![]() |
ການເຂົ້າວາງກະຕ່າດອກໄມ້ ຂອງບັນດາຄະນະບໍລິຫານງານພັກ, ຄະນະພັກຮາກຖານ, ຄະນະ ໜ່ວຍພັກ ແລະ ມາຊິກພັກ ຄອສພ ຄັ້ງນີ້, ເພື່ອສະແດງເຖິງຄວາມກະຕັນຍູຮູ້ບຸນຄຸນຕໍ່ປະທານ ໄກສອນ ພົມວິຫານ
![]() |
ທີ່ໄດ້ສຸມເຫື່ອແຮງ, ສະຕິປັນຍາເຂົ້າໃນການນຳພາ-ຊີ້ນໍາ ພາລະກິດປະຕິວັດຕໍ່ສູ້ຕ້ານການຮຸກ ຮານ ສາມາດຍາດໄດ້ໄຊຊະນະ ແລະ ປະເທດຊາດໄດ້ຮັບການປົດປ່ອຍຢ່າງສົມບູນ ພາຍຫຼັງສະຖາປະນາ ສປປລາວ, ປະທານ ໄກສອນ ພົມວິຫານ ຍັງເປັນຜູ້ນໍາທີ່ມີແນວຄິດລິເລີ່ມ ແລະ ຊອກຫາແນວທາງການ ປ່ຽນແປງໃໝ່ ເພື່ອນໍາເອົາຄວາມຢູ່ເຢັນເປັນສຸກມາສູ່ປະຊາຊົນລາວບັນດາເຜົ່າ, ຜົນງານ ແລະ ຄຸນງາມ ຄວາມດີຂອງປະທານ ໄກສອນ ພົມວິຫານ ແລະ ບັນພະບູລຸດລາວ ກໍຄືບັນດານັກຮົບປະຕິວັດແມ່ນຍິ່ງ ໃຫຍ່ທີ່ສຸດ.
![]() |
ໃນນີ້, ປະທານ ໄກສອນ ພົມວິຫານ ແມ່ນໄດ້ກາຍເປັນຕົວແທນລວມຍອດແຫ່ງຄວາມຮັກຊາດ ແລະ ເປັນສັນຍາລັກແຫ່ງຊາດລາວວິລະຊົນ, ຄົນລາວພິລະອາດຫານ, ຊຶ່ງຜົນງານ ແລະ ຄຸນງາມດີຂອງ ເພິ່ນໄດ້ຈາລຶກໃນຄວາມຊົງຈໍາຂອງປະຊາຊົນລາວບັນດາເຜົ່າຕະຫຼອດໄປ.
(ຂ່າວ-ພາບ: ສຳນານ)



ຄໍາເຫັນ