ຕລຕ ເປັນເຄື່ອງມືທີ່ມີປະສິດທິຜົນໃນການຄຸ້ມຄອງອັດຕາແລກປ່ຽນ

ຕລຕ ເປັນເຄື່ອງມືທີ່ມີປະສິດທິຜົນໃນການຄຸ້ມຄອງອັດຕາແລກປ່ຽນ

ຕລຕ ເປັນເຄື່ອງມືທີ່ມີປະສິດທິຜົນໃນການຄຸ້ມຄອງອັດຕາແລກປ່ຽນ
ຕະຫຼາດແລກປ່ຽນເງິນຕາຕ່າງປະເທດ(ຕລຕ)ເປັນຕະຫຼາດທີ່ສ້າງຕັ້ງຂຶ້ນສອດຄ່ອງກັບກົດໝາຍຄຸ້ມຄອງເງິນຕາຕ່າງປະເທດ ສະບັບປັບປຸງໃນປີ 2022 ມີຄວາມປອດໄພໃນການຊື້-ຂາຍເງິນຕາຕ່າງປະເທດຂອງສັງຄົມ ແລະ ອັດຕາແລກປ່ຽນໃນຕະຫຼາດກໍເປັນທາງເລືອກທີ່ດີໃນການຊື້-ຂາຍເງິນຕາຕ່າງປະເທດ ຊຶ່ງຕ່າງຈາກການຊື້-ຂາຍໃນຕະຫຼາດນອກລະບົບທີ່ບໍ່ຖືກກົດໝາຍ.

 

 

ທ່ານ ນາງ ວັດທະນາ ດາລາລອຍ ຮັກສາການຜູ້ວ່າການທະນາຄານແຫ່ງ ສປປ ລາວ ໄດ້ຕອບຄຳຖາມຂອງບັນດາສະມາຊິກສະພາແຫ່ງຊາດ (ສສຊ) ໃນວັນທີ 10 ມິຖຸນາຜ່ານມາວ່າ: ຕະຫຼາດແລກປ່ຽນເງິນຕາຕ່າງປະເທດ ພາຍຫຼັງໄດ້ຮັບການສ້າງຕັ້ງຂຶ້ນໃນເດືອນສິງຫາ 2024; ເບື້ອງຕົ້ນໄດ້ເປີດໃຫ້ບໍລິການວັນຈັນ-ສຸກ ເວລາ 9:00-14:00 ໃນວົງເງິນ 1,000 ໂດລາ/ມື້ ສໍາລັບບຸກຄົນ ແລະ 50,000 ໂດລາ/ມື້ສໍາລັບນິຕິບຸກຄົນ.ເປັນຕະຫຼາດທີ່ສ້າງຕັ້ງຂຶ້ນສອດຄ່ອງກັບກົດໝາຍຄຸ້ມຄອງເງິນຕາຕ່າງປະເທດ ສະບັບປັບປຸງໃນປີ 2022 ເປັນຕະຫຼາດທີ່ມີຄວາມປອດໄພໃນການຊື້-ຂາຍເງິນຕາຕ່າງປະເທດຂອງສັງຄົມ ແລະ ອັດຕາແລກປ່ຽນໃນຕະຫຼາດກໍເປັນທາງເລືອກທີ່ດີໃນການຊື້-ຂາຍເງິນຕາຕ່າງປະເທດ ຊຶ່ງຕ່າງຈາກການຊື້-ຂາຍໃນຕະຫຼາດນອກລະບົບທີ່ບໍ່ຖືກກົດໝາຍ.ມາຮອດ ເດືອນ 3/2025 ເພື່ອຊຸກຍູ້ຕະຫຼາດໃຫ້ເຄື່ອນໄຫວແຂງແຮງກວ່າເກົ່າ, ທຫລ ໄດ້ຄົ້ນຄວ້າປັບປຸງຂະຫຍາຍກອບເວລາເປັນ 9:00-15:00 ແລະ ໃນວົງເງິນ 2,000 ໂດລາ/ມື້ ສໍາລັບບຸກຄົນ ແລະ 75,000ໂດລາ/ມື້ ສໍາລັບນິຕິບຸກຄົນ ບໍ່ຈໍາກັດວົງເງິນຕໍ່ເດືອນ.

ທ່ານ ນາງ ວັດທະນາ ດາລາລອຍ ໃຫ້ຮູ້ອີກວ່າ: ຕລຕໄດ້ສືບຕໍ່ເຄື່ອນໄຫວ ແລະ ຂະຫຍາຍຕົວຢ່າງຕໍ່ເນື່ອງ ເຫັນໄດ້ຈາກປະລິມານຊື້-ຂາຍເພີ່ມຂຶ້ນຮອດ 718.57% ໃນເດືອນ 5/2025 ເມື່ອທຽບກັບເດືອນ 8/2024, ກວມອັດຕາສ່ວນປະມານ 6-10% ຂອງການຊື້-ຂາຍເງິນຕາຕ່າງປະເທດທັງໝົດໃນລະບົບເສດຖະກິດ.ການພັດທະນາຕະຫຼາດ ຕລຕ ນີ້ ເຫັນວ່າເປັນເຄື່ອງມືທີ່ມີປະສິດທິຜົນໃນການຄຸ້ມຄອງອັດຕາແລກປ່ຽນ ຊຶ່ງສະແດງອອກຄື: ອັດຕາແລກປ່ຽນມີຄວາມສະຫງົບຫຼາຍຂຶ້ນ. ຈາກຄວາມສໍາຄັນ ແລະ ຄວາມຈໍາເປັນເພື່ອສືບຕໍ່ຮັກສາສະຖຽນລະພາບຂອງເງິນກີບ ກໍຄືການຫຼຸດຜ່ອນການແລກປ່ຽນເງິນຕາຕ່າງປະເທດນອກລະບົບໃຫ້ນັບມື້ນັບຫຼຸດລົງ. ດັ່ງນັ້ນ,ທິດທາງໃນການໃຫ້ບໍລິການຂອງ ຕລຕ ໃນຕໍ່ໜ້າ ຈະຄົ້ນຄວ້າການຂະຫຍາຍວັນເປີດບໍລິການຂອງ ຕລຕ ຈາກວັນຈັນ-ສຸກ ມາເປັນ ຈັນ-ອາທິດຊຶ່ງຈະສາມາດອຳນວຍຄວາມສະດວກໃຫ້ການບໍລິການລູກຄ້າທີ່ຍັງມີຄວາມຈໍາເປັນໃນການນໍາໃຊ້ເງິນຕາຕ່າງປະເທດ ແລະ ຫຼຸດຊ່ອງຫວ່າງການເຂົ້າຫາຕະຫຼາດນອກລະບົບໃຫ້ແຄບລົງ. ຂ່າວ: ພູວັນ, ພາບ: ສຸກສະຫວັນ

ຄໍາເຫັນ

ຂ່າວການເມືອງ

ເມືອງພຽງ ເຜີຍ​ແຜ່ ເຊື່ອມຊຶມນິຕິກໍາຂອງພັກ

ເມືອງພຽງ ເຜີຍ​ແຜ່ ເຊື່ອມຊຶມນິຕິກໍາຂອງພັກ

ເມືອງພຽງ ແຂວງໄຊຍະບູລີໄດ້ຈັດພິທີເຜີຍແຜ່, ເຊື່ອມຊຶມນິຕິກໍາຂອງພັກ ແລະ ຜັນຂະຫຍາຍເນື້ອໃນມະຕິກອງປະຊຸມວຽກງານຈັດຕັ້ງ ແລະ ການປົກຄອງ ທົ່ວແຂວງໄຊຍະບູລີ ຄັ້ງທີ VIII ໃນວັນທີ 28 ກັນຍາຜ່ານ​ມາທີ່ເມືອງພຽງໂດຍ​ການ​ເປັນ​ປະ​ທານ​ຂອງສະຫາຍ ຄຳພັນ ຄຳພູບົວ ຮອງເລຂາຄະນະບໍລິຫານງານພັກເມືອງ, ປະທານຄະນະກຳມະການປົກຄອງເມືອງ, ມີບັນດາສະຫາຍ ຮອງເລຂາພັກເມືອງ, ຄະນະປະຈຳພັກເມືອງ, ກຳມະການພັກເມືອງແລະພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມຮັບຟັງ.
ສກລ ເຜີຍແຜ່ຜົນສຳເລັດກອງປະຊຸມໃຫຍ່ຜູ້ແທນກຳມະບານລາວທົ່ວປະເທດ ຄັ້ງທີ IX ຢູ່ແຂວງວຽງຈັນ

ສກລ ເຜີຍແຜ່ຜົນສຳເລັດກອງປະຊຸມໃຫຍ່ຜູ້ແທນກຳມະບານລາວທົ່ວປະເທດ ຄັ້ງທີ IX ຢູ່ແຂວງວຽງຈັນ

ສູນກາງສະຫະພັນກຳມະບານລາວ (ສກລ) ໄດ້ເຄື່ອນໄຫວເຜີຍແຜ່ຜົນສຳເລັດກອງປະຊຸມໃຫຍ່ຜູ້ແທນກຳມະ ບານລາວທົ່ວປະເທດ ຄັ້ງທີ IX ໃຫ້ບັນດາຄະນະກຳມະບານຮາກຖານ ແລະ ສະຫະພັນກຳມະບານແຂວງວຽງຈັນ ໃນວັນທີ 22 ກັນຍານີ້, ທີ່ສະໂມສອນເມືອງວຽງຄໍາ ແຂວງວຽງຈັນ ໂດຍມີທ່ານ ທອງຈັນ ພູມີພັນ ຮອງປະທານຄະນະບໍລິຫານງານສູນກາງສະຫະພັນກຳມະບານລາວ, ມີທ່ານ ໄຜ່ລ້ອມ ສິນນະວົງ ຮອງປະທານສະຫະພັນກຳມະບານແຂວງ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ກອງປະຊຸມໃຫຍ່ສະມາຊິກພັກຄະ​ນະ​ໂຄ​ສະ​ນາ​ອົບ​ຮົມ​ແຂວງ​ຄຳ​ມ່ວນຄັ້ງ​ທີ XII

ກອງປະຊຸມໃຫຍ່ສະມາຊິກພັກຄະ​ນະ​ໂຄ​ສະ​ນາ​ອົບ​ຮົມ​ແຂວງ​ຄຳ​ມ່ວນຄັ້ງ​ທີ XII

ກອງປະຊຸມໃຫຍ່ ສະມາຊິກພັກ ໜ່ວຍພັກຮາກຖານ ຄະນະໂຄສະນາອົບແຂວງຄໍາມ່ວນ ຄັ້ງທີ XII ໄດ້ຈັດຂຶ້ນໃນວັນທີ 21 ກັນຍາ 2026, ໂດຍການເປັນປະທານຂອງ ສະຫາຍ ບຸນເລີງ ເລີດບຸນຊູ ຮອງເລຂາໜ່ວຍພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງຄໍາມ່ວນ, ເປັນກຽດເຂົ້າຮ່ວມມີ ສະຫາຍ ສົມໃຈ ພານີຈັນ ຮອງເລຂາພັກແຂວງ, ຜູ້ຊີ້ນໍາວຽກງານການເມືອງ-ແນວຄິດ, ວຽກງານພັກ-ພະນັກງານ, ທ່ານ ນິກອນ ພົມວົງສາ ເລຂາໜ່ວຍພັກຮາກຖານ, ຮອງຫົວໜ້າຄະນະຈັດຕັ້ງແຂວງ, ມີພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.
ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ຄະນະຈັດຕັ້ງສູນກາງພັກຄັ້ງທີ X

ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ຄະນະຈັດຕັ້ງສູນກາງພັກຄັ້ງທີ X

ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ຄະນະຈັດຕັ້ງສູນກາງພັກຄັ້ງທີ X ໄດ້​ເປີດຂຶ້ນຢ່າງເປັນທາງການ ໃນຕອນເຊົ້າຂອງວັນທີ 14 ກັນຍາ ແລະ ສໍາເລັດໃນວັນດຽວກັນນີ້ ທີ່ສະໂມສອນຫ້ອງວ່າການສູນກາງພັກ, ພາຍໃຕ້ການເປັນປະທານຂອງ ສະຫາຍ ນາງ ສີໃສ ລືເດດມູນສອນ ກໍາມະການກົມການເມືອງສູນກາງພັກ ຄະ​ນະເລຂາທິການສູນກາງພັກ ເລຂາຄະນະພັກ ຫົວໜ້າຄະນະຈັດຕັ້ງສູນກາງພັກ, ໂດຍໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ພົນເອກ ວິໄລ ຫຼ້າຄໍາຟອງ ກໍາມະການກົມການເມືອງສູນກາງພັກ ຜູ້ປະຈໍາການຄະນະເລຂາທິການສູນກາງພັກ, ມີບັນດາສະຫາຍອາດີດການນໍາຂັ້ນສູງຄະນະຈັດຕັ້ງສູນກາງພັກ, ຜູ້ແທນສົມບູນ, ສະຫາຍສະມາຊິກພັກອາວຸໂສບຳນານ ແລະ ແຂກຖືກເຊີນເຂົ້າຮ່ວມ.
ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ຄະນະຈັດຕັ້ງສູນກາງພັກ ຄັ້ງທີ X

ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ຄະນະຈັດຕັ້ງສູນກາງພັກ ຄັ້ງທີ X

ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ຄະນະຈັດຕັ້ງສູນກາງພັກ ຄັ້ງທີ X ໄດ້ເປີດຂຶ້ນຢ່າງເປັນທາງການ ໃນຕອນເຊົ້າຂອງວັນທີ 14 ກັນຍານີ້ ທີ່ສະໂມສອນຫ້ອງວ່າການສູນກາງພັກ, ພາຍໃຕ້ການເປັນປະທານຂອງສະຫາຍ ນາງ ສີໃສ ລືເດດມູນສອນ ກໍາມະການກົມການເມືອງສູນກາງພັກ ຄະນະເລຂາທິ ການສູນກາງພັກ ເລຂາຄະນະພັກ ຫົວໜ້າຄະນະຈັດຕັ້ງສູນກາງພັກ ໂດຍເປັນກຽດເຂົ້າຮ່ວມຂອງ ສະຫາຍ ພົນເອກ ວິໄລ ຫຼ້າຄໍາຟອງ ກໍາມະການກົມການເມືອງສູນກາງພັກ ຜູ້ປະຈໍາການຄະນະເລຂາທິການສູນກາງພັກ, ມີບັນດາສະຫາຍອະດີດການນໍາຂັ້ນສູງຄະນະຈັດຕັ້ງສູນກາງພັກ, ຜູ້ແທນສົມບູນ, ສະຫາຍສະມາຊິກພັກອາວຸໂສບຳນານ ແລະ ແຂກຖືກເຊີນເຂົ້າຮ່ວມ.
ຄຕພ ເຜີຍແຜ່ເຊື່ອມຊຶມເອກະສານສໍາຄັນຂອງພັກຂອງຊາດ

ຄຕພ ເຜີຍແຜ່ເຊື່ອມຊຶມເອກະສານສໍາຄັນຂອງພັກຂອງຊາດ

ໃນວັນທີ3ກັນຍານີ້ ທີ່ ສໍານັກງານຄະນະພົວພັນຕ່າງປະເທດສູນກາງພັກ (ຄຕພ) ໄດ້ຈັດປາຖະກະຖາເຜີຍແຜ່, ເຊື່ອມຊຶມວັນຢຶດອຳນາດ ຄົບຮອບ 81 ປີ (23/8/1945-23/8/2026) ແລະ ຄົບຮອບ 51 ປີ (23/8/1975-23/8/2026); ວັນລັດຖະທໍາມະນູນແຫ່ງ ສປປ ລາວ ຄົບຮອບ 35 ປີ (15/8/1991-15/8/2026) ໃຫ້ກຽດເປັນປະທານໂດຍ ສະຫາຍ ບຸນເຫຼືອ ພັນດານຸວົງ ກໍາມະການສູນກາງພັກເລຂາຄະນະບໍລິຫານງານພັກຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ; ມີບັນດາສະຫາຍໃນຄະນະບໍລິຫານງານພັກ, ຄະນະກົມ, ພ້ອມດ້ວຍພະນັກງານຫຼັກແຫຼ່ງ ຂອງ ຄະນະພົວພັນຕ່າງປະເທດສູນກາງພັກ ເຂົ້າຮ່ວມຢ່າງພ້ອມພຽງ.
ໂຮງຮຽນທະຫານຊາຍແດນ 712 ເຜີຍແຜ່ເຊື່ອມຊຶມມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ

ໂຮງຮຽນທະຫານຊາຍແດນ 712 ເຜີຍແຜ່ເຊື່ອມຊຶມມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ

ໂຮງຮຽນທະຫານຊາຍແດນ 712 ຈັດພິທີເຜີຍແຜ່, ເຊື່ອມຊຶມມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ຂຶ້ນໃນວັນທີ 2 ກັນຍາຜ່ານມາ, ໂດຍການເປັນປະທານຂອງສະຫາຍ ພັນເອກ ຂຽນທອງ ໄຊສົມບູນ ຫົວໜ້າການທະຫານ ໂຮງຮຽນທະຫານຊາຍແດນ 712, ມີຄະນະພັກ-ຄະນະບັນຊາ, ບັນດາພະແນກການ, ກອງພັນນັກຮຽນ ແລະ ພະນັກງານ-ນັກຮົບເຂົ້າຮ່ວມ.
ວປກ ເຜີຍແຜ່ເຊື່ອມຊຶມມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ

ວປກ ເຜີຍແຜ່ເຊື່ອມຊຶມມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ

ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ (ວປກ) ໄດ້ເຜີຍແຜ່ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ໃນວັນທີ 2 ກັນຍານີ້, ໂດຍການເປັນປະທານຂອງສະຫາຍ ພົນຈັດຕະວາ ສອນໄຊ ຈັນຍາລາດ ກຳມະການສຳຮອງສູນກາງພັກ ຫົວໜ້າການເມືອງ ວປກ, ມີຄະນະພັກ-ຄະນະບັນຊາ, ຄະນະກົມ, ຫ້ອງການ ພ້ອມດ້ວຍພະນັກງານຫຼັກແຫຼ່ງເຂົ້າຮ່ວມ.
ຫສພ ເຊື່ອມຊຶມເນື້ອໃນກອງປະຊຸມວຽກງານກວດກາທົ່ວປະເທດ ຄັ້ງທີ V ແລະ ເອກກະສານສຳຄັນຂອງພັກ

ຫສພ ເຊື່ອມຊຶມເນື້ອໃນກອງປະຊຸມວຽກງານກວດກາທົ່ວປະເທດ ຄັ້ງທີ V ແລະ ເອກກະສານສຳຄັນຂອງພັກ

ຫ້ອງວ່າການສູນກາງພັກ (ຫສພ) ໄດ້ຈັດກອງປະຊຸມເຜີຍແຜ່ເຊື່ອມຊຶມ ເນື້ອໃນກອງປະຊຸມວຽກງານກວດກາທົ່ວປະເທດ ຄັ້ງທີ V ແລະ ເອກະສານສຳຄັນ ຂອງພັກ ຂຶ້ນໃນວັນທີ 2 ກັນຍານີ້ ທີ່ ຫສພ ໂດຍການເປັນປະທານ ແລະ ເຜີຍແຜ່ເອກະສານດັ່ງກ່າວ ຂອງ ທ່ານ ຜາຄໍາ ອິນແສງ ກໍາມະການສູນກາງພັກ ຄະນະປະຈໍາພັກ ຮອງຫົວໜ້າຫ້ອງວ່າການສູນກາງພັກ, ມີຄະນະບໍລິຫານງານພັກ, ຄະນະກວດກາອົງຄະນະພັກ, ຄະນະກົມ, ຄະນະພະແນກ ແລະ ພະນັກງານ - ລັດຖະກອນ ທີ່ຮັບຜິດຊອບວຽກງານກວດກາ ພາຍໃນຫ້ອງວ່າການສູນກາງພັກເຂົ້າຮ່ວມຢ່າງພ້ອມພຽງ.
ເປີດກອງປະຊຸມໃຫຍ່ສະມາຊິກພັກ ອົງຄະນະພັກ ຄລທ ຄັ້ງທີ I

ເປີດກອງປະຊຸມໃຫຍ່ສະມາຊິກພັກ ອົງຄະນະພັກ ຄລທ ຄັ້ງທີ I

ກອງປະຊຸມໃຫຍ່ ສະມາຊິກພັກ ອົງຄະນະພັກ ຄະນະກໍາມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ (ຄລທ) ຄັ້ງທີ I ເປີດຂຶ້ນຢ່າງເປັນທາງການ ໃນວັນທີ 31 ສິງຫານີ້, ພາຍໃຕ້ການເປັນປະທານຂອງ ສະຫາຍ ນາງ ພອນວັນ ອຸທະວົງ ເລຂາຄະນະບໍລິຫານງານພັກ ຄລທ ຮອງລັດຖະມົນຕີ ຮອງປະທານ ຄລທ ຜູ້ປະຈໍາການ, ໃຫ້ກຽດເຂົ້າຮ່ວມ ໂດຍ ສະຫາຍ ສະເຫຼີມໄຊ ກົມມະສິດ ກໍາມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ຜູ້ປະຈໍາການລັດຖະບານ ປະທານຄະນະກໍາມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ, ມີບັນດາສະຫາຍກໍາມະການສົມບູນ, ສໍາຮອງສູນກາງພັກ, ການນໍາຂັ້ນສູງ ຈາກກະຊວງ, ອົງການ, ສະຫາຍເລຂາຄະນະບໍລິຫານງານພັກ, ຮອງເລຂາຄະນະບໍລິຫານງານພັກ, ຄະນະບໍລິຫານງານພັກ, ຄະນະໜ່ວຍພັກ ແລະ ສະມາຊິກພັກຂອງບັນດາໜ່ວຍພັກທີ່ຂຶ້ນກັບອົງຄະນະພັກ ຄລທ, ຕາງໜ້າບັນດາກະຊວງ ແລະ ອົງການທຽບເທົ່າອ້ອມຂ້າງ ທັງສູນກາງ ແລະ ນະຄອນຫຼວງວຽງຈັນ ເຂົ້າຮ່ວມ ຢ່າງພ້ອມພຽງ.
ເພີ່ມເຕີມ