ວາງສີລາລືກໂຄງການກໍ່ສ້າງໂຮງແຮມຈຳປາສັກມິຣາໂຄລະດັບ 4 ດາວ

ວາງສີລາລືກໂຄງການກໍ່ສ້າງໂຮງແຮມຈຳປາສັກມິຣາໂຄລະດັບ 4 ດາວ
ພິທີວາງສີລາລືກໂຄງການກໍ່ສ້າງໂຮງແຮມຈຳປາສັກມິຣາໂຄລະດັບ 4 ດາວ ຂຶ້ນໃນວັນທີ 16 ພະຈິກຜ່ານມາທີ່ບ້ານຄັນແຍງເມືອງໂພນທອງແຂວງຈຳປາສັກຂອງບໍລິສັດ ທີທີ ສົ່ງເສີມກະສິກຳ ຂາອອກ-ຂາເຂົ້າ ຈຳກັດ ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານ ພົນເອກ ວິໄລ ຫຼ້າຄຳຟອງ ຮອງນາຍົກລັດຖະມົນຕີລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ(ປກສ), ມີທ່ານ ວິໄລວົງ ບຸດດາຄຳ ເຈົ້າແຂວງຈຳປາສັກ, ມີບັນດາການນຳຈາກສູນກາງ,ແຂວງ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
    ທ່ານ ໜິງ ຢູ ຕຽນ (NING YOU TIAN) ຜູ້ອໍານວຍການບໍລິສັດ ທີທີ ສົ່ງເສີມກະສິກຳ ຂາອອກ-ຂາເຂົ້າ ຈຳກັດ ກ່າວວ່າ: ການລົງທຶນກໍ່ສ້າງໂຮງແຮມລະດັບ 4 ດາວໃນຄັ້ງນີ້, ຄາດຄະເນມູນຄ່າການກໍ່ສ້າງປະມານ 50 ລ້ານໂດລາໂດຍແບ່ງອອກເປັນ 2 ໄລຍະຄື: ໄລຍະທີ 1ເລີ່ມແຕ່ຕົ້ນປີ 2024-2026, ມູນຄ່າການລົງທຶນ 20 ລ້ານໂດລາ ແລະ ໄລຍະທີ 2 ເລີ່ມແຕ່ປີ 2027-2030ມູນຄ່າການລົງທຶນ 30 ລ້ານໂດລາ ໂດຍແບ່ງປັນຜົນປະໂຫຍດ ແມ່ນມອບໃຫ້ອົງການປົກຄອງແຂວງຈຳປາສັກ 10%ແລະ ປກສ ແຂວງ 10% ຂອງກຳໄລສຸດທິ, ຕະຫຼອດໄລຍະອາຍຸການສໍາປະທານ, ນອກຈາກນີ້ບໍລິສັດໄດ້ເອົາໃຈໃສ່ໃນວຽກງານການປົກປັກຮັກສາສິ່ງແວດລ້ອມທາງທຳມະຊາດ, ສ້າງໃຫ້ກາຍເປັນໂຮງແຮມສີຂຽວຂອງອາຊຽນປະກອບສ່ວນໃນການສ້າງວຽກເຮັດ-ຍົກລະດັບຊີວິກການເປັນຢູ່ຂອງພະນັກງານ ປະຊາຊົນລາວຮັບປະກັນໃນການປະຕິບັດດ້ານພັນທະງົບປະມານໃຫ້ຖືກຕ້ອງຕາມລະບຽບກົດໝາຍກຳນົດ.
    ບໍລິສັດ ທີທີ ສົ່ງເສີມກະສິກຳ ຂາອອກ-ຂາເຂົ້າ ຈໍາກັດ ເປັນບໍລິສັດທີ່ມີຜົນສຳເລັດ, ປະສົບການ, ມີຄວາມສາມາດທາງດ້ານທຶນໃນການລົງທຶນຂະໜາດໃຫຍ່ຢູ່ ສປ ຈີນ ໃນຂົງເຂດການຜະລິດກະສິກໍາ, ອຸດສາຫະກຳການທ່ອງທ່ຽວ ແລະ ອື່ນໆ, ສ່ວນເປົ້າໝາຍຍຸດທະສາດ ແລະ ທິດທາງໃນການລົງທຶນຢູ່ ສປປ ລາວ ກໍຄືແຂວງຈຳປາສັກ ບໍລິສັດມີຄວາມເຊື່ອໝັ້ນຕໍ່ແນວທາງວາງນະໂຍບາຍສົ່ງເສີມການລົງທຶນຂອງແຂວງ ກໍຄືການສົ່ງເສີມວຽກງານອຸດສາຫະກຳການທ່ອງທ່ຽວປະກອບສ່ວນໃນການພັດທະນາເສດຖະກິດ-ສັງຄົມຂອງແຂວງການທ່ອງທ່ຽວໄດ້ສ້າງລາຍຮັບເປັນເງິນຕາຕ່າງປະເທດເຂົ້າມາໃນປະເທດ; ຊຸກຍູ້ການຜະລິດກະສິກຳ, ການຜະລິດອຸດສາຫະກຳພາຍໃນ, ການສົ່ງເສີມຫັດຖະກຳທີ່ເປັນມູນເຊື້ອຂອງຊາວແຂວງຈໍາປາສັກອີກດ້ວຍ.    
    ຈາກນັ້ນ, ທ່ານ ພົນເອກ ວິໄລ ຫຼ້າຄຳຟອງ ໄດ້ໃຫ້ກຽດຕັດແຖບຜ້າ, ວາງສີລາລືກ, ລັ່ນຄ້ອງ 9 ບາດ ແລະ ປ່ອຍປຸ່ມເປົ້າ ເພື່ອເປັນສິລິມຸງຄຸນໃຫ້ແກ່ໂຄງການດັ່ງກ່າວອີກດ້ວຍ.
ຂ່າວ-ພາບ: ທັດຊະນະ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ສະມໍລບີ ຈັດກິດຈະກໍາ ໂຄສະນາໃຫ້ສັງຄົມມາທ່ຽວງານບຸນຖິ້ມຂີ້ເຫຍື້ອໃຫ້ຖືກວິທີ

ສະມໍລບີ ຈັດກິດຈະກໍາ ໂຄສະນາໃຫ້ສັງຄົມມາທ່ຽວງານບຸນຖິ້ມຂີ້ເຫຍື້ອໃຫ້ຖືກວິທີ

ໃນວັນທີ 2 ພະຈິກຜ່ານມາ ທີ່ເດີ່ນພະທາດຫຼວງວຽງຈັນ, ບໍລິສັດ ສະມໍຣບີ ຮ່ວມກັບຄະນະບໍລິຫານງານຊາວໜຸ່ມປະຊາຊົນ ປະຕິວັດລາວ ນະຄອນຫຼວງວຽງຈັນ (ປປຊ ນວ) ໄດ້ນຳພານ້ອງໆຊາວໜຸ່ມອາສາສະໝັກ ທີ່ມາຈາກ ໂຮງຮຽນ ມສ ມິດຕະພາບລາວ-ຫວຽດນາມ ແລະ ມສ ວຽງຈັນ ຈໍານວນ 20 ຄົນ ເຮັດກິດຈະກໍາເດີນຂະບວນໂຄສະນາປະຊາສໍາພັນ ໃຫ້ປະຊາຊົນ ກໍຄືສັງຄົມທີ່ມາທ່ຽວງານບຸນນະມັດສະການພະທາດຫຼວງວຽງຈັນ ປະຈໍາປີ 2025 ແລະ ພໍ່ຄ້າແມ່ຄ້າ ຖິ້ມຂີ້ເຫຍື້ອໃຫ້ຖືກບ່ອນ, ຖືກຖັງ, ຖືກວິທີຕາມຈຸດທີ່ກຳນົດໄວ້ ນຳພາໂດຍ ທ່ານ ນາງ ດີ່ນ້າ ສົມສະໝຸດ ຫົວໜ້າວຽກງານການຕະຫຼາດ ບໍລິສັດ ສະມໍຣບີ ແລະ ທ່ານ ສີລິວັນ ຫຼຽນວິໄລສັກ ຮອງເລຂາຄະນະບໍລິຫານງານຊາວໜຸ່ມ ປປຊ ນວ.
ກອງປະຊຸມປຶກສາຫາລື ການສ້າງປື້ມຄູ່ມື ການດຳເນີນຄະດີອາຊະຍາກຳສັດປ່າ ຄັ້ງທີ່ 3

ກອງປະຊຸມປຶກສາຫາລື ການສ້າງປື້ມຄູ່ມື ການດຳເນີນຄະດີອາຊະຍາກຳສັດປ່າ ຄັ້ງທີ່ 3

ໃນລະຫວ່າງວັນທີ 3 – 4 ພະຈິກ 2025ທີ່ ລີສອດນາປ່າກວາງເມືອງ ແກ້ວອຸດົມແຂວງວຽງຈັນ. ອົງການໄອຍະການປະຊາຊົນສູງສຸດ(ອອປສ) ໄດ້ຈັດກອງປະຊຸມ ປຶກສາຫາລື ການສ້າງປື້ມຄູ່ມື ການດຳເນີນຄະດີອາຊະຍາກຳສັດປ່າ ພາຍໃຕ້ການເປັນປະທານຂອງ ທ່ານ ໄພຄຳ ວິໄລສຸກ ຄະນະບໍລິຫານງານພັກ, ຫົວໜ້າກົມຕິດຕາມກວດກາການດຳເນີນຄະດີອາຍາ ອົງການໄອຍະການປະຊາຊົນສູງສຸດ, ມີບັນດາທ່ານຫົວໜ້າກົມ, ຮອງກົມ, ຫົວໜ້າພະແນກ ຈາກກະຊວງທີ່ກຽວຂ້ອງ ແລະ ອົງການອະນຸລັກສັດປ່າ ປະຈໍາ ສປປ ລາວ ເຂົ້າຮ່ວມ.
ຫັດຖະກໍາວັນມີນາ ໄດ້ຮັບຄວາມສົນໃຈຈາກມວນຊົນໃນງານບຸນພະທາດຫຼວງ

ຫັດຖະກໍາວັນມີນາ ໄດ້ຮັບຄວາມສົນໃຈຈາກມວນຊົນໃນງານບຸນພະທາດຫຼວງ

ຮ້ານວາງສະແດງ-ຂາຍເຄື່ອງຫັດຖະກໍາວັນມີນາ ເປັນໜຶ່ງຮ້ານຫັດຖະກໍາສິນຄ້າໂອດັອບ ໜຶ່ງເມືອງ ໜຶ່ງຜະລິດຕະພັນຂອງລາວ ຂອງເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ (ນວ) ທີ່ໄດ້ວາງສະແດງ-ຂາຍ ໃນງານບຸນນະມັດສະການພະທາດຫຼວງວຽງຈັນ ປະຈໍາປີ 2025 ຊຶ່ງເຫັນວ່າໃນແຕ່ລະປີ ໄດ້ຮັບຄວາມສົນໃຈຈາກມວນຊົນມາທ່ຽວງານບຸນເປັນຢ່າງດີ.
ວັດຊ້າງຄູ້ສຸຂະຣາມ ຈັດງານບຸນກະຖິນ ໄຊມຸງຄຸນສາມັກຄີ

ວັດຊ້າງຄູ້ສຸຂະຣາມ ຈັດງານບຸນກະຖິນ ໄຊມຸງຄຸນສາມັກຄີ

ວັດຊ້າງຄູ້ສຸຂະຣາມ ເມືອງໄຊທານີ ນະຄອນຫຼວງວຽງຈັນ (ນວ) ໄດ້ຈັດງານບຸນກະຖິນ ໄຊມຸງຄຸນສາມັກຄີ ຂຶ້ນໃນວັນທີ 1 ພະຈິກ ຜ່ານມານີ້ ທີ່ວັດດັ່ງກ່າວ ໂດຍມີຍາທ່ານໃຫຍ່ ຄໍາສຸກ ທອງຈໍາປາ ຮອງປະທານອົງການພຸດທະສາສະໜາສໍາພັນລາວ (ອພສ) ນະຄອນຫຼວງວຽງຈັນ ແລະ ເປັນເຈົ້າສັດທາກະຖິນ (ເຈົ້າພາບກະຖິນ) ໂດຍແມ່ຕູ້ໃຫຍ່ ອາຈິນ ແສງສຸລິວົງ ພ້ອມດ້ວຍລູກ-ຫຼານ, ມີອົງ ການປົກຄອງບ້ານ, ເຖົ້າແກ່ແນວໂຮມບ້ານ, ພ້ອມດ້ວຍຊາວພຸດທະສາສະນິກະຊົນທຸກທົ່ວໜ້າເຂົ້າຮ່ວມຢ່າງເປັນຂະບວນຄຶກຄື້ນ.
ເຊກອງ ເຜີຍແຜ່ນິຕິກຳວຽກງານຂະບວນການແຂ່ງຂັນ-ຍ້ອງຍໍ ຮັກຊາດ ແລະ ພັດທະນາ

ເຊກອງ ເຜີຍແຜ່ນິຕິກຳວຽກງານຂະບວນການແຂ່ງຂັນ-ຍ້ອງຍໍ ຮັກຊາດ ແລະ ພັດທະນາ

ວັນທີ 3 ພະຈິກນີ້ ທີ່ສະໂມສອນແຂວງເຊກອງ, ຄະນະຈັດຕັ້ງແຂວງ ເຜີຍແຜ່ນິຕິກຳກ່ຽວກັບວຽກງານຂະບວນການແຂ່ງຂັນ-ຍ້ອງຍໍ ຮັກຊາດ ແລະ ພັດທະນາ ແລະ ຊຸກຍູ້ໃຫ້ຄັດເລືອກການຍ້ອງຍໍຜົນງານ 5 ປີ (2021-2025) ໂດຍການເປັນປະທານຂອງທ່ານ ນາງ ສີສະຫງ່າ ແກ້ວດວງດີ ຮອງເລຂາພັກແຂວງ, ມີພະແນກການກ່ຽວຂ້ອງເຂົ້າຮ່ວມ.
ສຸກຈະເລີນຟາມ ຜະລິດໄຂ່ໄກ່ຄຸນນະພາບຮັບປະກັນການບໍລິໂພກພາຍໃນປະເທດ

ສຸກຈະເລີນຟາມ ຜະລິດໄຂ່ໄກ່ຄຸນນະພາບຮັບປະກັນການບໍລິໂພກພາຍໃນປະເທດ

ບໍລິສັດ ສຸກຈະເລີນຟາມ ໄດ້ຂະຫຍາຍການຜະລິດໄຂ່ໄກ່ຄຸນນະພາບ ເພື່ອຮອງຮັບຄວາມຕ້ອງ ການຂອງສັງຄົມ ແລະ ຮັບປະກັນການບໍລິໂພກພາຍໃນປະເທດ ແລະ ສົ່ງເສີມການພັດທະນາອຸດສາຫະກໍາການຜະລິດສິນຄ້າໃນທ້ອງຖິ່ນໃຫ້ມີຄວາມເຂັ້ມແຂງ.
ເລີ່ມຖ່າຍທຳເລື່ອງທີ່ສາມ ຂອງແຜນໂຄສະນາສົ່ງເສີມການສຶກສາແຫ່ງຊາດ

ເລີ່ມຖ່າຍທຳເລື່ອງທີ່ສາມ ຂອງແຜນໂຄສະນາສົ່ງເສີມການສຶກສາແຫ່ງຊາດ

ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ (ສວສ), ກະຊວງສຶກສາທິການ ແລະ ກິລາ (ສສກ) ໂດຍໄດ້ຮັບການສະໜັບສະໜູນຈາກລັດຖະບານອົດສະຕຣາລີ ຜ່ານແຜນງານການປັບປຸງຄຸນນະພາບ ແລະ ຂະຫຍາຍໂອກາດເຂົ້າຮຽນສຳລັບການສຶກສາຂັ້ນພື້ນຖານໃນ ສປປ ລາວ (ແຜນງານບີຄວາ) ໄດ້ເລີ່ມຖ່າຍທຳເລື່ອງທີ່ສາມຂອງແຜນໂຄສະນາສົ່ງເສີມການສຶກສາແຫ່ງຊາດຄັ້ງໃໝ່ ເມື່ອບໍ່ດົນມານີ້ ເພື່ອສ້າງແຮງບັນດານໃຈໃຫ້ຊຸມຊົນ ແລະ ປ່ຽນແປງທັດສະນະຄະຕິຕໍ່ການສຶກສາ ໃນທົ່ວປະເທດລາວ.
ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ພ້ອມດ້ວຍຄະນະ ມາເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ ແຂວງໄຊສົມບູນ

ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ພ້ອມດ້ວຍຄະນະ ມາເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ ແຂວງໄຊສົມບູນ

ທ່ານ ໂພໄຊ ໄຊຍະສອນ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ພ້ອມດ້ວຍຄະນະ ມາເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ ແຂວງໄຊສົມບູນ ໃນເມື່ອບໍ່ດົນມານີ້ ທີ່ຫ້ອງປະຊຸມຫ້ອງວ່າການແຂວງ ໂດຍການຕ້ອນຮັບຂອງທ່ານ ວັນຄຳເກັ່ງ ຢ່າຊົງກົວ ຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ, ມີພາກສ່ວນກ່ຽວຂ້ອງພາຍໃນແຂວງ ເຂົ້າຮ່ວມ.
ເຂົ້າຫຼາມ-ປີ້ງໄກ່​ ອາຫານພື້ນເມືອງລາວເອກະລັກໃນງານບຸນພະທາດຫຼວງ

ເຂົ້າຫຼາມ-ປີ້ງໄກ່​ ອາຫານພື້ນເມືອງລາວເອກະລັກໃນງານບຸນພະທາດຫຼວງ

ໃນງານບຸນນະມັດສະການພະທາດຫຼວງວຽງຈັນ ໜຶ່ງໃນອາຫານພື້ນເມືອງຂອງລາວທີ່ເປັນເອກະລັກຂອງງານບຸນທີ່ຂາດບໍ່ໄດ້ແມ່ນເຂົ້າຫຼາມ-ປີ້ງໄກ່ໄດ້ກາຍເປັນວັດທະນະທຳອັນດີງາມຂອງຊາດລາວ ແລະ ໄດ້ຮັບຄວາມນິຍົມຊົມຊອບຂອງປະຊາຊົນລາວເປັນຢ່າງດີ.
ຮ່ວມກັນອະນຸລັກວັດທະນະທຳອັນດີງາມ ໃນງານບຸນພະທາດຫຼວງວຽງຈັນ

ຮ່ວມກັນອະນຸລັກວັດທະນະທຳອັນດີງາມ ໃນງານບຸນພະທາດຫຼວງວຽງຈັນ

ພໍຮອດເດືອນ 11 ຂອງທຸກໆປີ ແມ່ນງານບຸນພະທາດຫຼວງວຽງຈັນ ຊຶ່ງເປັນໜຶ່ງປາງບຸນໃຫຍ່ລະດັບຊາດຂອງລາວເຮົາ ທີ່ນອນຢູ່ໃນຮີດ 12 ຄອງ 14 ປະເພນີລາວ ທີ່ເຄີຍສືບທອດມາແຕ່ບູຮານນະການຈົນມາຮອດປັດຈຸບັນ. ປີນີ້ແມ່ນກົງກັບວັນທີ 1-5 ພະຈິກ 2025 ເປັນເວລາ 5 ວັນ.
ເພີ່ມເຕີມ