UN ສະເຫຼີມສະຫຼອງຄົບຮອບ 80 ທີ່ ສປຈີນ

UN ສະເຫຼີມສະຫຼອງຄົບຮອບ 80 ທີ່ ສປຈີນ

UN ສະເຫຼີມສະຫຼອງຄົບຮອບ 80 ທີ່ ສປຈີນ
ເປີດງານສະເຫຼີມສະຫຼອງຄົບຮອບ 80 ປີຂອງ ອົງການສະຫະປະຊາຊາດ(UN) ທີ່ປັກກິ່ງ ໄດ້ຈັດຂຶ້ນໃນວັນທີ 23 ກັນຍານີ້ ທີ່ສຳນັກງານ UN ປະຈຳປັກກິ່ງ ຮ່ວມກັບ ໂທລະພາບສາກົນແຫ່ງປະເທດຈີນ (CGTN ) ໂດຍການເຂົ້າຮ່ວມຂອງຄະນະກຳມະການສະຫະປະຊາຊາດມາຈາກຫຼາຍປະເທດ,

 ທ່ານ ເຊີ່ນ ໄຫ່ຊົງ(Shen Haixiong ) ປະທານ ກຸ່ມສື່ມວນຊົນຂອງຈີນ(CMG) ແລະ ທ່ານ ນາງ ເມລິຊາ ເຟລມມິງ (Melissa Fleming)ຮອງເລຂາປະທານສະຫະປະຊາຊາດດ້ານສື່ມວນຊົນທົ່ວໂລກ ໄດ້ສົ່ງສົ່ງວິດີໂອຂອງທ່ານ ຊີດດາດ ຊາດເຕີຈີ(Siddharth Chatterjee) ຜູ້ປະສານງານປະຈຳສະຫະປະຊາຊາດ ປະຈຳສປຈີນເຂົ້າຮ່ວມ ແລະກ່າວສູນທອນພົດຕໍ່ ນັກການທູດ ແລະ ຕົວແທນໜ່ວຍງານສະຫະປະຊາຊາດ ແລະ ສື່ມວນຊົນທາງພາຍໃນ ແລະ ຕ່າງປະເທດເຂົ້າຮ່ວມ.

UN ສະເຫມສະຫອງຄບຮອບ 80 ທ ສປຈນ - image 1

ໃນງານດັ່ງກ່າວໄດ້ມີປະກາດຜົນງານອັນໂດດເດັ່ນທີ່ໄດ້ຂັດເລືອກຈາກໂຄງການ “ໂລກດຽວ: ອະນາຄົດຮ່ວມກັນ” ເຊິ່ງມີທັງພາບນິ້ງ ແລະ ວີດີໂອ, ພ້ອມດຽວກັນນັ້ນຍັງໄດ້ແນະນຳໂປແກຣມພິເສດຂອງ CGTN ເນື່ອງໃນໂອກາດຄົບຮອບ 80 ປີ ຂອງສະຫະປະຊາຊາດ. ທ່ານ ເຊີ່ນ ໄຫ່ຊົງ ໄດ້ກ່າວວ່າ: ເຍົາວະຊົນ “ປຽບເໝືອນດັ່ງດວງຕາເວັນທີ່ໃຫ້ແສງສະຫວ່າງ” ແລະ ສຽງຂອງຊາວໜຸ່ມເຍົາວະຊົນແມ່ນມີຄຸນຄ່າຢ່າງໃຫຍ່ຫຼວງໃນໂລກປະຈຸບັນ ແລະ ທ່ານ ເຊີ່ນ ຍັງໄດ້ຢືນຢັນວ່າ CMG ຈະເປັນຂົວຕໍ່ເພື່ອເຜີຍແຜ່ຂໍ້ມູນຂ່າວສານຂອງ ສະຫະປະຊາຊາດ ເອົາໃຈໃສ່ເຖິງແນວທາງນະໂຍບາຍແລະການຮັກສາໂລກ ລະຫວ່າງຈີນ ແລະ ສະຫະປະຊາຊາດ ເພື່ອສ້າງຄວາມສຳພັນ ແລະ ສັນຕິພາບ ຜ່ານຜົນງານ ແລະ ປະຕິບັດວິໃສທັດເພື່ອໃຫ້ຊຸມຊົນມະນຸດຊຊາດໃຫ້ມີອະນາຄົດຮ່ວມກັນຍິ່ງຂຶ້ນ.

UN ສະເຫມສະຫອງຄບຮອບ 80 ທ ສປຈນ - image 2
 

ທ່ານນາງ ມາລີຊາ ຍັງໄດ້ສະແດງຄວາມຍິນດີກັບການສະໜັບສະໜູນແບບພະຫຸພາຄີ ຄວາມເອົາໃຈໃສ່ຂອງຈີນ ທ່ານກ່າວວ່າ: ສະຫະປະຊາຊາດຍັງປົກປ້ອງຫຼັກການສຳຄັນຂອງສັນຕິພາບ ແລະ ຄວາມສະເໝີພາບທີ່ກຳນົດໃວ້ບົດບັນທຶກເມື່ອ 80 ກ່ອນໜ້ານີ້ ເຊິ່ງເປັນແນວທາງທີ່ຕ້ອງສືບທອດໃຫ້ຄົນໜຸ່ມໃນປະຈຸບັນ ແລະ ອະນາຄົດ.

UN ສະເຫມສະຫອງຄບຮອບ 80 ທ ສປຈນ - image 3
 

ຕໍ່ມາທ່ານ ຊີດດາດ ຊາດເຕີຈີ ໄດ້ອະທິບາຍວ່າ UN ຈະພະຍາຍາມສ້າງອະນາຄົດທີ່ດີໂດຍ ຂະໜາມນາມວ່າ “ ມໍລະດົກແຫ່ງສັນຕິພາບ, ຄວາມຈະເລີນຮຸ່ງເຮືອງ ແລະຄວາມໝັ່ນຄົງ ” ທ່ານຍັງໄດ້ສະໜັບສະໜຸນເພື່ອໃຫ້ມີແຮງບັນດານໃຈ ໃຫ້ນັກສ້າງວີດີໂອ(Creator) ລຸ້ນໜຸ່ມເພື່ອພັດທະນາອະນາຄົດ.

ຂ່າວ:ໄມຕຣີ

ຄໍາເຫັນ

ຂ່າວຕ່າງປະເທດ

ຫຼ້ຽວກົ່ງກົນຈັກໜັກຍອດນິຍົມອັນດັບໜຶ່ງຂອງຈີນ

ຫຼ້ຽວກົ່ງກົນຈັກໜັກຍອດນິຍົມອັນດັບໜຶ່ງຂອງຈີນ

ປະເທດຈະມີຄວາມຈະເລີນຮຸ່ງເຮືອງຕ້ອງອາໃສທຸກຄົນຮ່ວມໃຈກັນພັດທະນາ ແລະ ການພັດທະນາພື້ນຖານໂຄງລ່າງແມ່ນສິ່ງທີ່ຈຳເປັນສຳລັບປະເທດຊາດ ແຕ່ຕ້ອງມີທຶນຮອນຈຳນວນໃດໜຶ່ງເພື່ອຊື້ວັດຖຸອຸປະກອນ ແລະ ຄ່າແຮງງານຕ່າງໆ ເພື່ອພັດທະນາດ້ານນັ້ນເຊັ່ນວ່າການສ້າງຖະໜົນຫົນທາງຕ້ອງມີກົນຈັກໜັກທີ່ມີຄຸນນະພາບ,
ໂລກຮ້ອນອາດເປັນສາເຫດການເສຍຊີວິດຂອງປະມານ 16,500 ຄົນທົ່ວເອີຣົບ

ໂລກຮ້ອນອາດເປັນສາເຫດການເສຍຊີວິດຂອງປະມານ 16,500 ຄົນທົ່ວເອີຣົບ

ຂ່າວຕ່າງປະເທດລາຍງານ ຫວ່າງບໍ່ດົນມານີ້ວ່າ: ນັກວິທະຍາສາດຄາດຄະເນວ່າອຸນຫະພູມທີ່ເພີ່ມຂຶ້ນຍ້ອນການປ່ຽນແປງຂອງດິນຟ້າອາກາດອາດເປັນສາເຫດຂອງການເສຍຊີວິດປະມານ 16,500 ຄົນໃນຕົວເມືອງຕ່າງໆຂອງເອີຣົບໃນລະດູຮ້ອນນີ້, ອີງຕາມຕົວແບບທີ່ຄາດຄະເນຈໍານວນຜູ້ເສຍຊີວິດກ່ອນທີ່ຂໍ້ມູນຢ່າງເປັນທາງການຈະຖືກເປີດເຜີຍ.
ອີຣັກ ປະກາດວິໄສທັດໃໝ່ ຫຼຸດຜ່ອນການເພິ່ງພານໍ້າມັນພາຍໃນ 25 ປີ

ອີຣັກ ປະກາດວິໄສທັດໃໝ່ ຫຼຸດຜ່ອນການເພິ່ງພານໍ້າມັນພາຍໃນ 25 ປີ

ຂ່າວຕ່າງປະເທດລາຍງານ ໃນວັນທີ 21 ກັນຍາ ຜ່ານມາວ່າ: ທ່ານ ມູຮາມມັດ ຊິຍາ ອັລຊູດານີນາຍົກລັດຖະມົນຕີອີຣັກ ໄດ້ປະກາດວິໄສທັດວ່າດ້ວຍການພັດທະນາແຫ່ງຊາດໃນວັນທີ 20 ກັນຍາ ຜ່ານມາ ພ້ອມກັບເນັ້ນໜັກວ່າ: ອີຣັກ "ບໍ່ສາມາດອີງໃສ່ພຽງແຕ່ນໍ້າມັນເຊື້ອໄຟຟອສຊິວພຽງຢ່າງດຽວ ເປັນພື້ນຖານສຳຄັນຂອງເສດຖະກິດໄດ້ອີກຕໍ່ໄປ."
ມາ​ເລ​ເຊ​ຍ ສະ​ເໜີ​ສ້າງ​ສະ​ພາ Halal ອາ​ຊຽນ

ມາ​ເລ​ເຊ​ຍ ສະ​ເໜີ​ສ້າງ​ສະ​ພາ Halal ອາ​ຊຽນ

ວິທະຍຸກະຈາຍສຽງຫວຽດນາມ ລາຍງານ ຫວ່າງມໍ່ໆມານີ້ວ່າ: ໜຶ່ງໃນບັນດາໂຄງການດຳເນີນງານຈຸດສຸມຂອງ ມາເລເຊຍ ໃນກອງປະຊຸມສຸດຍອດ ອາຊຽນ ໃນເດືອນຕຸລາຈະມາເຖິງ ແມ່ນຈະສະເໜີສ້າງຕັ້ງສະພາ Halal ອາຊຽນ, ກົນໄກ ແນໃສ່ຂຸດຄົ້ນກຳລັງບົ່ມຊ້ອນຢ່າງໃຫຍ່ຫຼວງຂອງຂະແໜງອຸດສາຫະກຳ Halal ແລະ ຊຸກຍູ້ການຮ່ວມມືພາກພື້ນໃນຂົງເຂດນີ້.
ງານ​ວາງ​ສະ​ແດງ​ສິນ​ຄ້າ​ຈີນ-ອາ​ຊ​ຽນ​ຄັ້ງ​ທີ 22 ເຊັນ​ສັນ​ຍາ​ການ​ຮ່ວມ​ມື​ຫຼາຍກວ່າ 500 ສະ​ບັບ

ງານ​ວາງ​ສະ​ແດງ​ສິນ​ຄ້າ​ຈີນ-ອາ​ຊ​ຽນ​ຄັ້ງ​ທີ 22 ເຊັນ​ສັນ​ຍາ​ການ​ຮ່ວມ​ມື​ຫຼາຍກວ່າ 500 ສະ​ບັບ

ຂ່າວສານຊີອາໄອລາຍງານວ່າ: ໃນວັນ​ທີ 21 ກັນ​ຍາ​ຜ່ານມາ, ງານ​ວາງ​ສະ​ແດງ​ສິນ​ຄ້​າ​ຈີນ-ອາ​ຊຽນ​ຄັ້ງ​ທີ 22 ທີ່​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ໜານ​ໜິງ​ເຂດ​ປົກ​ຄອງ​ຕົນ​ເອງ​ເຜົ່າ​ຈ້ວງກວາງ​ຊີ​ຈີນ​ໄດ້​ປິດ​ລົງ. ໃນ​ໄລ​ຍະ​ຈັດ​ງານ​ວາງ​ສະ​ແດງ​ດັ່ງ​ກ່າວ ໄດ້​ເຊັນ​ສັນ​ຍາ​ການ​ຮ່ວມ​ມື​ຫຼາຍກວ່າ 500 ສະ​ບັບ ແລະ ການ​ຮ່ວມ​ມື​ໂຄງ​ການ​ໃນ​ຂົງ​ເຂດ​ຈະ​ເລີນ​ໃໝ່​ໄດ້​ກາຍ​ເປັນ​ຈຸດ​ເດັ່ນ.
ຍີ່ປຸ່ນຄາດວ່າ ຄວາມຕ້ອງການເຂົ້າຈະບັນລຸ 7.11 ລ້ານໂຕນໃນກາງປີ 2026

ຍີ່ປຸ່ນຄາດວ່າ ຄວາມຕ້ອງການເຂົ້າຈະບັນລຸ 7.11 ລ້ານໂຕນໃນກາງປີ 2026

ຂ່າວຕ່າງປະເທດລາຍງານ ໃນທ້າຍອາທິດຜ່ານມາວ່າ: ກະ​ຊວງ​ກະ​ສິ​ກຳ, ປ່າ​ໄມ້ ແລະ ການ​ປະ​ມົງ​ຂອງ​ຍີ່​ປຸ່ນ​ຄາດ​ຄະ​ເນ​ວ່າ​ຄວາມ​ຕ້ອງ​ການ​ເຂົ້າ​ພາຍ​ໃນ​ປະ​ເທດຍີ່ປຸ່ນ​ຈະ​ເພີ່ມ​ຂຶ້ນ​ເປັນ 7.11 ລ້ານ​ໂຕນ​ຈົນ​ຮອດ​ເດືອນມິຖຸນາ 2026.
ສິງກະໂປ ຄອງແຊັມປະເທດທີ່ປອດໄພທີ່ສຸດໃນໂລກ ເປັນຄັ້ງທີ 12

ສິງກະໂປ ຄອງແຊັມປະເທດທີ່ປອດໄພທີ່ສຸດໃນໂລກ ເປັນຄັ້ງທີ 12

ຂ່າວຕ່າງປະເທດລາຍງານ ໃນທ້າຍອາທິດຜ່ານມາ, ບົດ​ລາຍ​ງານ​ຄວາມ​ປອດ​ໄພລະດັບ​ໂລກ​ທີ່​​ເຜີຍ​ແຜ່ຫວ່າງບໍ່ດົນມານີ້ ​ໂດຍ ບໍລິສັດ Gallup ລະບຸວ່າ: ສິງກະ​ໂປ​ຖືກ​ຈັດ​ອັນ​ດັບ​ເປັນ​ປະ​ເທດ​ທີ່​ປອດ​ໄພ​ທີ່​ສຸດ​ໃນ​ໂລກ​ເປັນ​ຄັ້ງ​ທີ 12 ນັບ​ແຕ່​ປີ 2006 ​ເປັນ​ຕົ້ນ​ມາ.
ຈີນ ​ມີ​ວິ​ສາ​ຫະ​ກິດ​ເຕັກ​ໂນ​ໂລ​ຊີ​ສູງ ແລະ ​ໃໝ່ຫຼາຍກວ່າ 5 ແສນ​ແຫ່ງ

ຈີນ ​ມີ​ວິ​ສາ​ຫະ​ກິດ​ເຕັກ​ໂນ​ໂລ​ຊີ​ສູງ ແລະ ​ໃໝ່ຫຼາຍກວ່າ 5 ແສນ​ແຫ່ງ

ຂ່າວສານຊີອາໄອ ລາຍງານຫວ່າງບໍ່ດົນມານີ້ວ່າ: ຫ້ອງ​ການ​ຖະ​ແຫຼງ​ຂ່າວ​ລັດ​ຖະ​ບານ​ຈີນ​ໄດ້​​ຈັດກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ ​ໂດຍ​ໄດ້​ແຈ້ງ​ໃຫ້​ ຮູ້​ວ່າ:
Petrovietnam ປະກອບສ່ວນ 20 – 30% ຍອດລາຍຮັບງົບປະມານແຫ່ງລັດ

Petrovietnam ປະກອບສ່ວນ 20 – 30% ຍອດລາຍຮັບງົບປະມານແຫ່ງລັດ

ວິທະຍະກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນທີ 21 ກັນຍາ ຜ່ານມານີ້ ຢູ່ນະຄອນຫຼວງຮ່າໂນ້ຍ, ກຸ່ມບໍລິສັດອຸດສາຫະກຳ ແລະ ພະລັງງານແຫ່ງຊາດ ຫວຽດນາມ Petrovietnam ໄດ້ຈັດພິທີສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງ (3/9/1975 – 3/9/2025) ແລະ ໄດ້ຮັບຫຼຽນໄຊແຮງງານຊັ້ນ ໜຶ່ງ. ໂດຍການເຂົ້າຮ່ວມຂອງ ທ່ານ ໂຕເລີມ ເລຂາທິການໃຫຍ່ ແລະ ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ.
ນັກຄົ້ນຄວ້າອົສຕຣາລີ ໃຊ້ໂດຣນຕິດຕາມສັດພື້ນເມືອງໃກ້ສູນພັນ

ນັກຄົ້ນຄວ້າອົສຕຣາລີ ໃຊ້ໂດຣນຕິດຕາມສັດພື້ນເມືອງໃກ້ສູນພັນ

ຂ່າວຕ່າງປະເທດລາຍງານ ໃນວັນທີ 16 ກັນຍາ ຜ່ານມາວ່າ: ມະຫາວິທະຍາໄລ Melbourne ໃນລັດ Victoria ປະເທດອົສຕຣາລີ ໄດ້ປະກາດການນຳໃຊ້ໂດຣນທີ່ຕິດຕັ້ງກ້ອງກວດຫາຄວາມຮ້ອນໃນການຕິດຕາມສັດປ່າບາງຊະນິດທີ່ໃກ້ຈະສູນພັນ ແລະ ຫາຍາກທີ່ສຸດບາງຊະນິດ ຢ່າງມີປະສິດທິພາບ.
ເພີ່ມເຕີມ