![]() |
ໃນງານດັ່ງກ່າວ ໄດ້ປະກອບມີ ຄະນະກຳມະການຕັດສິນ 9 ທ່ານ ຈາກຫ້ອງເສື້ອຊື່ດັງ ແລະ ນາງແບບ - ຊາຍແບບ ຂອງ ລາວ ແລະ ຕ່າງປະເທດ.
ທ່ານນາງ ວຽງຄໍາ ນັນທະວົງດວງສີ ນັກອອກແບບ ຜູ້ກໍ່ຕັ້ງບໍລິສັດຄັ່ງ ແລະ ທັງແມ່ນຄະນະກໍາມະການໃນເວທີຄັດເລືອກນາງແບບ-ຊາຍແບບ ໃຫ້ສໍາພາດວ່າ: ລາວແຟຊັນວີກ ຢາກໂຄສະນາສິນຄ້າລາວ (ແຜ່ນແພລາວ) ເມື່ອເຫັນນ້ອງໆທັງຍິງ-ຊາຍ ສະໝັກເຂົ້າຮ່ວມ ມີຈໍານວນຫຼາຍ ແມ່ນມີຄວາມພູມໃຈ ເພາະວ່າພວກເຂົາເຈົ້າມີຄວາມງາມ ທັງກ້າສະແດງອອກ ແລະ ໃນຕໍ່ໜ້າຖ້ານ້ອງໆມີໂອກາດ ກ່ອນຈະເຂົ້າຮ່ວມຄັດເລືອກ ໃຫ້ດຸໝັ່ນຝຶກຊ້ອມຫຼາຍໆ ໂດຍສະເພາະ ແມ່ນເນັ້ນໃສ່: 1. ສະລິລະ (ຮຸ່ນ), 2. ຄວາມໝັ້ນໃຈ ແລະ 3.ໜ້າຕາ.
ທ່ານນາງ ພອນເທວາ ໄຊສົງຄາມ ໜຶ່ງໃນຄະນະກໍາມະການຕັດສິນໃຫ້ສໍາພາດວ່າ: ເວທີໃນມື້ນີ້ ແມ່ນຄັດເລືອກເອົານາງແບບ-ຊາຍແບບ ຈໍານວນ ເກືອບ 200 ຄົນ, ເລືອກເອົາ 60 ຄົນ ໃນນີ້ ຜູ້ຍິງຈະເອົາຫຼາຍກວ່າຜູ້ຊາຍ, ຜູ້ທີ່ໄດ້ຮັບຄັດເລືອກ ທີມງານຈະຕິດຕໍ່ຫາ ຫຼື ຕິດຕາມທາງ ເພສລາວແຟຊັນວີກ (ປະກາດຜົນ ແມ່ນປະມານກາງເດືອນສິງຫາ).
![]() |
ນາງ ພອນໄພລິນ ວົງສິນນະສອນ ແລະ ທ້າວ ສິດທິສັກ ທະລົງແສງຈັນ ນັກສຶກສາ ມຊ ຄະນະທັນຕະແພດ, ທ້າວ ອຸດົມວິໄລ ຄໍາປານ ນັກສຶກສາ ມຊ ຄະນະເສດຖະສາດ ຜັດປ່ຽນກັນໃຫ້ສໍາພາດວ່າ: ພວກນ້ອງມີຄວາມຕື່ນເຕັ້ນ ແລະ ປະທັບໃຈຫຼາຍ ທີ່ໄດ້ເຂົ້າຮ່ວມງານ, ເປັນຄັ້ງທໍາອິດຂອງພວກນ້ອງ, ການເຂົ້າຮ່ວມແມ່ນມີຄວາມໝັ້ນໃຈຢ່າງເຕັມສ່ວນ ແລະ ມີຄວາມຄາດຫວັງວ່າ ຈະໄດ້ຜ່ານເຂົ້າຮອບຄັດເລືອກຢ່າງແນ່ນອນ.
(ຂ່າວ: ແສງຈັນ)
ຄໍາເຫັນ