ວາງສະແດງຜະລິດຕະພັນ-ສິນຄ້າ ສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 75 ປີ

ວາງສະແດງຜະລິດຕະພັນ-ສິນຄ້າ ສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 75 ປີ
ພິທີເປີດງານວາງສະແດງຜະລິດຕະພັນ-ສິນຄ້າ ສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 75 ປີ ໄດ້ຈັດຂຶ້ນໃນວັນທີ 12 ມັງກອນນີ້ ທີ່ເດີ່ນພະທາດຫຼວງ ໂດຍການເຂົ້າຮ່ວມຂອງທ່ານ ພົນຕີ ວົງຄໍາ ພົມມະກອນ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ພ້ອມດ້ວຍແຂກຖືກເຊີນ,ນາຍ ແລະ ພົນທະຫານເຂົ້າຮ່ວມ.
ທ່ານ ພົຈວ ຈັນດີ ສຸລິວົງ ຮອງຫົວໜ້າກົມໃຫຍ່ພະລາທິການກອງທັບ ກ່າວວ່າ: ກະຊວງປ້ອງກັນປະເທດ ຮ່ວມກັບພາກສ່ວນທຸລະກິດເປີດງານວາງສະແດງສິນຄ້າ ແລະ ຜະລິດຕະພັນຂອງກອງທັບປະຊາຊົນລາວຄັ້ງນີ້ຂຶ້ນ ເພື່ອເປັນການປະກອບສ່ວນເຂົ້າໃນງານສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 75 ປີ ໃຫ້ເຕັມໄປດ້ວຍເນື້ອໃນທີ່ອຸດົມສົມບູນ ແລະ ມີຄວາມໝາຍເລິກເຊິ່ງ. ຕະຫຼອດໄລຍະເວລາກວ່າເຄິ່ງສະຕະວັດ (ນັບແຕ່ວັນທີ 20 ມັງກອນ 1949 ເຖິງວັນທີ 20 ມັງກອນ 2024) ທີ່ກອງທັບປະຊາຊົນລາວໄດ້ກຳເນີດເຕີບໃຫຍ່ຂະຫຍາຍຕົວ ແລະ ສູ້ຮົບມີໄຊ ພາຍໃຕ້ການນຳພາຂອງພັກປະຊາຊົນປະຕິວັດລາວ ຊຶ່ງເຕັມໄປດ້ວຍນໍ້າໃຈເສຍສະຫຼະ, ພິລະອາດຫານ ກອງທັບປະຊາຊົນລາວຍາມໃດກໍປະຕິບັດ 3 ໜ້າທີ່ 4 ການພົວພັນໄດ້ເປັນຢ່າງດີຕະຫຼອດມາ ທັງເຄື່ອນໄຫວສູ້ຮົບ,ຝຶກແອບຮໍ່າຮຽນ, ປັບປຸງກຳລັງ, ເພີ່ມພູນການຜະລິດຜົນ, ຫາລ້ຽງກຸ້ມຕົນເອງດ້ວຍການສ້າງພະລາທິການກັບທີ່ເຊີດຊູຈິດໃຈຕາມທິດນໍາ “ເພິ່ງຕົນເອງ ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ” ໄດ້ກາຍເປັນທາດແທ້ມູນເຊື້ອອັນດີງາມຂອງກອງທັບປະຊາຊົນລາວນັບແຕ່ມື້ສ້າງຕັ້ງຈົນເຖີງປັດຈຸບັນ ນັບແຕ່ມື້ປະເທດຊາດໄດ້ຮັບການປົດປ່ອຍ ແລະ ສະຖາປະນາສາທາລະນະລັດປະຊາທິປະໄຕ ປະຊາຊົນລາວໃນວັນທີ 2 ທັນວາ 1975 ໂດຍສະເພາະຕໍ່ການເຕີບໃຫຍ່ຂະຫຍາຍຕົວຂອງກອງທັບ ວຽກງານຜະລິດສ້າງເສດຖະກິດຂອງກອງທັບຍິ່ງມີຄວາມຕ້ອງການສູງຂຶ້ນເລື້ອຍໆ.ພາຍໃຕ້ການຊີ້ນໍາ-ນໍາພາຂອງຄະນະນໍາກະຊວງປ້ອງກັນປະເທດແຕ່ລະໄລຍະໄດ້ເອົາໃຈໃສ່ຢ່າງຕັ້ງໜ້າເຂົ້າໃນການຊຸກຍູ້ຢ່າງແຂງແຮງໃນການຈັດຕັ້ງເພີ່ມພູນຜະລິດຜົນຕາມແຜນປູກຝັງ-ລ້ຽງສັດ ມູນເຊື້ອຂອງກົມກອງທະຫານທັງເພີ່ມທະວີຂະຫຍາຍຖານການຜະລິດທາງດ້ານກະສິກຳໄດ້ສ້າງສູນຜະລິດກະສິກຳຂຶ້ນຫຼາຍແຫ່ງຕັ້ງໜ້າຂະຫຍາຍອຸດສາຫະກຳປຸງແຕ່ງ ແລະ ພັດທະນາຂະແໜງອຸດສາຫະກໍາປ້ອງກັນຊາດ. ມາຮອດປັດຈຸບັນ, ທົ່ວກອງທັບໄດ້ມີຫຼາຍຫົວໜ່ວຍທຳການຜະລິດທຸລະກິດເປັນຂອງຕົນເອງ ຫົວໜ່ວຍທຸລະກິດຮ່ວມມືພາຍໃນ ແລະ ຮ່ວມມືກັບຕ່າງປະເທດເປັນລັດວິສາຫະກິດທີ່ຂຶ້ນກັບກະຊວງປ້ອງກັນປະເທດຄຸ້ມຄອງ.
ການຈັດງານວາງສະແດງໃນຄັ້ງນີ້, ມີຫົວໜ່ວຍທຸລະກິດເຂົ້າຮ່ວມ 50 ຫົວໜ່ວຍ, ແບ່ງອອກເປັນ 95 ຮ້ານ, ໃນນັ້ນມີຫົວໜ່ວຍການຜະລິດ, ໂຮງຈັກ, ໂຮງງານ, ບໍລິສັດ,ວິສາຫະກິດພາຍໃນກອງທັບ 34 ຫົວໜ່ວຍຈັດວາງເປັນ 36 ຮ້ານມີ: ປະເພດເຄື່ອງນຸ່ງຫົ່ມ, ເຄື່ອງຫັດຖະກຳ, ຢາປົວພະຍາດ-ບໍາລຸງສຸຂະພາບ, ຜະລິດຕະພັນກະສິກຳປະເພດພືດຜັກ, ຊີ້ນ, ປາ, ໄຂ່, ເບ້ຍໄມ້, ເຄື່ອງປະດັບຍົດ, ເຄື່ອງໃຊ້ຄົວເຮືອນ, ເຟີນີເຈີ, ໂທລະຄົມ, ການບິນ, ການກໍ່ສ້າງ, ສິ່ງປະດິດ ແລະ ອື່ນໆ ທັງເປັນວັດຖຸພັນ, ຮູບພາບ, ວິດີໂອ ແລະ ສິ່ງພິມຕ່າງໆທີ່ສ່ອງແສງໃຫ້ເຫັນຜົນງານ, ການເຄື່ອນໄຫວຂອງບັນດາຫົວໜ່ວຍ, ກົມກອງຕ່າງໆທີ່ເຄີຍມີມູນເຊື້ອຮັບໃຊ້ກອງທັບໃນໄລຍະປົກປັກຮັກສາ ແລະ ສ້າງສາປະເທດຊາດໃນປັດຈຸບັນ.ນອກຈາກນີ້,ຍັງມີກຸ່ມຜະລິດຕົວແບບຂອງອົງການຈັດຕັ້ງຕ່າງໆ 13 ຫົວໜ່ວຍ, ຫົວໜ່ວຍຂອງຄົນຕ່າງປະເທດທີ່ດຳເນີນທຸລະກິດຢູ່ລາວ 3 ຫົວໜ່ວຍ.ງານວາງສະແດງຄັ້ງນີ້ສ່ອງແສງໃຫ້ເຫັນການປະກອບສ່ວນຂອງກອງທັບເຂົ້າໃນການຈັດຕັ້ງປະຕິບັດສອງໜ້າທີ່ຍຸດທະສາດໃນການປົກປັກຮັກສາ ແລະ ສ້າງສາປະເທດຊາດ ປັບປຸງຂອງກອງທັບປະຊາຊົນໃຫ້ມີຄວາມເຂັ້ມແຂງ ແລະ ທັນສະໄໝ ພ້ອມທັງໂຄສະນາສຶກສາອົບຮົມໃຫ້ພະນັກງານ-ນັກຮົບປະຊາຊົນບັນດາເຜົ່າເຫັນໄດ້ຜົນງານມູນເຊື້ອອັນອົງອາດກ້າແກ່ນ ແລະ ວິລະກຳອັນລໍ້າເລີດຂອງກອງທັບປະຊາຊົນລາວ ພາຍໃຕ້ຮົ່ມທຸງຂອງພັກບັນດາຫຼັກການຜົນງານມູນເຊື້ອປະຕິວັດຜ່ານມາຂອງກອງທັບປະຊາຊົນລາວ ຍັງໄດ້ສະແດງໃຫ້ເຫັນເຖີງການເຕີບໃຫຍ່ເຂັ້ມແຂງຂອງກອງທັບປະຊາຊົນລາວຕະຫຼອດໄລຍະ 75 ປີ ຊຶ່ງໄດ້ຮັບການພັດທະນາກ້າວຂຶ້ນເປັນກອງທັບປະຕິວັດທີ່ເຂັ້ມແຂງ ແລະ ມີລະບຽບແບບແຜນ. ງານດັ່ງກ່າວຈະດຳເນີນໄປນັບແຕ່ວັນທີ 12-18 ມັງກອນນີ້.
ຂ່າວ-ພາບ: ຍຸພິນທອງ+ບຸນອູ້ມ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາມີທ່າແຮງຫຼາຍດ້ານ ໂດຍສະເພາະວຽກງານວັດທະນະທໍາ ພົ້ນເດັ່ນໃນການອະນຸລັກຮັກສາ, ຟື້ນຟູ ແລະ ສົ່ງເສີມຄຸນຄ່າທາງວັດທະນະທໍາຂອງທ້ອງຖິ່ນໃຫ້ຍືນຍົງ ຄຽງຄູ່ກັບການພັດທະນາ.
ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ພິທີເປີດນຳໃຊ້ ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ ຢູ່ເມືອງຫົງສາ ແຂວງໄຊຍະບູລີ ໄດ້ຈັດຂຶ້ນໃນວັນທີ 22 ທັນວາຜ່ານມານີ້, ໂດຍການເຂົ້າຮ່ວມຂອງທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດແຫ່ງ ສປປ ລາວ, ມີທ່ານ ຈັນທະບູນ ສຸກອາລຸນ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ເພັງນິລັນ ຄຳພັນເພັງ ປະທານສະພາປະຊາຊົນແຂວງ, ການນຳຂອງແຂວງ, ເມືອງຫົງສາ, ເມືອງເງິນ, ບໍລິສັດໄຟຟ້າຫົງສາ ຈຳກັດ, ບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ, ແຂກຖືກເຊີນ ແລະ ພະນັກງານບໍລິສັດດັ່ງກ່າວເຂົ້າຮ່ວມ.
ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ໃນວັນທີ 20 ທັນວາຜ່ານມານີ້, ທີ່ໂຮງແຮມ ລາວພລາຊາ ນະຄອນຫຼວງວຽງຈັນ ໄດ້ມີ ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ. ພິທີດັ່ງກ່າວຈັດຂຶ້ນໂດຍ ທ່ານນາງ ໂພສີ ພົມກອງ ພ້ອມດ້ວຍລູກຫຼານ ເພື່ອແນະນຳປຶ້ມ “ປະຫວັດສາດ ສັງຄົມ ແລະ ວັດທະນະທຳ” ຢ່າງເປັນທາງການ ພ້ອມທັງຈັດພິທີລະນຶກເຖິງຊີວິດ ແລະ ຜົນງານອັນຍືນຍົງຂອງທ່ານ ຄຳມາ ພົມກອງ ຊຶ່ງແມ່ນນັກປະພັນ, ນັກກະວີ, ນັກວັດທະນະທຳ-ສັງຄົມ, ນັກເຄື່ອນໄຫວປະຕິວັດ ແລະ ລູກຊາຍຜູ້ອຸທິດຕົນໃຫ້ແກ່ຊາດລາວ.
ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ວັນທີ 25 ທັນວານີ້ ຢູ່ທີ່ໂຮງຮຽນສາທາລະນະສຸກວຽງຈັນ ແຂວງວຽງຈັນ ໄດ້ສະຫຼຸບການເຄື່ອນໄຫວວຽກງານ ໃນສົກປີ 2024-2025 ແລະ ວາງທິດທາງແຜນການສົກປີ 2025-2026 ໂດຍການເຂົ້າຮ່ວມຂອງ ທ່ານ ບຸນເສີດ ແກ້ວປະສິດ ຫົວໜ້າກົມຈັດຕັ້ງ ກະຊວງສາທາລະນະສຸກ, ທ່ານ ສີໂຫ ແສງສະຫວ່າງ ຮອງຫົວໜ້າພະແນກສາທາລະນະສຸກແຂວງວຽງຈັນ, ມີແຂກຖືກເຊີນຈາກພາກສ່ວນກ່ຽວຂ້ອງ ແລະ ນັກສຶກສາເຂົ້າຮວມ.
ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ເພີ່ມເຕີມ