ວັນຊາດທີ 2 ທັນວາ ເປັນວັນແຫ່ງໄຊຊະນະອັນຍິ່ງໃຫຍ່ ໃນປະຫວັດສາດແຫ່ງການຕໍ່ສູ້ຂອງຊາດລາວເຮົາ

ວັນຊາດທີ 2 ທັນວາ ເປັນວັນແຫ່ງໄຊຊະນະອັນຍິ່ງໃຫຍ່ ໃນປະຫວັດສາດແຫ່ງການຕໍ່ສູ້ຂອງຊາດລາວເຮົາ

ວັນຊາດທີ 2 ທັນວາ ເປັນວັນແຫ່ງໄຊຊະນະອັນຍິ່ງໃຫຍ່ ໃນປະຫວັດສາດແຫ່ງການຕໍ່ສູ້ຂອງຊາດລາວເຮົາ
ວັນຊາດ ທີ 2 ທັນວາ ຄົບຮອບ 50 ປີ (2 ທັນວາ 1975 - 2 ທັນວາ 2025), ເປັນວັນໜຶ່ງທີ່ມີຄວາມໝາຍຄວາມສໍາຄັນຂອງຊາດລາວເຮົາ ກໍຄືຂອງປະຊາຊົນລາວບັນດາເຜົ່າ ເປັນວັນແຫ່ງໄຊຊະນະອັນຍິ່ງໃຫຍ່ ໃນປະຫວັດສາດແຫ່ງການຕໍ່ສູ້ຂອງຊາດລາວເຮົາ ແລະ ແມ່ນວັນທີ່ປະຊາຊົນລາວບັນດາເຜົ່າໄດ້ມີອິດສະຫຼະພາບ, ໄດ້ເປັນເຈົ້າຂອງປະເທດຊາດຢ່າງແທ້ຈິງ, ແມ່ນວັນທີ່ປະເທດລາວ ໄດ້ມີເອກະລາດຢ່າງສົມບູນ ແລະ ມີອະທິປະໄຕຢ່າງຄົບຖ້ວນ, ມີທີ່ຕັ້ງອັນສົມກຽດ ແລະ ມີຖານະເທົ່າທຽມກັບປະເທດອື່ນໆໃນເວທີປະຊາຄົມໂລກ.

 

 

ທ່ານ ຄຳນ້ອງ ຮວງຊະນະໄຊ ຜູ້ອຳນວຍການບໍລິສັດລາວຣສູເທັກຄອມ ຈຳກັດ ໄດ້ສະແດງທັດສະນະຕໍ່ວັນສຳຄັນດັ່ງກ່າວວ່າ: ພາຍຫຼັງປະເທດຊາດໄດ້ຮັບການປົດປ່ອຍກ້າວ ເຂົ້າສູ່ພະລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ເສດຖະກິດ - ສັງ ຄົມ ກໍໄດ້ຮັບການປັບປຸງດີຂຶ້ນເປັນກ້າວໆມາ ເພື່ອໃຫ້ຕອບສະໜອງກັບຄວາມຮຽກຮ້ອງຕ້ອງການຂອງສະພາບການໃນໄລຍະໃໝ່ ໂດຍສະເພາະແມ່ນການຈັດຕັ້ງປະຕິບັດໜ້າທີ່ການເມືອງຂອງຕົນ ໃນການພັດທະນາເສດຖະກິດ ໃຫ້ໄດ້ຮັບຜົນສຳເລັດຕາມຄາດໝາຍຕາມວາລະເສດຖະກິດຂອງຊາດ.

ໄປຄຽງຄູ່ກັບການພັດທະນາເສດຖະກິດຂອງຊາດ, ບໍລິສັດລາວຣສູເທັກຄອມ ກໍໄດ້ດຳເນີນກິດຈະການຕາມເເຜນການມອບໝາຍຂອງຂັ້ນເທິງ ເປັນຕົ້ນແມ່ນສ້າງຄວາມໜັ້ນຄົງທາງດ້ານພະລັງງານ, ຄຸ້ມຄອງຄວາມປອດໄພທາງໄຊເບີ ແລະ ຂົງເຂດວຽກງານແຮ່ທາດ ຊຶ່ງບໍລິສັດໄດ້ສຸມໃສ່ຮ່ວມມືກັບເພື່ອນມິດຍຸດທະສາດ ດ້ານການຂຸດຄົ້ນແຮ່ທາດຕ່າງໆ.

ໃນໂອກາດຂໍ່ານັບຮັບຕ້ອນບັນດາວັນສຳຄັນປະຫວັດສາດສຳຄັນຕ່າງໆຂອງພັກ, ຂອງຊາດ ບໍລິສັດ ຍັງໄດ້ປະກອບສ່ວນຊຸກຍູ້ວັດຖຸປັດໄຈ ເຂົ້າໃນການເຄື່ອນໄຫວວຽກງານດ້ານຕ່າງໆ ຂອງກະຊວງປ້ອງກັນປະເທດ ແລະ ຈະສືບຕໍ່ໃຫ້ການສະໜັບສະໜູນ ວຽກງານດ້ານຕ່າງຂອງກອງທັບ ໃຫ້ຟົດຟື້ນຕໍ່ເນື່ອງ.

ໃນໂອກາດວັນຊາດທີ 2 ທັນວາ ຄົບຮອບ 50 ປີ ທີ່ຈະມາເຖິງນີ້, ທ່ານ ຄຳນ້ອງ ຮວງຊະນະໄຊ ໄດ້ຕາງໜ້າໃຫ້ຄະນະອຳນວຍການ, ພະນັກງານທົ່ວບໍລິສັດລາວຣູສເທັກຄອມຈຳກັດ ສະແດງຄວາມຮູ້ບຸນຄຸນ ມາຍັງພັກປະຊາຊົນ ປະຕິວັດລາວ ທີ່ໄດ້ກໍ່ຕັ້ງ, ສຶກສາອົບຮົມ ແລະ ນໍາພາ-ຊີ້ນໍາເຮັດໃຫ້ປະເທດຊາດໄດ້ຮັບການພັດທະນາເຕີບໃຫຍ່ເຂັ້ມເເຂງ, ຂໍອວຍພອນໄຊອັນປະເສີດ ມາຍັງການນໍາພັກ-ລັດ, ຈົ່ງມີສຸຂະພາບເຂັ້ມແຂງ, ມີພະລານາໄມສົມບູນ, ສືບຕໍ່ນໍາພາ - ຊີ້ນໍາປະເທດຊາດກ້າວຂຶ້ນສູ່ສັງຄົມນິຍົມຢ່າງບໍ່ຢຸດຢັ້ງ, ອວຍພອນຄະນະນໍາກະຊວງປ້ອງກັນປະເທດ ຈົ່ງມີສຸຂະພາບເຂັ້ມແຂງ ສືບຕໍ່ຊີ້ນຳ-ນຳພາກອງທັບ ໃຫ້ມີຄວາມໜັກແໜ້ນເຂັ້ມແຂງໃນທຸກດ້ານ ກາຍເປັນກອງທັບປະຕິວັດທີ່ມີແບບ ແຜນທັນສະໄໝ, ອວຍພອນມາຍັງນາຍ ແລະ ພົນທະຫານ, ພໍ່ແມ່ປະຊາຊົນບັນດາເຜົ່າຈົ່ງມີສຸຂະພາບແຂງແຮງ ສືບຕໍ່ປະກອບສ່ວນເຂົ້າໃນການພັດທະນາປະເທດຊາດຂອງພວເຮົາ ໃຫ້ມີການພັດທະນາກ້າວຂຶ້ນຢ່າງຕໍ່ເນື່ອງ, ພ້ອມກັນສະເຫຼີມສະຫຼອງວັນຊາດທີ 2 ທັນວາ ຢ່າງເປັນຂະບວນຟົດຟື້ນກວ້າງຂວາງ.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ມອບ-ຮັບທາງເຂົ້າບ້ານຊຳກ້ວາງ

ມອບ-ຮັບທາງເຂົ້າບ້ານຊຳກ້ວາງ

ໃນວັນທີ5ທັນວາຜ່ານມາ ຢູ່ທີ່ເຂດງານ ໄດ້ມີພິທີມອບ-ຮັບເສັ້ນທາງເຂົ້າບ້ານຊຳກ້ວາງ ເມືອງຄູນ ແຂວງຊຽງຂວາງ ໂດຍການເປັນປະທານຂອງທ່ານ ບຸນມີ ຄູນມາລາ ຮອງເລຂາພັກເມືອງ ປະທານກຳມະການປົກຄອງເມືອງ, ທ່ານນາງ ສົມພອນ ບູ່ພະລາ ຮອງຫົວໜ້າຫ້ອງວ່າການແຂວງ, ມີອາດີດການນຳເມືອງຄູນ, ພະນັກງານຈາກແຂວງ, ເມືອງ, ບໍລິສັດ ແລະ ປະຊາຊົນບ້ານຊຳກ້ວາງເຂົ້າຮ່ວມ.
ຄະນະຜູ້ແທນສຳພັນຄົນລາວຢູ່ປະເທດຝຣັ່ງ ມອບເງິນສົມທົບທຶນສ້າງຫໍພັກຄູ-ນັກຮຽນ ບ້ານຂີ້ນາກ

ຄະນະຜູ້ແທນສຳພັນຄົນລາວຢູ່ປະເທດຝຣັ່ງ ມອບເງິນສົມທົບທຶນສ້າງຫໍພັກຄູ-ນັກຮຽນ ບ້ານຂີ້ນາກ

ວັນທີ 7 ທັນວາຜ່ານມານີ້,ຄະນະຜູ້ແທນສຳພັນຄົນລາວຢູ່ປະເທດຝຣັ່ງໄດ້ຢ້ຽມຢາມ ແລະ ເຮັດວຽກຢູ່ເມືອງໂຂງແຂວງຈຳປາສັກພ້ອມທັງມອບເງິນສົມທົບທຶນເຂົ້າໃນການກໍ່ສ້າງຫໍພັກຄູ ແລະ ນັກຮຽນ.
ສະຫຼອງ ວັນຕ້ານການສໍ້ລາດບັງຫຼວງສາກົນ ຄົບຮອບ 22 ປີ

ສະຫຼອງ ວັນຕ້ານການສໍ້ລາດບັງຫຼວງສາກົນ ຄົບຮອບ 22 ປີ

ອົງການກວດກາແຫ່ງລັດ ແລະ ອົງການຕ້ານການສໍ້ລາດບັງຫຼວງ ຂັ້ນສູນກາງ ໄດ້ຈັດພິທີສະເຫຼີມສະ ຫຼອງວັນຕ້ານການສໍ້ລາດບັງຫຼວງສາກົນ ຄົບຮອບ 22 ປີ (9/12/2003-9/12/2025) ປະຈຳປີ 2025, ພາຍໃຕ້ຄໍາຂັວນ “ຮ່ວມແຮງ ຮ່ວມໃຈ ກັບໄວໜຸ່ມ ໃນການຕ້ານການສໍ້ລາດບັງຫຼວງ ເພື່ອສ້າງອະນາຄົດອັນສົດໃສ”,ຂຶ້ນໃນວັນທີ 8 ທັນວານີ້,ທີ່ສະໂມສອນຄະນະເສດຖະສາດ ມະຫາວິທະຍາໄລແຫ່ງຊາດ,ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ວິໄລວັນ ບຸດດາຄຳ ກຳມະການສຳຮອງສູນກາງພັກ, ຮອງປະທານອົງການກວດກາແຫ່ງລັດ, ຮອງຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ, ມີຜູ້ຕາງໜ້າຈາກອົງການສະຫະປະຊາຊາດ ເພື່ອຕ້ານຢາເສບຕິດ ແລະ ອາຊະຍາກຳ UNODC, ທະນາຄານອຸດສາຫະກຳ ແລະ ການຄ້າຈີນ ຈຳກັດ ICBC, ຕາງໜ້າທູຕານຸທູດ, ແຂກຖືກເຊີນຈາກບັນດາກະຊວງ-ອົງການ, ລັດວິສາຫະກິດ ແລະ ຄູ-ອາຈານ, ນັກຮຽນ-ນັກສຶກສາເຂົ້າຮ່ວມ.
ເມືອງເງິນ ປະກາດຮັບຮອງວັດ 4 ສໍ

ເມືອງເງິນ ປະກາດຮັບຮອງວັດ 4 ສໍ

ວັນທີ 5 ທັນວາຜ່ານມານີ້ທີ່ວັດສຣີດອນແຍງ ບ້ານເພຍງາມ ເມືອງເງິນ ແຂວງໄຊຍະບູລີ ໄດ້ມີທີປະກາດຮັບຮອງ ວັດ 4 ສໍ ຂຶ້ນຢ່າງເປັນທາງການ, ພາຍໃຕ້ການເປັນປະທານຮ່ວມ ຂອງພະອາຈານ ສົມພອນ ຄໍາຈະເລີນ ຮອງປະທານ ອພສ ແຂວງໄຊຍະບູລີ, ທ່ານ ຊູລິສິດ ຄໍາພູວົງ ກໍາມະການປະຈໍາພັກເມືອງ ປະທານແນວລາວສ້າງຊາດເມືອງ, ມີພະເຖຣານຸເຖຣະ, ຕະຫຼອດຮອດ ຊາວພຸດທະສະນິກະຊົນພາຍໃນເມືອງເຂົ້າຮ່ວມ.
15 ປີ ສຂຈ ເຕີບໃຫຍ່ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ ສ້າງບຸກຄະລາກອນເກືອບ 1 ແສນກ່ວາຄົນ ອອກຮັບໃຊ້ສັງຄົມ

15 ປີ ສຂຈ ເຕີບໃຫຍ່ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ ສ້າງບຸກຄະລາກອນເກືອບ 1 ແສນກ່ວາຄົນ ອອກຮັບໃຊ້ສັງຄົມ

ໃນໂອກາດສະເຫຼີມສະຫຼອງວັນຂົງຈືໂລກ ປີ 2025 ແລະ ການສ້າງຕັ້ງສະຖາບັນຂົງຈື (ສຂຈ) ມະຫາວິທະຍາໄລແຫ່ງຊາດ (ມຊ) ຄົບຮອບ 15 ປີ. ທ່ານ ເຝິງກວາງຫົວ ຜູ້ອໍານວຍການ ສຂຈ ຝ່າຍຈີນ ໄດ້ກ່າວມີຄໍາເຫັນ ແລະ ສະແດງຄວາມຮູ້ສຶກ ຕໍ່ວັນດັ່ງກ່າວເມື່ອບໍ່ດົນຜ່ານມາວ່າ: ໃນໄລຍະ 15 ປີຜ່ານມາ, ສຂຈ ມຊ ໄດ້ເຕີບໃຫຍ່ຂະຫຍາຍຕົວຂຶ້ນຢ່າງບໍ່ຢຸດຢັ້ງ, ໄດ້ກາຍເປັນບ່ອນກໍ່ສ້າງຜູ້ຊ່ຽວຊານດ້ານພາສາຈີນ ມາຮອດປັດຈຸບັນໄດ້ກໍ່ສ້າງບຸກຄະລະກອນເກືອບ 100,000 ກ່ວາຄົນ ແລະ ໄດ້ຮັບຖານະເປັນສູນການສຶກສາພາສາຈີນ ແລະ ເວທີແລກປ່ຽນວັດທະນະທຳທີ່ໃຫຍ່ທີ່ສຸດ ແລະ ຄົບຖ້ວນທີ່ສຸດໃນລາວ.
ການນຳແຂວງຊຽງຂວາງມອບເຄື່ອງຊ່ວຍເຫຼືອໃຫ້ບ້ານນ້ຳຮວຍ ແລະ ບ້ານກໍສ່ານ

ການນຳແຂວງຊຽງຂວາງມອບເຄື່ອງຊ່ວຍເຫຼືອໃຫ້ບ້ານນ້ຳຮວຍ ແລະ ບ້ານກໍສ່ານ

ໃນວັນທີ6ທັນວາຜ່ານມາ ຢູ່ທີ່ບ້ານນ້ຳຮວຍ ໄດ້ມີພິທີມອບ-ຮັບເຄື່ອງຊ່ວຍເຫຼືອ ຊຶ່ງກ່າວມອບໂດຍທ່ານ ບຸນຈັນ ສີວົງພັນ ກຳມະການສູນກາງພັກ ເລຂາພັກແຂວງ, ມີຄະນະປະຈຳພັກແຂວງ, ຄອບຄົວການນຳ, ນັກທຸລະກິດ, ມີພາກສ່ວນກ່ຽວຂ້ອງ ແລະ ພໍ່ແມ່ປະຊາຊົນສອງບ້ານດັ່ງກ່າວເຂົ້າຮ່ວມ.
ງານບຸນກາເຟ-ຊາ ແລະ ຜະລິດຕະພັນກະສິກໍາ ພູພຽງບໍລະເວນ 2025 ມີຫຼາຍກິດຈະກໍາໃຫ້ທ່ຽວຊົມ

ງານບຸນກາເຟ-ຊາ ແລະ ຜະລິດຕະພັນກະສິກໍາ ພູພຽງບໍລະເວນ 2025 ມີຫຼາຍກິດຈະກໍາໃຫ້ທ່ຽວຊົມ

ບຸນກາເຟ-ຊາ ແລະ ຜະລິດຕະພັນກະສິກໍາ ພູພຽງບໍລະເວນ ເມືອງປາກຊ່ອງ ແຂວງຈໍາປາສັກ ຈັດຂຶ້ນໃນວັນທີ 4 ຫາ 7 ທັນວາ 2025 ທີ່ເດີ່ນອະນຸສາວະລີຂອງ ທ່ານ ສີທົນກົມມະດໍາ, ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ອາລຸນໄຊ ສຸນນະລາດ ກຳມະການສູນກາງພັກ ເລຂາພັກແຂວງຈໍາປາສັກ, ທ່ານ ນາງ ບຸນຄໍາ ວໍລະຈິດ ກຳມະການສູນກາງພັກ ຜູ້ວ່າການທະນາຄານແຫ່ງ ສປປລາວ, ມີແຂກຖືກເຊີນ ທັງພາຍໃນ ແລະ ຕ່າງປະທດ, ຜູ້ປະກອບການ ແລະ ມວນຊົນເຂົ້າຮ່ວມ.
ຮອງຫົວໜ້າຄະນະຊີ້ນຳລະດັບຊາດ ເຄື່ນໄຫວຕິດຕາມການເດີນສໍາຫຼວດ ພົນລະເມືອງ ຢູ່ແຂວງວຽງຈັນ.

ຮອງຫົວໜ້າຄະນະຊີ້ນຳລະດັບຊາດ ເຄື່ນໄຫວຕິດຕາມການເດີນສໍາຫຼວດ ພົນລະເມືອງ ຢູ່ແຂວງວຽງຈັນ.

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ຮອງຫົວໜ້າຄະນະຊີ້ນຳລະດັບຊາດ ການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສ ທົ່ວປະເທດ, ພ້ອມດ້ວຍຄະນະ ໄດ້ລົງຊຸກຍູ້ ແລະ ຕິດຕາມ ວຽກງານການເດີນສໍາຫຼວດ ພົນລະເມືອງ ແລະ ທີ່ຢູ່ອາໄສ ທົ່ວປະເທດ ຄັ້ງທີ V ປີ 2025 ຢູ່ແຂວງວຽງຈັນ ໃນວັນທີ 4 ທັນວານີ້ ໂດຍການຕ້ອນຮັບຂອງທ່ານ ຄຳພັນ ສິດທິດຳພາ ເຈົ້າແຂວງວຽງຈັນ ຫົວໜ້າຄະນະຊີ້ນຳການສຳຫຼວດພົນລະເມືອງ ແລະ ທີຢູ່ອາໄສທົ່ວປະເທດ ຄັ້ງທີ V ປີ 2025 ຂັ້ນແຂວງ ທີ່ຫ້ອງຮັບຮອງຫ້ອງວ່າການແຂວງ.
ປາຖະກະຖາ ສປປ ລາວ ຄົບຮອບ 50 ປີ ແລະ ວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ

ປາຖະກະຖາ ສປປ ລາວ ຄົບຮອບ 50 ປີ ແລະ ວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ

ໃນຕອນເຊົ້າຂອງວັນທີ 4 ທັນວາຜ່ານມານີ້, ກະຊວງການຕ່າງປະເທດ ໄດ້ຈັດພິທີປາຖະກະຖາ ວັນສະຖາປານາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 50 ປີ ແລະ ວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ ໂດຍໃຫ້ກຽດເປັນປະທານ ແລະ ບັນຍາຍເອກະສານ ຂອງ ສະຫາຍ ທອງສະຫວັນ ພົມວິຫານ, ກໍາມະການສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີກະຊວງການຕ່າງປະເທດ,ຊຶ່ງມີບັນດາຄະນະພັກ, ຄະນະນຳ, ຄະນະໜ່ວຍພັກ, ຄະນະກົມ, ຄະນະພະແນກ ແລະ ພະນັກງານລັດຖະກອນ ຂອງກະຊວງການຕ່າງປະເທດ ເຂົ້າຮ່ວມຮັບຟັງທັງໝົດ ປະມານ 450 ສະຫາຍ.
ເຜີຍແຜ່ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ເຜີຍແຜ່ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ໃນວັນທີ 27ພະຈິກຜ່ານມານີ້,ທີ່ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບບັນດາແຂວງພາກເໜືອ ແລະ ພາກກາງ, ໂດຍການເປັນປະທານຂອງ ທ່ານ ນ. ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ. ກອງປະຊຸມດັ່ງກ່າວມີຜູ້ເຂົ້າຮ່ວມຈາກບັນດາພະແນກການກ່ຽວຂ້ອງຈາກ ບັນດາແຂວງພາກເໜືອ ແລະ ພາກກາງ ລວມທັງໝົດປະມານ 100ທ່ານ. ສໍາລັບບັນດາແຂວງພາກໃຕ້, ກອງເລຂາ ໄດ້ສໍາເລັດຈັດກອງປະຊຸມເຜີຍແຜ່ໃຫ້ບັນດາແຂວງດັ່ງກ່າວໃນເດືອນ ມິຖຸນາ 2025 ຜ່ານມາ ທີ່ ແຂວງຈໍາປາສັກ.
ເພີ່ມເຕີມ