ຕົວແທນຈໍາໜ່າຍແລະທົດລອງນຳໃຊ້ປຸ໋ຍກາຫົວຄວາຍທີ່ແຂວງສະຫວັນນະເຂດ

ຕົວແທນຈໍາໜ່າຍແລະທົດລອງນຳໃຊ້ປຸ໋ຍກາຫົວຄວາຍທີ່ແຂວງສະຫວັນນະເຂດ
ບໍລິສັດ ໄພບູນ ການຄ້າ ຂາອອກ-ຂາເຂົ້າ ຈຳກັດໄດ້ສົມທົບກັບ ບໍລິສັດ ຫຸ້ນສ່ວນ ປຸ໋ຍບິ່ງດ່ຽນ ໄດ້ເປີດພິທີເຊັນສັນຍາແຕ່ງຕັ້ງຕົວແທນຈໍ່າໜ່າຍ ປຸ໋ຍກາຫົວຄວາຍ ຢູ່ ສປປ ລາວຂຶ້ນ ໃນວັນທີ 24 ຕຸລານີ້, ທີ່ເມືອງອຸທຸມພອນ, ແຂວງສະຫວັນນະເຂດ. ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ທອງໃສ ໄຊຍະວົງຄຳດີ ເຈົ້າເມືອງອຸທຸມພອນ, ທ່ານ ໂງ ວັນດົງ ຜູ້ອຳນວຍການໃຫຍ່ບໍລິສັດ ປຸ໋ຍບິ່ງດ່ຽນ, ທ່ານ ບຸນທອງ ພົມມະຈັນ ຫົວໜ້າຄະນະໂຄສະນາອົບຮົມ ໜ່ວຍພັກກຸ່ມບໍລິສັດພົງສະຫວັນ, ທ່ານ ນາງ ອຸໄລວັນ ຜູ້ອຳນວຍການ ໄພບູນ ການຄ້າ ຂາອອກ-ຂາເຂົ້າ ຈຳກັດ, ຕາງໜ້າ ກະຊວງກະສິກຳ ແລະ ປ່າໄມ້, ຕາງໜ້າ ສະພາແຫ່ງຊາດ, ຕາງໜ້າ ແລະ ພະແນກການອ້ອມຂ້າງແຂວງສະຫວັນນະເຂດ ແລະ ພາກສ່ວນກ່ຽວຂ້ອງເຂົ້າຢ່າງພ້ອມພຽງ; ຈຸດປະສົງແມ່ນ ເພື່ອໂຄສະນາເຜີຍແຜ່ຜົນໄດ້ຮັບ ຂອງການນຳໃຊ້ປຸ໋ຍກາຫົວຄວາຍ ໃຫ້ວິຊາການ ແລະ ຊາວກະສິກອນໄດ້ຮັບຊາບ ແລະ ເຫັນຕົວຈິງ ໝາກຜົນຂອງການໃສ່ປຸ໋ຍກາຫົວຄວາຍໃນທົ່ງນາທຽບໃສ່ການຜະລິດທົ່ວໄປ ໃນເຂດອ້ອມຂ້າງ ແລະ ຊ່ວຍຊາວກະສິກອນໃຫ້ເຂົ້າເຖິງເຕັກໂນໂລຊີ ປຸ໋ຍກາຫົວຄວາຍ ທີ່ຜະລິດໂດຍ ບໍລິສັດ ຫຸ້ນສ່ວນ ປຸ໋ຍ ບິງດ່ຽນ ຊຶ່ງແມ່ນປຸ໋ຍທີ່ຄອງຕະຫຼາດອັນດັບໜຶ່ງ ແລະ ໄດ້ຮັບໂລ້ກຽດຕິຍົດ ຫຼາຍປີຊ້ອນ ຂອງ ສສ ຫວຽດນາມ. ໃນງານດັ່ງກ່າວ ຜູ້ເຂົ້າຮ່ວມໄດ້ ລົງຢ້ຽມຊົມນາຕົວແບບການນໍາໃຊ້ປຸ໋ຍກາຫົວຄວາຍ ຂອງຄອບຄົວ ທ່ານ ທອງເຄືອ ຊາວນາບ້ານນາຫົວຂົວ, ຊຶ່ງເປັນຕົວແທນ ຂອງຊາວນາເຂົ້າຮ່ວມໂຄງການ ໄດ້ລາຍງານກ່ຽວກັບການທົດລອງສ້າງຕົວແບບການໍາໃຊ້ຝຸ່ນກາຫົວຄວາຍ.ໃນພິທີດັ່ງກ່າວທ່ານບຸນທອງພົມມະຈັນຫົວໜ້າຄະນະໂຄສະນາອົບຮົມໜ່ວຍພັກກຸ່ມບໍລິສັດພົງສະຫວັນ, ຄະນະຊີ້ນໍາກອງທຶນສາມັກຄີສນຊ ຕາງໜ້າໃຫ້ບໍລິສັດໄພບູນການຄ້າຂາອອກ-ຂາເຂົ້າຈຳກັດໄດ້ຂຶ້ນລາຍງານສະຫຼຸບການຈັດຕັ້ງປະຕິບັດສາທິດທົດລອງການນໍາໃຊ້ປຸ໋ຍກາຫົວຄວຍໃສ່ນາເຂົ້າ,ຜູ້ອຳນວຍການໃຫຍ່ບໍລິສັດຫຸ້ນສ່ວນປຸ໋ຍບິງດ່ຽນຈໍາກັດ ໄດ້ຂຶ້ນມີຄຳເຫັນກ່ຽວການຮ່ວມມືກັບບໍລິສັດໄພບູນການຄ້າຂາອອກ-ຂາເຂົ້າຈຳກັດ, ການຜະລິດ ແລະ ຈໍາໜ່າຍປຸ໋ຍກາຫົວຄວາຍໃນພາກພື້ນອາຊີຕາເວັນອອກສ່ຽງໃຕ້, ຜະລິດຕະພັນປຸ໋ຍກາຫົວຄວາຍ, ໃນນັ້ນຍັງມີການຖາມ-ຕອບບັນຫາ ແລະ ການປະກອບຄຳເຫັນຂອງຫຼາຍພາກສ່ວນເຊັ່ນ: ພະນແນກກະສິກຳແລະ ປ່າໄມ້ແຂວງ, ບໍລິສັດສະຫວັນສົ່ງເສີມການຜະລິດກະສິກຳເປັນສິນຄ້າ, ນອກຈາກນັ້ນ ກໍໄດ້ລົງຢ້ຽມຢາມນານຳໃຊ້ປຸ໋ຍກາຫົວຄວາຍ ຂອງ ທ່ານ ທອງເຄືອ, ຮັບຊົມວິດີໂອ, ຮູບພາບການເຄື່ອນໄຫວເຮັດນາຕົວແບບການນຳໃຊ້ຝຸ່ນກາຫົວຄວາຍ ແລະ ມີການວາງສະແດງຕົວຢ່າງສູດປຸ໋ຍກາຫົວຄວາຍຂອງບໍລິສັດຫຸ້ນສ່ວນປຸ໋ຍບິງດ່ຽນຈຳກັດ.
ທ່ານ ບຸນທອງ ພົມມະຈັນໄດ້ກ່າວວ່າ: ການສ້າງຕົວແບບທົດລອງນໍາໃຊ້ຝຸ່ນກາຫົວຄວາຍ ສໍາລັບການປູກເຂົ້າ ໃນລະດູນາປີ 2023 ໄດ້ດຳເນີນ ຢູ່ ບ້ານໂພນທອງ ເມືອງຈຳພອນ, ບ້ານ ຕົ້ນແຫນ ເມືອງໄຊບູລີ, ບ້ານນາຫົວຂົວ ແລະ ບ້ານອາຮົງ ເມືອງອຸທຸມພອນ ຊຶ່ງເປັນເຂດຊົນລະປະທານ ແລະ ນາໂນນ ນານໍ້າຝົນ ຕົວແທນໃຫ້ແກ່ທົ່ງພຽງອູ່ເຂົ້າອູ່ປາຂອງແຂວງສະຫວັນນະເຂດ. ການທົດລອງດັ່ງກ່າວໃຊ້ເນື້ອທີ່ທັງໝົດ 4,3 ເຮັກຕາ ຫຼື ປະມານ 1 ເຮັກຕາຕໍ່ຈຸດ, ໃຊ້ແນວພັນເຂົ້າໜຽວ 4 ແນວພັນ ເຊັ່ນ: ທ່າດອກຄຳ 8, ຫອມທ່າດອກຄຳນໍ້າຕານ ແລະ ທ່າສະໂນ 11 ແລະ ເຂົ້າຈ້າວຫອມສະຫວັນ ຊຶ່ງເປັນເຂົ້າພັນປັບປຸງທີ່ນິຍົມປູກຢ່າງກວ້າງຂວາງ ຂອງ ສປປ ລາວ ແລະ ມີຊາວນາເຂົ້າຮ່ວມ 7 ຄອບຄົວ. ສຳລັບ ຢູ່ເມືອງອຸທຸມພອນ ມີ 2ບ້ານຄື: ບ້ານນາຫົວຂົວ ແລະ ບ້ານອາຮົງ ມີຊາວກະສິກອນເຂົ້າຮ່ວມ 2 ຄອບຄົວ, ໃຊ້ເນື້ອທີ່ທັງມົດ 2 ເຮັກຕາ ຫຼື 1 ເຮັກຕາ/ບ້ານ, ໃຊ້ແນວພັນເຂົ້າຈ້າວຫອມສະຫວັນ ແລະ ເຂົ້າໜຽວທ່າສະໂນ 11 ຊຶ່ງເປັນແນວພັນເຂົ້າ ຂອງແຂວງສະຫວັນນະເຂດ ແລະ ນໍາໃຊ້ຢ່າງກວ້າງຂວາງຂອງຊາວກະສິກອນ. ຊຶ່ງການສ້າງຕົວແແບບດັ່ງກ່າວ ຊາວນາໄດ້ ສະມັກໃຈປະຕິບັດຕາມ ການແນະນຳທາງດ້ານເຕັກນິກ ຂອງບໍລິສັດ ແລະ ຝ່າຍບໍລິສັດ ໄດ້ໃຫ້ການສະໜັບສະໜູນດັ່ງນີ້: ບໍລິສັດ ຫຸ້ນສ່ວນ ປຸ໋ຍ ບິ່ງດ່ຽນ ສາຂາກວາງຈີ ໄດ້ສະໜອງຝຸ່ນເຄມີກາຫົວຄວາຍ ເພື່ອຮັບໃຊ້ການສ້າງຕົວແບບການນຳໃຊ້ ມີທັງ 39 ເປົາ, ນໍ້າໜັກ 1.950 ກິໂລ, ໃຫ້ 7 ຄອບຄົວທີ່ເຂົ້າຮ່ວມໂຄງການ. ສຳລັບ ເມືອງອຸທຸມພອນ ມີ 16 ເປົາ 800 ກິໂລ, ໃນນັ້ນ ມີຝຸ່ນເຄມີ ສູດ 19-12-6-8+ທາດອາຫານເສີມ ຈຳນວນ 12 ເປົາ ແລະ ສູດ 16-6-18+ທາດອາຫານເສີມ 4ເປົາ. ການນໍາໃຊ້ແມ່ນໄດ້ຄິດໄລຕາມເນື້ອທີ່ນາແຕ່ລະໄຮ່ ດ້ວຍອັດຕາຝຸ່ນປະມານ 400 ກິໂລ/ເຮັກຕາ (ໃສ່ຮອງພື້ນ 150 ກິໄລ/ເຮັກຕາ, ໃສ່ເລັ່ງຄັ້ງທີ 1 ຈຳນວນ 150 ກິໂລ ແລະ ເລັ່ງຄັ້ງທີ 2 ຈຳນວນ 100 ກິໂລ) ແລະ  ບໍລິສັດ ໄພບູນ ການຄ້າ ໄດ້ສະໜອງແນວພັນເຂົ້າ ທ່າດອກຄຳ 8 ໃຫ້ຊາວກະສິກອນ 120 ກິໂລ ຊຶ່ງທັງ 2 ຝ່າຍ ໄດ້ສົ່ງວິຊາການລົງສົມທົບ ແນະນໍາວິທີການໃສ່ຝຸ່ນໃຫ້ຊາວກະສິກອນ ແຕ່ລະຈຸດແມ່ນ 3 ຄັ້ງຄື: ໄລຍະໃສ່ຝຸ່ນຮອງພື້ນ ກ່ອນປັກດຳ ຫຼັງຄາດ, ໄລຍະປະມານ 25-35 ວັນຫຼັງປັກດຳ ແລະ ໄລຍະຈໍ່ຮວງ ແລະ ຕິດຕາມໃຫ້ຄໍາແນະນໍາ ນອກຈາກນັ້ນ ຫ້ອງການກະສິກໍາ ແລະ ປ່າໄມ້ ເມືອງ ໄຊບູລີ ແລະ ເມືອງຈຳພອນ ກໍໄດ້ແຕ່ງຕັ້ງວິຊາການປູກຝັງ ເມືອງລະ 2 ທ່ານ ລົງຕິດຕາມຊຸກຍູ້ ແລະ ເຂົ້າຮ່ວມໃສ່ຝຸ່ນຕາມແຜນວຽກ ຂອງການທົດລອງ. ສຳລັບເມືອງອຸທຸມພອນ ແມ່ນ ບໍລິສັດສະຫວັນສົ່ງເສີມການຜະລິດເປັນສິນຄ້າຈຳກັດເປັນຜູ້ລົງຕິດຕາມຊຸກຍູ້.ໃນວັນທີ 5-6 ຕຸລາ 2023 ຜ່ານມາ ໄດ້ຈັດພິທີສະຫຼຸບ ແລະ ຢ້ຽມຢາມ ນາຕົວແບບການນໍາໃຊ້ຝຸ່ນກາຫົວຄວາຍຢູ່ເມືອງ ຈຳພອນ ແລະ ເມືອງໄຊບູລີ ປັດຈຸບັນໄດ້ເກັບກ່ຽວສຳເລັດແລ້ວເຫັນວ່າ ເຂົ້າແຕ່ລະສາຍພັນ ມີການເຕີບໂຕແຂງແຮງດີ, ຂຽວງາມ, ແຕກກໍສູງ. ທຽບໃສ່ການຜະລິດຜ່ານມາ ແລະ ຊາວນາອ້ອມຂ້າງເຫັນວ່າໄດ້ຮັບຜົນຜະລິດສູງ ເມັດເຕັມບໍ່ລີບ ເມັດສວຍງາມກວ່າຫຼາຍ, ໄດ້ຜົນຜະລິດ ລື່ນປີຜ່ານມາ ປະມານ 600-900 ກິໂລ/ເຕັກຕາ. ສຳລັບເຂົ້າທ່າສະໂນ 11 ແລະເຂົ້າຈ້າວຫອມສະຫວັນ ຢູ່ ເມືອງອຸທຸມພອນ ກໍເຕີບໂຕແຂງແຮງ ແລະ ເມື່ອທຽບໃສ່ 2 ເມືອງຜ່ານມາເຫັນວ່າ ງາມຫຼາຍ, ຄອບຄົວຊາວນາປະເມີນເບື້ອງຕົນຈະໄດ້ເຂົ້າຫຼາຍກ່ວາປີຜ່ານມາ; ໃນພິທີເຊັນສັນຍາແຕ່ງຕັ້ງຕົວແທນຈໍ່າໜ່າຍປຸ໋ຍກາຫົວຄວາຍຢູ່ ສປປ ລາວຝ່າຍບໍລິສັດໄບູນການຄ້າຂາອອກ-ຂາເຂົ້າຈໍາກັດ ລົງນາມໂດຍ ທ່ານ ນາງ ອຸໄລວັນ ຜູ້ອຳນວຍການບໍລິສັດ, ຝ່າຍບໍລິສັດຫຸ້ສ່ວນປຸ໋ຍບິງດ່ຽນຈຳກັດ ລົງນາມໂດຍ ທ່ານ ດົງຫົງຫ໋ຽນ ຜູ້ອຳນວຍການບໍລິສັດຫຸ້ສ່ວນປຸ໋ຍບິງດ່ຽນຈຳກັດສາຂາກວາງຈີ. (ຂ່າວ-ພາບ:ພັດລໍວັນໄຊ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູ ຈຳກັດ ຮ່ວມມກັບ ຫໍສະໝຸດ ແຂວງຫຼວງພະບາງ,ໄດ້ນຳເອົາອຸປະ ກອນສົ່ງເສີມການອ່ານ,ເຄື່ອງສຸຂະອະນາໄມ,ປຶ້ມຂຽນ ແລະ ອື່ນໆ,ລວມມີມູນຄ່າທັງໝົດ 14 ລ້ານກີບ ມາມອບໃຫ້ແກ່ ນ້ອງນັກຮຽນໂຮງຮຽນປະຖົມສົມບູນບ້ານຫາດຄີບ,ເມືອງງອຍ,ແຂວງຫຼວງພະບາງ.
ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ວັນທີ 17 ທັນວາຜ່ານມາ ຢູ່ທີ່ສະໂມສອນເມືອງຫຼວງນ້າທາ ແຂວງຫຼວງນໍ້າທາ ໄດ້ຈັດພິທີເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ ເປັນສິ້ນຄ້າຢູ່ເມືອງຫຼວງນ້ຳທາ ໂດຍການເຂົ້າຮ່ວມຂອງ ທ່ານ ສີຈັນ ລໍທອງໂຫຼຍ ຮັກສາການຮອງເຈົ້າເມືອງຫຼວງນໍ້າທາ ຜູ້ຊີ້ນໍາວຽກງານເສດຖະກິດຂັ້ນເມືອງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ອີງຕາມການປະກາດຄໍາສັ່ງຂອງ ທ່ານ ໂດນັນ ທຣໍາ, ປະທານາທິບໍດີ ແຫ່ງ ສະຫະລັດ ອາເມຣິກາ ໃນວັນທີ 16 ທັນວາ 2025 ກ່ຽວກັບ ການຈັດຕັ້ງປະຕິບັດມາດຕະການຈໍາກັດ ແລະ ເພີ່ມຄວາມເຂັ້ມງວດຕໍ່ການອອກວີຊາ ເຂົ້າ-ອອກ ສະຫະລັດ ອາເມຣິກາ ສຳລັບພົນລະເມືອງຈາກບາງປະເທດ.
ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ເມື່ອບໍ່ດົນຜ່ານມານີ້, ທີ່ ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໃນຖານະຈຸດປະສານງານ ກໍຄື ກອງເລຂາຄະນະຊີ້ນໍາລະດັບຊາດ ເພື່ອການຈັດຕັ້ງປະຕິບັດແຜນດໍາເນີນງານ ສປຊ ສໍາລັບປະເທດດ້ອຍພັດທະນາໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບພາກສ່ວນເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມ, ໂດຍການເປັນປະທານຂອງ ທ່ານ ນ. ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ຊຶ່ງມີຜູ້ເຂົ້າຮ່ວມຈາກສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ບັນດາບໍລິສັດເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມລວມທັງໝົດປະມານ 100 ທ່ານ.
ສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ IV ສຳເລັດກອງປະຊຸມທ້າຍສະໄໝ

ສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ IV ສຳເລັດກອງປະຊຸມທ້າຍສະໄໝ

ກອງປະຊຸມທ້າຍສະໄໝ ຂອງສະພາປະຊາຊົນແຂວງ ຊຸດທີ IV ໄດ້ສຳເລັດໃນຕອນບ່າຍຂອງວັນທີ 17 ທັນວາ 2025 ພາຍຫຼັງໄດ້ດໍາເນີນມາເປັນເວລາ 2 ວັນເຕັມ. ເຊີ່ງໄດ້ຄົ້ນຄວ້າ, ພິຈາລະນາ ແລະ ຮັບຮອງ ເອົາບັນດາວຽກງານສຳຄັນພື້ນຖານຂອງແຂວງ ຫຼາຍບັນຫາ.
ນະຄອນຫຼວງວຽງຈັນ ສົ່ງເສີມກຸ່ມການຜະລິດຫຼຸດຜ່ອນການນໍາເຂົ້າ

ນະຄອນຫຼວງວຽງຈັນ ສົ່ງເສີມກຸ່ມການຜະລິດຫຼຸດຜ່ອນການນໍາເຂົ້າ

ວຽກງານກະສິກໍາແມ່ນວຽກງານໜຶ່ງທີ່ມີຄວາມສໍາຄັນຍິ່ງ ເພື່ອຮັບປະກັນຊີວິດການເປັນຢູ່ຂອງຄົນໃນສັງຄົມ ໃຫ້ມີອາຫານພຽງພໍ, ຄຽງຄູ່ກັນນັ້ນ ພັກ, ລັດ ຍັງຊຸກຍູ້ສົ່ງເສີມປວງຊົນ ອອກແຮງຜະລິດໃຫ້ຫຼາຍ ແລະ ສົ່ງອອກ ສ້າງລາຍຮັບເຂົ້າຄອບຄົວ ກໍຄືປະເທດຊາດ.
ປິດຊຸດອົບຮົມວິຊາຊີບຕັດຫຍິບ ສໍາລັບໄວໜຸ່ມຍິງ ພິການ ແລະ ດ້ອຍໂອກາດ

ປິດຊຸດອົບຮົມວິຊາຊີບຕັດຫຍິບ ສໍາລັບໄວໜຸ່ມຍິງ ພິການ ແລະ ດ້ອຍໂອກາດ

ວັນທີ 18 ທັນວາ 2025ນີ້, ສູນພັດທະນາແມ່ຍິງບັນດາເຜົ່າ ແຂວງເຊກອງ ໄດ້ຈັດພິທີປິດຊຸດອົບຮົມວິຊາຊີບຕັດຫຍິບ ພາກປົກກະຕິ ຊຸດທີ XIX ສໍາລັບໄວໜຸ່ມເພດຍິງ ທີ່ມີຄວາມພິການ ແລະ ດ້ອຍໂອກາດ ໂດຍທ່ານ ນາງ ເພັດດາແກ້ວ ພົນສາລາດ ຮອງປະທານສະຫະພັນແມ່ຍິງແຂວງເຊກອງ, ມີທ່ານ ນາງ ສຸກອຸລາ ວັນນະວົງ ຜູ້ບໍລິຫານໂຄງການສ້າງຄວາມເຂັ້ມແຂງດ້ານຮັກສາສຸຂະພາບ ແລະ ພັດທະນາຊຸມຊົນແບບມີສ່ວນຮ່ວມ (SFE), ມີຄະນະຮັບຜິດຊອບຊຸດອົບຮົມ ແລະ ຄູຝຶກ ເຂົ້າຮ່ວມ.
ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງວຽງຈັນ

ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງວຽງຈັນ

ເມືອງວຽງຄຳ ແຂວງວຽງຈັນ ໄດ້ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງ ສະໄໝທີ VII ຂຶ້ນໃນວັນທີ 18 ທັນວານີ້ ທີ່ຫ້ອງປະຊຸມເມືອງ, ໂດຍການເປັນປະທານຂອງ ສະຫາຍ ພູທະນູເພັດ ໄຊສົມບັດ ເລຂາຄະນະບໍລິຫານງານພັກແຂວງວຽງຈັນ.
ເພີ່ມເຕີມ