ທ່ານ ຫງວຽນຫືວດົງ ປະທານຄະນະກຳມະການວຽກງານສະມາຊິກສະພາແຫ່ງຊາດ ຮອງຫົວໜ້າຄະນະຈັດຕັ້ງສູນກາງ ກ່າວວ່າ: ວຽກງານກະກຽມເລືອກຕັ້ງໄດ້ຮັບການຜັນຂະຫຍາຍຢ່າງເປັນເຈົ້າການ, ມີແບບມີແຜນໂດຍພື້ນຖານ, ຖືກຕ້ອງຕາມຄຳຮຽກຮ້ອງຂອງກົມການເມືອງ, ຄະນະເລຂາທິການ ແລະ ສະພາເລືອກຕັ້ງແຫ່ງຊາດ. ໃນໄລຍະຈະມາເຖິງ, ບັນດາພາກສ່ວນສືບຕໍ່ປະຕິບັດສຳເລັດກອງປະຊຸມພົບປະຜູ້ມີສິດເລືອກຕັ້ງ; ສຳຫຼວດກວດກາ, ອັບເດດບັນຊີລາຍຊື່ຜູ້ມີສິດເລືອກຕັ້ງ, ຍູ້ແຮງການໂຄສະນາ, ປະຕິບັດສຳເລັດແບບວິທີຮັບປະກັນຄວາມສະຫງົບ, ຈັດການປ່ອນບັດ, ນັບບັດຢ່າງແໜ້ນແຟ້ນ ແລະ ພາວະວິໄສ.
ທ່ານ ຫງວຽນຫືວດົງ ໃຫ້ຮູ້ຕື່ມວ່າ: ວຽກງານຖະແຫຼງຂ່າວ, ໂຄສະນາໄດ້ກຳນົດແມ່ນໜ້າທີ່ການເມືອງຈຸດສຸມ, ລຸລ່ວງໃນໄລຍະກ່ອນດຳເນີນ, ພວມດຳເນີນ ແລະ ພາຍຫຼັງດຳເນີນການເລືືອກຕັ້ງ, ກຳແໜ້ນບັນດາຄຳຊີ້ນຳຂອງສູນກາງ, ກົມການເມືອງ, ຄະນະເລຂາທິການສູນກາງພັກ, ລັດຖະບານ, ສະພາເລືອກຕັ້ງແຫ່ງຊາດ ແລະ ບັນດາອົງການທີ່ມີສິດອຳນາດ.
ຄໍາເຫັນ