ທ່ານ ອາລີຊາເບັດ ເຈີຣາດ ຮອງຜູ້ອຳນວຍການສະຖາບັນການຮຽນຮູ້ ແລະ ການເຮັດວຽກ ກ່າວວ່າ: ໂຕເລກຫຼ້າສຸດສະທ້ອນໃຫ້ເຫັນວ່າອັດຕາຂອງໄວໜຸ່ມອາຍຸລະຫວ່າງ 16-24 ປີໃນກຸ່ມ NEET ຍັງຄົງສູງກວ່າລະດັບຂອງປີກາຍ ແລະ ມີທ່າອ່ຽງທີ່ຈະເພີ່ມຂຶ້ນໃນໄລຍະຍາວ ຊຶ່ງຫຼາຍກວ່າເຄິ່ງໜຶ່ງບໍ່ມີສ່ວນຮ່ວມທາງດ້ານເສດຖະກິດ ແລະ ສ່ວນໃຫຍ່ປະສົບກັບຄວາມຫຍຸ້ງຍາກໃນການຫັນປ່ຽນຈາກການສຶກສາໄປສູ່ການມີວຽກເຮັດງານທຳທີ່ໝັ້ນຄົງໃນໄວຜູ້ໃຫຍ່.
ທ່ານ ຮັນນາ ລາຣເຊນ ຜູ້ຈັດການດ້ານນະໂຍບາຍທີ່ສະພາການການຄ້າສະຫະລາຊະອານາຈັກ ກ່າວວ່າ: ພາກທຸລະກິດຕ້ອງການຈ້າງໄວໜຸ່ມຫຼາຍຂຶ້ນ, ແຕ່ແຮງກົດດັນດ້ານຄ່າໃຊ້ຈ່າຍທີ່ເພີ່ມຂຶ້ນກຳລັງສົ່ງຜົນກະທົບຕໍ່ການຈ້າງງານ. ດັ່ງນັ້ນ, ລັດຖະບານຄວນຊຸກຍູ້ໃຫ້ທຸລະກິດຕ່າງໆປະກອບສ່ວນເຂົ້າໃນການແກ້ໄຂວິກິດການການຈ້າງງານຂອງໄວໜຸ່ມ. ພ້ອມທັງຄຳນຶງເຖິງຄວາມກົດດັນ ແລະ ພາລະທີ່ພາກທຸລະກິດກຳລັງປະເຊີນຢູ່.
ຄໍາເຫັນ