(ເນື່ອງໃນໂອກາດກອງປະຊຸມວຽກງານໂຄສະນາ-ອົບຮົມທົ່ວປະເທດປະຈໍາປີ 2024)

ວຽກງານການເມືອງ-ແນວຄິດຂອງພັກ

ວຽກງານການເມືອງ-ແນວຄິດຂອງພັກ
ວຽກງານການເມືອງ-ແນວຄິດ ແມ່ນວິທະຍາສາດສັງລວມອັນໜຶ່ງທີ່ກະທົບໃສ່ຈິດໃຈຂອງຄົນ, ເຮັດໃຫ້ຄົນມີຄວາມເຂົ້າໃຈ, ມີສະຕິ, ມີອາລົມຈິດ, ມີທັດສະນະຫຼັກໝັ້ນ, ມີຄວາມເຊື່ອໝັ້ນ, ມີອຸດົມການ ແລະ ປະຕິບັດຕາມຄວາມຕ້ອງການຕ່າງໆຂອງສັງຄົມ.

 

ພັກເຮົາຖືວ່າວຽກງານການເມືອງ-ແນວຄິດເປັນວຽກງານທໍາອິດ, ເປັນວຽກກົກ ແລະ ສອດຫ້ອຍໄປນໍາທຸກຂົງເຂດວຽກງານ. ປະທານ ໄກສອນ ພົມວິຫານ ຖືວຽກງານການເມືອງ-ແນວຄິດ ແມ່ນວຽກງານທີ່ພົວພັນກັບຄົນ, ແມ່ນວຽກເພື່ອເອົາຊະນະຈິດໃຈຄົນ, ວຽກງານການເມືອງ-ແນວຄິດຂອງພັກ ແມ່ນວຽກທີ່ນໍາເອົາທັດສະນະແນວທາງ, ແຜນນະໂຍບາຍຂອງພັກ ລົງສູ່ມະຫາຊົນ, ເຮັດໃຫ້ກາຍເປັນການກະທໍາຂອງມະຫາຊົນ.

ພັກປະຊາຊົນປະຕິວັດລາວ ໄດ້ຖືວ່າວຽກງານການເມືອງ-ແນວຄິດ ເປັນສ່ວນປະກອບທີ່ສໍາຄັນໃນການກໍ່ສ້າງພັກ, ສ້າງພະນັກງານ; ເປັນພາຫະນະອັນແຫຼມຄົມ ເພື່ອສຶກສາອົບຮົມພາຍໃນພັກ ແລະ ພາຍໃນມະຫາຊົນ, ເປັນວຽກທີ່ຕ້ອງເຮັດເປັນປະຈໍາ ແລະ ສອດຫ້ອຍໄປທຸກຂົງເຂດວຽກງານຂອງພັກ-ລັດ, ຂອງການຈັດຕັ້ງມະຫາຊົນ ແລະ ອົງການຈັດຕັ້ງສັງຄົມ, ພັກໄດ້ຢືນຢັນວ່າ: ວຽກງານການເມືອງ-ແນວຄິດເປັນປັດໄຈຮັບປະກັນທຸກໄຊຊະນະຂອງການປະຕິວັດ.

+ ວຽກງານການເມືອງ-ແນວຄິດຂອງພັກ ມີຄວາມສໍາຄັນທີ່ສຸດຕໍ່ທຸກຂະບວນການເຄື່ອນໄຫວຂອງສັງຄົມ ຍ້ອນມັນເປັນວຽກໜຶ່ງທີ່ຕິດພັນກັບການເຄື່ອນໄຫວປະຕິວັດ, ຕິດພັນກັບຂະບວນການວຽກງານຂອງພັກ, ຂອງລັດ, ມີການປະຕິວັດຕ້ອງມີການເຮັດວຽກງານການເມືອງ-ແນວຄິດ.

+ ວຽກງານການເມືອງ-ແນວຄິດ ເປັນສະໜາມຮົບອັນໜຶ່ງແຫ່ງການນໍາພາຂອງພັກເຮົາ, ເປັນວຽກງານທີ່ມີບົດບາດສໍາຄັນໃນການກໍ່ສ້າງພັກທາງດ້ານການເມືອງ-ແນວຄິດ ຄື: ໃນການສ້າງ ແລະ ເຮັດໃຫ້ແນວທາງນະໂຍບາຍຂອງພັກຫັນເປັນລະອຽດ ພ້ອມທັງຈັດຕັ້ງປຸກລະດົມຊີ້ນໍາມະຫາຊົນຈັດຕັ້ງປະຕິບັດໃຫ້ເປັນຈິງ; ພ້ອມກັນນັ້ນ ກໍສະຫຼຸບຖອດຖອນບົດຮຽນ ເພື່ອຮັບໃຊ້ການເຄື່ອນໄຫວໃນທຸກຂົງເຂດຊີວິດສັງຄົມ. ປະທານ ຄໍາໄຕ ສີພັນດອນ ເວົ້າວ່າ: "ວຽກງານການເມືອງ-ແນວຄິດ ຍາມໃດກໍເປັນພື້ນຖານ, ເປັນວຽກງານແຖວໜ້າ ແລະ ເປັນປັດໄຈສໍາຄັນຕົ້ນຕໍ ຮັບປະກັນໃຫ້ມີຜົນສໍາເລັດ ແລະ ໄຊຊະນະໃນການເຄື່ອນໄຫວນໍາພາໃນພາລະກິດປະຕິວັດ".

ປະທານ ໄກສອນ ພົມວິຫານ ໄດ້ຊີ້ແຈງວ່າ: ແຕ່ໃດມາ, ພວກເຮົາໄດ້ຖືວ່າວຽກງານການ

ເມືອງ-ແນວຄິດ ແລະ ທິດສະດີ ແມ່ນວຽກງານທີ່ມີຄວາມສໍາຄັນ, ມັນເປັນເສັ້ນໄໝແດງທີ່ສອດຫ້ອຍໄປໃນທຸກວຽກງານຂອງພັກທຸກຂັ້ນ ແລະ ທຸກເວລາ.

(ຂໍ້ມູນຈາກ: ກົມອົບຮົມ ຄອສພ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ສະຫາຍ ວັນໄຊ ພອງສະຫວັນ ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ເມືອງຍອດອູ

ສະຫາຍ ວັນໄຊ ພອງສະຫວັນ ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ເມືອງຍອດອູ

ໃນວັນທີ 27 ກໍລະກົດ ຜ່ານມານີ້, ສະຫາຍ ວັນໄຊ ພອງສະຫວັນ ກຳມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ປະທານຄະນະກວດກາສູນກາງພັກ ປະທານອົງການກວດກາແຫ່ງລັດ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງສູນກາງ ພ້ອມດ້ວຍຄະນະ ແລະ ຄະນະນຳຂອງແຂວງ ຜົ້ງສາລີ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ ເມືອງຍອດອູ.
ຫຼວງ​ນ້ຳ​ທາອອກລະ​ບຽບ​ເຂັ້ມ​ງວ​ດ ຄຸ້ມຄອງນົກຂວາສັດ​ປະ​ຈຳ​ແຂວງ

ຫຼວງ​ນ້ຳ​ທາອອກລະ​ບຽບ​ເຂັ້ມ​ງວ​ດ ຄຸ້ມຄອງນົກຂວາສັດ​ປະ​ຈຳ​ແຂວງ

ເມືອງຫຼວງນໍ້າທາໄດ້ຈັດພິທີເຜີຍແຜ່ນິຕິກໍາກ່ຽວກັບການພັດທະນາ, ຄຸ້ມຄອງ ແລະ ການຂະຫຍາຍແຜນແມ່ບົດ ວ່າດ້ວຍນົກຂວາ ສັດປະຈໍາແຂວງຫຼວງນໍ້າທາໃນ​ວັນ​ທີ 28 ກໍ​ລະ​ກົດ​ນີ້ ທີ່ ເມືອງຫຼວງ​ນ້ຳ​ທາໂດຍການເຂົ້າຮ່ວມຂອງທ່ານ ຄໍາຜາຍ ອຸແປງວົງ ຮອງປະທານຄະນະກໍາມະການປົກຄອງເມືອງ, ຜູ້ຊີ້ນໍາວຽກງານວັດທະນະທໍາ-ສັງຄົມຂັ້ນເມືອງ,ມີພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ປະເພນີບຸນເຂົ້າພັນສາ

ປະເພນີບຸນເຂົ້າພັນສາ

ເມື່ອຮອດມື້ຂຶ້ນ 15 ຄໍ່າ ເດືອນ 8 ລາວ ຂອງທຸກໆປີ ແມ່ນບຸນເຂົ້າພັນສາ ເປັນໜຶ່ງງານບຸນປະເພນີ ທີ່ມີຄວາມໝາຍ-ຄວາມສຳຄັນ ທາງສາສະໜາຂອງຊາວພຸດ ທັງເປັນບຸນທີ່ຢູ່ໃນຮີດ 12 ຄອງ 14 ປະເພນີລາວ ທີ່ຊາວພຸດເຄີຍສືບທອດປະຕິບັດກັນມາຮອດປັດຈຸບັນ. ປີນີ້ກົງກັບວັນພຸດວັນທີ 29 ກໍລະກົດ 2026.
ບໍລິສັດ ໄຟຟ້າຫົງສາ ຈໍາກັດ ອວຍພອນໜັງສືພິມປະຊາຊົນ

ບໍລິສັດ ໄຟຟ້າຫົງສາ ຈໍາກັດ ອວຍພອນໜັງສືພິມປະຊາຊົນ

ທ່ານ ນາງ ລຸ້ງເພັດ ຖິ່ນມະນາວ ຜູ້ຈັດການສ່ວນງານສື່ສານອົງກອນ ຕາງໜ້າໃຫ້ບໍລິສັດ ໄຟຟ້າຫົງສາ ຈໍາກັດ ພ້ອມດ້ວຍຄະນະ ໄດ້ເຂົ້າອວຍພອນ ໜັງສືພິມປະຊາຊົນ ສຽງຂອງສູນກາງພັກ ໃນຕອນເຊົ້າວັນທີ 28 ກໍລະກົດນີ້ ທີ່ສໍານັກງານໜັງສືພິມ. ເນື່ອງໃນໂອກາດວັນສື່ມວນຊົນ ແລະ ການພິມຈໍາໜ່າຍ, ວັນສ້າງຕັ້ງໜັງສືພິມປະຊາຊົນ ສຽງຂອງສູນກາງພັກ ຄົບຮອບ 76 ປີ (13/8 /1950 - 13/8/2026) ໃກ້ຈະມາເຖິງນີ້. ໃຫ້ກຽດຕ້ອນຮັບໂດຍທ່ານ ສີວັນ ຫອມໄຊຍະເດດ ຮັກສາການຫົວໜ້າບັນນາທິການໃຫຍ່ ໜັງສືພິມປະຊາຊົນ ພ້ອມຄະນະ.
ຮອງຫົວໜ້າ ຄອສພ ປາຖະກະຖາວັນສໍາຄັນຂອງພັກ ຂອງຊາດ ຢູ່ກະຊວງອຸດສາຫະກໍາ ແລະ ການຄ້າ

ຮອງຫົວໜ້າ ຄອສພ ປາຖະກະຖາວັນສໍາຄັນຂອງພັກ ຂອງຊາດ ຢູ່ກະຊວງອຸດສາຫະກໍາ ແລະ ການຄ້າ

ໃນວັນທີ 23 ກໍລະກົດຜ່ານມານີ້, ທ່ານ ຄໍາມອນ ຈັນທະຈິດ ກໍາມະການສໍາຮອງສູນກາງພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ໄດ້ປາຖະກະຖາເນື່ອງໃນໂອກາດວັນເກີດປະທານ ສຸພານຸວົງ ຄົບຮອບ 117 ປີ, ວັນສົນທິສັນຍາມິດຕະພາບ ແລະ ການຮອບມື ຄົບຮອບ 49 ປີ ແລະ ວັນສ້າງຕັ້ງສາຍພົວພັນການທູດ ລາວ-ຫວຽດນາມ ຄົບຮອບ 64 ປີ ທີ່ກະຊວງອຸດສາຫະກໍາ ແລະ ການຄ້າ (ອຄ)ໂດຍມີຄະນະພັກ, ຄະນະນໍາ, ບັນດາໜ່ວຍພັກຮາກຖານ, ສະມາຊິກພັກ-ພະນັກງານຫຼັກແຫຼ່ງເຂົ້າຮ່ວມ 200 ກວ່າທ່ານ.
ບໍລິສັດ ກະສິກໍາ ຈໍາກັດຜູ້ດຽວ ມອບເຄື່ອງກິລາໃຫ້ກອງບັນຊາການທະຫານຜົ້ງສາລີ

ບໍລິສັດ ກະສິກໍາ ຈໍາກັດຜູ້ດຽວ ມອບເຄື່ອງກິລາໃຫ້ກອງບັນຊາການທະຫານຜົ້ງສາລີ

ໃນວັນທີ 27 ກໍລະກົດຜ່ານມາ, ທ່ານ ສີມື ສົມເພັດ ຕາງໜ້າບໍລິສັດ ກະສິກໍາ ຈໍາກັດຜູ້ດຽວ ໄດ້ນໍາເອົາເຄື່ອງກິລາຈໍານວນ 50 ຊຸດ ລວມມູນຄ່າ 5,000,000 ກີບ ມອບໃຫ້ກອງບັນຊາການທະຫານແຂວງຜົ້ງສາລີ, ໂດຍການກ່າວຮັບຂອງສະຫາຍ ພັນເອກ ວິໄລ ແພງສົມເຮືອງ ຫົວໜ້າການທະຫານ ກອງບັນຊາການທະຫານແຂວງຜົ້ງສາລີ ພ້ອມດ້ວຍຄະນະ.
ສ້າງຄວາມເຂັ້ມແຂງໃຫ້ສະຫະພັນແມ່ຍິງເມືອງມຸນລະປາໂມກ

ສ້າງຄວາມເຂັ້ມແຂງໃຫ້ສະຫະພັນແມ່ຍິງເມືອງມຸນລະປາໂມກ

ສະຫະພັນແມ່ຍິງເມືອງມຸນລະປາໂມກ ຈັດກອງປະຊຸມຝຶກອົບຮົມສ້າງຄວາມເຂັ້ມແຂງໃຫ້ສະມາຊິກສະຫະພັນແມ່ຍິງທົ່ວເມືອງ ຂຶ້ນໃນວັນທີ 27 ກໍລະກົດຜ່ານມາ, ທີ່ສະໂມສອນເມືອງມຸນລະປາໂມກ ແຂວງຈຳປາສັກ ໂດຍໃຫ້ກຽດເປັນປະທານຂອງທ່ານ ສົມຈັນ ສີຈັນແດງ ຮອງເລຂາພັກເມືອງ ຜູ້ຊີ້ນໍາວຽກງານການເມືອງແນວຄິດ ວຽກພັກ-ພະນັກງານ ແລະ ອົງການຈັດຕັ້ງມະຫາຊົນ, ມີບັນດາຄະນະປະຈໍາພັກເມືອງ, ກຳມະການພັກເມືອງ, ປະທານສະຫະພັນແມ່ຍິງເມືອງ ພ້ອມດ້ວຍສະມາຊິກແມ່ຍິງທົ່ວເມືອງເຂົ້າຮ່ວມ.
ຄໍາມ່ວນ ຈັດພິທີທາງສາສະໜາ ກ່ອນເລີ່ມກໍ່ສ້າງ ແລະ ບູລະນະສວນອະນຸສາວະລີ ປະທານ ໄກສອນ ພົມວິຫານ

ຄໍາມ່ວນ ຈັດພິທີທາງສາສະໜາ ກ່ອນເລີ່ມກໍ່ສ້າງ ແລະ ບູລະນະສວນອະນຸສາວະລີ ປະທານ ໄກສອນ ພົມວິຫານ

ໃນວັນທີ 28 ກໍລະກົດ 2026 ກົງກັບວັນອັງຄານຂຶ້ນ 14 ຄໍ່າ ເດືອນ 8 ລາວ ພສ 2569, ແຂວງຄໍາມ່ວນ ນໍາໂດຍທ່ານ ໄຊຊະນະ ໂຄດພູທອນ ເລຂາພັກແຂວງ, ປະທານສະພາປະຊາຊົນແຂວງຄໍາມ່ວນ ພ້ອມດ້ວຍບັນ ດາການນໍາແຂວງ, ພະເຖຣານຸເຖຣະ, ການຈັດຕັ້ງບ້ານ ແລະ ພາກສ່ວນກ່ຽວຂ້ອງ ໄດ້ຈັດພິທີທາງສາສະໜາກ່ອນການເລີ່ມກໍ່ສ້າງປັບປຸງ ແລະ ບູລະນະສ້ອມແປງສວນອະນຸສາວະລີ ປະທານ ໄກສອນ ພົມວິຫານ ຊຶ່ງຕັ້ງຢູ່ບ້ານໂພນສະອາດ (ຫຼັກ 4) ເມືອງທ່າແຂກ.
ເຜີຍແຜ່ຜົນສໍາເລັດກອງ​ປະ​ຊຸມ​ຄັ້ງ​ປະ​ຖົມ​ມະ​ລືກ​ຂອງ​ສະ​ພາ​ແຫ່ງ​ຊາດຊຸດ​ທີ X ຢູ່​ເມືອງ​ພູ​ຄູນ

ເຜີຍແຜ່ຜົນສໍາເລັດກອງ​ປະ​ຊຸມ​ຄັ້ງ​ປະ​ຖົມ​ມະ​ລືກ​ຂອງ​ສະ​ພາ​ແຫ່ງ​ຊາດຊຸດ​ທີ X ຢູ່​ເມືອງ​ພູ​ຄູນ

ທ່ານ ບຸນເລື່ອມ ມະນີວົງ ກຳມະການສູນກາງພັກ ເລຂາບໍລິຫານງານພັກແຂວງ, ຫົວໜ້າຄະນະສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງທີ 6, ປະທານສະພາປະຊາຊົນແຂວງຫຼວງພະບາງ, ພ້ອມດ້ວຍຄະນະ, ໄດ້ເຄື່ອນໄຫວພົບປະຜູ້ມີສິດປ່ອນບັດເລືອກຕັ້ງ ແລະເຜີຍ​ແຜ່ຜົນສຳເລັດ ກອງປະຊຸມຄັ້ງປະຖົມມະລືກຂອງສະພາແຫ່ງຊາດ ຊຸດທີ X ແລະສະພາປະຊາຊົນແຂວງຫຼວງ​ພະ​ບາງ ຊຸດທີ Vຢູ່ເມືອງພູຄູນ, ໃນ​ວັນ​ທີ 27 ກໍ​ລະ​ກົດ​ນີ້, ທີ່ ບ້ານ​ຜາ​ເກັ່ງ​ນ້ອຍໂດຍມີການນໍາເມືອງພູ​ຄູນ, ຄະ​ນະກຳ​ມະ​ການ​ປົກ​ຄອງ​​ບ້ານ, ຜູ້ມີສິດປ່ອນບັດ ບ້ານຜາເກັ່ງນ້ອຍ, ບ້ານຜາເກັ່ງໃຫຍ່ ແລະບ້ານໂພນໄຊ ເຂົ້າ​ຮ່ວມ​ຮັບ​ຟັງ.
ເມືອງ​ໂພນ​ໂຮງຫາ​ລືການເກັບກຳຂໍ້ມູນໂຄງການເຊົ່າ-ສຳປະທານທີ່ດິນຂອງລັດ

ເມືອງ​ໂພນ​ໂຮງຫາ​ລືການເກັບກຳຂໍ້ມູນໂຄງການເຊົ່າ-ສຳປະທານທີ່ດິນຂອງລັດ

​ເມືອງ​ໂພນ​ໂຮງແຂວງວຽງ​ຈັນຈັດກອງປະຊຸມລົງຕິດຕາມ ແລະ ເກັບກຳຂໍ້ມູນບັນດາໂຄງການທີ່ໄດ້ຮັບອະນຸຍາດໃຫ້ເຊົ່າ-ສຳປະທານທີ່ດິນຂອງລັດ ໄດ້ຈັດຂຶ້ນໃນວັນທີ 27 ກໍລະກົດນີ້ ທີ່ເມືອງໂພນໂຮງ ໂດຍມີ ທ່ານ ກົງເພັດ ສໍປະດິດປະທານຄະນະກຳມະການປົກຄອງເມືອງໂພນໂຮງ, ທ່ານ ຫອມຮັກ ສຸນະວັນ ຫົວໜ້າພະແນກການເງິນ ແຂວງວຽງຈັນ, ມີພາກສ່ວນກ່ຽວຂ້ອງ ແລະ ຜູ້ປະກອບການເຂົ້າຮ່ວມ.
ເພີ່ມເຕີມ