ວາງສະແດງຮູບພາບລະນຶກວັນໄຊຊະນະບັ້ນຮົບປົດປ່ອຍດຽນບຽນຝູ້ ຄົບຮອບ70 ປີ

ວາງສະແດງຮູບພາບລະນຶກວັນໄຊຊະນະບັ້ນຮົບປົດປ່ອຍດຽນບຽນຝູ້ ຄົບຮອບ70 ປີ
ພິທີເປີດງານວາງສະແດງຮູບພາບລະນຶກວັນໄຊຊະນະບັ້ນຮົບປົດປ່ອຍດຽນບຽນຝູ້ ຄົບຮອບ70 ປີ(7/5/1954-7/5/2024)ໄດ້ຈັດຂຶ້ນໃນວັນທີ 6 ພຶດສະພານີ້ ທີ່ຫໍພິພິທະພັນກອງທັບໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານນາງປານີ ຢາທໍ່ຕູ້ ຮອງປະທານປະເທດແຫ່ງ ສປປ ລາວ, ມີທ່ານ ຫງວຽນ ບ໋າ ຮຸ່ງ ເອກອັກຄະລັດຖະທູດແຫ່ງ ສສ ຫວຽດນາມປະຈຳ ສປປ ລາວ, ມີບັນດາການນໍາພັກ-ລັດ, ຄະນະນໍາກະຊວງປ້ອງກັນປະເທດເຂົ້າຮ່ວມ.
    ທ່ານພົນໂທວົງຄຳ ພົມມະກອນຮອງລັດຖະມົນຕີກະຊວງປ້ອງກັນປະເທດກ່າວວ່າ:ສປປລາວຖືວ່າໄຊຊະນະດຽນບຽນຝູ້ສຸດທີ່ມີຄວາມສໍາຄັນໃນຄວາມສາມັກຄີຮ່ວມສໍາພັນສູ້ຮົບລະຫວ່າງລາວ-ຫວຽດນາມຮ່ວມຕີສັດຕູໂຕດຽວກັນປະສານສົມທົບຊ່ວຍໜູນຊຶ່ງກັນ ແລະ ກັນກາຍເປັນສັນຍາລັກອັນໂດດເດັ່ນແຫ່ງນໍ້າໃຈມິດຕະພາບອັນຍິ່ງໃຫຍ່ ຄວາມສາມັກຄີພິເສດລະຫວ່າງລາວ-ຫວຽດນາມບົນຈິດໃຈ “ ເຂົ້າເມັດຫັກ-ຜັກໃບດຽວກໍບິແບ່ງປັນກັນ”. ດ້ວຍນໍ້າໃຈສາມັກຄີອັນບໍລິສຸດຜຸດຜ່ອງຂອງປະຊາຊົນ ແລະ ກອງທັບລາວ-ຫວຽດນາມທີ່ແທ້ຈິງ, ສືບຕໍ່ເປັນມູນເຊື້ອປະກອບສ່ວນເຂົ້າໃນໄຊຊະນະອັນເປັນປະຫວັດສາດຂອງສອງຊາດລາວ-ຫວຽດນາມຄື: ບັ້ນຮົບຍຸດທະສາດ " ໂຮ່ຈິມິນ "ປົດປ່ອຍ ແລະ ທ້ອນໂຮມປະເທດຊາດເຂົ້າເປັນໜຶ່ງໃນລະດູບານໃໝ່ປີ 1975 ແລະ ສ້າງກາລະໂອກາດ ພັນປີມີຄັ້ງໜຶ່ງໃຫ້ການປະຕິວັດລາວ ແລະ ປະຊາຊົນລາວລຸກຮືຂຶ້ນຢຶດອໍານາດໄດ້ຢ່າງສົມບູນແບບ “ ບົວບໍ່ຊໍ້າ, ນ້ຳບໍ່ຂຸ່ນ" ສະຖາປະນາ ສາທາລະນາລັດ ປະຊາທິປະໄຕ ປະຊາຊົນລາວຂຶ້ນໃນປີ 1975.
ທ່ານພົນໂທ ວົງຄຳ ພົມມະກອນ ກ່າວຕື່ມວ່າ: ການເປີດວາງສະແດງຄັ້ງນີ້ ເປັນການທົບທວນຫວນຄືນຜົນງານ-ໄຊຊະນະຂອງປະຊົນຫວຽດນາມອ້າຍນ້ອງພາຍໃຕ້ການນໍາພາຂອງພັກກອມມູນິດຫວຽດນາມອັນມີປະທານໂຮ່ຈິມິນເປັນຜູ້ກໍ່ຕັ້ງ ແລະ ນໍາພາຕໍ່ສູ້ເພື່ອເອກະລາດ, ເສລີພາບ ແລະ ຄວາມຜາສຸກຂອງປະຊາຊົນເປັນການເສີມຂະຫຍາຍມູນເຊື້ອແຫ່ງຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານລະຫວ່າງສອງຊາດ-ສອງກອງທັບລາວ-ຫວຽດນາມໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດກໍຄືການກໍ່ສ້າງລະບອບສັງຄົມນິຍົມທີ່ມັ່ງຄັ່ງ, ເຂັ້ມແຂງ, ເປັນການຮຽນຮູ້ເຖິງວິລະກຳອັນລໍ້າເລີດ, ຄວາມເດັດດ່ຽວໜຽວແໜ້ນ ແລະ ພິລະອາດຫານຂອງກອງທັບ ແລະ ປະຊາຊົນຫວຽດນາມວິລະຊົນອ້າຍນ້ອງໃນພາລະກິດຕໍ່ສູ້ປົດປ່ອຍຊາດດ້ວຍບົດຮຽນ ແລະ ໄຊຊະນະດຽນບຽນຝູ້ ໄດ້ພິສູດໃຫ້ເຫັນສັດຈະທຳຂອງຍຸກສະໄໝທີ່ວ່າ: ຖ້າປະເທດທີ່ຖືກກົດຂີ່ຂົ່ມເຫງ ແຕ່ມີມານະຈິດຕໍ່ສູ້ກູ້ຊາດທີ່ເດັດດ່ຽວ, ມີແນວທາງທີ່ຖືກຕ້ອງ, ມີຫົວຄິດປະດິດສ້າງ, ຮູ້ວິທີເຕົ້າໂຮມຄວາມສາມັກຄີຕໍ່ສູ້ເພື່ອເອກະລາດຂອງຊາດ ຈະຕ້ອງໄດ້ຮັບໄຊຊະນະສັດຈະທຳອັນນີ້ໄດ້ຢັ້ງຢືນໃຫ້ພວກເຮົາຮັບຮູ້ມາຮອດທຸກວັນນີ້ຊຶ່ງຈະເປັນປະໂຫຍດສໍາລັບການສຶກສາຮຽນຮູ້ກ່ຽວກັບທີ່ຕັ້ງຍຸດທະສາດ ແລະ ຄວາມໝາຍສໍາຄັນຂອງໄຊຊະນະບັ້ນຮົບດຽນບຽນຝູ້ຈະເຮັດໃຫ້ຜູ້ຊົມຮູ້ກ່ຽວກັບເລື່ອງແທ້ຄົນຈິງຈໍານວນໜຶ່ງ ຊຶ່ງລ້ວນແລ້ວແຕ່ເກີດມາຈາກລັດທິວິລະຊົນປະຕິວັດອັນເປັນໜ້າສັນເສີນ, ເຫັນໄດ້ຄວາມເລິກເຊິ່ງຂອງມິດຕະພາບ ແລະ ການພົວພັນສາມັກຄີພິເສດລະຫວ່າງສອງຊາດລາວ-ຫວຽດນາມ, ຫວຽດນາມ-ລາວທີ່ໄດ້ຜ່ານການທົດສອບ ແລະ ຫຼໍ່ຫຼອມໃນແປວໄຟຂອງສົງຄາມອັນດຸເດືອດ, ເຕັມໄປດ້ວຍການເສຍສະຫຼະອັນໃຫຍ່ຫຼວງ, ປະທານໂຮ່ຈິມິນໄດ້ຂຽນໄວ້ວ່າ: ໄຊຊະນະດຽນບຽນຝູ້ແມ່ນ" ຫຼັກສີລາຄໍາ " ອັນໃສແຈ້ງສະຫງ່າງາມໃນປະຫັວດສາດທີ່ໄດ້ບັນທຶກ ແລະ ບົ່ງບອກເຖິງຄາວທີ່ລັດທິລ່າເມືອງຂຶ້ນລົ້ມສະຫຼາຍລົງແລ້ວ ແລະ ໃນຂະນະດຽວກັນນັ້ນກະແສຟອງຂະບວນການຕໍ່ສູ້ປົດປ່ອຍຊາດຂອງບັນດາປະຊາຊາດໃນໂລກ ກໍນັບມື້ນັບເພີ່ມທະວີຂຶ້ນກ້າວໄປສູ່ໄຊຊະນະຢ່າງສົມບູນ ນີ້ແມ່ນໄຊຊະນະອັນໃຫຍ່ຫຼວງຂອງປະຊາຊົນພວກເຮົາ, ເປັນໄຊຊະນະລວມຂອງບັນດາປະຊາຊາດທີ່ຖືກກົດຂີ່ຂົ່ມເຫັງທັງໝົດໃນໂລກ, ໄຊຊະນະດຽນບຽນຝູ້ໄດ້ຢຸດຕິການເປັນຫົວເມືອງຂຶ້ນຝຣັ່ງຢ່າງສິ້ນເຊີງຂອງປະເທດຫວຽດນາມ-ລາວ ແລະ ກຳປູເຈຍ ທັງ
ເປັນການເປີດສັງກາດໃໝ່ໃຫ້ແກ່ຂະບວນການຕໍ່ສູ້ກູ້ຊາດ ແລະ ປົດປ່ອຍຊາດຂອງກອງທັບ ແລະ ປະຊາຊົນລາວຂອງພວກເຮົາກ້າວຂຶ້ນຢ່າງບໍ່ຢຸດຢັ້ງຈາກໄຊຊະນະນີ້ໄປສູ່ໄຊຊະນະໃໝ່ຍິ່ງໃຫຍ່ກ່ວາເກົ່າ.
ຂ່າວ-ພາບ: ບຸນອູ້ມ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາມີທ່າແຮງຫຼາຍດ້ານ ໂດຍສະເພາະວຽກງານວັດທະນະທໍາ ພົ້ນເດັ່ນໃນການອະນຸລັກຮັກສາ, ຟື້ນຟູ ແລະ ສົ່ງເສີມຄຸນຄ່າທາງວັດທະນະທໍາຂອງທ້ອງຖິ່ນໃຫ້ຍືນຍົງ ຄຽງຄູ່ກັບການພັດທະນາ.
ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ພິທີເປີດນຳໃຊ້ ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ ຢູ່ເມືອງຫົງສາ ແຂວງໄຊຍະບູລີ ໄດ້ຈັດຂຶ້ນໃນວັນທີ 22 ທັນວາຜ່ານມານີ້, ໂດຍການເຂົ້າຮ່ວມຂອງທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດແຫ່ງ ສປປ ລາວ, ມີທ່ານ ຈັນທະບູນ ສຸກອາລຸນ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ເພັງນິລັນ ຄຳພັນເພັງ ປະທານສະພາປະຊາຊົນແຂວງ, ການນຳຂອງແຂວງ, ເມືອງຫົງສາ, ເມືອງເງິນ, ບໍລິສັດໄຟຟ້າຫົງສາ ຈຳກັດ, ບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ, ແຂກຖືກເຊີນ ແລະ ພະນັກງານບໍລິສັດດັ່ງກ່າວເຂົ້າຮ່ວມ.
ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ໃນວັນທີ 20 ທັນວາຜ່ານມານີ້, ທີ່ໂຮງແຮມ ລາວພລາຊາ ນະຄອນຫຼວງວຽງຈັນ ໄດ້ມີ ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ. ພິທີດັ່ງກ່າວຈັດຂຶ້ນໂດຍ ທ່ານນາງ ໂພສີ ພົມກອງ ພ້ອມດ້ວຍລູກຫຼານ ເພື່ອແນະນຳປຶ້ມ “ປະຫວັດສາດ ສັງຄົມ ແລະ ວັດທະນະທຳ” ຢ່າງເປັນທາງການ ພ້ອມທັງຈັດພິທີລະນຶກເຖິງຊີວິດ ແລະ ຜົນງານອັນຍືນຍົງຂອງທ່ານ ຄຳມາ ພົມກອງ ຊຶ່ງແມ່ນນັກປະພັນ, ນັກກະວີ, ນັກວັດທະນະທຳ-ສັງຄົມ, ນັກເຄື່ອນໄຫວປະຕິວັດ ແລະ ລູກຊາຍຜູ້ອຸທິດຕົນໃຫ້ແກ່ຊາດລາວ.
ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ວັນທີ 25 ທັນວານີ້ ຢູ່ທີ່ໂຮງຮຽນສາທາລະນະສຸກວຽງຈັນ ແຂວງວຽງຈັນ ໄດ້ສະຫຼຸບການເຄື່ອນໄຫວວຽກງານ ໃນສົກປີ 2024-2025 ແລະ ວາງທິດທາງແຜນການສົກປີ 2025-2026 ໂດຍການເຂົ້າຮ່ວມຂອງ ທ່ານ ບຸນເສີດ ແກ້ວປະສິດ ຫົວໜ້າກົມຈັດຕັ້ງ ກະຊວງສາທາລະນະສຸກ, ທ່ານ ສີໂຫ ແສງສະຫວ່າງ ຮອງຫົວໜ້າພະແນກສາທາລະນະສຸກແຂວງວຽງຈັນ, ມີແຂກຖືກເຊີນຈາກພາກສ່ວນກ່ຽວຂ້ອງ ແລະ ນັກສຶກສາເຂົ້າຮວມ.
ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ເພີ່ມເຕີມ