາມາດໃນການພະຍາກອນອາກາດ

ການາດາ ຈະນໍາໃຊ້ AI ເພື່ອເສີມຂະຫຍາຍຄວາມສາມາດໃນການພະຍາກອນອາກາດ

ຂ່າວຕ່າງປະເທດລາຍງານ ໃນວັນທີ 10 ເມສາ ຜ່ານມາວ່າ: ກະຊວງສິ່ງແວດລ້ອມ ແລະ ການປ່ຽນແປງສະພາບອາກາດຂອງການາດາໄດ້ປະກາດວ່າ, ຈະໃຊ້ປັນຍາປະດິດ (AI) ຄຽງຄູ່ກັບວິທີການພະຍາກອນແບບດັ້ງເດີມ ເພື່ອໃຫ້ສາມາດພະຍາກອນອາກາດໄດ້ຢ່າງຖືກຕ້ອງຫຼາຍຂຶ້ນ.
ກອງປະຊຸມສຸດຍອດອິນເຕີເນັດໂລກ ປະ​ຈຳພາກພື້ນອາຊີ-ປາຊີຟິກປີ 2026

ກອງປະຊຸມສຸດຍອດອິນເຕີເນັດໂລກ ປະ​ຈຳພາກພື້ນອາຊີ-ປາຊີຟິກປີ 2026

ຂ່າວສານຊີອາໄອລາຍງານວ່າ: ໃນຕອນເຊົ້າວັນທີ 13 ເມສາ ນີ້, ພິທີເປີດກອງປະຊຸມສຸດຍອດອິນເຕີເນັດໂລກປະ​ຈຳພາກພື້ນອາຊີ-ປາຊີຟິກປີ 2026 ໄດ້ຈັດຂຶ້ນຢູ່ສູນປະຊຸມ ​ແລະ​ ວາງ​ສະ​ແດງຮົງກົງ. ກອງປະຊຸມຄັ້ງນີ້ຈັດຂຶ້ນເປັນເວລາ 2 ວັນ ຊຶ່ງຈະເນັ້ນ​ໜັກໃສ່ເຕັກໂນໂລຊີນະວັດຕະກຳໃນພາກພື້ນອາຊີ-ປາຊີຟິກ, ​ບຸກ​ທະ​ລຸ​ຂໍ້ຈຳກັດທາງດ້ານພູ​ມີ​ປະ​ເທດ, ຊຸກຍູ້ການແລກປ່ຽນນະວັດຕະກຳດິຈີຕອນ ແລະ ເຕັກໂນໂລຊີທົ່ວໂລກໃຫ້ກ້າວຂຶ້ນສູ່ລະດັບໃໝ່.
ຫວຽດນາມ ເລີ່ມລົງມືກໍ່ສ້າງໂຄງການເສັ້ນທາງລົດໄຟຄວາມໄວສູງ ຮ່າໂນ້ຍ - ກວາງນິງ

ຫວຽດນາມ ເລີ່ມລົງມືກໍ່ສ້າງໂຄງການເສັ້ນທາງລົດໄຟຄວາມໄວສູງ ຮ່າໂນ້ຍ - ກວາງນິງ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນ​ວັນ​ທີ 12 ເມ​ສາ ຜ່ານມາ ແຂວງກວາງ​ນິງ ໄດ້​ສົມ​ທົບ​ກັບ ນະ​ຄອນຫຼວງຮ່າ​ໂນ້ຍ, ຫາຍ​ຟ່ອງ, ບັກ​ນິງ ເລີ່ມ​ລົງ​ມືກໍ່​ສ້າງເສັ້ນ​ທາງ​ລົດ​ໄຟ​ຄວາມ​ໄວ​ສູງ ຮ່າ​ໂນ້ຍ - ກວາງ​ນິງ. ໂດຍການເຂົ້າຮ່ວມຂອງທ່ານ ເລ​ມິງ​ຮຶງ ​ນາ​ຍົກ​ລັດ​ຖະ​ມົນ​ຕີຫວຽດນາມ.
ຍີ່ປຸ່ນ ຕັ້ງເປົ້າໝາຍຈະປ່ອຍນ້ຳມັນສຳຮອງເພີ່ມເຕີມ

ຍີ່ປຸ່ນ ຕັ້ງເປົ້າໝາຍຈະປ່ອຍນ້ຳມັນສຳຮອງເພີ່ມເຕີມ

ຂ່າວຕ່າງປະເທດລາຍງານ ໃນວັນທີ 9 ເມສາ ຜ່ານມາວ່າ: ສື່ມວນຊົນທ້ອງຖິ່ນຂອງຍີ່ປຸ່ນອ້າງອີງແຫຼ່ງຂໍ້ມູນທີ່ກ່ຽວຂ້ອງລາຍງານວ່າ, ກະຊວງອຸດສາຫະກໍາຂອງຍີ່ປຸ່ນກໍາລັງພິຈາລະນາປ່ອຍນໍ້າມັນເພີ່ມເຕີມຈາກຄັງສໍາຮອງຂອງຕົນໃນເດືອນພຶດສະພາ ຊຶ່ງມີປະລິມານເທົ່າກັບການບໍລິໂພກພາຍໃນປະເທດ 20 ມື້, ທ່າມກາງຄວາມບໍ່ແນ່ນອນກ່ຽວກັບການຂົນສົ່ງຜ່ານຊ່ອງແຄບຮໍມຸສ.
ເຂດ​ທົດ​ລອງ​ການ​ຄ້າ​ເສ​ລີ​ຂອງ​ຈີນ​ ເພີ່ມ​ຂຶ້ນ​ເປັນ 23 ແຫ່ງ

ເຂດ​ທົດ​ລອງ​ການ​ຄ້າ​ເສ​ລີ​ຂອງ​ຈີນ​ ເພີ່ມ​ຂຶ້ນ​ເປັນ 23 ແຫ່ງ

ຂ່າວສານຊີອາໄອລາຍງານ ໃນວັນທີ 10 ເມສາ ຜ່ານມາວ່າ: ແຜນ​ລວມ​ກ່ຽວ​ກັບ​ເຂດ​ທົດ​ລອງ​ການ​ຄ້າ​ເສ​ລີ​ຈີນ(ມົງ​ໂກ​ໃນ) ທີ່​ພິມ​ແຈກ​ຢາຍໂດຍ​ຄະ​ນະ​ລັດ​ຖະ​ບານ​ຈີນຫວ່າງບໍ່​ດົນ​ມາ​ນີ້ ໄດ້​ເຜີຍ​ແຜ່​ຕໍ່​ພາຍນອກ​ໃນ​ວັນ​ທີ 9 ເມ​ສາ ຜ່ານມາ ສະ​ແດງ​ໃຫ້​ເຫັນ​ວ່າ, ມາ​ຮອດ​ປັດ​ຈຸ​ບັນ, ເຂດ​ທົດ​ລອງ​ການ​ຄ້າ​ເສ​ລີ​ຂອງ​ຈີນ​ເພີ່ມ​ຂຶ້ນ​ເປັນ 23 ແຫ່ງ.
ກຳປູເຈຍ ຮັບວັດຖຸບູຮານ 20 ອັນ ກັບຄືນປະເທດ

ກຳປູເຈຍ ຮັບວັດຖຸບູຮານ 20 ອັນ ກັບຄືນປະເທດ

ຂ່າວຕ່າງປະເທດລາຍງານໃນວັນທີ 8 ເມສາ ຜ່ານມາວ່າ: ກະຊວງວັດທະນະທຳ ແລະ ວິຈິດສິນຂອງກຳປູເຈຍ ໄດ້ເປີດເຜີຍວ່າ, ວັດຖຸໂບຮານທາງວັດທະນະທຳຂອງກຳປູເຈຍ 20 ອັນ ທີ່ຖືກລັກລອບອອກຈາກປະເທດ ຖືກສົ່ງກັບຄືນມາຈາກຄໍເລັກຊັນສ່ວນຕົວໃນອາຊີ ປະກອບມີຮູບປັ້ນຫີນຊາຍ ແລະ ທອງສຳລິດຕ່າງໆ ຊຶ່ງສ້າງຂຶ້ນໃນສະຕະວັດທີ 11 ຫາ 13, ໂດຍຈຸດເດັ່ນທີ່ສຳຄັນແມ່ນຮູບປັ້ນທີ່ງົດງາມຈາກສະໄໝບາຢົນ ຊຶ່ງເຊື່ອກັນວ່າມີຕົ້ນກຳເນີດຈາກສະຖານທີ່ປະຫວັດສາດນະຄອນທົມ.
ຫວຽດນາມ ສູ້ຊົນປະ​ຕິ​ບັດ​ເປົ້າ​ໝາຍ​ບັນ​ລຸ​ລະ​ດັບ​ເຕີບ​ໂຕ​ເສດ​ຖະ​ກິດ 2 ໂຕ​ເລກ

ຫວຽດນາມ ສູ້ຊົນປະ​ຕິ​ບັດ​ເປົ້າ​ໝາຍ​ບັນ​ລຸ​ລະ​ດັບ​ເຕີບ​ໂຕ​ເສດ​ຖະ​ກິດ 2 ໂຕ​ເລກ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໂດຍ​ສືບ​ຕໍ່​ກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນ​ຄັ້ງ​ປະ​ຖົມ​ມະ​ລືກ, ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ຊຸດ​ທີ 16, ໃນຕ​ອນ​ບ່າຍ​ວັນ​ທີ 9 ເມ​ສາ ຜ່ານມາ ຢູ່ນະຄອນຫຼວງຮ່າ​ໂນ້ຍ, ທ່ານ ເລ​ມິງ​ຮຶງ ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ໄດ້​ສະ​ເໜີ​ບົດ​ລ​າຍ​ງານ​ກ່ຽວ​ກັບ​ການ​ຕີ​ລາ​ຄາ​ເພີ່ມ​ເຕີມ​ໝາກ​ຜົນ​ການ​ປະ​ຕິ​ບັດ​ແຜນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ - ສັງ​ຄົມ ແລະ ງົບ​ປະ​ມານ​​ແຫ່ງ​ລັດ ປີ 2025; ສະ​ພາບ​ການ​ປະ​ຕິ​ບັດແຜນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ - ສັງ​ຄົມ ແລະ ງົບ​ປະ​ມານ​​ແຫ່ງ​ລັດ ປີ 2026.
ຍອດຂາຍລົດໃໝ່ໃນອັງກິດ ບັນລຸສະຖິຕິສູງສຸດໃນຮອບ 6 ປີ

ຍອດຂາຍລົດໃໝ່ໃນອັງກິດ ບັນລຸສະຖິຕິສູງສຸດໃນຮອບ 6 ປີ

ຂ່າວຕ່າງປະເທດລາຍງານ ໃນວັນທີ 8 ເມສາ ຜ່ານມາວ່າ: ສະມາຄົມຜູ້ຜະລິດ ແລະ ຕົວແທນຈຳໜ່າຍລົດຂອງອັງກິດ (SMMT) ເປີດເຜີຍວ່າ: ຍອດຂາຍລົດໃໝ່ຂອງອັງກິດໃນເດືອນມີນາບັນລຸລະດັບສູງສຸດນັບຕັ້ງແຕ່ປີ 2019, ແຕ່ຍອດຂາຍລົດໄຟຟ້າ (EV) ຍັງຄົງຕໍ່າກວ່າເປົ້າໝາຍຂອງລັດຖະບານ.
ເພີ່ມເຕີມ