ວັດທຽນຖານມໍຣະດົກໂລກມີຄຸນຄ່າທາງປະຫວັດສາດຂອງຈີນ

ວັດທຽນຖານມໍຣະດົກໂລກມີຄຸນຄ່າທາງປະຫວັດສາດຂອງຈີນ

ວັດທຽນຖານມໍຣະດົກໂລກມີຄຸນຄ່າທາງປະຫວັດສາດຂອງຈີນ
ວັດທຽນຖານເປັນສະຖານທີ່ສັກສິດມີຄວາມໝາຍສຳຄັນທາງປະຫວັດສາດຂອງປະຊາຊົນຈີນ ເປັນສະຖານທີ່ບູຊາຟ້າເພື່ອອະທິຖານໃຫ້ຜົນລະປູກອຸດົມສົມບູນ. ໃນວັນທີ 24 ສິງຫາ ຜ່ານມານີ້, ສື່ມວນຊົນລາວທີ່ເຂົ້າຮ່ວມໂຄງການຝຶກອົບຮົມນັກຂ່າວໜຸ່ມຂອງ ສປປ ລາວ ຈັດໂດຍກະຊວງການຄ້າແຫ່ງ ສປ ຈີນ ນັບແຕ່ວັນທີ 7 – 27 ສິງຫາ 2026 ຢູ່ນະຄອນຫຼວງປັກກິ່ງ ສປ ຈີນ, ໂດຍການນຳພາຂອງທ່ານ ເພັດ ມະນີພອນ ກຳມະການພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງຫົວພັນ ທັງເປັນຫົວໜ້າຄະນະນັກຂ່າວໜຸ່ມຂອງ ສປປ ລາວ, ມີຄະນະຮັບຜິດຊອບຊຸດອົບຮົມພ້ອມດ້ວຍນັກຂ່າວໜຸ່ມຂອງ ສປປ ລາວ ໄດ້ເຄື່ອນໄຫວທັດສະນະສຶກສາຮຽນຮູ້ປະຫວັດສາດ, ວັດທະນະທຳທີ່ວັດທຽນຖານ(Tiāntán) ຫຼື Temple of Heaven ນະຄອນຫຼວງປັກກິ່ງ ສປ ຈີນ.

 

ວດທຽນຖານມຣະດກໂລກມຄນຄາທາງປະຫວດສາດຂອງຈນ - image 1
 

 

ຄະນະຮັບຜິດຊອບໄດ້ລາຍງານໃຫ້ຟັງວ່າ: ວັດທຽນຖານແມ່ນກຸ່ມສະຖາປັດຕະຍາກຳສັກສິດ ແລະ ສວນສາທາລະນະບູຮານຂະໜາດໃຫຍ່ສ້າງຂຶ້ນໃນສະໄໝຣາຊະວົງໝິງ ຄສ 1420, ໃນໄລຍະຕົ້ນສະຕະວັດທີ 15 ແລະ ເຄີຍເປັນສະຖານທີ່ທີ່ຈັກກະພັດຣາຊະວົງໝິງ ແລະ ຣາຊະວົງຊິງນໍາໃຊ້ເປັນສະຖານທີ່ປະກອບພິທີບູຊາຟ້າເພື່ອອະທິຖານໃຫ້ພືດຜົນລະປູກອຸດົມສົມບູນ.

ວັດທຽນຖານມີເນື້ອທີ່ປະມານ 273 ເຮັກຕາຖືກອ້ອມຮອບດ້ວຍກຳແພງ 2 ຊັ້ນແບ່ງເປັນເນື້ອທີ່ວັດຊັ້ນໃນແລະຊັ້ນນອກ, ສ້າງສຳເລັດໃນສະໄໝຣາຊະວົງໝິງສະໄໝຈັກກະພັດຢົ່ງເຈິ້ນ (Yongle); ຄສ 1530, ມີການແຍກພິທີບູຊາ “ ຟ້າ ” ແລະ “ ໂລກ ” ອອກຈາກກັນ ແລະ ສ້າງແທ່ນບູຊາເພື່ອບູຊາຟ້າ. ຕໍ່ມາສະຖານທີ່ນີ້ຈຶ່ງໄດ້ຊື່ວ່າວັດທຽນຖານ(Temple of Heaven).

ວດທຽນຖານມຣະດກໂລກມຄນຄາທາງປະຫວດສາດຂອງຈນ - image 2
 

ການກໍ່ສ້າງ ແລະ ປັບປຸງສຳຄັນໆເກີດຂຶ້ນໃນສະໄໝຣາຊະວົງຊິງເຮັດໃຫ້ຮູບແບບໂດຍລວມຂອງວັດທີ່ເຫັນໃນປັດຈຸບັນມີຄວາມສົມບູນຂຶ້ນ. ເປັນອາຄານທີ່ມີຊື່ສຽງທີ່ສຸດເປັນຮູບວົງມົນມີຫຼັງຄາ 3 ຊັ້ນເຊື່ອມຕໍ່ກັນ. ແທ່ນບູຊາຟ້າເປັນຮູບວົງມົນຢູ່ພາກໃຕ້ເປີດສູ່ທ້ອງຟ້າໃຊ້ສຳລັບພິທີບູຊາຟ້າ. ພາຍໃນມີອາຄານບູຮານ 92 ຫຼັງລວມ 600 ຫ້ອງ.

ຈຸດເດັ່ນຂອງວັດທຽນຖານບໍ່ພຽງຄວາມງາມຂອງອາຄານແຕ່ຍັງສະທ້ອນແນວຄິດຈີນບູຮານກ່ຽວກັບ “ ຟ້າ - ດິນ - ມະນຸດ ”. ຮູບແບບຂອງວັດມີທັງຮູບວົງມົນ ແລະ ຮູບສີ່ຫຼ່ຽມເຊື່ອມໂຍງກັບຄວາມເຊື່ອບູຮານທີ່ວ່າ “ ຟ້າກົມແຜ່ນດິນສີ່ຫຼ່ຽມ ”. ການວາງຜັງ, ໂຕເລກ, ຮູບຊົງ ແລະ ທິດທາງຂອງອາຄານລ້ວນແລ້ວແຕ່ເຊື່ອມໂຍງກັບຄະຕິຄວາມເຊື່ອເລື່ອງຟ້າ ແລະໂລກ.

ວດທຽນຖານມຣະດກໂລກມຄນຄາທາງປະຫວດສາດຂອງຈນ - image 3
 

ວັດທຽນຖານໄດ້ຮັບການຂຶ້ນທະບຽນເປັນມໍຣະດົກໂລກໃນປີ 1998ເປັນຜົນງານຊັ້ນເອກຂອງສະຖາປັດຕະຍະກຳແລະການອອກແບບທີ່ສະທ້ອນໂລກະທັດຂອງອາລະຍະທຳຈີນໄດ້ຢ່າງຈະແຈ້ງ.

ຄໍາເຫັນ

ຂ່າວການຮ່ວມມື

ການນຳແຂວງຊຽງຂວາງອວຍພອນຊາວ​ຫວຽດ​ນາມໂອ​ກາດວັນຊາດຄົບ​ຮອບ 81 ປີ

ການນຳແຂວງຊຽງຂວາງອວຍພອນຊາວ​ຫວຽດ​ນາມໂອ​ກາດວັນຊາດຄົບ​ຮອບ 81 ປີ

ທ່ານ ພູວົງ ອຸ່ນຄຳແສນ ກຳມະການສູນກາງພັກ ເລຂາພັກແຂວງ ປະທານສະພາປະຊາຊົນແຂວງ ພ້ອມດ້ວຍຄະນະ ໄດ້ອວຍພອນວັນວັນຊາດ ສສຫວຽດນາມ ຄົບຮອບ81ປີ( 2ກັນຍາ1945-2ກັນຍາ2026) ໃນ​ວັນ​ທີ 3 ກັນ​ຍາ​ຜ່ານ​ມາທີ່ ແຂວງ​ຊຽງ​ຂວາງ ໂດຍມີຄະນະຄຸ້ມຄອງຊາວຫວຽດນາມ, ກອງຂຸດຄົ້ນອັດຖິທະຫານອາສາສະມັກ ແລະ ຊ່ຽວຊານຫວຽດນາມທີ່ເສຍສະຫຼະຊີວິດຢູ່ແຂວງຊຽງຂວາງ ໃນພາລະກິດຕ້ານຈັກກະພັດຜູ້ຮຸກຮານ, ບໍລິສັດໂກເອໂກ, ກອງກໍ່ສ້າງກ່າ(ກອງກ່າ), ທະນາຄານຮ່ວມທຸລະກິດລາວ-ຫວຽດ ແລະ ຄະນະບໍລິສັດລາວຈັງໂກ ວີນາມີ້ວ.
ສະຫຼອງຄົບຮອບ 30 ປີ ການສ້າງຕັ້ງສະຖາບັນແມ່ນໍ້າຂອງ  ພາຍໃຕ້ຫົວຂໍ້ “People-Partnership-Progress”

ສະຫຼອງຄົບຮອບ 30 ປີ ການສ້າງຕັ້ງສະຖາບັນແມ່ນໍ້າຂອງ ພາຍໃຕ້ຫົວຂໍ້ “People-Partnership-Progress”

ຫວ່າງບໍ່ດົນມານີ້, ທ່ານ ສົມບູນ ສີຫານາດ ຫົວໜ້າກົມເສດຖະກິດ ກະຊວງການຕ່າງປະເທດ, ໃນນາມປະທານສະພາບໍລິຫານງານ ສະຖາບັນແມ່ນໍ້າຂອງ ໄດ້ເຂົ້າຮ່ວມງານສະເຫຼີມສະຫຼອງຄົບຮອບ 30 ປີ ແຫ່ງການສ້າງຕັ້ງສະຖາບັນແມ່ນໍ້າຂອງທີ່ຂອນແກ່ນ ປະເທດໄທ, ໂດຍມີສະມາຊິກສະພາບໍລິຫານງານສະຖາບັນແມ່ນ້ຳຂອງ, ສະມາຊິກຄະນະປະຈຳສະຖາບັນແມ່ນ້ຳຂອງ, ບັນດາຜູ້ຕາງໜ້າຈາກສະຖານກົງສຸນໃຫຍ່ຂອງບັນດາປະເທດສະມາຊິກອະນຸພາກພື້ນແມ່ນໍ້າຂອງ (GMS) ທີ່ ຂອນແກ່ນ, ຄູ່ຮ່ວມງານ, ຄູ່ຮ່ວມພັດທະນາ ແລະ ພະນັກງານຂອງສະຖາບັນດັ່ງກ່າວ ໄດ້ເຂົ້າຮ່ວມຢ່າງພ້ອມພຽງ.
ເອກອັກຄະລັດຖະທູດລາວ ຍື່ນສານຕາຕັ້ງຕໍ່ປະທານາທິບໍດີ ສ ລັດເວຍ

ເອກອັກຄະລັດຖະທູດລາວ ຍື່ນສານຕາຕັ້ງຕໍ່ປະທານາທິບໍດີ ສ ລັດເວຍ

ເມື່ຶອບໍ່ດົນມານີ້ ທີ່ທຳນຽບປະທານາທິບໍດີ ນະຄອນຫຼວງ Riga ປະເທດລັດເວຍ, ທ່ານ ບຸນທະວີ ວິລະວົງ ໄດ້ຍື່ນສານຕາຕັ້ງຕໍ່ພະນະທ່ານ Edgars Rinkevics ປະທານາທິບໍດີແຫ່ງ ສາທາລະນະລັດ ລັດເວຍ ເພື່ອດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົນໃໝ່ ປະຈຳ ສາທາລະນະລັດ ລັດເວຍ.
ຄະນະຜູ້ແທນລາວເຂົ້າຮ່ວມກອງປະຊຸມລັດຖະມົນຕີແຮງງານອາຊຽນ ຄັ້ງທີ 29 ຢູ່ປະເທດໄທ

ຄະນະຜູ້ແທນລາວເຂົ້າຮ່ວມກອງປະຊຸມລັດຖະມົນຕີແຮງງານອາຊຽນ ຄັ້ງທີ 29 ຢູ່ປະເທດໄທ

ຄະນະຜູ້ແທນລາວ ນໍາໂດຍທ່ານ ພົງໄຊສັກ ອິນຖາລາດ ຮອງລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ເຂົ້າຮ່ວມກອງປະຊຸມລັດຖະມົນຕີແຮງງານອາຊຽນ ຄັ້ງທີ 29, ກອງປະຊຸມເຈົ້າໜ້າທີ່ອາວຸໂສແຮງງານອາຊຽນ ຄັ້ງທີ 22 ແລະ ກອງປະຊຸມປິ່ນອ້ອມຢູ່ບາງກອກປະເທດໄທ ຈັດຂຶ້ນເມື່ອບໍ່ດົນມານີ້, ໂດຍການເປັນເຈົ້າພາບຂອງກະຊວງແຮງງານແຫ່ງປະເທດໄທ ພາຍໃຕ້ຫົວຂໍ້: “ການພັດທະນາທຶນມະນຸດອາຊຽນ ເພື່ອນຳໄປສູ່ການຮັບຮູ້ການຢັ້ງຢືນສີມືແຮງງານໃນລະດັບສາກົນ”, ຊຶ່ງມີຜູ້ແທນຈາກ 11 ປະເທດສະມາຊິກອາຊຽນ, ຄູ່ຮ່ວມພັດທະນາ ແລະ ປະເທດຄູ່ເຈລະຈາເຂົ້າຮ່ວມ.
ສໍາມະນາເວທີການທ່ອງທ່ຽວລະດັບສູງ ITE HCMC 2026 ທີ່ ສສ ຫວຽດນາມ

ສໍາມະນາເວທີການທ່ອງທ່ຽວລະດັບສູງ ITE HCMC 2026 ທີ່ ສສ ຫວຽດນາມ

ທ່ານ ສຸກສະຫວັນ ວິໄລວົງ ຮອງເລຂາຄະນະບໍລິຫານງານພັກແຂວງ ປະທານຄະນະກໍາມະການປົກຄອງແຂວງ​ຈໍາປາສັກພ້ອມຄະນະ ໄດ້ເຂົ້າຮ່ວມກອງປະຊຸມສຳມະນາເວທີການທ່ອງທ່ຽວລະດັບສູງ ITE HCMC 2026 ພາຍໃຕ້ຫົວຂໍ້ “ການທ່ອງທ່ຽວ MICE ໃນຍຸກໃໝ່: ຍືນຍົງ - ເຊື່ອມໂຍງ - ໂອກາດ” ຈັດຂຶ້ນໃນລະຫວ່າງວັນທີ 27 - 29 ສິງຫາ 2026 ທີ່ນະຄອນໂຮ່ຈີມິນ ສສ ຫວຽດນາມ.
ຄະນະສື່ມວນຊົນລາວ ຢ້ຽມຊົມບໍລິສັດ ຕາຂ່າຍໄຟຟ້າພາກໃຕ້ຈີນ

ຄະນະສື່ມວນຊົນລາວ ຢ້ຽມຊົມບໍລິສັດ ຕາຂ່າຍໄຟຟ້າພາກໃຕ້ຈີນ

ວັນທີ 3 ກັນຍາ ນີ້, ທ່ານ ສີວັນ ຫອມໄຊຍະເດດ ຮັກສາການຫົວໜ້າບັນນາທິການໃຫຍ່ ໜັງສືພິມປະຊາຊົນ ໄດ້ນຳພາຄະນະສື່ມວນຊົນລາວ ເຂົ້າຢ້ຽມຊົມ ບໍລິສັດ ຕາຂ່າຍໄຟຟ້າພາກໃຕ້ຈີນ (China Southern Power Grid) ເພື່ອຮັບຮູ້ເຖິງການນຳໃຊ້ເຕັກໂນໂລຊີສະໄໝໃໝ່ ແລະ ນະວັດຕະກຳໃນວຽກງານພະລັງງານ-ໄຟຟ້າ.
ປະທານອົງການກາແດງ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງທູດໄທ

ປະທານອົງການກາແດງ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງທູດໄທ

ທ່ານ ຄໍາລາວັນ ຈັນທະລາວັນ ປະທານອົງການກາແດງແຫ່ງຊາດລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງທ່ານ ນາງ ຄຣອງຂະນິດ ຣັກຈະເລີນ ເອກອັກຄະຣາຊະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງຣາຊະອານາຈັກໄທ ປະຈໍາ ສປປ ລາວ, ໃນວັນທີ 2 ກັນຍານີ້ ທີ່ນະຄອນຫຼວງວຽງຈັນ.
ສະມາຄົມນັກທຸລະກິດໜຸ່ມໂຮ່ຈິມິນ ມອບຫໍສະໝຸດໃຫ້ໂຮງຮຽນມິດຕະພາບລາວ-ຫວຽດ​ນາມ ແຂວງອັດຕະປື.

ສະມາຄົມນັກທຸລະກິດໜຸ່ມໂຮ່ຈິມິນ ມອບຫໍສະໝຸດໃຫ້ໂຮງຮຽນມິດຕະພາບລາວ-ຫວຽດ​ນາມ ແຂວງອັດຕະປື.

ສະມາຄົມນັກທຸລະກິດໜຸ່ມໂຮ່ຈິມິນ ແຫ່ງ ສສ ຫວຽດນາມ ໄດ້ມອບ-ຮັບໂຄງການ “ຫໍສະໝຸດ 2030” ຄັ້ງທີ 17 ແລະ ອຸປະກອນການຮຽນ ໃຫ້ແກ່ໂຮງຮຽນປະຖົມ-ມັດທະຍົມຕອນຕົ້ນມິດຕະພາບລາວ-ຫວຽດນາມ ແຂວງອັດຕະປື.ພິທີໄດ້ຈັດຂຶ້ນ ໃນ​ວັນທີ​ 31​ ສິງຫາ​ 2026​ ທີ່ໂຮງຮຽນດັ່ງກ່າວ,​ ໂດຍການເຂົ້າຮ່ວມຂອງທ່ານ ສີໄລ ສີສະແຫວງສຸກ ຮອງປະທານຄະນະກຳມະການປົກຄອງແຂວງອັດຕະປື, ມີທ່ານ ນາງ ຕ້າ ເຟືອງ ຢຸງ ກົງສຸນໃຫຍ່ຫວຽດ​ນາມ ປະຈຳ 4 ແຂວງພາກໃຕ້ລາວ, ພ້ອມດ້ວຍຜູ້ແທນ, ນັກທຸລະກິດ, ຄູ-ອາຈານ ແລະ ນັກຮຽນ ເຂົ້າຮ່ວມ.
ອົງການ KOTRA ສົ່ງເສີມ​ການຮ່ວມມື ສເກົາຫຼີ–ສປປ ລາວ ດ້ານ Net-Zero ແລະ ການລົງທຶນສີຂຽວ

ອົງການ KOTRA ສົ່ງເສີມ​ການຮ່ວມມື ສເກົາຫຼີ–ສປປ ລາວ ດ້ານ Net-Zero ແລະ ການລົງທຶນສີຂຽວ

ອົງການສົ່ງເສີມການຄ້າ ແລະ ການລົງທຶນເກົາຫຼີ (KOTRA) ໄດ້ເຕົ້າໂຮມບັນດາບໍລິສັດ ສ ເກົາຫຼີ, ອົງການພາກລັດຂອງລາວ, ອົງການສາກົນ ແລະ ບັນດາທຸລະກິດພາຍໃນປະເທດ ເຂົ້າຮ່ວມງານ “the 2nd Korea–Laos Net-Zero Partnership 2026”ຈັດຂຶ້ນໃນວັນທີ 27–28 ສິງຫາ ທີ່ໂຮງແຮມ DoubleTree by Hilton Vientiane, ເພື່ອສົ່ງເສີມການຮ່ວມມືດ້ານພະລັງງານທົດແທນ, ການຫຼຸດຜ່ອນກາກບອນ ແລະ ການລົງທຶນສີຂຽວ.
ສະຫຼອງວັນຊາດຫວຽດນາມ ຄົບຮອບ 81 ປີ ວັນການທູດຫວຽດນາມ - ລາວ ຄົບຮອບ 61 ປີ  (ໃນໂອກາດວັນຊາດຫວຽດນາມ 2 ກັນຍາ 1945 - 2 ກັນຍາ 2026)

ສະຫຼອງວັນຊາດຫວຽດນາມ ຄົບຮອບ 81 ປີ ວັນການທູດຫວຽດນາມ - ລາວ ຄົບຮອບ 61 ປີ (ໃນໂອກາດວັນຊາດຫວຽດນາມ 2 ກັນຍາ 1945 - 2 ກັນຍາ 2026)

ໃນວັນທີ 28 ສິງຫາ ຜ່ານມາ, ສະຖານກົງສູນໃຫຍ່ ສສ ຫວຽດນາມ ປະຈຳນະຄອນປາກເຊ ໄດ້ເປັນເຈົ້າພາບຈັດງານລ້ຽງຕ້ອນຮັບ ແລະ ສະເຫຼີມສະຫຼອງ ວັນປະຕິວັດເດືອນສິງຫາ ແລະ ວັນຊາດສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ຄົບຮອບ 81 ປີ (2/9/1945 - 2/9/2026). ວັນສ້າງຕັ້ງສາຍພົວພັນການທູດຫວຽດນາມ - ລາວ ຄົບຮອບ 61 ປີ (5/9/1962 – 5/9/2026) ຢ່າງເປັນທາງການ.
ເພີ່ມເຕີມ