TPLUS DIGITAL ຮັບລາງວັນ ASian Technology Excellence Awards 2025

TPLUS DIGITAL ຮັບລາງວັນ ASian Technology Excellence Awards 2025

TPLUS DIGITAL ຮັບລາງວັນ ASian Technology Excellence Awards 2025
ວິຖີຊີວິດຍຸກດ້ານດີຈີຕອນໃນລາວໄດ້ຖືກຍອມຮັບແລະຂະຫຍາຍເພີ່ມຂື້ນ.ບໍລິສັດ TPLUS ດີຈີຕອນ ຈຳກັດ ໄດ້ຮັບລາງວັນລາວເຕັກໂນໂລຊີດີເລີດໃນປະເພດດີຈີຕອນ-ໂທລະຄົມ ໃນງານ Asian Technology Excellence Awards 2025. ລາງວັນນີ້ສະທ້ອນໃຫ້ເຫັນເຖິງຄວາມມານະພະຍາຍາມຂອງບໍລິສັດໃນການພັດທະນາພາບຫຼັກເປັນ TPLUS Digital Lifestyle, ຊຶ່ງລວມເອົາຄອນເທັນເນື້ອຫາການບັນເທີງ, ກິລາແລະລະບົບນິເວດດີຈີຕອນທີ່ຄົບຊຸດສຳລັບຜູ້ບໍລິໂພກຂອງລາວ.

 

ໃນຄໍ່າຄືນວັນທີ 18 ກັນຍາ ຜ່ານມາ TPLUS DIGITAL SOLE CO., LTDນຳໂດຍ ທ່ານ ທອນແກ້ວ ສີຫາວົງ ຜູ້ອຳນວຍການບໍລີສັດທີພັດສດີຈີຕອນຈຳກັດ,ທ່ານ ນາງ ອະລຸນີ ພັນພິພັດ ຮອງຜູ້ອຳນວຍການຂະແໜງການເງິນ ແລະ ທ່ານ ພະນາວຸດ ພົງສຳພັນ ຮອງຜູ້ອຳນວຍການຂະແໜງບໍລິຫານ ພ້ອມກັບຄະນະຜູ້ບໍລິຫານໄດ້ເຂົ້າຮ່ວມຮັບລາງວັນຈາກການປະກວດຜົນງານ Technology ທີ່ສຸດຍອດແຫ່ງເອເຊຍ, ພາຍໃຕ້ຊື່ງານ The Asian Technology Excellence Awards ປະຈຳປີ 2025ຈັດໂດຍ The Asian Business Review ທີ່ ບາງກອກ ປະເທດໄທ ຊຶ່ງເປັນໂຄງການປະກວດລະດັບພູມມິພາກເອເຊຍ ຄັດເລືອກບໍລິສັດທີ່ມີນະວັດຕະກຳ ແລະ ເຕັກໂນໂລຊີທີ່ໂດດເດັ່ນ ໄດ້ມາດຕະຖານ ແລະ ເປັນຜູ້ນຳໃນການພັດທະນາເທັກໂນໂລຊີ ມາໃຊ້ໃນການປ່ຽນແປງຂະບວນການທຸລະກິດໃຫ້ເກີດມີປະສິດທິພາບເຂົ້າຮ່ວມການແຂ່ງຂັນໂດຍບໍລິສັດຊັ້ນນຳທົ່ວພູມມິພາກເອເຊຍ.

ສຳລັບລາງວັນແຫ່ງຄວາມພາກພູມໃຈທີ່ບໍລິສັດ TPLUS DIGITAL SOLE CO., LTDໄດ້ຮັບນັ້ນກໍຄືDIGITAL - TELECOMMUNICATIONປະຈຳປີ 2025.ໂຄງການດັ່ງກ່າວໄດ້ສຸມໃສ່ການນໍາເອົາຄວາມບັນເທີງລະຫວ່າງປະເທດມາສູ່ຕະຫຼາດທ້ອງຖິ່ນໂດຍຜ່ານການຮ່ວມມື ຄູ່ຮ່ວມທຸລະກິດ ແລະ franchise ທົ່ວໂລກ. ຄູ່ຮ່ວມງານທີ່ສໍາຄັນປະກອບມີສະໂມສອນບານເຕະ Borussia Dortmundຈາກເຢຍລະມັນ, Universal Studio ຈາກສະຫະລັດອາເມຣິກາ ໃນເລື່ອງ Minions The Rise of Gruແລະເຈົ້າຂອງMobile Legends Bang BangMoontonຂອງ ສປ ຈີນ. ໃນປະເທດລາວ, ໃນນາມບໍລິສັດໃນເຄື່ອຂອງ ກຸ່ມ ບໍລິສັດ ລາວໂທລະຄົມ ໄດ້ຮ່ວມມືກັບ JAS ແລະ MONOMAX ເພື່ອຖ່າຍທອດເນື້ອໃນ English Premier League ໃນປີ2025, ເຮັດໃຫ້ຄວາມບັນເທີງລະດັບໂລກເຂົ້າເຖິງຜູ້ຊົມລາວຫຼາຍຂຶ້ນ, ເພື່ອເສີມສ້າງຊຸມຊົນໃນຖານ Digital ໃຫ້ກວ້າງຂວາງຂຶ້ນ. ທ່ານ ທອນແກ້ວ ສີຫາວົງ ຜູ້ອຳນວຍການບໍລິສັດທີພັດສດີຈີຕ້ອນຈຳກັດ, ໄດ້ສະແດງຄວາມຂອບໃຈມາຍັງລູກຄ້າ TPLUS ຫຼັກ 7 ທີ່ໃຫ້ການສະໜັບສະໜູນ ແລະ ເຊື່ອໝັ້ນ, ຂອບໃຈມາຍັງທີມງານທີ່ມຸ່ງໝັ້ນສ້າງຜົນງານໃຫ້ແດ່ອົງກອນ, ແລະ ພວກເຮົາຈະຮັກສາມາດຕະຖານ ແລະ ພັດທະນາກ້າວຂຶ້ນໄປອີກ.

ໂດຍລາງວັນAsian Technology Excellence Awards ເປັນການສະເຫຼີມສະຫຼອງການປະດິດສ້າງ ແລະ ຜົນສຳເລັດທາງດ້ານເທັກໂນໂລຊີທີ່ໂດດເດັ່ນທີ່ສຸດຂອງອາຊີ, ເປັນການໃຫ້ກຽດແກ່ບັນດາອົງການຈັດຕັ້ງທີ່ນຳໃຊ້ເຕັກໂນໂລຊີໃໝ່ເພື່ອສ້າງມູນຄ່າທຸລະກິດ, ເສີມຂະຫຍາຍປະສົບການຂອງລູກຄ້າ ແລະ ລົບກວນອຸດສາຫະກຳ.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ກຽມສະຫຼອງວັນອາຫານໂລກ ແລະ ວັນລຶບລ້າງຄວາມທຸກຍາກ ປະຈຳປີ 2026

ກຽມສະຫຼອງວັນອາຫານໂລກ ແລະ ວັນລຶບລ້າງຄວາມທຸກຍາກ ປະຈຳປີ 2026

​ ພັກ ແລະ ລັດຖະບານ ສປປ ລາວ ຍາມໃດກໍໃຫ້ຄວາມສໍາຄັນເປັນກົກຕໍ່ວຽກງານພັດທະນາຊົນນະບົດ, ຫຼຸດຜ່ອນຄວາມທຸກຍາກ ແລະ ວຽກງານໂພຊະນາການ ຊຶ່ງໃນທຸກໆປີ ປະຊາຄົມໂລກໄດ້ຮ່ວມກັນສະເຫຼີມສະຫຼອງວັນສໍາຄັນທີ່ຕິດພັນກັບວຽກງານດັ່ງກ່າວ ໂດຍອົງການອາຫານ ແລະ ການກະເສດ ຂອງສະຫະປະຊາຊາດ (FAO) ໄດ້ກໍານົດເອົາວັນທີ 16 ຕຸລາ ເປັນວັນອາຫານໂລກເລີ່ມແຕ່ປີ 1980 ແລະ ວັນທີ 17 ຕຸລາ ເປັນວັນສາກົນເພື່ອລຶບລ້າງຄວາມທຸກຍາກ ເລີ່ມແຕ່ປີ 1992 ພ້ອມທັງກຳນົດເອົາ ວັນທີ 17-24 ຕຸລາ ເປັນສັບປະດາແຫ່ງຊາດ ເພື່ອລຶບລ້າງຄວາມທຸກຍາກ ເລີ່ມແຕ່ປີ 2003 ເປັນຕົ້ນມາ.
ບໍລິຄໍາໄຊ ຈູດທໍາລາຍຢາເສບຕິດຫຼາຍລາຍການເນື່ອງໃນວັນແຫ່ງຊາດຕ້ານຢາເສບຕິດ ຄົບຮອບ 25 ປີ

ບໍລິຄໍາໄຊ ຈູດທໍາລາຍຢາເສບຕິດຫຼາຍລາຍການເນື່ອງໃນວັນແຫ່ງຊາດຕ້ານຢາເສບຕິດ ຄົບຮອບ 25 ປີ

ແຂວງບໍລິຄຳໄຊ ໄດຈັດພິທີຈູດທໍາລາຍຢາເສບຕິດ ເນື່ອງໃນໂອກາດວັນແຫ່ງຊາດຕ້ານຢາເສບຕິດຄົບຮອບ 25 ປີ ( 12 ຕຸລາ 2001 – 12 ຕຸລາ 2026 ) ຂຶ້ນໃນຕອນເຊົ້າ ວັນທີ 14 ຕຸລາ 2026 ຢູ່ທີ່ສູນບໍາບັດ ແລະ ຟຶ້ນຟູຜູ້ຕິດຢາເສບຕິດໜອງດົງ ເມືອງປາກກະດິງ ແຂວງ ບໍລິຄໍາໄຊ, ໃຫ້ກຽດທ່ານ ຄໍາແຫວນ ປັນຍານຸວົງ ປະທານຄະນະກໍາມະການປົກຄອງແຂວງ ບໍລິຄຳໄຊ ມີສະພາປະຊາຊົນຊົນແຂວງ,ຕາງໜ້າພະແນການ,ຫ້ອງການອ້ອມຂ້າງແຂວງ ມີຄະນະກໍາມະການຄວບຄຸມ ແລະ ຕ້ານຢາເສບຕິດແຂວງ, ແລະ ນ້ອງນັກຮຽນ, ຊາວໜຸ່ມ, ເຍົາວະຊົນ ເຂົ້າຮ່ວມ.
ຄໍາມ່ວນ ເຜີຍແຜ່ມາດຕະຖານການທ່ອງທ່ຽວ ຢູ່ ສປປ ລາວ

ຄໍາມ່ວນ ເຜີຍແຜ່ມາດຕະຖານການທ່ອງທ່ຽວ ຢູ່ ສປປ ລາວ

ໃນວັນທີ 15 ຕຸລາ 2026, ກົມຄຸ້ມຄອງການທ່ອງທ່ຽວ, ກະຊວງວັດທະນະທໍາ ແລະ ການທ່ອງທ່ຽວ (ວທ) ຮ່ວມກັບພະແນກວັດທະນະທໍາ ແລະ ການທ່ອງທ່ຽວ ແຂວງຄໍາມ່ວນ ໄດ້ຈັດກອງປະຊຸມ ເຜີຍແຜ່ມາດຕະຖານການທ່ອງທ່ຽວ ຢູ່ ສປປ ລາວ ໂດຍການເປັນປະທານຂອງທ່ານ ນາງ ອາລຸນນີ ປັນຍາສິດ ຮອງຫົວໜ້າກົມຄຸ້ມຄອງການທ່ອງທ່ຽວ, ກະຊວງ ວທ ແລະ ທ່ານ ມະໂນທອງ ພົງສະຫວັດ ວ່າການຫົວໜ້າພະແນກວັດທະນະທໍາ ແລະ ການທ່ອງທ່ຽວ ແຂວງຄໍາມ່ວນ ພ້ອມດ້ວຍ ຄະນະຮັບຜິດຊອບຈາກກົມຄຸ້ມຄອງການທ່ອງທ່ຽວ ຕະຫຼອດຮອດຜູ້ຕາງໜ້າຈາກພາກລັດ, ຜູ້ປະກອບການທຸລະກິດ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ບໍລິສັດ ສົງເສີ່ມແຮງງານລາວ ເປີດສຳພາດແຮງງານເພື່ອໄປເຮັດວຽກຕາມລະດູການຢູ່ ສ ເກົາຫຼີ

ບໍລິສັດ ສົງເສີ່ມແຮງງານລາວ ເປີດສຳພາດແຮງງານເພື່ອໄປເຮັດວຽກຕາມລະດູການຢູ່ ສ ເກົາຫຼີ

ວັນທີ 15 ຕຸລາ 2026 ນີ້ ຫ້ອງການແຮງງານ ແລະ ສະຫັວດດີການສັງຄົມເມືອງ ສົມທົບກັບ ບໍລິສັດ ສົງເສີ່ມແຮງງານລາວ ໄດ້ເປີດການສໍາພາດແຮງງານເພື່ອໄປເຮັດວຽກຕາມລະດູການຢູ່ ສ ເກົາຫຼີ ໄລຍະ 8 ເດືອນ ຂຶ້ນຢູ່ທີ່ສະໂມສອນຫ້ອງວ່າການ ເມືອງໝື່ນ ແຂວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ເຕັງເມັ້ງ ຢາງລືໄຊ ຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມ ແຂວງວຽງຈັນ, ທ່ານ ຈີ້ທ່າວ ຊົ້ງເຢີ ກໍາມະການພັກເມືອງ ຮອງປະທານຄະນະກຳມະການປົກຄອງເມືອງ ມີບັນ ດາທີມງານ ຂັ້ນເມືອງ, ແຂວງ, ບໍລິສັດ ແລະ ແຮງງານຜູ້ທີ່ສະໝັກໃຈເຮັດວຽກເຂົ້າຮ່ວມ.
ກອງປະຊຸມ ໂຄສະນາ ປຸກລະດົມບໍລິຈາກເລືອດ ຜ່ານສື່ມວນຊົນ

ກອງປະຊຸມ ໂຄສະນາ ປຸກລະດົມບໍລິຈາກເລືອດ ຜ່ານສື່ມວນຊົນ

ສະຖາບັນເລືອດແຫ່ງຊາດ, ອົງການກາແດງແຫ່ງຊາດລາວ ໄດ້ຈັດກອງປະຊຸມປຶກສາຫາລື ກ່ຽວກັບການໂຄສະນາປຸກລະດົມບໍລິຈາກເລືອດຜ່ານສື່ມວນຊົນ ຈັດຂຶ້ນໃນວັນທີ 15 ຕຸລານີ້ ທີ່ສະຖາບັນດັ່ງກ່າວ ພາຍໃຕ້ການເປັນປະທານຂອງທ່ານ ຈັນທະລາ ສຸກສາຄອນ ຮອງປະທານອົງການກາແດງແຫ່ງຊາດລາວ, ມີບັນດາຜູ້ຕາງໜ້າ ສື່ມວນຊົນ ທີ່ມາຈາກ ໂຄສະນາອົບຮົມສູນກາງພັກ, ໜັງສືພິມປະຊາຊົນ, ໂທລະພາບແຫ່ງຊາດ ແລະ ບັນດາສື່ມວນຊົນອ້ອມຂ້າງສູນກາງ,
ຜົນງານ ແລະ ບາດກ້າວບຸກທະລຸຂອງວຽກງານຊາຍແດນ ສປປ ລາວ

ຜົນງານ ແລະ ບາດກ້າວບຸກທະລຸຂອງວຽກງານຊາຍແດນ ສປປ ລາວ

ໃນຍຸກທີ່ສະພາບການພາກພື້ນ ແລະ ສາກົນພວມມີການຫັນປ່ຽນຢ່າງວ່ອງໄວ, ການປົກປັກຮັກສາອໍານາດອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນ ແລະ ການສ້າງເສັ້ນຊາຍແດນໃຫ້ກາຍເປັນ "ຊາຍແດນແຫ່ງສັນຕິພາບ, ມິດຕະພາບ ແລະ ການຮ່ວມມື" ຖືເປັນໜ້າທີ່ຍຸດທະສາດອັນສຳຄັນຍິ່ງຂອງ ສປປ ລາວ. ຜ່ານຜົນງານການຈັດຕັ້ງປະຕິບັດວຽກງານຊາຍແດນໃນໄລຍະຜ່ານມາ ໂດຍສະເພາະໃນປີ 2026 ນີ້, ສປປ ລາວ ໄດ້ສຳເລັດໜ້າວຽກອັນພົ້ນເດັ່ນຫຼາຍດ້ານ ຊຶ່ງສະທ້ອນໃຫ້ເຫັນເຖິງຄວາມຕັດສິນໃຈອັນສູງສົ່ງຂອງພັກ, ລັດຖະບານ ແລະ ປະຊາຊົນບັນດາເຜົ່າ.
ຂັ້ນສູນກາງຫາລືຄວາມໝາຍທາງດ້ານກົດໝາຍ ແລະ ການນຳໃຊ້ບາງມາດຕາ ຂອງປະມວນກົດໝາຍອາຍາ

ຂັ້ນສູນກາງຫາລືຄວາມໝາຍທາງດ້ານກົດໝາຍ ແລະ ການນຳໃຊ້ບາງມາດຕາ ຂອງປະມວນກົດໝາຍອາຍາ

ວັນທີ 14 ຕຸລາ ນີ້ ທີ່ໂຮງແຮມຄຣາວພລາຊາ ນະຄອນຫຼວງວຽງຈັນ ໄດ້ຈັດກອງປະຊຸມປຶກສາຫາລືຂັ້ນສູນກາງ ກ່ຽວກັບການຕີຄວາມໝາຍ ແລະ ການນຳໃຊ້ມາດຕາ 247 ແລະ ມາດຕາ 231 ວັກ 2 ຂອງປະມວນກົດໝາຍອາຍາ, ໂດຍການເປັນປະທານຂອງ ທ່ານ ຄຳເພັດ ສົມວໍລະຈິດ ຄະນະປະຈຳພັກ ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ, ມີບັນດາການນຳ, ຜູ້ຕາງໜ້າຈາກສະພາແຫ່ງຊາດ, ຫ້ອງວ່າການສູນກາງພັກ, ສຳນັກງານປະທານປະເທດ, ອົງການໄອຍະການປະຊາຊົນສູງສຸດ (ອອປສ), ສານປະຊາຊົນ, ອົງການສືບສວນ–ສອບສວນ, ກະຊວງຍຸຕິທຳ, ບັນດາສາດສະດາຈານ, ນັກວິຊາການດ້ານກົດໝາຍ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ນວ ມີຄວາມພ້ອມຮອບດ້ານ ຈັດງານບຸນອອກພັນສາປະວໍຣະນາ ແລະ ບຸນຊ່ວງເຮືອ ທີ່ທ່າວັດຈັນ ເມືອງຈັນທະບູລີ ປະຈໍາປີ 2026

ນວ ມີຄວາມພ້ອມຮອບດ້ານ ຈັດງານບຸນອອກພັນສາປະວໍຣະນາ ແລະ ບຸນຊ່ວງເຮືອ ທີ່ທ່າວັດຈັນ ເມືອງຈັນທະບູລີ ປະຈໍາປີ 2026

ປັດຈຸບັນອົງການປົກຄອງເມືອງຈັນທະບູລີ ນະຄອນຫຼວງວຽງຈັນ (ນວ) ມີຄວາມພ້ອມຮອບ ດ້ານໃນການຈັດງານບຸນອອກພັນສາປະວໍຣະນາ ແລະ ບຸນຊ່ວງເຮືອ ທີ່ທ່າວັດຈັນ ເມືອງຈັນທະບູລີ ປະຈໍາປີ 2026 ເພື່ອຊີງຂັນປະທານຄະນະກໍາມະການປົກຄອງ ນວ. ປີນີ້ກໍມີຫຼາຍກິດຈະກໍາຕ່າງໆທາງສາສະໜາ ແລະ ກິດຈະກໍາມ່ວນຊື່ນ ຊຶ່ງຈະຈັດຂຶ້ນໃນລະຫວ່າງວັນທີ 25-27 ຕຸລາ 2026 ນີ້.
ສານນະຄອນຫຼວງວຽງຈັນ ຕັດສິນຈໍາຄຸກ 18 ປີ 3 ເດືອນ ອະດີດພະນັກງານກະຊວງກະສິກໍາ ແລະ ສິ່ງແວດລ້ອມ ຂໍ້ຫາສໍ້ລາດບັງຫຼວງ

ສານນະຄອນຫຼວງວຽງຈັນ ຕັດສິນຈໍາຄຸກ 18 ປີ 3 ເດືອນ ອະດີດພະນັກງານກະຊວງກະສິກໍາ ແລະ ສິ່ງແວດລ້ອມ ຂໍ້ຫາສໍ້ລາດບັງຫຼວງ

ວັນທີ 14 ຕຸລາ ນີ້, ນາງ ລິນດາມອນ ສີດາພອນ ຮັກສາການຫົວໜ້າຫ້ອງການ ສານປະຊາຊົນນະຄອນຫຼວງວຽງຈັນ ໄດ້ຖະແຫຼງຜົນການຕັດສິນຄະດີ ການສໍ້ລາດບັງຫຼວງ ຊຶ່ງມີເນື້ອໃນລາຍລະອຽດດັ່ງນີ້: ໃນວັນທີ 14 ຕຸລາ 2026 ຄະນະສານອາຍາ ຂອງສານປະຊາຊົນນະຄອນຫຼວງວຽງຈັນ ໄດ້ນໍາເອົາຄະດີ ການສໍ້ລາດບັງຫຼວງ ອອກມາພິຈາລະນາ ຈໍານວນ 1 ເລື່ອງ ຊຶ່ງມີ ຈໍາເລີຍ ຈໍານວນ 1 ຄົນ ຊື່ ທ້າວ ເກສອນ ອາຍຸ 59 ປີ, ອະດີດພະນັກງານກະຊວງກະສິກໍາ ແລະ ສິ່ງແວດລ້ອມ (ກະຊວງ ກສ), ປັດຈຸບັນຢູ່ບ້ານຈອມເພັດເໜືອ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ, ຖືກຫາວ່າ: ການສໍ້ລາດບັງຫຼວງ ຊຶ່ງສານນະຄອນຫຼວງວຽງຈັນ ຕັດສິນຈໍາຄຸກ 18 ປີ 3 ເດືອນ.
ກອງປະຊຸມສະຫຼຸບວຽກງານຈັດຕັ້ງ 5 ປີ (2021-2025) ແລະ ວາງທິດທາງແຜນການ 5 ປີ

ກອງປະຊຸມສະຫຼຸບວຽກງານຈັດຕັ້ງ 5 ປີ (2021-2025) ແລະ ວາງທິດທາງແຜນການ 5 ປີ

ວັນທີ 13 ຕຸລາ ນີ້ ທີ່ຫ້ອງປະຊຸມຊັ້ນ I ອົງການໄອຍະການປະຊາຊົນສູງສຸດ (ອອປສ) ໄດ້ມີກອງປະຊຸມສະຫຼຸບວຽກງານຈັດຕັ້ງ, ກໍ່ສ້າງພັກ-ພະນັກງານ ແລະ ວຽກງານປັບປຸງກົງຈັກການຈັດຕັ້ງ ໄລຍະ 5 ປີຜ່ານມາ (2021-2025) ແລະ ທິດທາງແຜນການ 5 ປີຕໍ່ໜ້າ (2026-2030). ໂດຍການເປັນປະທານຂອງ ສະຫາຍ ນາງ ລີວົງ ລາວລີ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ. ມີບັນດາຄະນະບໍລິຫານງານພັກ, ຄະນະໜ່ວຍພັກ, ຫ້ອງການ, ບັນດາກົມ, ຕາງໜ້າຈາກຈັດຕັ້ງສູນກາງພັກ ແລະ ພະນັກງານຫຼັກແຫຼ່ງເຂົ້າຮ່ວມທັງເຊິ່ງໜ້າ ແລະ ທາງອອນລາຍ.
ເພີ່ມເຕີມ