![]() |
ທ່ານ ພຸດທະວີໄຊ ບຸດດາວົງ ຫົວໜ້າທະນາຄານພັດທະນາລາວ ຈໍາກັດ ສາຂາຄໍາມ່ວນກ່າວວ່າ: ໂຄງການກໍ່ສ້າງຕຶກອາຄານ ຂອງ ທພລ ສາຂາຄຳມ່ວນແຫ່ງນີ້, ແມ່ນເປັນຕຶກອາຄານຈະມີ 2 ຮູບແບບ ເຊັ່ນ: ຮູບແບບ ໂຄໂລນ່ຽວ ແລະ ຮູບແບບໂມເດິນ ເພື່ອໃຫ້ແທດເໝາະກັບຍຸກສະໄໝໃໝ່ ຕາມແຕ່ລະທອງຖິ່ນ, ເວົ້າສະເພາະກໍແມ່ນແຂວງຄໍາມ່ວນຂອງພວກເຮົາ ຈະໄດ້ສ້າງອາຄານຮູບແບບໂຄໂລນ່ຽວ ເພື່ອສ້າງສີສັນໃໝ່ໃຫ້ແກ່ເມືອງທ່າແຂກ, ມີຂະໜາດລວງຍາວ 25 ແມັດ, ກວ້າງ 21 ແມັດ. ຮັບເໝົາໂດຍ: ບໍລິສັດ ໂຊກດີມີໄຊ ກໍ່ສ້າງ ຈຳກັດ ເປັນຜູ້ລົງມືກໍ່ສ້າງ, ຄາດວ່າຈະໃຊ້ເວລາໃນການກໍສ້າງປະມານ 12 ເດືອນ.
![]() |
ເພື່ອຄວາມເປັນສິຣີມຸງຄຸນໃຫ້ແກ່ໂຄງການກໍ່ສ້າງອາຄານ, ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄໍາມ່ວນ, ທ່ານ ພຸດທະວີໄຊ ບຸດດາວົງ ແລະ ບັນດາການນໍາແຂວງ, ບໍລິສັດ ໄດ້ພ້ອມກັນຮ່ວມວາງສີລາລຶກ, ຕັດແຖບຜ້າ, ຍໍເສົາເອກ ໂຄງການກໍ່ສ້າງອາຄານດັ່ງກ່າວ.
(ຂ່າວ: ມະນີວັນ)
ຄໍາເຫັນ