UNESCO ສະໜັບສະໜູນ​ການ​ຮັບ​ມື​ກັບ​ບັນ​ດາ​ກໍ​ລະ​ນີ​ສຸກ​ເສີນ​ທົ່ວ​ໂລກ

UNESCO ສະໜັບສະໜູນ​ການ​ຮັບ​ມື​ກັບ​ບັນ​ດາ​ກໍ​ລະ​ນີ​ສຸກ​ເສີນ​ທົ່ວ​ໂລກ

UNESCO ສະໜັບສະໜູນ​ການ​ຮັບ​ມື​ກັບ​ບັນ​ດາ​ກໍ​ລະ​ນີ​ສຸກ​ເສີນ​ທົ່ວ​ໂລກ
ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນທີ 17 ກຸມພາ ຜ່ານມາ, ອົງການສຶກສາ, ວິທະຍາສາດ ແລະ ວັດທະນະທຳ ຂອງ ສປຊ (UNESCO) ໄດ້ປະກາດ 19 ໂຄງການໃໝ່ດ້ວຍມູນຄ່າ 6.9 ລ້ານໂດລາ ເພື່ອແນໃສ່ສະໜັບສະໜູນການຮັບມືກັບບັນດາກໍລະນີສຸກເສີນໃນທົ່ວໂລກ ດ້ວຍແຫຼ່ງເງິນປະກອບເພີ່ມເຕີມຈາກລັດຖະບານຍີ່ປຸ່ນ.

ຂ່າວລະບຸວ່າ: ບັນດາບ້ວງເງິນອຸປະຖຳໃໝ່ຈະເພີ່ມທະວີບັນດາການເຄື່ອນໄຫວໃນຂົງເຂດອະນຸລັກຮັກສາມໍລະດົກວັດທະນະທຳ, ການສຶກສາ ແລະ ຮັບປະກັນສິດເຂົ້າເຖິງຂໍ້ມູນຂ່າວສານ, ພ້ອມທັງປັບປຸງບົດບາດຂອງອົງການນີ້ໃນສະພາບການສຸກເສີນ.

ສ່ວນໜຶ່ງໃນບ້ວງເງິນອຸປະຖຳໃໝ່ຈະສະຫງວນໃຫ້ແກ່ການຟື້ນຟູອູແກຣນ. ໂດຍຈະສຸມໃສ່ການຕິດຕາມກວດກາ, ປັບປຸງມໍລະດົກຖືກເປ່ເພຍ້ອນການປະທະກັນໂດຍດ່ວນ; ສ້າງສະພາບແວດລ້ອມແຫ່ງການຮ່ຳຮຽນປອດໄພ, ກວມ ລວມ ແລະ ມີຄວາມສາມາດທົນທານຜ່ານການບຳລຸງສ້າງວິຊາສະເພາະ ແລະ ຊ່ວຍເຫຼືອດ້ານສຸຂະພາບ ພ້ອມທັງເພີ່ມທະວີການສະໜັບສະໜູນໃຫ້ແກ່ບັນດານັກຂ່າວ.

ຄໍາເຫັນ

ຂ່າວຕ່າງປະເທດ

ສະພາບອາກາດໜາວເຢັນໃນມົງໂກລີ ເຮັດໃຫ້ສັດລ້ຽງຫຼາຍກວ່າ 26,000 ໂຕເສຍຊີວິດ

ສະພາບອາກາດໜາວເຢັນໃນມົງໂກລີ ເຮັດໃຫ້ສັດລ້ຽງຫຼາຍກວ່າ 26,000 ໂຕເສຍຊີວິດ

ຂ່າວຕ່າງປະເທດລາຍງານຫວ່າງມໍ່ໆມານີ້ວ່າ: ສຳນັກງານສະຖິຕິແຫ່ງຊາດມົງໂກລີໄດ້ເປີດເຜີຍວ່າ, ສະພາບອາກາດໜາວຮຸນແຮງ ຫຼື "dzud" ໃນປະເທດມົງໂກລີ ໄດ້ເຮັດໃຫ້ສັດລ້ຽງ ຈຳນວນ 26,300 ກວ່າໂຕເສຍຊີວິດ ໃນເດືອນມັງກອນ ຜ່ານມາ ໃນແຂວງພາກຕາເວັນຕົກເຊັ່ນ: ອຸຟ, ບາຍັນ-ເອີລກີ ແລະ ຊັຟຄານ ລວມເຖິງແຂວງເອເວີຮັງໄກ ໃນພາກກາງ.
Microsoft ປະກາດແຜນການລົງທຶນຄັ້ງໃຫຍ່ ເພື່ອເສີມສ້າງ AI ໃນກຸ່ມ Global South

Microsoft ປະກາດແຜນການລົງທຶນຄັ້ງໃຫຍ່ ເພື່ອເສີມສ້າງ AI ໃນກຸ່ມ Global South

ຂ່າວຕ່າງປະເທດລາຍງານວ່າ: ບໍລິສັດ Microsoft ໄດ້ປະກາດໃນວັນທີ 18 ກຸມພາ ຜ່ານມາວ່າ, ບໍລິສັດມີແຜນທີ່ຈະລົງທຶນ 50 ຕື້ໂດລາ ພາຍໃນທ້າຍທົດສະວັດນີ້ ເພື່ອຂະຫຍາຍຄວາມສາມາດດ້ານປັນຍາປະດິດ (AI) ຂອງຕົນໃນບັນດາປະເທດກຳລັງພັດທະນາພາຍໃນກຸ່ມ Global South.
ອິນ​ເດຍ ແລະ ຝ​ຣັ່ງ ຍົກ​ລະ​ດັບ​ສາຍ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ທົ່ວ​ໂລກ​ແບບ​ພິ​ເສດ

ອິນ​ເດຍ ແລະ ຝ​ຣັ່ງ ຍົກ​ລະ​ດັບ​ສາຍ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ທົ່ວ​ໂລກ​ແບບ​ພິ​ເສດ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນທີ 17 ກຸມພາ ຜ່ານມາ ຢູ່ນະຄອນມຸມບາຍ ປະເທດອິນເດຍ, ທ່ານ ນາເຣນດຣາ ໂມດີ ນາຍົກລັດຖະມົນຕີ ອິນເດຍ ແລະ ທ່ານ ແອມມານູຍແອນ ມາຄຣົງ ປະທານາທິບໍດີຝຣັງ ໄດ້ອອກຖະແຫຼງການຮ່ວມ ຍົກລະດັບສາຍພົວພັນສອງຝ່າຍຂຶ້ນເປັນ “ຄູ່ຮ່ວມມືຍຸດທະສາດທົ່ວໂລກແບບພິເສດ” ຢ່າງເປັນທາງການ, ແນໃສ່ຊຸກຍູ້ສະຖຽນລະພາບ, ຄວາມວັດທະນະຖາວອນ ແລະ ການຮ່ວມມືທົ່ວໂລກໃນສະພາບການໂລກມີການຜັນແປຫຼາຍຢ່າງ.
ຫຸ່ນຍົນສະແດງງານລາຕີສະຫຼອງບຸນກຸດຈີນ ໄດ້ຮັບຄວາມສົນໃຈຈາກສື່ມວນຊົນສາກົນ

ຫຸ່ນຍົນສະແດງງານລາຕີສະຫຼອງບຸນກຸດຈີນ ໄດ້ຮັບຄວາມສົນໃຈຈາກສື່ມວນຊົນສາກົນ

ຂ່າວສານຊີອາໄອລາຍງານ ໃນວັນທີ 18 ກຸມພາ ຜ່ານມາວ່າ: ພາຍຫຼັງງານລາຕີສະຫຼອງບຸນກຸດຈີນຂອງວິທະຍຸ-ໂທລະພາບສູນກາງຈີນປີ 2026 ອອກອາກາດແລ້ວ, ຫຸ່ນຍົນມະນຸດບົນເວທີສະແດງຂອງງານໄດ້ຮັບຄວາມສົນໃຈຫຼາຍຈາກສື່ມວນຊົນສາກົນ.
ຫວຽດນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ຮອບ​ດ້ານ​ໃນ​ລະ​ດັບ​ສູງ​ໃໝ່

ຫວຽດນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ຮອບ​ດ້ານ​ໃນ​ລະ​ດັບ​ສູງ​ໃໝ່

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ກອງປະຊຸມໃຫຍ່ຄັ້ງທີ 14 ຂອງພັກກອມມູນິດຫວຽດນາມ ແມ່ນຂີດໝາຍອັນສະຫງ່າລາສີໃນປະຫວັດສາດ, ເປີດປະຕູເຂົ້າສູ່ສັກກະລາດໃໝ່ຂອງຊາດ. ໂດຍພາຍໃຕ້ແສງສະຫວ່າງຂອງກອງປະຊຸມໃຫຍ່ຄັ້ງທີ 14, ການພົວພັນຕ່າງປະເທດ-ໜ້າທີ່ສຳຄັນຍິ່ງ ຈະໄດ້ຖືກຜັນຂະຫຍາຍຢ່າງຮອບດ້ານໃນລະດັບສູງໃໝ່. ໃນວັນທີ 18 ກຸມພາ ຜ່ານມາ, ທ່ານ ໂຕເລິມ ເລຂາທິການໃຫຍ່ ພັກກອມມູນິດ ຫວຽດນາມ ໄດ້ມີບົດຂຽນຫົວຂໍ້ວ່າ “ຍູ້ແຮງການພົວພັນຕ່າງປະເທດຮອບດ້ານໃນລະດັບສູງໃໝ່”.
ຈຸລິນຊີໃນລຳໄສ້ ຊ່ວຍເພີ່ມພູມຕ້ານທານໃນຜູ້ທີ່ຕິດເຊື້ອ HIV

ຈຸລິນຊີໃນລຳໄສ້ ຊ່ວຍເພີ່ມພູມຕ້ານທານໃນຜູ້ທີ່ຕິດເຊື້ອ HIV

ຂ່າວຕ່າງປະເທດລາຍງານ ໃນວັນທີ 17 ກຸມພາ ຜ່ານມາວ່າ: ການສຶກສາໃໝ່ໂດຍທີມງານຄົ້ນຄວ້າທີ່ນຳພາໂດຍສະຖາບັນວິທະຍາສາດ Weizmann (WIS) ຂອງອິດສະຣາເອນ ໄດ້ຄົ້ນພົບວ່າ: ເຊື້ອແບັກທີເຣຍໃນລຳໄສ້ສາມາດຊ່ວຍເພີ່ມລະບົບພູມຕ້ານທານໃນຜູ້ທີ່ຕິດເຊື້ອ HIV ຊຶ່ງເປີດຊ່ອງທາງໃໝ່ໃນການປ້ອງກັນການຕິດເຊື້ອ ແລະ ປັບປຸງຄຸນນະພາບຊີວິດຂອງຜູ້ທີ່ຕິດເຊື້ອ HIV.
ຜູ້ຊ່ຽວຊານເຕືອນ AI ອາດຈະເຮັດໃຫ້ການຈ້າງງານໃນອິນເດຍຫຼຸດລົງ

ຜູ້ຊ່ຽວຊານເຕືອນ AI ອາດຈະເຮັດໃຫ້ການຈ້າງງານໃນອິນເດຍຫຼຸດລົງ

ຂ່າວຕ່າງປະເທດລາຍງານ ໃນວັນທີ 17 ກຸມພາ ຜ່ານມາວ່າ: ຜູ້ຊ່ຽວຊານທີ່ເຂົ້າຮ່ວມກອງປະຊຸມ AI Impact Summit ຊຶ່ງຈັດຂຶ້ນທີ່ນະຄອນຫຼວງນິວເດລີ ປະເທດອິນເດຍ ໃນວັນທີ 16 ກຸມພາຜ່ານມາ ໄດ້ເຕືອນວ່າ, ການຂະຫຍາຍຕົວຢ່າງໄວວາຂອງປັນຍາປະດິດ (AI) ອາດຈະເຮັດໃຫ້ການເຕີບໂຕຂອງການຈ້າງງານໃນປະເທດອິນເດຍຊ້າລົງ ຖ້າຫາກອິນເດຍບໍ່ເລັ່ງຍົກລະດັບທັກສະແຮງງານໃຫ້ທັນກັບເຕັກໂນໂລຊີໃໝ່.
ຟີລິບປິນ ໂອນເງິນກັບປະເທດບັນລຸລະດັບສູງສຸດເປັນປະຫວັດການ

ຟີລິບປິນ ໂອນເງິນກັບປະເທດບັນລຸລະດັບສູງສຸດເປັນປະຫວັດການ

ຂ່າວຕ່າງປະເທດລາຍງານ ຫວ່າງມໍ່ໆມານີ້ວ່າ: ທະນາຄານກາງຟີລິບປິນ (BSP) ໄດ້ເປີດເຜີຍວ່າ, ຊາວຟີລິບປິນໃນຕ່າງປະເທດໄດ້ໂອນເງິນກັບປະເທດບັນລຸລະດັບສູງສຸດເປັນປະຫວັດການ ທີ່ 3.89 ຕື້ໂດລາ ໃນເດືອນທັນວາ 2025 ຊຶ່ງເຮັດໃຫ້ເງິນທີ່ໂອນກັບປະເທດທັງໝົດໃນປີ 2025 ເພີ່ມຂຶ້ນເປັນ 39.62 ຕື້ໂດລາ, ເພີ່ມຂຶ້ນ 3.3% ຈາກ 38.34 ຕື້ໂດລາ ໃນປີ 2024.
ທ້ອງ​ຖິ່ນ​ຕ່າງໆ​ຂອງ​ຈີນ​ມີ​ບັນ​ຍາ​ກາດ​ສະຫຼອງ​ບຸນຢ່າງຄຶກຄື້ນ ​ໃນ​ໄລ​ຍະ​ພັກ 2 ມື້​ຜ່ານ​ມາ​

ທ້ອງ​ຖິ່ນ​ຕ່າງໆ​ຂອງ​ຈີນ​ມີ​ບັນ​ຍາ​ກາດ​ສະຫຼອງ​ບຸນຢ່າງຄຶກຄື້ນ ​ໃນ​ໄລ​ຍະ​ພັກ 2 ມື້​ຜ່ານ​ມາ​

ຂ່າວສານຊີອາໄອລາຍງານໃນວັນທີ 17 ກຸມພາ ຜ່ານມາວ່າ: ແຫຼ່ງ​ຂ່າວ​ຈາກ​ກະ​ຊວງ​ການ​ຄ້າ​ຈີນ​ໃຫ້​ຮູ້​ວ່າ, ໃນ​ໄລ​ຍະ​ພັກ​ບຸນ​ກຸດ​ຈີນ​ໃນ 2 ມື້​ຜ່ານ​ມາ, ກະ​ຊວງ​ການ​ຄ້າ​ຈີນ ໄດ້​ຮ່ວມ​ກັບ​ພາກ​ສ່ວນ​ທີ່​ກ່ຽວ​ຂ້ອງ ແລະ ທ້ອງ​ຖິ່ນ​ຕ່າງໆ​ຂອງ​ຈີນ​ລົງ​ເລິກ​ຈັດ​ກິດ​ຈະ​ກຳ​ຊື້​ສິນ​ຄ້າ​ເພື່ອ​ສະຫຼອງ​ບຸນ​ກຸດ​ຈີນ, ທ້ອງ​ຖິ່ນ​ຕ່າງໆ​ມີ​ບັນ​ຍາ​ກາດ​ການສະຫຼອງ​ບຸນ​ທີ່​ຄຶກ​ຄື້ນ​ມ່ວນ​ຊື່ນ ແລະ ​ຂາຍສິນ​ຄ້າໄດ້​ດີຫຼາຍ.
ທ່ານ​ ໂຕ​ເລິມ ຢ້ຽມ​ຢາມ ອວຍ​ພອນ​ບຸນ​ເຕັດ​ອົງ​ຄ​ະ​ນະ​ພັກ ແລະ ປະ​ຊາ​ຊົນ​ນະ​ຄອນຫຼວງຮ່າ​ໂນ້ຍ

ທ່ານ​ ໂຕ​ເລິມ ຢ້ຽມ​ຢາມ ອວຍ​ພອນ​ບຸນ​ເຕັດ​ອົງ​ຄ​ະ​ນະ​ພັກ ແລະ ປະ​ຊາ​ຊົນ​ນະ​ຄອນຫຼວງຮ່າ​ໂນ້ຍ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນທີ 16 ກຸມພາ ຜ່ານມາ, ກົງກັບວັນທີ 29 ເດືອນ 12 ປີ ມະເສັງ 2025. ກ່ອນສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່, ທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໄດ້ໄປຢ້ຽມຢາມ, ອວຍພອນບຸນປີໃໝ່ອົງຄະນະພັກ, ອຳນາດການປົກຄອງ ແລະ ປະຊາຊົນນະຄອນຫຼວງຮ່າໂນ້ຍ.
ເພີ່ມເຕີມ