ຖະແຫຼງການດັ່ງກ່າວເນັ້ນໜັກເຖິງຄວາມສຳຄັນຂອງການປົກປ້ອງ ແລະ ການຍົກລະດັບວິຊາຊີບຄູ, ໂດຍລະບຸວ່າການຮັບສະໝັກຄູໃໝ່ແມ່ນມີຄວາມສຳຄັນເທົ່າກັບການຮັກສາຄູຜູ້ທີ່ມີປະສົບການ ແລະ ເຮັດໃຫ້ອາຊີບຄູເປັນ ເສັ້ນທາງອາຊີບທີ່ໜ້າສົນໃຈ, ມີຄວາມກ້າວໜ້າ, ໄດ້ຮັບຄ່າຕອບແທນທີ່ດີ ແລະ ມີຄວາມໝັ້ນຄົງໃນໄລຍະຍາວ, ລວມທັງເປີດໂອກາດໃຫ້ຄູຜູ້ຍິງກ້າວຂຶ້ນສູ່ຕຳແໜ່ງຜູ້ນຳ.
ທັງນີ້, ວັນຄູໂລກຈັດຂຶ້ນເປັນປະຈຳທຸກໆປີໃນວັນທີ 5 ຕຸລາ ເພື່ອສະເຫຼີມສະຫຼອງ ແລະ ຍົກຍ້ອງຄູທົ່ວໂລກ, ພ້ອມທັງລະນຶກເຖິງວັນຄົບຮອບ 60 ປີຂອງການຮັບຮອງເອົາຄຳແນະນຳວ່າດ້ວຍສະຖານະພາບຂອງຄູ ຊຶ່ງກຳນົດມາດຕະຖານກ່ຽວກັບສິດ ແລະ ຄວາມຮັບຜິດຊອບຂອງຄູ, ເງື່ອນໄຂສຳລັບການກະກຽມຄວາມພ້ອມກ່ອນເຂົ້າສູ່ວິຊາຊີບ ແລະ ການສຶກສາຕໍ່, ການຮັບສະໝັກ, ການຈ້າງງານ ແລະ ເງື່ອນໄຂການຮຽນ-ການສອນ.
ຄໍາເຫັນ