ວຽກງານກໍ່ສ້າງພັກ-ພະນັກງານຢູ່ແຂວງຄໍາມ່ວນໄດ້ປະກອບສ່ວນຢ່າງຕັ້ງໜ້າ ຕໍ່ພາລະກິດລວມຂອງຊາດ

ວຽກງານກໍ່ສ້າງພັກ-ພະນັກງານຢູ່ແຂວງຄໍາມ່ວນໄດ້ປະກອບສ່ວນຢ່າງຕັ້ງໜ້າ ຕໍ່ພາລະກິດລວມຂອງຊາດ
ໂດຍ: ຕະວິນຍານ
ທ່ານ ສົມໃຈ ພານີຈັນ ຄະນະປະຈໍາພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງຄໍາມ່ວນໄດ້ກ່າວຕໍ່ສື່ມວນຊົນຂອງແຂວງເນື່ອງໃນໂອກາດວັນຊາດທີ 2 ທັນວາ 2023 ຄົບຮອບ 48 ປີວ່າ: ພາຍໃຕ້ລະບອບໃໝ່ ແລະ ພາຍໃຕ້ການນຳພາຂອງພັກປະຊາຊົນ ປະຕິວັດລາວ ເຖິງແມ່ນວ່າມີບາງໄລຍະ ເວົ້າສະເພາະໃນປັດຈຸບັນ ພົບກັບຄວາມຫຍຸ້ງຍາກ, ແຕ່ຖ້າທຽບໃສ່ກ່ອນມີລະບອບໃໝ່ນັ້ນ ເຫັນວ່າມີຫຼາຍອັນແຕກຕ່າງກັນຫຼາຍ ໃນການສ້າງສາພັດທະນາເສດຖະກິດ-ສັງຄົມ, ອັນນີ້ ຢາກໃຫ້ເບິ່ງສົມທຽບ ກ່ອນປະເທດຊາດໄດ້ຮັບການປົດປ່ອຍ ກັບ ພາຍຫຼັງປະເທດຊາດໄດ້ຮັບເອກະລາດ ຈຶ່ງຈະເຫັນໄດ້ໃນແຕ່ລະດ້ານມີຄວາມແຕກຕ່າງກັນ ເວົ້າລວມ-ເວົ້າສະເພາະກໍແມ່ນວຽກງານກໍ່ສ້າງ ພັກ-ກໍ່ສ້າງພະນັກງານ.
ພາຍຫຼັງປະເທດຊາດໄດ້ຮັບການປົດປ່ອຍ, ໄດ້ຮັບຄວາມເປັນເອກະລາດແລ້ວ ພາລະກິດປະຕິວັດຂອງພັກ ເວົ້າລວມ, ແຂວງຄໍາມ່ວນ ໂດຍພາຍໃຕ້ ການນໍາພາຂອງອົງຄະນະພັກແຂວງ ແຕ່ລະຄັ້ງ, ແຕ່ລະສະໄໝ. ໃນໄລຍະ 1 ປີຜ່ານມານີ້ ວຽກງານກໍ່ສ້າງພັກ-ກໍ່ສ້າງພະນັກງານ ໄດ້ສະແດງອອກມີຜົນສໍາເລັດແຕ່ລະດ້ານຄື:
   ກ່ຽວກັບວຽກງານກໍ່ສ້າງພັກ ກ່ອນອື່ນໝົດຄະນະພັກແຕ່ລະຂັ້ນ ແມ່ນໄດ້ເອົາໃຈໃສ່ໃນການກໍ່ສ້າງພັກທາງດ້ານການເມືອງແນວ-ແນວຄິດ ດ້ວຍການຈັດຕັ້ງເຊື່ອມຊຶມ ເຜີຍແຜ່ບັນດາມະຕິ, ຄໍາສັ່ງ, ຄໍາແນະນໍາທີ່ຄະນະພັກຂັ້ນເທິງວາງອອກ ເຮັດໃຫ້ສະມາຊິກພັກ-ພະນັກງານມີຄວາມຮັບຮູ້, ເຂົ້າໃຈ ແລະ ມີຄວາມເປັນເອກະພາບສູງຕໍ່ແນວທາງນະໂຍບາຍ ແລະ ການນໍາພາຂອງພັກ, ຢຶດໝັ້ນ ອຸດົມການສັງຄົມນິຍົມ, ບໍ່ຫວັ່ນໄຫວຄອນແຄນຕໍ່ສະພາບການຜັນແປຕ່າງໆ ທີ່ເກີດຂຶ້ນ, ເປັນເຈົ້າການປົກປ້ອງແນວທາງ, ອຸດົມການຂອງພັກ ແລະ ມີຄວາມສາມັກຄີເອກະພາບໃນການຈັດຕັ້ງພັກຢ່າງໜັກແໜ້ນ.
   ຕໍ່ກັບວຽກງານກໍ່ສ້າງພັກທາງດ້ານການຈັດຕັ້ງ ສະແດງອອກ ປີ 2023 ທົ່ວແຂວງ ມີ 10 ອົງຄະນະພັກເມືອງ, ມີ 2 ຄະນະພັກກອງບັນຊາການທະຫານແຂວງ ແລະ ຄະນະພັກກອງບັນຊາການປ້ອງກັນຄວາມສະຫງົບ ແຂວງ, ມີ 103 ຄະນະພັກຮາກຖານ ແລະ ມີ 1.187 ໜ່ວຍພັກ, ມີສະມາຊິກ ພັກທັງໝົດ 22.507 ສະຫາຍ, ຍິງ 6.197 ສະຫາຍ, ສະມາຊິກພັກສົມບູນ 20.734 ສະຫາຍຍິງ 5.655 ສະຫາຍ; ສະມາຊິກພັກສຳຮອງ 1.773 ສະຫາຍຍິງ 542 ສະຫາຍ, ທຽບໃສ່ປີ 2020 ສະເພາະສະມາຊິກພັກເພີ່ມຂຶ້ນ 2.251 ສະຫາຍຍິງ 960 ສະຫາຍ.
   ກ່ຽວກັບການສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ກໍໄດ້ຮັບການເອົາໃຈໃສ່ ແລະ ປະຕິບັດຕາມຄໍາສັ່ງ ເລກທີ 01/ກມສພ, 291/ຄຈສພ, 07/ຄປຈຂ, ຄໍາແນະນໍາ ຊຶ່ງ ໃນປີ 2022 ສາມາດປະກາດຮັບຮອງເອົາການສ້າງເປັນໜ່ວຍພັກ ປອດໃສ, ເຂັ້ມແຂງ ໜັກແໜ້ນ ໄດ້ທັງໝົດ 741 ໜ່ວຍ ເທົ່າ ກັບ 62,37% ຂອງຈຳນວນໜ່ວຍພັກໃນທົ່ວແຂວງ ແລະ ເມື່ອທຽບໃສ່ປີ 2020 ການສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ໄດ້ເພີ່ມຂຶ້ນ ຈຳນວນ 271 ໜ່ວຍພັກ.
    ການກໍ່ສ້າງພັກທາງດ້ານແບບແຜນວິທີນຳພາ ແລະ ວິທີເຮັດວຽກ ຍາມໃດຄະນະພັກແຕ່ລະຂັ້ນ ກໍໄດ້ເປັນເຈົ້າການ, ມີຄວາມຮັບຜິດຊອບ, ມີແບບແຜນວິທີເຮັດວຽກທີ່ຍຶດໝັ້ນໃນຫຼັກການນໍາພາຂອງພັກຄື ການເຮັດວຽກເປັນໝູ່ຄະນະ, ເຂັ້ມງວດໃນການປະຕິບັດຫຼັກການລວມສູນປະຊາທິປະໄຕ, ມີການແບ່ງງານ-ແບ່ງໜ້າທີ່ຄວາມຮັບຜິດຊອບໃຫ້ຄະນະພັກ, ສະມາຊິກພັກ ແຕ່ລະສະຫາຍ ຈະແຈ້ງ ແລະ ພ້ອມດຽວກັນນັ້ນ ໃນການເຮັດວຽກແມ່ນມີແຜນງານ-ໂຄງການ, ມີການປຶກສາຫາລື, ມີການຕິດຕາມ, ກວດກາ ແລະ ລາຍງານຂັ້ນເທິງເປັນປົກກະຕິ ໄປພ້ອມກັບການຍາດແຍ່ງຂໍຄໍາຄິດ-ຄໍາເຫັນຈາກຂັ້ນເທິງ.
   ສໍາລັບວຽກງານກໍ່ສ້າງພະນັກງານ ປັດຈຸບັນທົ່ວແຂວງ ມີພະນັກງານ-ລັດຖະກອນ ທັງໝົດ 9.185 ຄົນຍິງ 4.747 ຄົນ, ໃນນັ້ນຂັ້ນແຂວງ 2.258 ຄົນຍິງ 1.128 ຄົນ, ຂັ້ນເມືອງ 6.900 ຄົນຍິງ 3.646 ຄົນ. ຄະນະພັກແຕ່ລະຂັ້ນ ໄດ້ເອົາໃຈໃສ່ໃນການບໍາລຸງ-ກໍ່ສ້າງພະນັກງານ ໄປຕາມແຜນກຳນົດພະນັກງານນໍາພາ-ຄຸ້ມຄອງ ຍົກລະດັບຄວາມຮູ້-ຄວາມສາມາດ, ຕອບສະໜອງໄດ້ຕາມຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງ ແລະ ເປັນການກໍ່ສ້າງພະນັກງານໃຫ້ຕິດພັນກັບແຜນກຳນົດພະນັກງານນຳພາ-ຄຸ້ມຄອງ, ຮັບປະກັນການສ້າງພະນັກງານ ໃຫ້ໄດ້ຕາມຕຳແໜ່ງງານ, ນອກນັ້ນຍັງໄດ້ເອົາໃຈໃສ່ບຳລຸງກໍ່ສ້າງພະນັກງານເຊັ່ນ: ສ້າງພະນັກງານກັບທີ່ ດ້ວຍການມອບໜ້າທີ່ຄວາມຮັບຜິດຊອບໃຫ້ ພະນັກງານ, ຫັນເອົາພະນັກງານລົງກໍ່ສ້າງຮາກຖານການເມືອງ ຕິດພັນກັບ ການພັດທະນາຊົນນະບົດຮອບດ້ານ, ສົ່ງໄປຮຽນຢູ່ສະຖາບັນຕ່າງໆໄປພ້ອມ ກັບການສ້າງເງື່ອນໄຂ, ອໍານວຍຄວາມສະດວກໃຫ້ແກ່ພະນັກງານ-ລັດຖະກອນ ໄປຍົກລະດັບເພື່ອພັດທະນາຕົນເອງ ຢູ່ພາຍໃນ ແລະ ຕ່າງປະເທດ. ມາຮອດປັດຈຸບັນ ທົ່ວແຂວງ ມີພະນັກງານ ຊັ້ນປະລິນຍາເອກ 7 ຄົນ, ປະລິນຍາໂທ 238 ຄົນ, ເໜືອປະລິນຍາຕີ 52 ຄົນ, ປະລິນຍາຕີ 3.010 ຄົນ, ຊັ້ນສູງ 3.732 ຄົນ, ຊັ້ນກາງ 1.893 ຄົນ, ຊັ້ນຕົ້ນ 220 ຄົນ ແລະ ບໍ່ມີຊັ້ນວິຊາສະເພາະ 6 ຄົນ. ທຽບໃສ່ປີ 2020ປະລິນຍາເອກເພີ່ມຂຶ້ນ 1 ຄົນ, ປະລິນຍາໂທ ເພີ່ມຂຶ້ນ 57 ຄົນ, ເໜືອປະລິນຍາຕີ ເພີ່ມຂຶ້ນ 17 ຄົນ, ປະລິນຍາຕີເພີ່ມຂຶ້ນ 80 ຄົນ.
   ສໍາລັບທິດທາງປີ 2024 ສະເພາະວຽກງານກໍ່ສ້າງພັກ-ພະນັກງານຈະໄດ້ເອົາໃຈໃສ່:
1. ຄະນະພັກແຕ່ລະຂັ້ນ ຕ້ອງສືບຕໍ່ນໍາພາ-ຊີ້ນໍາ ການຈັດຕັ້ງຜັນຂະຫຍາຍ ມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ມະຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງອົງຄະນະພັກແຂວງ ກໍຄືມະຕິກອງປະຊຸມໃຫຍ່ຂັ້ນຂອງຕົນ ເຂົ້າສູ່ຊີວິດຕົວຈິງ, ໂດຍສະເພາະການຈັດຕັ້ງຜັນຂະຫຍາຍຜົນກອງປະຊຸມຄົບຄະນະກາງ ສະໄຫມ ຂອງຄະນະບໍລິຫານງານພັກແຂວງ ສະໄໝທີ X ໃຫ້ມີຜົນສຳເລັດ ຕາມຄາດາຍໝາຍ.
2. ເພີ່ມທະວີການສຶກສາອົບຮົມການເມືອງ-ແນວຄິດໃຫ້ແກ່ພະນັກງານ, ສະມາຊິກພັກ ແລະ ປະຊາຊົນບັນດາເຜົ່າ ເຊີດຊູນໍ້າໃຈຮັກຊາດ, ເອກະລາດ, ເປັນເຈົ້າຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ເພື່ອສ້າງປະເທດຊາດ ກໍຄືແຂວງຄໍາມ່ວນ ໃຫ້ມັ່ງຄັ່ງເຂັ້ມແຂງ, ປະຊາຊົນຮັ່ງມີຜາສຸກ, ສັງຄົມມີຄວາມ ສາມັກຄີປອງດອງ, ຍຸຕິທຳ ແລະສິວິໄລ.
3. ຄະນະພັກແຕ່ລະຂັ້ນ ຕ້ອງໄດ້ເພີ່ມທະວີຄວາມເອົາໃຈໃສ່ ຕໍ່ການໂຄສະນາ. ປຸກລະດົມໃຫ້ທົ່ວສັງຄົມ ຍົກສູງສະຕິລະວັງຕົວຕໍ່ກົນອຸບາຍຂອງພວກຄົນບໍ່ດີ ທີ່ສວຍໃຊ້ຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ແລະ ບັນຫາຢາເສບຕິດ ເພື່ອມ້າງເພຄວາມສາມັກຄີພາຍໃນປະເທດເຮົາ ຮັບປະກັນການປົກປັກຮັກສາ ແລະ ເພີ່ມທະວີຄວາມສາມັກຄີເປັນປຶກແຜ່ນພາຍໃນສັງຄົມໃຫ້ ໜັກແໜ້ນຍິ່ງໆຂຶ້ນ.
4. ສືບຕໍ່ຈັດຕັ້ງປະຕິບັດຢ່າງແຂງແຮງ ຕໍ່ບັນດາຄາດໝາຍສູ້ຊົນ ໃນທ້າຍສະໄໝທີ່ກອງປະຊຸມໃຫຍ່ ອົງຄະນະພັກແຕ່ລະຂັ້ນວາງອອກ ໂດຍຕິດພັນກັບການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດໃຫ້ສໍາເລັດຜົນ.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາມີທ່າແຮງຫຼາຍດ້ານ ໂດຍສະເພາະວຽກງານວັດທະນະທໍາ ພົ້ນເດັ່ນໃນການອະນຸລັກຮັກສາ, ຟື້ນຟູ ແລະ ສົ່ງເສີມຄຸນຄ່າທາງວັດທະນະທໍາຂອງທ້ອງຖິ່ນໃຫ້ຍືນຍົງ ຄຽງຄູ່ກັບການພັດທະນາ.
ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ພິທີເປີດນຳໃຊ້ ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ ຢູ່ເມືອງຫົງສາ ແຂວງໄຊຍະບູລີ ໄດ້ຈັດຂຶ້ນໃນວັນທີ 22 ທັນວາຜ່ານມານີ້, ໂດຍການເຂົ້າຮ່ວມຂອງທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດແຫ່ງ ສປປ ລາວ, ມີທ່ານ ຈັນທະບູນ ສຸກອາລຸນ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ເພັງນິລັນ ຄຳພັນເພັງ ປະທານສະພາປະຊາຊົນແຂວງ, ການນຳຂອງແຂວງ, ເມືອງຫົງສາ, ເມືອງເງິນ, ບໍລິສັດໄຟຟ້າຫົງສາ ຈຳກັດ, ບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ, ແຂກຖືກເຊີນ ແລະ ພະນັກງານບໍລິສັດດັ່ງກ່າວເຂົ້າຮ່ວມ.
ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ໃນວັນທີ 20 ທັນວາຜ່ານມານີ້, ທີ່ໂຮງແຮມ ລາວພລາຊາ ນະຄອນຫຼວງວຽງຈັນ ໄດ້ມີ ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ. ພິທີດັ່ງກ່າວຈັດຂຶ້ນໂດຍ ທ່ານນາງ ໂພສີ ພົມກອງ ພ້ອມດ້ວຍລູກຫຼານ ເພື່ອແນະນຳປຶ້ມ “ປະຫວັດສາດ ສັງຄົມ ແລະ ວັດທະນະທຳ” ຢ່າງເປັນທາງການ ພ້ອມທັງຈັດພິທີລະນຶກເຖິງຊີວິດ ແລະ ຜົນງານອັນຍືນຍົງຂອງທ່ານ ຄຳມາ ພົມກອງ ຊຶ່ງແມ່ນນັກປະພັນ, ນັກກະວີ, ນັກວັດທະນະທຳ-ສັງຄົມ, ນັກເຄື່ອນໄຫວປະຕິວັດ ແລະ ລູກຊາຍຜູ້ອຸທິດຕົນໃຫ້ແກ່ຊາດລາວ.
ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ວັນທີ 25 ທັນວານີ້ ຢູ່ທີ່ໂຮງຮຽນສາທາລະນະສຸກວຽງຈັນ ແຂວງວຽງຈັນ ໄດ້ສະຫຼຸບການເຄື່ອນໄຫວວຽກງານ ໃນສົກປີ 2024-2025 ແລະ ວາງທິດທາງແຜນການສົກປີ 2025-2026 ໂດຍການເຂົ້າຮ່ວມຂອງ ທ່ານ ບຸນເສີດ ແກ້ວປະສິດ ຫົວໜ້າກົມຈັດຕັ້ງ ກະຊວງສາທາລະນະສຸກ, ທ່ານ ສີໂຫ ແສງສະຫວ່າງ ຮອງຫົວໜ້າພະແນກສາທາລະນະສຸກແຂວງວຽງຈັນ, ມີແຂກຖືກເຊີນຈາກພາກສ່ວນກ່ຽວຂ້ອງ ແລະ ນັກສຶກສາເຂົ້າຮວມ.
ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ເພີ່ມເຕີມ